SlideShare uma empresa Scribd logo
1 de 63
Baixar para ler offline
A
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
lt[a[mu 10
d=]tdqf{mao;k 2018
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
d l ld l l
ຈົດໝາຍຂ່າວ
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ
ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ
ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ
ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ
ກວດແກ້
ບັນດາພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ພະແນກ ສິ່ງແວດລ້ອມ ສັງຄົມ
ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ
ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ
ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ
ຈັດໜ້າອອກແບບ
ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ
ທ່ານ ກິ່ງທອງ ສິຣິສົມພອນ ວິຊາການ
ຄະນະເກັບກຳຂໍ້ມູນ
ທ່ານ ນາງ ປິກຄຳ ພັນທະວົງ
ທ່ານ ນາງ ຈັນທາ ທຳມະວົງ
ແຫຼ່ງຂໍ້ມູນ
ຂໍຂອບໃຈເປັນຢ່າງສູງ ທີ່ສະໜອງຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
ສາລະບານ
•	 ກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ .....
ສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ທົ່ວປະເທດ........................ 1
•	 ກອງປະຊຸມ ປຶກສາຫາລື ແລະ ທາບທາມ  ຮ່າງຄູ່ມືແນະນຳການຈັດຕັ້ງ.....
ປະຕິບັດວຽກງານ ຂຽວ ສະອາດ ງາມຕາ ໃນບັນດາແຂວງ ແລະ ເມືອງ.......... 8
•	 ກສສ ລົງຕິດຕາມຊຸກຍູ້ ແລະ ແນະນຳ ດ້ານວິຊາການໃນການສ້າງແຜນ....
ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ................................................... 10
•	 ກອງປະຊຸມ ສຳມະນາ ກ່ຽວກັບ ການນຳໃຊ້ສິ່ງປະຈັກຕາ (MOVE) ແລະ...
ການປະເມີນສະພາບຊົນນະບົດ ແບບມີສ່ວນຮ່ວມ (PRA)......................... 12
•	 ກອງປະຊຸມ ຝຶກອົບຮົມ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ...
ໃນເຂດດິນບໍລິເວນນໍ້າ ຣາມຊາ............................................................. 14
•	 ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງ MOU ວ່າດ້ວຍ ຄວາມຮ່ວມມື......
ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ................................ 17
•	 ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ 2030, ຍຸດທະ......
ສາດ ແຫ່ງຊາດ 8 ປີ (2018-2025) ແລະ ແຜນດຳເນີນງານ 3 ປີ................ 20
•	 ກສສ ຮ່ວມກັບ ProCEEd ຈັດກອງປະຊຸມ ສຳມະນາແລກປ່ຽນບົດຮຽນ....
ກ່ຽວກັບ ການນຳໃຊ້ “ປຶ້ມຄູ່ມື ການສຶກສາ ແລະ ສ້າງຈິດສຳນຶກ.................... 23
•	 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ກົມອຸດທິຍານ ແຫ່ງຊາດ.........
ສັດປ່າ ແລະ ພັນພືດ ແຫ່ງ ຣາຊະອານາຈັກໄທ ປຶກສາຫາລື........................ 26
•	 ກອງປະຊຸມ ປຶກສາຫາລື ເພື່ອຜ່ານຮ່າງບົດແນະນໍາວິຊາການ ວ່າດ້ວຍ......
ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ........................................... 28
•	 ກສສ ໄດ້ຍົກລະດັບຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ວຽກງານປະກັນ........
ສັງຄົມ ແຫ່ງຊາດ ໃຫ້ແກ່ພະນັງານກຳມະບານຂອງຕົນ..............................31
•	 ກອງປະຊຸມ ຝຶກອົບຮົມ ກະກຽມກິດຈະກຳ ເພື່ອລົງເຄື່ອນໄຫວສ້າງຈິດ......
ສຳນຶກ ຫົວຂໍ້ “ການປົກປັກຮັກສາປ່າໄມ້ ໃນ ສປປ ລາວ” ........................... 33
•	 ກອງປະຊຸມ ຝຶກອົບຮົມ ການສະແດງລາຄອນສັນ ເພື່ອລົງເຄື່ອນໄຫວສ້າງ...
ຈິດສຳນຶກ ຫົວຂໍ້ “ການປົກປັກຮັກສາປ່າໄມ້ ໃນ ສປປ ລາວ”........................ 35
•	 ຄູຝຶກ ຈາກ ກສສ ໄດ້ຝຶກອົບຮົມ ໃນຫົວຂໍ້: “ການຈັດການຂີ້ເຫຍື້ອ”...........
ໃຫ້ແກ່ ອົງການ ປົກຄອງບ້ານ ທີ່ເມືອງ ເຊບັ້ງໄຟ, ແຂວງ ຄຳມ່ວນ................ 36
•	 ລົງເຄື່ອນໄຫວສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຫົວຂໍ້ “ການຈັດການ.........
ສິ່ງເສດເຫຼືອ”.................................................................................... 38
•	 ລົງເຄື່ອນໄຫວກິດຈະກຳ ການຈັດການສິ່ງເສດເຫຼືອ ໃນຊ່ວງງານບຸນ..........
ຊ່ວງເຮືຶອ ທີ່ທ່າວັດຈັນປີ 2018............................................................. 42
•	 ການສ້າງຂະບວນການສ້າງຈິດສຳນຶກດ້ານສິ່ງແວດລ້ອມ ໃນງານບຸນ.........
ນະມັດສະການພະທາດຫຼວງ ປະຈຳປີ 2018........................................... 44
•	 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ລົງເຄື່ອນໄຫວກິດຈະກຳ......
ສ້າງຈິດສຳນຶກ ພາຍໃຕ້ຫົວຂໍ້: ການປົກປັກຮັກສາປ່າໄມ້............................. 46
•	 ແລກປ່ຽນຂໍ້ມູນຂ່າວສານ ໃນຫົວຂໍ້ “ການປົກປັກຮັກສາປ່າ ໃນ ສປປ........
ລາວ” ທີ່ແຂວງ ຄຳມ່ວນ ແລະ ແຂວງ ໄຊຍະບູລີ....................................... 50
•	 ກສສ ໄດ້ລົງເຄື່ອນໄຫວກິດຈະກຳສ້າງຈິດສຳນຶກດ້ານສິ່ງແວດລ້ອມ..........
ຢູ່ໃນງານບຸນປະເພນີ ບຸນກິນຈຽງເຜົ່າມົ້ງ, ບຸນເກຼີ - ເຜົ່າກຶມມຸ....................... 53
•	 ລະດູປາວາງໄຂ່ນັ້ນສຳຄັນຢ່າງໃດ?...................................................54
•	 ແນວມັກໄດ໋ນີ ຫາກໍ່ຮູ້ໜໍ່ໄມ້ປ້ອງກັນ ” ມະເຮັງລຳໄສ້” ຂັບໄລ່ສານພິດ.......
ໃຕ້ຜິວໜັງໄດ້ ຫາມາກິນດ່ວນ…??....................................................... 56
1
ປະຊຸມ
ກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງ
ປະ ຕິບັດວຽກງານສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງ
ແວດລ້ອມ ທົ່ວປະເທດ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ),
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ (ກຊສ). ໃນວັນທີ 13-14 ກັນຍາ 2018
ກສສ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ
ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ສ້າງ
ຈິດສໍານຶກດ້ານສິ່ງແວດລ້ອມທີ່ໂຮງແຮມເມືອງແທງ,
ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ
ຂອງ ທ່ານ ນາງ ຈິດຖະໝອມ ອຸ່ນສີດາ ຮອງຫົວໜ້າ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມແລະທ່ານນາງ
Cristina Georgii, ຫົວໜ້າ ໜ່ວຍງານ ສົ່ງເສີມການ
ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ
ກາດ(ProCEEd).ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ99ທ່ານ,
ຍິງ 28 ທ່ານ ທີມາຈາກ ພະແນກ ຊັບພະຍາກອນທໍາ
ມະຊາດແລະສິ່ງແວດລ້ອມ(ພຊສ)18ແຂວງ.ນອກ
ຈາກນີ້ ກໍ່ຍັງມີບັນດາຄູ່ຮ່ວມງານຂອງ ກສສ ເຊັ່ນ:
ໜ່ວຍງານ ອະນຸລັກເຄື່ອນທີ່ (MCU) ຄະນະວິທະຍາ
ສາດປ່າໄມ້, ໜ່ວຍງານ ປະຕິບັດການ ເພື່ອການສຶກ
ສາ ແລະ ພັດທະນາສັງຄົມ ແລະ ສິ່ງແວດລ້ອມ
(SEED) ຄະນະວິທະຍາສາດສິ່ງແວດລ້ອມ, ສູນພັດ
ທະນາຊຸມຊົນ (RDA), ບໍລິສັດ ມາຍມີເດຍ, ບໍລິສັດ
ເຂົ້າໜຽວ, ໜ່ວຍງານ ProCEEd, ຫ້ອງການ GIZ,
ບັນດາກົມ,ກອງຂອງກຊສ ແລະຂະແໜງການອ້ອມ
ຂ້າງທີ່ກ່ຽວຂ້ອງ. ກອງປະຊູມ ດັ່ງກ່າວ ແມ່ນໄດ້ຮັບ
ການສະໜັບສະໜູນ ຈາກໜ່ວຍງານ ProCEEd.
ຈຸດປະສົງຂອງກອງປະຊຸມຄັ້ງນີ້: ເພື່ອແລກປ່ຽນບົດ
ຮຽນ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ການ
ສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ກັບ
ຂອງບັນດາ ພະແນກ ຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ທົ່ວປະເທດ, ເພື່ອຮ່ວມກັນວາງ
ແຜນການຮ່ວມມືທາງດ້ານວິຊາການ ລະຫວ່າງ ສູນ
ກາງກັບທ່ອງຖີນ, ບັນດາຄູ່ຮ່ວມງານ ອົງການ ຈັດຕັ້ງ
ສາກົນ ແລະ ອົງການ ຈັດຕັ້ງທາງສັງຄົມ.
ມື້ທີໜຶ່ງ: ພາຍຫຼັງທີ່ ທ່ານ ນ. ຈິດຖະໜອມ ອຸ່ນສີດາ
ຮອງຫົວໜ້າ ກສສ ແລະ ທ່ານ ນ. Cristina Georgii
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
2
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ຫົວໜ້າ ໜ່ວຍງານ ProCEEd ໄດ້ກ່າວເປີດ ກອງປະ
ຊຸມ. ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນຳສະເໜີ
ການເຄື່ອນໄຫວວຽກງານການສຶກສາ ແລະ ສ້າງຈິດ
ສຳນຶກດ້ານສິ່ງແວດລ້ອມ ຂອງ ກສສ, ຊ່ຽວຊານ
ໜ່ວຍງານ ProCEEd, ຄູ່ຮ່ວມງານຂອງ ກສສ ແລະ
ການນຳສະເໜີ ຂອງບັນດາ ພຊສ ດັ່ງລາຍລະອຽດ
ລຸ່ມນີ້:
- ທ່ານ ຄອນສະຫວັນ ຫລວງລາດ ຫົວຫນ້າພະແນກ
ສິ່ງແວດລ້ອມສັງຄົມ, ກສສ ນຳສະເໜີ ພາລະບົດ
ບາດແລະແຜນການເຄື່ອນໄຫວໃນຕໍ່ໜ້າຂອງກສສ;
- ທ່ານ ພຸດທະລາ ສຸກສາຄອນ ຮອງຫົວຫນ້າພະແນກ
ສິ່ງແວດລ້ອມສັງຄົມ, ກສສ ນຳສະເໜີ ວຽກງານການ
ສຶກສາສິ່ງແວດລ້ອມ ຂອງ ກສສ;
-ທ່ານນ.ລັດຕະນະພອນອິນທະສານ,ຮອງຫົວຫນ້າ
ພະແນກ ສິ່ງແວດລ້ອມສັງຄົມ, ກສສ ນຳສະເໜີການ
ເຄື່ອນໄຫວວຽກງານການສຶກສາແລະສ້າງຈິດສຳນຶກ
ດ້ານສິ່ງແວດລ້ອມ ໃນໄລຍະຜ່ານມາ ຂອງ ກສສ;
- ທ່ານ ບົວແສງປະເສີດ ພຣະສິດທິເດດ, ຮອງຫົວ
ຫນ້າພະແນກ ສິ່ງແວດລ້ອມສັງຄົມ, ກສສ ນຳສະ
3
ປະຊຸມ
ເໜີ ການເຄື່ອນໄຫວວຽກງານສື່ມ່ວນຊົນ ດ້ານສິ່ງ
ແວດລ້ອມ ໃນໄລຍະຜ່ານມາ ຂອງ ກສສ;
- ທ່ານ ເມນເຟດ ໂອເພັນ ທີ່ປຶກສາປະຈຳໜ່ວຍງານ
ProCEEd ສະເໜີ ແນວຄວາມຄິດການສຶກສາ ແລະ
ສ້າງຈິດສຳນຶກດ້ານສິ່ງແວດລ້ອມ;
- ບໍລິສັດ ມາຍມີເດຍ ນຳສະເໜີ ການເຄື່ອນໄຫວວຽກ
ງານ ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດ
ລ້ອມ ກ່ຽວກັບ ການປົກປັກຮັກສາຊັບພະຍາກອນທຳ
ມະຊາດແລະສິ່ງແວດລ້ອມສໍາລັບນັກຮຽນ,ອຳນາດ
ການປົກຄອງບ້ານ ແລະ ຊຸມຊົນ ເປົ້າໝາຍຂອງໂຄງ
ການ;
- ໜ່ວຍງານ ອະນຸລັກເຄື່ອນທີ່, ຄະະນະປ່າໄມ້, ມຊ.
ການເຄື່ອນໄຫວວຽກງານການສຶກສາ ແລະ ສ້າງຈິດ
ສຳນຶກດ້ານສິ່ງແວດລ້ອມ ກ່ຽວກັບ ການຈັດການຂີ້
ເຫຍື້ອແບບຄົບວົງຈອນສໍາລັບນັກຮຽນ,ອຳນາດການ
ປົກຄອງບ້ານ ແລະ ຊຸມຊົນ ເປົ້າໝາຍຂອງໂຄງການ
ແລະ ໃນງານບຸນເທດສະການຕ່າງໆພາຍໃນສູນກາງ
ແລະ ທອງຖິ່ນ;
- ສູນພັດທະນາຊົນນະບົດ ນຳສະເໜີ ການເຄື່ອນ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
4
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ໄຫວວຽກງານການສຶກສາ ແລະ ສ້າງຈິດສຳນຶກດ້ານ
ສິ່ງແວດລ້ອມ ໃນງານບຸນປະເພນີ ກອງເຂົ້າໃຫຍ່ ທີ່
ເມືອງ ພຽງ ແຂວງ ໄຊຍະບູລີ;
- ບັນດາ ພຊສ 14 ແຂວງ ນຳສະເໜີ ການເຄື່ອນໄຫວ
ວຽກງານສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດ
ລ້ອມ ໃນໄລຍະຜ່ານມາ;
- ການສະແດງລະຄອນເວທີສັນ ຂອງພະນັກງານ
ຈາກ ກສສ ໃນເລື່ອງ: ໂຫຼບມາກຍາກໂຕເອງ;
ມື້ທີສອງ: ສຶບຕໍ່ນໍາສະເໜີວຽກງານການເຄື່ອນໄຫວ
ວຽກງານສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດ
ລ້ອມຂອງ ພຊສ 4 ແຂວງ ທີຍັງເຫຼືອ. ຫຼັງຈາກນັ້ນ ກໍ່
ໄດ້ມີການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຕໍ່ກັບ
ການເຄື່ອນໄຫວວຽກງານສຶກສາແລະສ້າງຈິດສໍານຶກ
ດ້ານສິ່ງແວດລ້ອມຂອງ ກສສ ແລະ ບັນດາຄູ່ຮ່ວມ
ງານ ເຫັນວ່າເປັນຂໍ້ມູນ, ແນວທາງ ແລະ ບົດຮຽນໃຫ້
ແກ່ບັນດາແຂວງ ພ້ອມທັງສ້າງຄວາມສົນໃຈແກ່ບັນ
ດາ ພຊສ ທີ່ບໍ່ທັນເຄີຍມີກິດຈະກຳດັ່ງກ່າວ ພາຍໃນ
ແຂວງຂອງຕົນ. ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້
ຮັບການປັບປຸງໃຫ້ດີຂື້ນ, ທາງຜູ້ຈັດກອງປະຂຸມ ຈຶ່ງ
ໄດ້ແບ່ງກຸ່ມສົນທະນາອອກເປັນ 03 ກຸ່ມ (ພາກເໜືອ,
ພາກກາງ ແລະ ພາກໃຕ້) ພາຍໃຕ້ຫົວຂໍ້ດັ່ງນີ້:
1. ຜ່ານການນຳສະເໜີ ຂອງ ກສສ ກ່ຽວກັບ ການຈັດ
ຕັ້ງປະຕິບັດຜ່ານມາ ແລະ ຜະລິດຕະພັນທີ່ນຳໃຊ້ເຂົ້າ
ໃນວຽກງານສຶກສາແລະສ້າງຈິດສຳນຶກດ້ານສິ່ງແວດ
ລ້ອມ, ທ່ານຄິດວ່າ ສິ່ງໃດທີ່ທາງ ພຊສ ສາມາດນຳໄປ
ຜັນຂະຫຍາຍເຂົ້າໃນວຽກງານຂອງທ່ານໄດ້;
2.ຕໍ່ກັບສິ່ງທີ່ທ່ານຈະນໍາໄປຜັນຂະຫຍາຍນັ້ນ ທ່ານ
ມີຂະບວນການ ແລະ ວິທີການແນວໃດ ທີ່ຈະເຮັດໃຫ້
ວຽກງານດັ່ງກ່າວໄດ້ຮັບໝາກຜົນ;
3. ມີສິ່ງໃດແນ່ທີ່ທາງ ກສສ ສາມາດສະໜັບສະໜູນ
ທາງດ້ານວິຊາການ ຕໍ່ກັບການຜັນຂະຫຍາຍວຽກ
ງານດັ່ງກ່າວໄດ້;
5
ປະຊຸມ
ຜ່ານຄົ້ນຄວ້າພາຍໃນກຸ່ມ ແລະ ຂື້ນນຳສະເໜີ ຕາມ
ສາມຫົວຂໍ້ຫຼັກໆຂອງ 3 ພາກ (ພາກໃຕ້, ພາກກາງ
ແລະ ພາກເໜືອ) ແມ່ນສັງລວມໄດ້ດັ່ງລຸ່ມນີ້:
• ກິດຈະກຳທີ່ຈະນຳໄປຜັນຂະຫຍາຍ: ການສະແດງ
ລະຄອນສັ້ນ-ຍາວ,ການຫຼຸດຜ່ອນແລະການຄັດແຍກ
ຂີ້ເຫຍື່ອ 3R, ການລ້ຽງຂີ້ກະເດືອນ ໂດຍໃຊ້ສິ່ງເສດ
ເຫຼືອເປັນອາຫານ, ການນໍາໃຊ້ປືມແບບຮຽນ-ແບບ
ສອນ ກ່ຽວກັບ ສິ່ງແວດລ້ອມ, ບົດຮຽນໃນການເຮັດ
ກິດຈະກໍາ, ອຸປະກອນການສື່ສານໂຄສະນາເຊັ່ນ:
ໂຟສສະເຕີ, ການປະກວດຮູບພາບ, ວາລະສານ, ສາ
ລະຄະດີທາງວິທະຍຸ ແລະ ໂທລະພາບ ແລະ ປຶ້ມຄູ່ມື
ຕ່າງໆ.
• ວິທີການທີ່ຈະໄປນຳໃຊ້: ສາມາດໄປນຳໃຊ້ກັບບັນ
ດາ ໂຄງການ ພັດທະນາ, ຈັດຕັ້ງປະຕິບັດກິດຈະກຳ
(ບ້ານ, ສຳນັກງານ, ຊຸມຊົນ, ນັກຮຽນ ແລະ ກຸ່ມຜະ
ລິດກະສິກໍາ) ແລະ ສື່ມວນຊົນຕ່າງໆ, ຫັນປ່ຽນແຜນ
ການ-ແຜນງານທັງໄລຍະສັ້ນ-ຍາວ, ການຈັດການຂີ້
ເຫຍື້ອຕົວເມືອງ, ການປົກປັກຮັກສາສິ່ງແວດລ້ອມ
ໃນຕົວເມືອງ ແລະ ເຂດປ່າສະຫງວນຂອງແຂວງ;
• ການສະໜັບສະໜູນ ຈາກ ກສສ: ສ້າງຄວາມເຂັ້ມ
ແຂງໃຫ້ພະນັກງານ ວິຊາການ ພຊສ ແລະ ຫຊສ
ກ່ຽວກັບ ການສ້າງຈິດສຳນຶກ, ບັນດາເອກະສານ
ແລະ ປື້ມຄູ່ມືຕ່າງໆ, ສ້າງແບບແຜນວິທີການເຮັດ
ວຽກເປັນທິມ, ເຕັກນິກວິທີການເວົ້າ ຫຼື ການບັນລະ
ຍາຍ, ທັກສະການສະແດງ, ເຕັກນິກໃນການຜະລິດ
ລະຄອນ, ທັກສະ ແລະ ວິທີການສ້າງລາຍການວິທະ
ຍຸ ແລະ ໂທລະພາບ, ການສ້າງນິຕິກຳລຸ່ມກົດໝາຍ;
ຂໍ້ສະເໜີຈາກບັນດາແຂວງ
- ສະໜອງງົບປະມານໃນການເຄື່ອນໄຫວຈັດຕັ້ງປະ
ຕິບັດ ວຽງການການສຶກສາ ແລະ ສ້າງຈິດສຳນຶກດ້ານ
ສິ່ງແວດລ້ອມ.
- ສ້າງຂີດຄວາມສາມາດໃຫ້ພະນັກງານ ພຊສ ແລະ
ຫຊສ ໃນວຽກງານໂຄສະນາ ແລະ ສ້າງຈິດສຳນຶກ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
6
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ດ້ານສິ່ງແວດລ້ອມ (ການເຝິກອົບຮົມຫົວຂໍ້: ວິທີການ
ສະເໜີຂໍທຶນ ສະໜັບສະໜູນ ຊ່ວຍເຫລືອ ຈາກຜູ້ໃຫ້
ທຶນ ເພື່ອຂະຫຍາຍໄປເມືອງ ແລະ ບ້ານອື່ນໆຂອງ
ແຂວງ, ການສະແດງລະຄອນ ແລະ ການຂຽນຂ່າວ).
- ອຸປະກອນນຳໃຊ້ ໃນວຽກງານເຜີຍແຜ່ໂຄສະນາ
ກ່ຽວກັບ ວຽກງານສ້າງຈິດສຳນຶກດ້ານສິ່ງແວດລ້ອມ.
ຄູ່ມື ແລະ ຂໍ້ມູນຂ່າວສານ ຂອງວຽກງານການສຶກສາ
ແລະ ສ້າງຈິດສຳນຶກດດ້ານສິ່ງແວດລ້ອມ.
7
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
8
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ກອງປະຊຸມປຶກສາຫາລືແລະ  ທາບທາມ  ຮ່າງ   ຄູ່ມືແນະ
ນຳການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມ
ຕາ ໃນບັນດາແຂວງ ແລະ ເມືອງເປົ້າໝາຍ
ໃນລະຫວ່າງ ວັນທີ 9 ກໍລະກົດ - 9 ສິງຫາ 2018,
ພະແນກ ສິ່ງແວດລ້ອມທຳມະຊາດ (ພສຊ), ກົມ
ສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ). ໄດ້ລົງ
ເຄື່ອນໄຫວຈັດກອງປະຊຸມ ທາມທາມ ຮ່າງຄູ່ມືແນະ
ນໍາ ການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມ
ຕາ. ໃນບັນດາ 6 ເມືອງ ແລະ 6 ແຂວງ ເປົ້າໝາຍຄື:
(ນະຄອນປາກເຊ ແຂວງ ຈໍາປາສັກ, ນະຄອນໄກ
ສອນພົມວິຫານ ແຂວງ ສະຫວັນນະເຂດ, ເມືອງ ທ່າ
ແຂກ ແຂວງ ຄໍາມ່ວນ, ເມືອງ ປາກຊັນ ແຂວງ ບໍລິຄໍາ
ໄຊ, ເມືອງ ວັງວຽງ ແຂວງ ວຽງຈັນ, ນະຄອນຫຼວງພະ
ບາງ ແຂວງ ຫຼວງພະບາງ ແລະ ເມືອງ ໄຊຍະບູລີ
ແຂວງ ໄຊຍະບູລີ). ກອງປະຊຸມ ຄັ້ງນີ້ ແມ່ນໄດ້ຮັບ
ກຽດເປັນປະທານຮ່ວມ ຂອງທ່ານ ສິງສະຫວັນ ສິງ
ກາວົງໄຊ ຮອງຫົວຫ້າ ກສສ, ບັນດາຫົວໜ້າ/ຮອງ
ພຊສ ແຂວງ ແລະ ບັນດາເຈົ້າເມືອງ/ຮອງເຈົ້າເມືອງ.
ຊຶ່ງມີບັນດາຂະແໜງການກ່ຽວຂ້ອງເຂົ້າຮ່ວມຄື: (ພະ
ແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ, ຫ້ອງການ ປົກຄອງເມືອງ, ຫ້ອງການ ພັດທະ
ນາ-ບໍລິຫານຕົວເມືອງ, ຫ້ອງການ ກະສິກຳ-ປ່າໄມ້,
ຫ້ອງການ ຖະແຫຼງຂ່າວ, ວັດທະນາທຳ-ການທ່ອງ
ທ່ຽວ, ຫ້ອງການ ສາທາລະນະສຸກ, ຫ້ອງການ ສຶກສາ
ທິການ-ກິລາ, ຫ້ອງການ ອຸດສາຫະກຳ-ການຄ້າ,
ຫ້ອງການ ໂຍທາທິການ ແລະ ຂົນສົ່ງ, ຫ້ອງການ
ພາຍໃນ, ຊາວໜຸ່ມ ແລະ ແມ່ຍິງ.
ຈຸດປະສົງ ແມ່ນເພື່ອທາບທາມ ຮ່າງຄູ່ມືແນະນຳ ຈັດ
ຕັ້ງປະຕິບັດ ຂຽວ ສະອາດ ງາມຕາ ແລະ ປຶກສາຫາ
ລື ກ່ຽວກັບ ທິດທາງການນຳໃຊ້ ຮ່າງຄູ່ມື ດັ່ງກ່າວ.
ກອງປະຊຸມ ໄດ້ນຳສະເໜີ ຮ່າງຄູ່ມືແນະນໍາ ການຈັດ
ຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ. ໂດຍ
ລວມ ແມ່ນເຫັນດີເປັນເອກະພາບ ແຕ່ຍັງມີບາງຂໍ້
ຕ້ອງໄດ້ປັບປຸງຄືນບາງຄຳສັບ ເປັນຕົ້ນ ເພີ່ມບາງຄຳ
ສັບ ກ່ຽວກັບ ວັດວາອາຣາມ ແລະ ໂຮງໝໍ ໃສ່ຕື່ມ.
ສະເໜີໃຫ້ເພີ່ມ ຫຊສ, ພຊສ ແຂວງ ໂດຍປະສານສົມ
9
ປະຊຸມ
ທົບກັບອົງການ ປົກຄອງເມືອງ/ນະຄອນ, ບ້ານ ແລະ
ໂຮງຮຽນ ຈັດກອງປະຊຸມ ເພື່ອແຈ້ງຈຸດປະສົງ, ເປົ້າ
ໝາຍ ແລະ ບັນດາເອກະສານຕ່າງໆທີ່ ກ່ຽວກັບ ວຽກ
ງານ ຂຽວ, ສະອາດ, ງາມຕາ.
ສະເໜີໃຫ້ເພີ່ມຄຳສັບ ກ່ຽວກັບ ການເກັບມ້ຽນຂີ້
ເຫຍື້ອໃຫ້ຖືກຕາມວິທີ 3R ແລະ ມີສັນຍາກັບ ບໍລິສັດ
ຫຼື ອົງການ ພັດທະນາ - ບໍລິຫານຕົວເມືອງ ແລະ ຮ່ອງ
ລະບາຍນ້ຳ, ບ່ອນພັກນ້ຳທີ່ໄຫຼອອກຈາກຄອບຄົວ
ແລະ ບ້ານຂອງຕົນ ໄຫຼລົງຮ່ອງລະບາຍນ້ໍາເປື້ອນສາ
ທາລະນະ ຫຼື ຮ່ອງນ້ຳທີ່ໄດ້ຮັບອະນຸຍາດໃຫ້ປ່ອຍ
ເພື່ອໃຫ້ແທດເໝາະກັບສະພາບຕົວຈິງຂອງຕົວ
ເມືອງ ແລະ ຊຸມຊົນ;
ການອອກໃບຢັ້ງຢືນ ໂດຍລວມແລ້ວ ແມ່ນເຫັນດີ
ເປັນເອກະພາບ ແຕ່ຍັງມີບາງຈຸດຕ້ອງໄດ້ກຳນົດຈະ
ແຈ້ງ ກ່ຽວກັບ ພາລະບົດບາດ ແລະ ຄວາມຮັບຜິດ
ຊອບ ຂອງແຕ່ລະຂັ້ນ ເປັນຕົ້ນ ການອອກໃບຢັ້ງຢືນ
ດີເດັ່ນ ດ້ານຂຽວ ສະອາດ ງາມຕາ. ໃຫ້ແຕ່ລະພາກ
ສ່ວນ ຕ້ອງກຳນົດຂະໜາດ, ລະດັບ ເພື່ອຮັບປະກັນ
ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງແລະມີປະສິດທິຜົນ.
ຜົນຂອງກອງປະຊຸມໂດຍລວມແລ້ວ ບັນດາຂະແໜງ
ການ ແລະ ທຸກພາກສ່ວນເຫັນດີເປັນເອກະພາບຕໍ່
ໂຄງຮ່າງ ແລະ ເນື້ອໃນ ຂອງຮ່າງຄູ່ມືແນະນຳ ການ
ຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ແຕ່
ຍັງມີບາງຈຸດເຫັນວ່າ ຍັງບໍ່ທັນແທດເໝາະກັບສະ
ພາບຕົວຈິງໃນຕົວເມືອງ ແລະ ຊົນນະບົດ, ທຸກຂະ
ແໜງການແລະທຸກພາກສ່ວນໄດ້ເອົາໃຈໃສ່ປະກອບ
ຄຳຄິດເຫັນ ແລະ ແລກປ່ຽນບົດຮຽນນຳກັນ ຢ່າງກົງ
ໄປກົງມາ ເພື່ອເຮັດໃຫ້ຮ່າງຄູ່ມືແນະນຳ ການຈັດຕັ້ງ
ປະຕິບັດວຽກງານ ຂຽວ ສະອາດ ງາມຕາ. ສົມບູນ
ຂຶ້ນຕື່ມ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້ ແລະ ເຂົ້າ
ໃຈດີ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຂຽວ ສະ
ອາດ ງາມຕາ. ຂອງສູນກາງວາງອອກ ໂດຍຕິດພັນ
ກັບແນວທາງນະໂຍບາຍຂອງແຂວງ ແລະ ເມືອງ.
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
10
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ກສສ ລົງຕິດຕາມຊຸກຍູ້ ແລະ ແນະນຳ ດ້ານວິຊາການ
ໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບ
ດ້ານ
ໃນລະຫວ່າງວັນທີ16-30ກໍລະກົດ2018.ກົມສົ່ງ
ເສີມຄຸນນະພາບສິ່ງແວດລ້ອມ (ກສສ) ຮ່ວມກັບ
ກົມທີ່ດິນ ແລະ ສູນຂໍ້ມູນ-ຂ່າວສານ ຊັບພະຍາກອນ
ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ຕິດຕາມ
ແລະ ແນະນຳ ດ້ານວິຊາການ ໃນການສ້າງແຜນຄຸ້ມ
ຄອງສິ່ງແວດລ້ອມ ແບບຮອບດ້ານ ຢູ່ຂັ້ນແຂວງ
(ແຂວງ ໄຊສົມບູນ, ແຂວງ ຫົວພັນ) ແລະ ນະຄອນ
ຫຼວງວຽງຈັນ.
ຈຸດປະສົງ ເພື່ອປຶກສາຫາລື ກ່ຽວກັບ ການລິເລີ່ມການ
ສ້າງແຜນແມ່ບົດຈັດສັນທີ່ດິນ ແລະ ແຜນຄຸ້ມຄອງສິ່ງ
ແວດລ້ອມແບບຮອບດ້ານ.ການລົງມາຊຸກຍູ້ຕິດຕາມ
ແລະ ແນະນຳດ້ານວິຊາການ ໄດ້ດຳເນີນໄປ ດັ່ງນີ້:
ຄະນະຮັບຜິດຊອບໃນການສ້າງແຜນຄຸ້ມຄອງສິ່ງ
ແວດລ້ອມ ແບບຮອບດ້ານ ຂອງແຂວງ ໄດ້ລາຍງານ
ຄວາມຄືບໜ້າ ແລະ ບັນຫາທີ່ຄ້າງຄາໃນການສ້າງ
ແຜນດັ່ງກ່າວ ໂດຍໄດ້ສະເໜີຜ່ານເນື້ອໃນບົດຂຽນ
ໄປແຕ່ ພາກທີ I ຫາ ພາກທີ V ຊຶ່ງຄະນະທີມງານ
ວິຊາການ ຈາກສູນກາງໄດ້ມີຂໍ້ສັງເກດ ດັ່ງນີ້: ຜ່ານ
ການສະນຳສະເໜີເຫັນວ່າ ໄດ້ມີການປະກອບຂໍ້ມູນ
ແລະ ເນື້ອໃນເຂົ້າໝົດທຸກພາກ ແຕ່ສັງເກດເຫັນວ່າ
ເນື້ອໃນປະກອບການຂຽນ ແລະ ຂໍ້ມູນໃນຕາຕະລາງ
ຍັງບໍ່ທັນກົງກັນ ຍັງບໍ່ລະອຽດຊັດເຈນ ເຖິງທີ່ມາຂອງ
ແຫຼ່ງຂໍ້ມູນອ້າງອີງ ແລະ ປີຂອງຂໍ້ມູນ, ກວດຄືນ ຕາ
ຕະລາງ 23 ເຂດ ທີ່ຈະພັດທະນາ, ສະຫງວນ ແລະ
ຫວງຫ້າມ ຂອງແຂວງວ່າ ສອດຄ່ອງກັບບັນດາ ແຜນ
ຍຸດທະສາດ ຂອງແຕ່ລະຂະແໜງການແລ້ວບໍ່ ເພາະ
ບັນດາເຂດເຫຼົ່ານັ້ນ ຈະໄດ້ນຳໄປວາງແຜນ ເພື່ອຄຸ້ມ
ຄອງ ແລະ ພັດທະນາໃນອານາຄົດ; ພາກທີ່ II ແລະ
IV ໃຫ້ປະສານສົມທົບກັບພະແນກແຜນການ ແລະ
ການລົງທຶນແຂວງເພື່ອກວດຄືນຄວາມຖືກຕ້ອງ ແລະ
ສອດຄ່ອງຂອງຂໍ້ມູນກັບນະໂຍບາຍ,ວິໃສທັດ 2030,
ຍຸດທະສາດ 2016-2025 ແລະ ແຜນພັດທະນາເສດ
ຖະກິດ-ສັງຄົມຂອງແຂວງ 2016-2020 ເພື່ອສົມ
ທຽບກັບຂໍ້ມູນທີ່ຂຽນໃນບົດເປັນຕົ້ນ ການກຳນົດບັນ
11
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ດາທ່າແຮງຂອງແຂວງ ແລະ ເມືອງ ຊຶ່ງໄດ້ນຳເອົາຂໍ້
ມູນພຶ້ນຖານດັ່ງກ່າວການວິເຄາະທ່າແຮງຂອງແຂວງ
ດ້ວຍຮູບ SWOT; ສ່ວນພາກທີ V ໃນພາກນີ້ ພຊສ
ແຂວງ ໄຊສົມບູນ ຕ້ອງໄດ້ກວດເບິ່ງຄືນຄວາມຖຶກ
ຕ້ອງ ແລະ ສອດຄ່ອງຂອງເນື້ອໃນບົດ ເພື່ອສົມທຽບ
ກັບວິໃສທັດຮອດປີ 2030 ແລະ ຍຸດທະສາດ 2016-
2025 ຂອງຂະແໜງ ຊັບພະຍາກອນທຳມະຊາດ
ແລະສິ່ງແວດລ້ອມແຂວງແລ້ວນຳມາວາງແຜນເພື່ອ
ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຊຶ່ງຈະຕ້ອງ
ໄດ້ມີການກຳນົດມາດຕະການຫຼຸດຜ່ອນຜົນກະທົບ
ດ້ານສິ່ງແວດລ້ອມ ຕໍ່ກັບບັນດາທ່າແຮງຂອງການ
ພັດທະນາດ້ານຕ່າງໆຂອງແຂວງ.
ວຽກງານໃນຕໍ່ໜ້າ
1. ພຊສ ແຂວງ ໄຊສົມບູນ ເລັ່ງປັບປຸງເນື້ອໃນ ແລະ
ປະກອບຂໍ້ມູນຄືນຕາມການແນະນຳ ເພື່ອໃຫ້ສຳ
ເລັດ ແລະ ສາມາດຈັດກອງປະຊຸມ ຜ່ານໃນຄະນະ
ວິຊາການ ໃນທ້າຍເດືອນ ກໍລະກົດ 2018, ຈາກນັ້ນ
ໃຫ້ປັບປຸງບົດຕາມການປະກອບຄຳຄິດຄຳເຫັນທີ່ໄດ້
ຈາກກອງປະຊຸມ ວິຊາການ ແລະ ໃຫ້ຈັດກອງປະຊຸມ
ຜ່ານຄວາມເປັນເອກະພາບ ໃນລະດັບຄະນະຊີ້ນຳ
ໃນຕົ້ນເດືອນສິງຫາ2018ແລະກອງປະຊຸມຮັບຮອງ
ໃຫ້ສຳເລັດໃນທ້າຍເດືອນ ກັນຍາ 2018 ສ່ວນງົບປະ
ມານໃນການຈັດກອງປະຊຸມ ແຕ່ລະຄັ້ງໃຫ້ນຳສະ
ເໜີຂໍງົບປະມານຈາກ ພຊສ ຜ່ານການກວດກາຂອງ
ກສສ ແລ້ວສະເໜີໄປຍັງ ບໍລິສັດ ໄຟຟ້າ ນໍ້າງຽບ 1 ຈຳ
ກັດ.
2. ພຊສ ແຂວງ ຫົວພັນ ກວດເບິ່ງຄືນ ສຳລັບ ພາກ
ທີ V ກ່ຽວກັບ ຄວາມຖືກຕ້ອງ ແລະ ສອດຄ່ອງຂອງ
ເນື້ອໃນ ເພື່ອສົມທຽບກັບວິໃສທັດ ຮອດປີ 2030
ແລະຍຸດທະສາດ2016-2025ຂອງຂະແໜງຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລ້ວ
ນຳມາວາງແຜນ ເພື່ອຄຸ້ມຄອງສິ່ງແວດລ້ອມ ແບບ
ຮອບດ້ານ ຊຶ່ງຈະຕ້ອງໄດ້ກຳນົດມາດຕະການຫຼຸດ
ຜ່ອນຜົນກະທົບດ້ານສິ່ງແວດລ້ອມ ຕໍ່ກັບບັນດາທ່າ
ແຮງຂອງການພັດທະນາດ້ານຕ່າງໆຂອງແຂວງ, ຄະ
ນະຮັບຜິດຊອບຂອງແຂວງ ເລັ່ງປັບປຸງເນື້ອໃນ ແລະ
ປະກອບຂໍ້ມູນຄືນຕາມການແນະນຳ ເພື່ອໃຫ້ສຳເລັດ
ແລະ ສາມາດຈັດກອງປະຊຸມ ຜ່ານໃນຄະນະວິຊາ
ການ, ຈາກນັ້ນໃຫ້ປັບປຸງບົດຕາມການປະກອບຄຳ
ຄິດເຫັນທີ່ໄດ້ຈາກກອງປະຊຸມວິຊາການແລະໃຫ້ຈັດ
ກອງປະຊຸມ ຜ່ານຄວາມເປັນເອກະພາບ ໃນລະດັບ
ຄະນະຊີ້ນຳລວມ ແລະ ກອງປະຊຸມຮັບຮອງ.
12
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ກອງປະຊຸມ ສຳມະນາ ກ່ຽວກັບ ການນຳໃຊ້ສິ່ງປະຈັກ
ຕາ (MOVE) ແລະ ການປະເມີນສະພາບຊົນນະບົດ
ແບບມີສ່ວນຮ່ວມ (PRA)
ໃນລະຫວ່າງວັນທີ 3-7 ກັນຍາ 2018 ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ)
ຮ່ວມມືກັບ ໜ່ວຍງານ ສົ່ງເສີມການສຶກສາສິ່ງແວດ
ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (Pro-
CEEd), ອົງການ the Deutsche Gesellschaft
fur Internationale Entwicklung-GIZ ໄດ້ຈັດ
ຝຶກອົບຮົມ ກ່ຽວກັບ ການດຳເນີນກອງປະຊຸມ ສຳມະ
ນາການນຳໃຊ້ສິ່ງປະຈັກຕາ (MOVE) ແລະ ການປະ
ເມີນສະພາບຊົນນະບົດ ແບບມີສ່ວນຮ່ວມ (PRA)
ກອງປະຊຸມ ສໍາທະນາ ໄດ້ຈັດຂຶ້ນທີ່ ໂຮງແຮມວຽງຈັນ
ພຣາຊາ ນະຄອນຫຼວງວຽງຈັນ.
ກອງປະຊຸມ ສຳມະນາ ດັ່ງກ່າວ ໄດ້ມີຜູ້ເຂົ້າຮ່ວມທັງ
ໝົດ ຈຳນວນ 25 ທ່ານ ທີ່ມາຈາກ ກສສ, ຫ້ອງການ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
(ຫຊສ), ເມືອງ ບົວລະພາ, ພະແນກ ຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ,
ສະຖາບັນການສຶກສາເຊັ່ນ: ໜ່ວຍງານ ອະນຸລັກ
ເຄື່ອນທີ່ (MCU), ໜ່ວຍປະຕິບັດການສຶກສາພັດທະ
ນາສັງຄົມ ແລະ ສິ່ງແວດລ້ອມ (SEED) ມະຫາວິທະ
ຍາໄລ ແຫ່ງຊາດ (ມຊ) ນອກນັ້ນ ຍັງມີບັນດາອົງການ
ຈັດຕັ້ງທາງສັງຄົມເຊັ່ນ: ບໍລິສັດ Mind Media, ສູນ
ພັດທະນາຊົນນະບົດ (RDA) ແລະ ສະມາຄົມຊີວະ
ນາໆພັນລາວ (LBA). ການສຳມະນາໃນຄັ້ງນີ້ ແມ່ນ
ນຳພາ ແລະ ສິດສອນໂດຍ ທ່ານ ເມນເຟດ ໂອເພັນ
(Manfred Oepen) ທີ່ມາຈາກປະເທດ ເຢຍລະມັນ
ເຊິ່ງເປັນຊ່ຽວຊານ ທີ່ມີຄວາມສຳນານງານໃນວຽກ
ງານ MOVE ແລະ PRA ຊຶ່ງສິ່ງດັ່ງກ່າວນີ້ ແມ່ນ
ຈະໄດ້ນຳໃຊ້ເຂົ້າໃນວຽກງານການສຶກສາ ແລະ ການ
ສ້າງຈິດສຳນຶກດ້ານສິ່ງແວດລ້ອມ. ການສຳມະນາ
ຄັ້ງນີ້ ແມ່ນໄດ້ສຸມໃສ່ວິທີການ ແລະ ບັນດາເຄື່ອງ
ມືຕ່າງໆ ຊຶ່ງຈະເຮັດໃຫ້ແຕ່ລະຄົນ ໄດ້ສະແດງແນວ
ຄວາມຄິດ ແລະ ບັນລຸຄວາມຄິດເຫັນສ່ວນລວມຂອງ
ກຸ່ມ ກ່ຽວກັບ ໜຶ່ງ ຫຼື ຫຼາຍບັນຫາຫຼັກ ຫຼື ແຜນຈັດ
ຕັ້ງປະຕິບັດ. ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮຽນຮູ້ວິທີ
ການນຳໃຊ້ອົງປະກອບຕ່າງໆຂອງການດຳເນີນກອງ
ປະຊຸມ ແລະ ການນຳໃຊ້ສິ່ງປະຈັກຕາເຂົ້າໃນວຽກ
ງານການສຶກສາສິ່ງແວດລ້ອມຂອງເຂົາເຈົ້າ ແລະ
ພວກເຂົາໄດ້ປຶກສາຫາລືວິທີການຕ່າງໆ ແລະ ເຄື່ອງ
ມື ຊຶ່ງເໝາະສົມກັບບັນດາກຸ່ມເປົ້າໝາຍ ທີ່ຢູ່ໃນເຂດ
13
ປະຊຸມ
ຊົນນະບົດ ກສສ ແລະ ຄູ່ຮ່ວມງານຂອງຕົນ ເຮັດວຽກ
ຮ່ວມກັບເຂົາເຈົ້າ. ຍິ່ງໄປກວ່ານັ້ນ ເຂົາເຈົ້າຍັງໄດ້ຝຶກ
ຊ້ອມ ວິທີການ ແລະ ນຳໃຊ້ເຄື່ອງມືຕ່າງໆຂອງ
MOVE ເຊັ່ນ: ການລະດົມແນວຄວາມຄິດ, ການເຮັດ
ບົດຝຶກຫັດ, ຫຼິ້ນເກມ, ການເຮັດວຽກເປັນກຸ່ມ, ສ້າງ
ເຄື່ອງມືທີ່ເປັນສິ່ງປະຈັກຕາ, ການຂຽນຮ່າງແຜນກິດ
ຈະກຳ ແລະ ອື່ນໆ ຊຶ່ງສິ່ງດັ່ງກ່າວນັ້ນ ແມ່ນເປັນປະ
ໂຫຍດຫຼາຍ ສຳລັບ ການສຳມະນາທີ່ຢູ່ພາຍໃນຫ້ອງ
ຫຼື ການຝຶກອົບຮົມອື່ນໆ. ວິທີທີ່ຄ້າຍໆກັນນີ້ PRA
ແມ່ນເໝາະສົມທີ່ສຸດ ສຳລັບ ກິດຈະກຳກາງແຈ້ງທີ່
ຈັດຮ່ວມກັບຊຸມຊົນ ເນື່ອງຈາກວ່າ ມັນໄດ້ນຳໃຊ້
ເຄື່ອງມືຕ່າງໆເຊັ່ນ: ການຍ່າງສຳຫຼວດ, ການແຕ້ມ
ແຜນທີ່, ການປຶກສາຫາລືກັບກຸ່ມເປົ້າໝາຍ (FGD),
ປະຕິທິນລະດູການ, ການວິເຄາະແນວໂນ້ມ ຫຼື ເສັ້ນ
ສະແດງການນຳໃຊ້ຊັບພະຍາກອນ. ນອກນີ້ ຜູ້ເຂົ້າ
ຮ່ວມຍັງໄດ້ຝຶກຊ້ອມການນຳໃຊ້ເຄື່ອງມືເຫຼົ່ານີ້ ເຂົ້າ
ໃນກິດຈະກຳຊີວິດໂຕຈິງທີ່ຕິດພັນກັບການຈັດການ
ສິ່ງເສດເຫຼືອ ແລະ ການນຳໃຊ້ສິ່ງເສດເຫຼືອຄືນໃໝ່
ຂອງປະຊາຊົນ, ໂຮງແຮມ, ຮ້ານຄ້າຕ່າງໆ ຢູ່ຕາມຖະ
ໜົນສາຍລົມ. ໜ່ວຍງານ ProCEEd ແມ່ນອົງປະ
ກອບໜຶ່ງຂອງແຜນງານສີຂຽວ ການປົກປັກຮັກສາ
ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ
ແບບຍືນຍົງ (ProFEB) ອົງການ GIZ. ແຜນງານດັ່ງ
ກ່າວ ແມ່ນເລັງໃສ່ເພີ່ມຄວາມຮູ້ ແລະ ສ້າງຈິດສຳນຶກ
ໃຫ້ແກ່ພະນັກງານພາກລັດ ແລະ ປະຊາຊົນໃນທ້ອງ
ຖິ່ນທີ່ຢູ່ເຂດເປົ້າໝາຍສະເພາະທີ່ກ່ຽວຂ້ອງກັບການ
ປົກປັກຮັກສາ ແລະ ການຄຸ້ມຄອງຊັບພະຍາກອນທຳ
ມະຊາດ ແບບຍືນຍົງ. ໂຄງການດັ່ງກ່າວນີ້ ແມ່ນໄດ້
ເຮັດວຽກ ຮ່ວມກັບ ກສສ, ກຊສ ເພື່ອປະກອບສ່ວນ
ເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການ
ປ່ຽນແປງດິນຟ້າອາກາດຢູ່ສປປລາວໂດຍຜ່ານວຽກ
ງານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດ
ລ້ອມ. ເພື່ອບັນລຸໄດ້ເຖິງຈຸດປະສົງ ດັ່ງກ່າວນີ້ ກສສ
ແມ່ນໄດ້ເລັງໃສ່ພັດທະນາທັກສະຕ່າງໆ ແລະ ຄວາມ
ສາມາດຂອງພະນັກງານຮູ່ນສືບທອດແລະອາສາສະ
ໝັກຂອງ ກຊສ, ພຊສ, ຫຊສ ຕະຫຼອດຮອດອົງການ
ຈັດຕັ້ງທາງສັງຄົມ.
ທ້າຍສຸດນີ້ ທັກສະໃນການສື່ສານທີ່ກ່ຽວຂ້ອງກັບ
MOVEແລະPRAແມ່ນມີຄວາມສຳຄັນເປັນຢ່າງຍິ່ງ
ສໍາລັບ ການຊຸກຍູ້ສົ່ງເສີມຄວາມສາມາດຂອງ ອົງ
ການຈັດຕັ້ງຕ່າງໆໃນການວາງແຜນ ແລະ ຈັດຕັ້ງປະ
ຕິບັດກິດຈະກຳຕ່າງໆ.
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
14
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ກອງປະຊຸມ ຝຶກອົບຮົມ ການປັບຕົວເຂົ້າກັບການປ່ຽນ
ແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າ ຣາມຊາ
ແລະ ລົງສຳຫຼວດປະຊາກອນ, ຊະນິດສາຍພັນເຕົ່າທີ່
ສ່ຽງຕໍ່ການສູນພັນໃນພື້ນທີ່ເຂດດິນບໍລິເວນນໍ້າຣາມ
ຊາ ບຶງກຽດໂງ້ງ, ເມືອງ ປະທຸມພອນ, ແຂວງ ຈໍາປາສັກ
ວັນທີ 09-15 ສິງຫາ 2018 ພະແນກ ສິ່ງແວດລ້ອມ
ສັງຄົມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ(ກສສ)
ຮ່ວມກັບ ໂຄງການ ປັບຕົວເຂົ້າກັບການປ່ຽນແປງດິນ
ຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາຢູ່ ສປປ
ລາວ ໄດ້ຈັດກອງປະຊຸມ ຝຶກອົບຮົມການປັບຕົວເຂົ້າ
ກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິ
ເວນນໍ້າຣາມຊາແລະລົງສໍາຫຼວດຊະນິດສາຍພັນເຕົ່າ
ທີ່ໃກ້ຈະສູນພັນທີ່ ບຶງກຽດໂງ້ງ, ເມືອງ ປະທຸມພອນ,
ແຂວງ ຈຳປາສັກ. ຊຶ່ງມີຜູ້ເຂົ້ຮ່ວມຈາກ ພະແນກ ຊັບ
ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ
ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ, ມະຫາວິທະ
ຍາໄລ ແຂວງ ຈໍາປາສັກ, ຫ້ອງການ ຊັບພະຍາກອນ
ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ປະທຸມພອນ,
ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ ປະທຸມພອນ,
ອົງການ IUCN, ອົງການ FAO, ຕ່າງໜ້າ 8 ບ້ານ ໃນ
ເຂດເປົ້າໝາຍໂຄງການ ລວມທັງໝົດ 37 ທ່ານ.
ຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ ຂະແໜງ
ການກ່ຽວຂ້ອງ ທັງພາກລັດ ແລະ ຊາວບ້ານ ໄດ້ຮັບຮູ້
ພ້ອມດ້ວຍວິທີການ ແລະ ສະເໜີກິດຈະກໍາທາງ
ເລືອກ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າ
ອາກາດ ໃນເຂດດິນບໍລິເວນນໍ້າບຶງກຽດໂງ້ງ ແລະ
ເພື່ອລົງສໍາຫຼວດ ແລະ ສຶກສາປະຊາກອນຊະນິດ
ສາຍພັນເຕົ່າ ທີ່ສ່ຽງຕໍ່ການສູນພັນ ແລະ ຖິ່ນຢູ່ອາໄສ
ໃນເຂດດິນບໍລິເວນນໍ້າ, ບຶງກຽດໂງ້ງ. ກອງປະຊຸມ ດັ່ງ
ກ່າວ ໄດ້ດໍາເນີນໄປເປັນເວລາ 2 ວັນ ດັ່ງລຸ່ມນີ້:
ວັນທີ 9 ສິງຫາ 2018, ພາກເຊົ້າ ໄດ້ຮັບຟັງການລາຍ
ງານສະຫຼຸບ ການລົງເກັບກໍາຂໍ້ມູນ ກ່ຽວກັບ ການປະ
ເມີນຄວາມສ່ຽງ ຈາກການປ່ຽນແປງດິນຟ້າອາກາດ
15
ປະຊຸມ
ຂອງ 8 ບ້ານ ທີ່ນໍາໃຊ້ເຂດດິນບໍລິເວນນໍ້າ ບຶງກຽດໂງ້ງ
ພ້ອມທັງສະເໜີວິທີການປັບຕົວຂອງຊຸມຊົນ ຫຼັງຈາກ
ນັ້ນ ກໍ່ໄດ້ແບ່ງກຸ່ມສົນທະນາອອກເປັນ 3 ກຸ່ມຄື: ກຸ່ມ
ພາກລັດ, ກຸ່ມບ້ານເພດຊາຍ ແລະ ກຸ່ມເພດຍິງ ເຮັດ
ບົດຝຶກຫັດ ກ່ຽວກັບ ການສ້າງວິໄສທັດການປັບຕົວ
ເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍ
ລິເວນນໍ້າຣາມຊາ ບຶງກຽດໂງ້ງ, ໃຫ້ແຕ່ລະກຸ່ມລະດົມ
ແນວຄວາມຄິດ ພາຍໃນກຸ່ມຂອງຕົນເອງແລ້ວຂຽນ
ລົງໃສ່ເຈ້ຍ A0 ແລະ ໃຫ້ຕາງໜ້າກຸ່ມ ຂຶ້ນນໍາສະເໜີ
ຜົນຂອງການປຶກສາຫາລືຂອງກຸ່ມຕົນເອງ, ຈາກນັ້ນ
ທາງຊ່ຽວຊານ ໂຄງການ CAWA ໄດ້ນຳສະເໜີ ແຜນ
ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ
ໃນເຂດດິນບໍລິເວນນໍ້າ ບຶງກຽດໂງ້ງ.
ພາກບ່າຍ ແມ່ນໄດ້ເຮັດບົດຝຶກຫັດ ກ່ຽວກັບ ການພັດ
ທະນາທາງເລືອກໃນການປັບຕົວ ໂດຍໄດ້ແບ່ງເປັນ
3 ກຸ່ມ ໃຫ້ແຕ່ລະກຸ່ມລະດົມແນວຄວາມຄິດແລ້ວຂຽນ
ໃສ່ເຈ້ຍ A0 ແລະ ໃຫ້ຕາງໜ້າກຸ່ມຂຶ້ນນຳສະເໜີ ຕໍ່ຜູ້
ເຂົ້າຮ່ວມທັງໝົດແລ້ວປຶກສາຫາລືກຳນົດທາງເລືອກ.
ວັນທີ 10 ສິງຫາ 2018, ພາກເຊົ້າ ແມ່ນທວນຄືນກິດ
ຈະກໍາ ທີ່ຈັດຕັ້ງປະຕິບັດໃນມື້ທີໜຶ່ງ, ຫຼັງຈາກນັ້ນ ຊ່ຽວ
ຊານໂຄງການ CAWA ໄດ້ນຳສະເໜີບູລິມະສິດ ໃນ
ການປັບຕົວ, ຫຼັງຈາກນັ້ນກໍ່ໄດ້ແບ່ງກຸ່ມສົນທະນາ
ອອກເປັນ 3 ກຸ່ມ ຄືກັບມື້ທີໜຶ່ງ, ໃຫ້ຄົ້ນຄວ້າ ກ່ຽວກັບ
ບູລິມະສິດທາງເລືອກ ເພື່ອຈັດລຽງລໍາດັບຄວາມສໍາ
ຄັນບູລິມະສິດແລ້ວນໍາສະເໜີຕໍ່ຜູ້ເຂົ້າຮ່ວມທັງໝົດ.
ພາກບ່າຍ ແມ່ນການນຳສະເໜີ ການວິເຄາະຕົ້ນທຶນ-
ຄ່າໃຊ້ຈ່າຍທີ່ມີປະສິດຕິພາບ ໃນການປັບຕົວຈາກ
ຊ່ຽວຊານໂຄງການCAWAແລະແບ່ງກຸ່ມຜູ້ເຂົ້າຮ່ວມ
ອອກເປັນ 3 ກຸ່ມ ເພື່ອປຶກສາຫາລື ແລ້ວນຳສະເໜີ
ໂດຍນຳໃຊ້ເຈ້ຍ A0.
ວັນທີ 13-15 ສິງຫາ 2018, ທີມງານ ກສສ, ພຊສ
ແຂວງຈໍາປາສັກແລະຫຊສເມືອງຈໍາພອນຮ່ວມກັບ
ຊ່ຽວຊານ ຈາກອົງການ IUCN ໄດ້ລົງສໍາຫຼວດປະຊາ
ກອນຊະນິດພັນເຕົ່າ ທີ່ສ່ຽງຕໍ່ການສູນພັນ ໃນ 8 ບ້ານ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
16
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ອ້ອມຮອບເຂດດິນບໍລິເວນນໍ້າບຶງກຽດໂງ້ງ ຄື: (ບ້ານ
ກຽດໂງ້ງ, ທົບສອກ, ພົມມະລື, ແກແລ, ພະໂພ, ພະ
ລາຍ, ຜັກຂະ, ໜອງໝາກເອກ). ໂດຍນໍາໃຊ້ແບບ
ຟອມສອບຖາມ ແລະ ຄໍາຖາມເຈາະຈີ້ມ ເຊິ່ງມີຂັ້ນ
ຕອນ ລາຍລະອຽດດັ່ງລຸ່ມນີ້:
- ນໍາໃຊ້ແບບຟອມສໍາຫຼວດ 10 ຟອມ/ບ້ານ;
- ສຸ່ມເລືອກເອົາຜູ້ໃຫ້ສໍາພາດທີ່ມີປະສົບການໃນການ
ປະມົງ;
- ສອບຖາມ ກ່ຽວກັບ ຊະນິດພັນ ທີ່ຊາວບ້ານເຄີຍພົບ
ເຫັນລ່າສຸດ, ຖິ່ນທີ່ຢູ່ອາໄສ ແລະ ການຂະຫຍາຍພັນ
ຂອງເຕົ່າ.
ພາກເຊົ້າ ແມ່ນຂັ້ນຕອນການສໍາພາດປະຊາຊົນທີ່
ຖືກຄັດເລືອກແຕ່ລະບ້ານ ຫຼັງຈາກນັ້ນທີມງານພ້ອມ
ດ້ວຍຕາງໜ້າຊາວບ້ານ ນໍາພາລົງເບິ່ງພື້ນທີ່ຕົວຈິງ
ບ່ອນທີ່ຢູ່ອາໄສຂອງເຕົ່າທີ່ປະຊາຊົນເຄີຍເຫັນ ແລະ
ຫາເຕົ່າເຊັ່ນ: ບຶງກຽດໂງ້ງ, ບຶງພະໂພ, ບຶງໜອງມ້າ
ເປັນຕົ້ນ. ຫຼັງຈາກທີ່ໄດ້ສໍາພາດປະຊາຊົນຄົບທຸກ
ບ້ານ ແລະ ລົງພື້ນທີ່ຕົວຈິງແລ້ວ, ຊ່ຽວຊານ ອົງການ
IUCN ຈະໄດ້ນໍາເອົາຂໍ້ມູນ ແລະ ແບບຟອມ ດັ່ງກ່າວ
ໄປເຮັດການວິເຄາະ ເພື່ອປະເມີນຜົນໄດ້ຮັບແລ້ວ
ຈະໄດ້ນໍາສະເໜີຕໍ່ໂຄງການໃນຕໍ່ໜ້າ.
17
ປະຊຸມ
ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງ MOU ວ່າດ້ວຍ
ຄວາມຮ່ວມມື ດ້ານຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມ
ມື ລາວ-ໄທ ປີ 2018-2021, ໂຄງການ ສ້າງສວນພຶກ
ສາສາດ ລາວ-ໄທ
ໃນວັນທີ 23 ກໍລະກົດ 2018 ທີ່ຫ້ອງປະຊຸມ ຂະແໜງສິ່ງແວດລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດ
ລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມ
ຮ່ວມມື ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-
ໄທ ປີ 2018-2021, ໂຄງການ ສ້າງສວນພຶກສາສາດ ລາວ-ໄທ ໂດຍການເປັນປະທານຂອງທ່ານ ນ. ຈິດຖະ
ໜອມ ອຸ່ນສີດາ ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຊຶ່ງມີຜູ້ຕາງໜ້າຈາກບັນດາພາກສ່ວນທີ່
ກ່ຽວຂ້ອງອ້ອມຂ້າງກະຊວງ ເຊັ່ນ: ກົມນິຕິກຳ, ກົມສວຍສາອາກອນ, ພະແນກອຸດສາຫະກຳ ແລະ ການຄ້າ,
ກົມຈັດຕັ້ງສາກົນ, ກະຊວງ ການຕ່າງປະເທດ, ກົມປ່າໄມ້, ກົມກວດກາ, ກົມກວດຄົນເຂົ້າເມືອງ (ຕມ),
ກົມທາງນ້ຳ, ພະແນກ ໂຍທາທິການ ແລະ ຂົນສົ່ງ,ກົມການເງິນ, ກົມແຜນການ ແລະ ການຮ່ວມມື, ກົມສົ່ງ
ເສີມເຕັກນິກ ແລະ ປຸງແຕ່ງກະສິກກຳ, ກະຊວງ ແຜນການ ແລະ ການລົງທຶນ, ພ້ອມດ້ວຍ ພະນັກງານກົມ
ສົ່ງເສີມຄຸນນະພາບສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ 9 ທ່ານ).
ຈຸດປະສົງ ເພື່ອປະກອບຄຳຄິດເຫັນ ແລະ ຮັບຮອງຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມ
ຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-
ໄທ ກ່ອນຈະນຳສະເໜີ ການນຳ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮັບຮອງ.
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
18
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ກອງປະຊຸມ ໄດ້ຮັບຟັງການນຳສະເໜີໂດຍຫຍໍ້ຂອງທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າ ພະແນກ ສິ່ງ
ແວດລ້ອມສັງຄົມ, ກສສ ກ່ຽວກັບ ລາຍງານການເຄື່ອນໄຫວວຽກງານໄລຍະຜ່ານມາເຖິງປະຈຸບັນ ຂອງຂະ
ບວນການ ຮ່າງ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດປະຊາທິ ປະໄຕປະ
ຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມຮ່ວມມື ດ້ານຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-ໄທ ປີ (2018-2021) ໂຄງການ
ສ້າງສວນພຶກສາສາດ ລາວ-ໄທ.
ຜ່ານການຄົ້ນຄວ້າປຶກສາຫາລື ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ເພື່ອປັບປຸງຮ່າງບົດບັນທຶກຄວາມເຂົ້າໃຈ
ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອາ
ນາຈັກໄທ, ວ່າດ້ວຍ ຄວາມຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳ
ເນີນງານຄວາມຮ່ວມມື ລາວ-ໄທ ປີ (2018-2021) ໂຄງການ ສ້າງສວນພຶກສາສາດ ລາວ-ໄທ ເຊິ່ງໃນກອງ
ປະຊຸມມີຄວາມເຫັນດີເປັນເອກະພາບກັນດັ່ງນີ້:
- ໂຄງສ້າງຂອງບົດບັນທຶກ ຜູ້ເຂົ້າຮ່ວມ ແມ່ນເຫັນດີເປັນເອກະພາບນຳ;
- ຢາກໃຫ້ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພົວພັນກັບພາກສ່ວນທີ່ກ່ຽວຂ້ອງຕື່ມ ກ່ຽວກັບ ໜ້າທີ່ຮັບຜິດ
ຊອບວຽກງານທີ່ລະບຸໃນຮ່າງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ;
- ຄວນປັບປຸງ ຂໍ້ 4: ພັນທະຂອງລັດຖະບານ ແຫ່ງ ສປປ ລາວ (ຄວນປັບໃຫ້ມີພັນທະທັງ 2 ຝ່າຍ ລະຫວ່າງ
ຝ່າຍໄທ ແລະ ຝ່າຍລາວ) ແລະ ຄວນລະບຸລາຍລະອຽດຈະແຈ້ງ ເຊັ່ນ: ດ້ານງົບປະມານຝ່າຍລາວ ອຳນວຍ
ຄວາມສະດວກມີເນື້ອທີ່ດິນ 5 ເຮັກຕາ ຄວນຄິດໄລ່ເປັນມູນຄ່າ;
- ຄວນປັບປຸງເນື້ອໃນສຳລັບ ຂໍ້ 4.1-4.9 ແລະ ລະບຸລະອຽດແຕ່ລະຫົວຂໍ້;
- ຄວນປັບປຸງເນື້ອໃນສຳລັບ ຂໍ້ 8, 8.1.2.3: ມັນຕິດ ພັນກັບວຽກຂອງ ກະຊວງ ການເງິນ ກ່ຽວກັບ ເລື່ອງ
ອາກອນລາຍຮັບ ສະນັ້ນ ເປັນໄປໄດ້ຢາກໃຫ້ ກະຊວງ ການຕ່າງປະເທດ ແລະ ກະຊວງ ການເງິນ ເປັນຜູ້
ກຽມການ ແລະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຈັດຕັ້ງປະຕິບັດ;
- ຄວນປັບປຸງ ຂໍ້ 12: ການເຂົ້າອອກຂອງບຸກຄະລາກອນໄທ ຕ້ອງໄດ້ແຈ້ງກ່ອນ 2-3 ວັນ ເພື່ອຈະໄດ້ກວດ
ກາ ແລະ ຝ່າຍລາວຕ້ອງໄດ້ອອກບັດພັກເຊົາໃຫ້ຝ່າຍໄທ ເພື່ອຄວາມສະຫງົບຂອງປະເທດລາວ;
- ສຳລັບ ຄຳເຫັນເພີ່ມເຕີມ ແມ່ນໃຫ້ບັນດາກົມທີ່ກ່ຽວຂ້ອງ ມີຄຳເຫັນໃສ່ຮ່າງບົດບັນທຶກຄວາມເຂົ້າໃຈທີ່ໄດ້
ແຈກຢາຍໃຫ້ໃນກອງປະຊຸມ ແລ້ວຕອບກັບຫາ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ເພື່ອໃຫ້ຮ່າງດັ່ງ
ກ່າວສົມບູນໄປຕາມແຜນທີ່ໄດ້ຕັ້ງໄວ້.
ຜ່ານການດຳເນີນກອງປະຊຸມ ໃນໄລຍະເວລາເຄິ່ງວັນ ແມ່ນສາມາດສະຫຼຸບສັງລວມ ຜົນຂອງກອງປະຊຸມ ໄດ້
ດັ່ງນີ້:
1. ກອງປະຊຸມເຫັນດີເປັນເອກກະພາບ ມອບໃຫ້ຄະນະທີມງານຮັບຜິດຊອບນຳໄປປັບປຸງເນື້ອໃນບາງຈຸດ
ຂອງຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມຮ່ວມມືດ້ານຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-ໄທ ປີ 2018-2021, ໂຄງການ ສ້າງ
ສວນພຶກສາສາດ ລາວ-ໄທ ຕາມຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ;
2. ຫຼັງຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ປັບປຸງເນື້ອໃນຮ່າງບົດບັນທຶກຄວາມເຂົ້າໃຈ ສຳເລັດ
19
ປະຊຸມ
ແລ້ວ, ທາງກົມແຜນການ ແລະ ການຮ່ວມມື ຈະດຳເນີນການຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ພ້ອມຄັດ
ຕິດລາຍລະອຽດ ໃສ່ຮ່າງສະບັບພາສາລາວ, ສະບັບພາສາໄທ ແລະ ສະບັບພາສາອັງກິດ ດັ່ງກ່າວ ເພື່ອນຳ
ໄປຜ່ານກະຊວງ ການຕ່າງປະເທດ ກ່ອນຈະລາຍງານ ແລະ ສະເໜີຕໍ່ຄະນະນຳ ກຊສ ເພື່ອພິຈາລະນາຮັບ
ຮອງໃນຂັ້ນຕໍ່ໄປ.
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
20
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ
2030,ຍຸດທະສາດແຫ່ງຊາດ8ປີ(2018-2025)ແລະ
ແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020 ດ້ານ
ການສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ
ແລະ ການປ່ຽນແປງດິນຟ້າອາກາດ
ໃນວັນທີ 19 ກໍລະກົດ 2018 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດກອງປະຊຸມ ຮ່ວມກັບ
ກະຊວງ ສຶກສາທິການ ແລະ ກິລາ ເພື່ອປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ 2030, ຍຸດທະສາດ
ແຫ່ງຊາດ 8 ປີ (2018-2025) ແລະ ແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020 ດ້ານການສຶກ
ສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ທີ່ຫ້ອງປະຊຸມ ກະຊວງ ສຶກ
ສາທິການ ແລະ ກິລາ
ກອງປະຊຸມ ປຶກສາຫາລື ດັ່ງກ່າວ ແມ່ນໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ນາງ ຈິດຖະໜອມ ອຸ່ນສີດາ,
ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ແລະ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງຫົວ
ໜ້າຫ້ອງການ ກະຊວງ ສຶກສາທິການ ແລະ ກິລາ ເຊິ່ງມີຜູ້ຕາງໜ້າຈາກ ກົມ, ກອງ, ສະຖາບັນ ອ້ອມຂ້າງ
ກະຊວງ ສຶກສາທິການ ແລະ ກິລາ ແລະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊັ່ນ: ກົມ
ແຜນການ ແລະ ການຮ່ວມມື, ກົມການເງິນ, ກົມສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ກົມສ້າງຄູ, ກົມ
ສຶກສານອກໂຮງຮຽນ, ຫ້ອງການ ເລຂາຄະນະກຳມາທິການ ແຫ່ງຊາດລາວ ເພື່ອອຸຍແນສໂກ, ສະຖາບັນຄົ້ນ
ຄວ້າວິທະຍາສາດການສຶກສາ, ຫ້ອງການ ກຊສ, ກົມນິຕິກຳ, ກຊສ ແລະ ພະນັກງານຈາກ ກສສ ຊຶ່ງມີ
ແຂກເຂົ້າຮ່ວມລວມທັງໝົດ 18 ທ່ານ (ຍິງ 9 ທ່ານ). ເພື່ອປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ 2030,
ຍຸດທະສາດ ແຫ່ງຊາດ 8 ປີ (2018-2025) ແລະ ແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020
ດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຄັ້ງສຸດທ້າຍ.
21
ປະຊຸມ
ກ່ອນຈະນຳສະເໜີການນຳ ກະຊວງ ຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມເພື່ອຮັບຮອງ ແລະ
ຈັດພິມ.
ຜ່ານການດຳເນີນກອງປະຊຸມ ໃນໄລຍະເວລາ 1 ວັນ
ແມ່ນສາມາດສະຫຼຸບສັງລວມຜົນຂອງກອງປະຊຸມ
ໄດ້ດັ່ງລຸ່ມນີ້:
1. ກອງປະຊຸມເຫັນດີ ແລະ ມີຄວາມເປັນເອກະພາບ
ທາງດ້ານເນື້ອໃນ ແລະ ໂຄງສ້າງຂອງຮ່າງວິໄສທັດ
ຮອດປີ 2030, ຍຸດທະສາດ ແຫ່ງຊາດ 8 ປີ (2018
-2025) ແລະ ແຜນດໍາເນີນງານ 3 ປີ ຄັ້ງທີ I ແຕ່ປີ
2018-2020 ດ້ານການສຶກສາ ແລະ ສ້າງຈິດສໍານຶກ
ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ
ກາດ;
2. ສຳລັບແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018
-2020 ດ້ານການສຶກສາ ແລະ ສ້າງຈິດສໍານຶກ ດ້ານ
ສິ່ງແວດລ້ອມ ແລະ ການປ່ຽນແປງດິນອາກາດ ແມ່ນ
ໄດ້ປັບປຸງຄຳສັບ ແລະ ສໍານວນຄໍາເວົ້າບາງຈຸດຄືນ
ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບກົດໝາຍ
ວ່າດ້ວຍ ການສຶກສາ ດັ່ງລຸ່ມນີ້:
• ແຜນງານ 1 : ການສຶກສາໃນໂຮງຮຽນ ແມ່ນໄດ້ປັບ
ປຸງ 2 ຂໍ້ຄື:
ເນື້ອໃນເດີມ:
-ກິດຈະກໍາ1.1:ພັດທະນາແລະປັບປຸງຫຼັກສູດແລະ
ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ
ການປ່ຽນແປງດິນຟ້າອາກາດ ໃຫ້ເໝາະສົມ ສຳລັບ
ອານຸບານ 3, ປະຖົມສຶກສາ, ມັດທະະຍົມສຶກສາ
(ຕອນຕົ້ນ-ປາຍ), ວິທະຍາໄລ ແລະ ມະຫາວິທະຍາ
ໄລລວມທັງສູນອົບຮົມວິຊາຊີບ;
- ກິດຈະກຳ 1.3: ສ້າງໂຮງຮຽນຕົວແບບ ຂຽວ ສະ
ອາດ ງາມຕາ ໃນບັນດາແຂວງເປົ້າໝາຍ;
ເນື້ອໃນປັບປຸງ
-ກິດຈະກໍາ1.1:ພັດທະນາແລະປັບປຸງຫຼັກສູດແລະ
ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ
ການປ່ຽນແປງດິນຟ້າອາກາດ ໃຫ້ເໝາະສົມ ສຳລັບ
ການສຶກສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມ
ສຶກສາ(ຕອນຕົ້ນ-ປາຍ), ວິທະຍາໄລ, ສະຖານອາຊີ
ວະສຶກສາ ແລະ ມະຫາວິທະຍາໄລ;
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
22
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
- ກິດຈະກຳ 1.3: ສົ່ງເສີມການສ້າງໂຮງຮຽນຕົວແບບ
ຂຽວ ສະອາດ ງາມຕາ ໃນບັນດາແຂວງເປົ້າໝາຍ;
•ແຜນງານ2:ການສຶກສານອກໂຮງຮຽນແມ່ນໄດ້ປັບ
ປຸງ 1 ຂໍ້ຄື:
ເນື້ອໃນເດີມ
- ກິດຈະກໍາ 2.1 ພັດທະນາ ແລະ ປັບປຸງຫຼັກສູດ ແລະ
ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ
ການປ່ຽນແປງດິນຟ້າອາກາດ ສໍາລັບ ການສຶກສາ
ນອກໂຮງຮຽນ;
ເນື້ອໃນປັບປຸງ
- ກິດຈະກໍາ 2.1 ພັດທະນາ ແລະ ປັບປຸງຫຼັກສູດ ແລະ
ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ
ການປ່ຽນແປງດິນຟ້າອາກາດ ສໍາລັບ ສູນການສຶກສາ
ນອກໂຮງຮຽນ;
• ແຜນງານ 5: ການສ້າງເຄືອຂ່າຍ, ການປະສານງານ
ແລະ ການຮ່ວມມື
- ໂຄງການບູລິມະສິດທີ 1: ດ້ານການພັດທະນາ ແລະ
ປັບປຸງຫຼັກສູດການສຶກສາ ແມ່ນໄດ້ປັບປຸງ 2 ຂໍ້ຄື:
ເນື້ອໃນເດີມ
1.ພັດທະນາ ແລະ ປັບປຸງຫຼັກສູດ ແລະ ອຸປະກອນ
ການຮຽນ-ການສອນ ດ້ານສິ່ງແວດລ້ອມ ແລະ ການ
ປ່ຽນແປງດິນຟ້າອາກາດໃຫ້ເໝາະສົມສໍາລັບໃນໂຮງ
ຮຽນ ແລະ ນອກໂຮງຮຽນ;
• ການສຶກສາກ່ອນໄວຮຽນ,ປະຖົມສຶກສາ,ມັດທະຍົມ
ສຶກສາ (ຕອນຕົ້ນ-ຕອນປາຍ);
• ວິທະຍາໄລ ແລະ ບັນດາສະຖາບັນການສຶກສາ
ຕ່າງໆ;
• ໂຮງຮຽນ ວິຊາຊີບ, ໂຮງຮຽນ ຊົນເຜົ່າ;
• ມະຫາວິທະຍາໄລ ພັດທະນາຫຼັກສູດ ໄປຕາມທິດ
ວິທະຍາເຂດນິເວດ (Eco-Campus).
3. ສ້າງໂຮງຮຽນຕົວແບບ ຂຽວ ສະອາດ ງາມຕາ ໃນ
ບັນດາແຂວງເປົ້າໝາຍ ແລະ ແຂວງ ທີ່ມີເງື່ອນໄຂ;
ເນື້ອໃນປັບປຸງ
1. ພັດທະນາ ແລະ ປັບປຸງຫຼັກສູດ ແລະ ອຸປະກອນ
ການຮຽນ-ການສອນ ດ້ານສິ່ງແວດລ້ອມ ແລະ ການ
ປ່ຽນແປງດິນຟ້າອາກາດ ໃຫ້ເໝາະສົມ ສໍາລັບ ການ
ສຶກສາໃນໂຮງຮຽນ ແລະ ນອກໂຮງຮຽນ ທຸກຊັ້ນທຸກ
ສາຍ;
3. ສົ່ງເສີມການສ້າງໂຮງຮຽນຕົວແບບ ຂຽວ ສະອາດ
ງາມຕາ ໃນບັນດາແຂວງເປົ້າໝາຍ ແລະ ແຂວງ ທີ່ມີ
ເງື່ອນໄຂ.
ໃນຕອນທ້າຍກອງປະຊຸມ ແມ່ນເຫັນດີຮັບຮອງເອົາ
ຮ່າງວິໄສທັດ ຮອດປີ 2030, ຍຸດທະສາດ ແຫ່ງຊາດ
8 ປີ (2018-2025) ແລະ ແຜນດໍາເນີນງານ 3 ປີ
ຄັ້ງທີ I ແຕ່ປີ 2018-2020 ດ້ານການສຶກສາ ແລະ
ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນ
ແປງດິນຟ້າອາກາດດັ່ງກ່າວ ແລະ ໃຫ້ນຳໄປປັບປຸງ
ຄຳສັບ ຕາມການສະເໜີຂອງຜູ້ເຂົ້າຮ່ວມ ເພື່ອໃຫ້
ເນື້ອໃນມີຄວາມສົມບູນ ແລະ ເທດເໝາະກັບຄວາມ
ເປັນຈິງ.
23
ປະຊຸມ
ກສສ ຮ່ວມກັບ ProCEEd ຈັດກອງປະຊຸມ ສຳມະນາ
ແລກປ່ຽນບົດຮຽນ ກ່ຽວກັບ ການນຳໃຊ້ “ປຶ້ມຄູ່ມື ການ
ສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ”
ເພື່ອເປັນການສ້າງຄວາມອາດສາມາດ ດ້ານການ
ເປັນຄູຝຶກໃນອານາຄົດໃຫ້ກັບຄູ່ຮ່ວມງານຂອງໜ່ວຍ
ງານສົ່ງເສີມການສຶກສາສິ່ງແວດລ້ອມແລະການປ່ຽນ
ແປງດິນຟ້າອາກາດ (ProCEEd) ກ່ຽວກັບ ການຈັດ
ຕັ້ງປະຕິບັດວຽກງານການສຶກສາແລະສ້າງຈິດສໍານຶກ
ດ້ານສິ່ງແວດລ້ອມ, ໃນລະຫວ່າງວັນທີ 17 - 21 ກັນ
ຍາ 2018, ໄດ້ຈັດກອງປະຊຸມ ສຳມະນາແລກປ່ຽນ
ບົດຮຽນ ກ່ຽວກັບ ການນຳໃຊ້ “ປຶ້ມຄູ່ມື ການສຶກສາ
ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ” ທີ່ໂຮງແຮມ
ເມີກ້ຽວ, ນະຄອນຫຼວງວຽງຈັນ.
ກອງປະຊຸມ ສຳມະນາແລກປ່ຽນບົດຮຽນ ກ່ຽວກັບ
ການນຳໃຊ້“ປຶ້ມຄູ່ມືການສຶກສາແລະສ້າງຈິດສຳນຶກ
ດ້ານສິ່ງແວດລ້ອມ”ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ16ທ່ານ
ຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ),
ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ (ພຊສ) ແຂວງ ຄໍາມ່ວນ ແລະ ບໍລິສັດ Mind
media ໂດຍການໃຫ້ກຽດເປັນຄູຝຶກຂອງ ທ່ານ ເມນ
ເຟຣດ ໂອເພິນ, ຜູ້ຊ່ຽວຊານດ້ານການສຶກສາ ແລະ
ການສື່ສານ ແລະ ທັງເປັນຜູ້ຂຽນປຶ້ມຄູ່ມືດັ່ງກ່າວ.
ໜ່ວຍງານ ProCEEd ໄດ້ດໍາເນີນການເຄື່ອນໄຫວ
ກິດຈະກຳການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງ
ແວດລ້ອມມາຕັ້ງແຕ່ ປີ 2012, ຊຶ່ງໄດ້ຈັດຕັ້ງປະຕິບັດ
ກິດຈະກຳ ແລະ ຈັດການຝຶກອົບຮົມມາຕະຫຼອດເປັນ
ຈໍານວນຫຼາຍຄັ້ງ ແລະ ມາຮອດປີ 2017 ທັງໂຄງການ
ຈຶ່ງມີແນວຄິດຢາກລວບລວມເອົາບັນດາກິດຈະກຳ,
ການຝຶກອົບຮົມ ແລະ ເຄື່ອງມືຕ່າງໆ ເພື່ອນໍາໃຊ້ເປັນ
ແຫຼ່ງຂໍ້ມູນ ໃນການຈັດຕັ້ງປະຕິບັດກິດຈະກຳການ
ສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມໃນ
ຕໍ່ໜ້າ. ຊຶ່ງປຶ້ມຄູ່ມືດັ່ງກ່າວລວມມີ 3 ເຫຼັ້ມ. (ເຫຼັ້ມທີ 1
ແມ່ນໄດ້ສັງລວມ ການເຄື່ອນໄຫວກິດຈະກໍາ ການ
ສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມຂອງ
ProCEEd, ເຫຼັ້ມທີ 2 ແມ່ນໄດ້ນໍາສະເໜີ ການຝຶກ
ອົບຮົມຕ່າງໆທີກ່ຽວຂ້ອງ ແລະ ເຫຼັ້ມທີ 3 ແມ່ນໄດ້
ລວບລວມເອົາເຄື່ອງມືຕ່າງໆ ທີ່ນໍາໃຊ້ເຂົ້າໃນການ
ລົງເຄື່ອນໄຫວກິດຈະກຳການສຶກສາ ແລະ ສ້າງຈິດ
ສໍານຶກດ້ານສິ່ງແວດລ້ອມ).
ໃນລະຫວ່າງມື້ທີ 1 ຫາມື້ທີ 2, ຜູ້ເຂົ້າຮ່ວມ ແມ່ນໄດ້
ຮັບຟັງ, ການເຮັດວຽກເປັນກຸ່ມ ແລະ ນໍາສະເໜີຜົນ
ຂອງການທົດລອງນໍາໃຊ້ຄູ່ມື ເຫຼັ້ມທີ 1 ຢ່າງຫ້າວຫັນ
ເປັນຕົ້ນ ແມ່ນການຮັບຟັງການບັນຍາຍ ກ່ຽວກັບ ອົງ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
24
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ປະກອບຕ່າງໆທີ່ສໍາຄັນ ໃນການຈັດຕັ້ງປະຕິບັດວຽກ
ງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດ
ລ້ອມ ເລີ່ມແຕ່ການສ້າງຄວາມເຂົ້າໃຈ ກ່ຽວກັບ ວຽກ
ງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດ
ລ້ອມ, ການປະສານງານ, ຂັ້ນຕອນການຮ່າງກິດຈະ
ກໍາ, ການອອກແບບເຄື່ອງມືນໍາໃຊ້, ການຂັດເລືອກ
ເກມ ແລະ ເຄື່ອງມືຕ່າງໆ ທີ່ເໝາະສົມກັບກຸ່ມເປົ້າ
ໝາຍຕ່າງໆຕະຫຼອດຮອດການຝຶກອົບຮົມແລະການ
ຕິດຕາມປະເມີນຜົນ.
ໃນລະຫວ່າງມື້ທີ 3 ຫາຕອນເຊົ້້າມື້ທີ 4, ຜູ້ເຂົ້າຮ່ວມ
ໄດ້ມີການແລກປ່ຽນ, ຖອດຖອນບົດຮຽນກັບຄູຝຶກ
ແລະ ໄດ້ສຶກສາຮຽນຮູ້ລາຍລະອຽດ ການຝຶກອົບຮົມ
ຕ່າງໆທີ່ກ່ຽວຂ້ອງກັບວຽກງານການສຶກສາ ແລະ ສ້າງ
ຈິດສໍານຶກດ້ານສິ່ງແວດລ້ອມ ເຊັ່ນ: (1) ການຝຶກອົບ
ຮົມຫຼັກການ ການນໍາໃຊ້ສິ່ງປະຈັກຕາ ແລະ ການດໍາ
ເນີນກອງປະຊຸມ ຫຼື ທີ່ເຮົາມັກເອີ້້ນກັນວ່າ MOVE,
ຊຶ່ງໄດ້ອະທິບາຍ ກ່ຽວກັບ ທັກສະ ການນໍາໃຊ້ບັດຄໍາ,
ການເຮັດວຽກເປັນກຸ່ມ,ການລະດົມສະໝອງ,ທັກສະ
ການນໍາສະເໜີ ແລະ ອື່ນໆ. (2) ການຝຶກອົບຮົມດ້ານ
ວິຊາການ, ຊຶ່ງແມ່ນການຝຶກອົບຮົມຄວາມຮູ້ດ້ານສິ່ງ
ແວດລ້ອມ, ການຝຶກອົບຮົມຂໍ້ມູນ 10 ຄວາມຈິງ ແລະ
ອື່ນໆ. (3) ການຝຶກອົບຮົມດ້ານຈິດ ອາສາ, ການຢູ່
ຮ່ວມກັນ ແລະ ການສ້າງທີມ ເປັນຕົ້ນ ແລະ (4) ການ
ຝຶກອົບຮົມ ການສະແດງລະຄອນ, ຊຶ່ງລວມມີ ທັກສະ
ການສະແດງ, ການສວມບົດບາດຕົວລະຄອນ, ການ
ເລືອກຕົວລະຄອນ, ການແຕ່ງກາຍ ແລະ ອື່ນໆ. ໃນ
25
ປະຊຸມ
ແຕ່ລະຫົວຂໍ້ ແມ່ນໄດ້ແບ່ງຜູ້ເຂົ້າຮ່ວມອອກເຮັດວຽກ
ເປັນກຸ່ມແລະຂຶ້ນນໍາສະເໜີໂດຍການໃຫ້ຄໍາແນະນໍາ
ຈາກຄູຝຶກຢ່າງໃກ້ສິດ.
ມາຮອດຕອນແລງຂອງມື້ທີ 4 ຫາ ມື້ທີ 5, ຜູ້ເຂົ້າຮ່ວມ
ໄດ້ຮຽນຮູ້ ແລະ ສຶກສາເຄື່ອງມື ແລະ ເກມຕ່າງໆ ທີ່ໄດ້
ນໍາໃຊ້ເຂົ້າໃນວຽກງານ ການສຶກສາ ແລະ ສ້າງຈິດສໍາ
ນຶກດ້ານສິ່ງແວດລ້ອມຈາກຄູ່ມືເຫຼັ້ມທີ3ຢ່າງລະອຽດ
ແລະ ພວກເຂົາຍັງໄດ້ ອອກແບບກິດຈະກຳ ແລະ ຂຶ້ນ
ນໍາສະເໜີຜົນກິດຈະກໍາທີ່ນໍາໃຊ້ເກມ ແລະ ເຄື່ອງມື
ຈາກຄູ່ມືເຫຼັມທີ 3 ໃນທີ່ປະຊຸມອີກດ້ວຍ.
ຜ່ານການຝຶກອົບຮົມໄລຍະ 5 ມື້, ຜູ້ເຂົ້າຮ່ວມທຸກຄົນ
ສາມາດຮຽນຮູ້ ແລະ ສ້າງຄວາມເຂົ້້າໃຈ ໂດຍລວມ
ກ່ຽວກັບ ວຽກງານການສຶກສາ ແລະ ສ້າງຈິດສໍານຶກ
ດ້ານສິ່ງແວດລ້ອມ, ຄວາມຕ້ອງການ ແລະ ເຄື່ອງມື
ຕ່າງໆທີ່ໃຊ້ໃນການຝຶກອົບຮົມຕ່າງໆ ກ່ອນຈັດຕັ້ງປະ
ຕິບັດກິດຈະກຳ, ສຶກສາ ຈຸດປະສົງ, ໂຄງສ້າງ ແລະ
ເນື້ອໃນລາຍລະອຽດຕ່າງໆ ຂອງປຶ້ມຄູ່ມືທັງ 3 ເຫຼັ້ມ
ແລະໄດ້ຮຽນຮູ້ວິທີການນຳໃຊ້ປຶ້ມຄູ່ມືດັ່ງກ່າວເຂົ້້າໃນ
ການວາງແຜນ ແລະ ການຈັດຕັ້ງປະຕິບັດວຽກງານ
ການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ
ຕາມເທດສະການຕ່າງໆ ຕະຫຼອດຮອດການຝຶກອົບ
ຮົມທີ່ກ່ຽວຂ້ອງ ແລະ ການເລືອກເຄື່ອງມືຕ່າງໆ ເຂົ້າ
ໃນການຈັດກິດຈະກຳຢ່າງເໝາະສົມ.
ທ້າຍສຸດ, ກສສ ແລະ ໜ່ວຍງານ ProCEEd ເຊື່ອວ່າ
ຜູ້ແທນທຸກທ່ານສາມາດນໍາເອົາໝາກຜົນຂອງການ
ຝຶກອົບຮົມໄປພັດທະນາຕົນເອງ ຈົນກາຍເປັນຄູຝຶກ
ໃນອານາຄົດແລະນໍາໃຊ້ຄວາມຮູ້ເຫຼົ່ານີ້ເຂົ້າໃນການ
ຈັດຕັ້ງປະຕິບັດຕົວຈິງ ບວກກັບນໍາໄປຜັນຂະຫຍາຍ
ຕາໜ່າງການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງ
ແວດລ້ອມ ໃຫ້ກວ້າງຂວາງ ແລະ ມີປະສິດທິພາບ.
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
26
ປະຊຸມ
ຈົດໝາຍຂ່າວ
ກໍລະກົດ-ທັນວາ 2018
ກສສ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ກົມອຸດທິ
ຍານແຫ່ງຊາດ ສັດປ່າ ແລະ ພັນພືດ ແຫ່ງ ຣາຊະອານາ
ຈັກໄທປຶກສາຫາລືກ່ຽວກັບຮ່າງບົດບັນທຶກຄວາມເຂົ້າ
ໃຈ ໂຄງການສ້າງສວນພຶກສາສາດ ລາວ-ໄທ
ໃນລະຫວ່າງວັນທີ 23-24 ສິງຫາ 2018 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາ
ຫາລື ກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງສວນພຶກສາສາດ ລາວ-ໄທ ລະຫວ່າງ ລັດ
ຖະບານ ແຫ່ງ ສ ປປ ລາວ ກັບ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍ ຄວາມຮ່ວມມືດ້ານຊັບພະຍາ
ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-ໄທ 2018 - 2021
“ໂຄງການສ້າງສວນພຶກສາສາດ ລາວ-ໄທ ໃນ ສປປ ລາວ” ທີ່ຫ້ອງປະຊຸມຂະແໜງ ສິ່ງແວດລ້ອມ. ຊຶ່ງມີຜູ້
ຕາງໜ້າຈາກຝ່າຍໄທ ທ່ານ ປິ່ນສັກ ສຸລັດວະດີ ຮອງຫົວໜ້າ ກົມອຸທິຍານແຫ່ງຊາດ ສັດປ່າ ແລະ ພັນພືດ,
ຣາຊະອານາຈັກໄທ ພ້ອມດ້ວຍພະນັກງານລວມ 6 ທ່ານ ແລະ ຕາງໜ້າຈາກຝ່າຍລາວ ທ່ານ ໂລນຄຳ ອາດສະ
ນາວົງ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພ້ອມດ້ວຍພະນັກງານກົມສົ່ງເສີມຄຸນນະພາບສິ່ງແວດ
ລ້ອມ ແລະ ຕາງໜ້າຈາກ ກົມນິຕິກຳ, ກົມແຜນການ ແລະ ການຮ່ວມມືກົມການເງິນ, ຫ້ອງການ, ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຊຶ່ງຜູ້ເຂົ້າຮ່ວມລວມທັງໝົດ 20 ທ່ານ (ຍິງ 8 ທ່ານ). ເພື່ອ
ປຶກສາຫາລື ກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ ໂຄງການ ສ້າງສວນພຶກສາສາດ ລາວ-ໄທ ຢ່າງລະອຽດ
ທັງພາສາລາວ ແລະ ພາສາໄທ, ພ້ອມທັງທຳຄວາມເຂົ້າໃຈ ກ່ຽວກັບ ເນື້ອໃນແຕ່ລະຂໍ້. ກອງປະຊຸມໄດ້ປຶກ
ສາຫາລືກັນປະກອບຄຳຄິດເຫັນ ເພື່ອປັບປຸງຮ່າງບົດບັນທຶກຄວາມເຂົ້າໃຈໃຫ້ມີເນື້ອໃນຄົບຖ້ວນ ແລະ ສາ
ມາດປະຕິບັດຮ່ວມກັນໄດ້ທັງ 2 ຝ່າຍ ຊຶ່ງໄດ້ພິຈາລະນາ ແລະ ປັບປຸງທັງໝົດ 16 ຂໍ້ ໃນຮ່າງບົດບັນທຶກຄວາມ
ເຂົ້າໃຈ, ດັ່ງລາຍລະອຽດລຸ່ມນີ້:
- ຄວາມໝາຍຂອງຄໍາສັບ;
- ການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ກັບ ລັດຖະບານ ແຫ່ງ ສປປ ລາວ;
- ພາກສ່ວນຮັບຜິດຊອບຂອງໂຄງການ;
- ພັນທະຂອງລັດຖະບານທັງສອງຝ່າຍ;
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x
Newsleter deqp x

Mais conteúdo relacionado

Mais de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Mais de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Magazines 06 2021 final
Magazines 06 2021 finalMagazines 06 2021 final
Magazines 06 2021 final
 
Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Move
MoveMove
Move
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter deqp
Newsleter deqpNewsleter deqp
Newsleter deqp
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Newsleter deqp x

  • 1. A ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ lt[a[mu 10 d=]tdqf{mao;k 2018 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
  • 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ກວດແກ້ ບັນດາພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກ ສິ່ງແວດລ້ອມ ສັງຄົມ ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ ຈັດໜ້າອອກແບບ ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ ທ່ານ ກິ່ງທອງ ສິຣິສົມພອນ ວິຊາການ ຄະນະເກັບກຳຂໍ້ມູນ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ນາງ ຈັນທາ ທຳມະວົງ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ທີ່ສະໜອງຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
  • 3. ສາລະບານ • ກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ..... ສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ທົ່ວປະເທດ........................ 1 • ກອງປະຊຸມ ປຶກສາຫາລື ແລະ ທາບທາມ ຮ່າງຄູ່ມືແນະນຳການຈັດຕັ້ງ..... ປະຕິບັດວຽກງານ ຂຽວ ສະອາດ ງາມຕາ ໃນບັນດາແຂວງ ແລະ ເມືອງ.......... 8 • ກສສ ລົງຕິດຕາມຊຸກຍູ້ ແລະ ແນະນຳ ດ້ານວິຊາການໃນການສ້າງແຜນ.... ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ................................................... 10 • ກອງປະຊຸມ ສຳມະນາ ກ່ຽວກັບ ການນຳໃຊ້ສິ່ງປະຈັກຕາ (MOVE) ແລະ... ການປະເມີນສະພາບຊົນນະບົດ ແບບມີສ່ວນຮ່ວມ (PRA)......................... 12 • ກອງປະຊຸມ ຝຶກອົບຮົມ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ... ໃນເຂດດິນບໍລິເວນນໍ້າ ຣາມຊາ............................................................. 14 • ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງ MOU ວ່າດ້ວຍ ຄວາມຮ່ວມມື...... ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ................................ 17 • ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ 2030, ຍຸດທະ...... ສາດ ແຫ່ງຊາດ 8 ປີ (2018-2025) ແລະ ແຜນດຳເນີນງານ 3 ປີ................ 20 • ກສສ ຮ່ວມກັບ ProCEEd ຈັດກອງປະຊຸມ ສຳມະນາແລກປ່ຽນບົດຮຽນ.... ກ່ຽວກັບ ການນຳໃຊ້ “ປຶ້ມຄູ່ມື ການສຶກສາ ແລະ ສ້າງຈິດສຳນຶກ.................... 23 • ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ກົມອຸດທິຍານ ແຫ່ງຊາດ......... ສັດປ່າ ແລະ ພັນພືດ ແຫ່ງ ຣາຊະອານາຈັກໄທ ປຶກສາຫາລື........................ 26 • ກອງປະຊຸມ ປຶກສາຫາລື ເພື່ອຜ່ານຮ່າງບົດແນະນໍາວິຊາການ ວ່າດ້ວຍ...... ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ........................................... 28 • ກສສ ໄດ້ຍົກລະດັບຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ວຽກງານປະກັນ........ ສັງຄົມ ແຫ່ງຊາດ ໃຫ້ແກ່ພະນັງານກຳມະບານຂອງຕົນ..............................31
  • 4. • ກອງປະຊຸມ ຝຶກອົບຮົມ ກະກຽມກິດຈະກຳ ເພື່ອລົງເຄື່ອນໄຫວສ້າງຈິດ...... ສຳນຶກ ຫົວຂໍ້ “ການປົກປັກຮັກສາປ່າໄມ້ ໃນ ສປປ ລາວ” ........................... 33 • ກອງປະຊຸມ ຝຶກອົບຮົມ ການສະແດງລາຄອນສັນ ເພື່ອລົງເຄື່ອນໄຫວສ້າງ... ຈິດສຳນຶກ ຫົວຂໍ້ “ການປົກປັກຮັກສາປ່າໄມ້ ໃນ ສປປ ລາວ”........................ 35 • ຄູຝຶກ ຈາກ ກສສ ໄດ້ຝຶກອົບຮົມ ໃນຫົວຂໍ້: “ການຈັດການຂີ້ເຫຍື້ອ”........... ໃຫ້ແກ່ ອົງການ ປົກຄອງບ້ານ ທີ່ເມືອງ ເຊບັ້ງໄຟ, ແຂວງ ຄຳມ່ວນ................ 36 • ລົງເຄື່ອນໄຫວສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຫົວຂໍ້ “ການຈັດການ......... ສິ່ງເສດເຫຼືອ”.................................................................................... 38 • ລົງເຄື່ອນໄຫວກິດຈະກຳ ການຈັດການສິ່ງເສດເຫຼືອ ໃນຊ່ວງງານບຸນ.......... ຊ່ວງເຮືຶອ ທີ່ທ່າວັດຈັນປີ 2018............................................................. 42 • ການສ້າງຂະບວນການສ້າງຈິດສຳນຶກດ້ານສິ່ງແວດລ້ອມ ໃນງານບຸນ......... ນະມັດສະການພະທາດຫຼວງ ປະຈຳປີ 2018........................................... 44 • ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ລົງເຄື່ອນໄຫວກິດຈະກຳ...... ສ້າງຈິດສຳນຶກ ພາຍໃຕ້ຫົວຂໍ້: ການປົກປັກຮັກສາປ່າໄມ້............................. 46 • ແລກປ່ຽນຂໍ້ມູນຂ່າວສານ ໃນຫົວຂໍ້ “ການປົກປັກຮັກສາປ່າ ໃນ ສປປ........ ລາວ” ທີ່ແຂວງ ຄຳມ່ວນ ແລະ ແຂວງ ໄຊຍະບູລີ....................................... 50 • ກສສ ໄດ້ລົງເຄື່ອນໄຫວກິດຈະກຳສ້າງຈິດສຳນຶກດ້ານສິ່ງແວດລ້ອມ.......... ຢູ່ໃນງານບຸນປະເພນີ ບຸນກິນຈຽງເຜົ່າມົ້ງ, ບຸນເກຼີ - ເຜົ່າກຶມມຸ....................... 53 • ລະດູປາວາງໄຂ່ນັ້ນສຳຄັນຢ່າງໃດ?...................................................54 • ແນວມັກໄດ໋ນີ ຫາກໍ່ຮູ້ໜໍ່ໄມ້ປ້ອງກັນ ” ມະເຮັງລຳໄສ້” ຂັບໄລ່ສານພິດ....... ໃຕ້ຜິວໜັງໄດ້ ຫາມາກິນດ່ວນ…??....................................................... 56
  • 5. 1 ປະຊຸມ ກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງ ປະ ຕິບັດວຽກງານສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງ ແວດລ້ອມ ທົ່ວປະເທດ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ (ກຊສ). ໃນວັນທີ 13-14 ກັນຍາ 2018 ກສສ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ສ້າງ ຈິດສໍານຶກດ້ານສິ່ງແວດລ້ອມທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ຈິດຖະໝອມ ອຸ່ນສີດາ ຮອງຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມແລະທ່ານນາງ Cristina Georgii, ຫົວໜ້າ ໜ່ວຍງານ ສົ່ງເສີມການ ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ(ProCEEd).ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ99ທ່ານ, ຍິງ 28 ທ່ານ ທີມາຈາກ ພະແນກ ຊັບພະຍາກອນທໍາ ມະຊາດແລະສິ່ງແວດລ້ອມ(ພຊສ)18ແຂວງ.ນອກ ຈາກນີ້ ກໍ່ຍັງມີບັນດາຄູ່ຮ່ວມງານຂອງ ກສສ ເຊັ່ນ: ໜ່ວຍງານ ອະນຸລັກເຄື່ອນທີ່ (MCU) ຄະນະວິທະຍາ ສາດປ່າໄມ້, ໜ່ວຍງານ ປະຕິບັດການ ເພື່ອການສຶກ ສາ ແລະ ພັດທະນາສັງຄົມ ແລະ ສິ່ງແວດລ້ອມ (SEED) ຄະນະວິທະຍາສາດສິ່ງແວດລ້ອມ, ສູນພັດ ທະນາຊຸມຊົນ (RDA), ບໍລິສັດ ມາຍມີເດຍ, ບໍລິສັດ ເຂົ້າໜຽວ, ໜ່ວຍງານ ProCEEd, ຫ້ອງການ GIZ, ບັນດາກົມ,ກອງຂອງກຊສ ແລະຂະແໜງການອ້ອມ ຂ້າງທີ່ກ່ຽວຂ້ອງ. ກອງປະຊູມ ດັ່ງກ່າວ ແມ່ນໄດ້ຮັບ ການສະໜັບສະໜູນ ຈາກໜ່ວຍງານ ProCEEd. ຈຸດປະສົງຂອງກອງປະຊຸມຄັ້ງນີ້: ເພື່ອແລກປ່ຽນບົດ ຮຽນ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ການ ສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ກັບ ຂອງບັນດາ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທົ່ວປະເທດ, ເພື່ອຮ່ວມກັນວາງ ແຜນການຮ່ວມມືທາງດ້ານວິຊາການ ລະຫວ່າງ ສູນ ກາງກັບທ່ອງຖີນ, ບັນດາຄູ່ຮ່ວມງານ ອົງການ ຈັດຕັ້ງ ສາກົນ ແລະ ອົງການ ຈັດຕັ້ງທາງສັງຄົມ. ມື້ທີໜຶ່ງ: ພາຍຫຼັງທີ່ ທ່ານ ນ. ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າ ກສສ ແລະ ທ່ານ ນ. Cristina Georgii ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 6. 2 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ຫົວໜ້າ ໜ່ວຍງານ ProCEEd ໄດ້ກ່າວເປີດ ກອງປະ ຊຸມ. ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນຳສະເໜີ ການເຄື່ອນໄຫວວຽກງານການສຶກສາ ແລະ ສ້າງຈິດ ສຳນຶກດ້ານສິ່ງແວດລ້ອມ ຂອງ ກສສ, ຊ່ຽວຊານ ໜ່ວຍງານ ProCEEd, ຄູ່ຮ່ວມງານຂອງ ກສສ ແລະ ການນຳສະເໜີ ຂອງບັນດາ ພຊສ ດັ່ງລາຍລະອຽດ ລຸ່ມນີ້: - ທ່ານ ຄອນສະຫວັນ ຫລວງລາດ ຫົວຫນ້າພະແນກ ສິ່ງແວດລ້ອມສັງຄົມ, ກສສ ນຳສະເໜີ ພາລະບົດ ບາດແລະແຜນການເຄື່ອນໄຫວໃນຕໍ່ໜ້າຂອງກສສ; - ທ່ານ ພຸດທະລາ ສຸກສາຄອນ ຮອງຫົວຫນ້າພະແນກ ສິ່ງແວດລ້ອມສັງຄົມ, ກສສ ນຳສະເໜີ ວຽກງານການ ສຶກສາສິ່ງແວດລ້ອມ ຂອງ ກສສ; -ທ່ານນ.ລັດຕະນະພອນອິນທະສານ,ຮອງຫົວຫນ້າ ພະແນກ ສິ່ງແວດລ້ອມສັງຄົມ, ກສສ ນຳສະເໜີການ ເຄື່ອນໄຫວວຽກງານການສຶກສາແລະສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ໃນໄລຍະຜ່ານມາ ຂອງ ກສສ; - ທ່ານ ບົວແສງປະເສີດ ພຣະສິດທິເດດ, ຮອງຫົວ ຫນ້າພະແນກ ສິ່ງແວດລ້ອມສັງຄົມ, ກສສ ນຳສະ
  • 7. 3 ປະຊຸມ ເໜີ ການເຄື່ອນໄຫວວຽກງານສື່ມ່ວນຊົນ ດ້ານສິ່ງ ແວດລ້ອມ ໃນໄລຍະຜ່ານມາ ຂອງ ກສສ; - ທ່ານ ເມນເຟດ ໂອເພັນ ທີ່ປຶກສາປະຈຳໜ່ວຍງານ ProCEEd ສະເໜີ ແນວຄວາມຄິດການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ; - ບໍລິສັດ ມາຍມີເດຍ ນຳສະເໜີ ການເຄື່ອນໄຫວວຽກ ງານ ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດ ລ້ອມ ກ່ຽວກັບ ການປົກປັກຮັກສາຊັບພະຍາກອນທຳ ມະຊາດແລະສິ່ງແວດລ້ອມສໍາລັບນັກຮຽນ,ອຳນາດ ການປົກຄອງບ້ານ ແລະ ຊຸມຊົນ ເປົ້າໝາຍຂອງໂຄງ ການ; - ໜ່ວຍງານ ອະນຸລັກເຄື່ອນທີ່, ຄະະນະປ່າໄມ້, ມຊ. ການເຄື່ອນໄຫວວຽກງານການສຶກສາ ແລະ ສ້າງຈິດ ສຳນຶກດ້ານສິ່ງແວດລ້ອມ ກ່ຽວກັບ ການຈັດການຂີ້ ເຫຍື້ອແບບຄົບວົງຈອນສໍາລັບນັກຮຽນ,ອຳນາດການ ປົກຄອງບ້ານ ແລະ ຊຸມຊົນ ເປົ້າໝາຍຂອງໂຄງການ ແລະ ໃນງານບຸນເທດສະການຕ່າງໆພາຍໃນສູນກາງ ແລະ ທອງຖິ່ນ; - ສູນພັດທະນາຊົນນະບົດ ນຳສະເໜີ ການເຄື່ອນ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 8. 4 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ໄຫວວຽກງານການສຶກສາ ແລະ ສ້າງຈິດສຳນຶກດ້ານ ສິ່ງແວດລ້ອມ ໃນງານບຸນປະເພນີ ກອງເຂົ້າໃຫຍ່ ທີ່ ເມືອງ ພຽງ ແຂວງ ໄຊຍະບູລີ; - ບັນດາ ພຊສ 14 ແຂວງ ນຳສະເໜີ ການເຄື່ອນໄຫວ ວຽກງານສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດ ລ້ອມ ໃນໄລຍະຜ່ານມາ; - ການສະແດງລະຄອນເວທີສັນ ຂອງພະນັກງານ ຈາກ ກສສ ໃນເລື່ອງ: ໂຫຼບມາກຍາກໂຕເອງ; ມື້ທີສອງ: ສຶບຕໍ່ນໍາສະເໜີວຽກງານການເຄື່ອນໄຫວ ວຽກງານສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດ ລ້ອມຂອງ ພຊສ 4 ແຂວງ ທີຍັງເຫຼືອ. ຫຼັງຈາກນັ້ນ ກໍ່ ໄດ້ມີການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຕໍ່ກັບ ການເຄື່ອນໄຫວວຽກງານສຶກສາແລະສ້າງຈິດສໍານຶກ ດ້ານສິ່ງແວດລ້ອມຂອງ ກສສ ແລະ ບັນດາຄູ່ຮ່ວມ ງານ ເຫັນວ່າເປັນຂໍ້ມູນ, ແນວທາງ ແລະ ບົດຮຽນໃຫ້ ແກ່ບັນດາແຂວງ ພ້ອມທັງສ້າງຄວາມສົນໃຈແກ່ບັນ ດາ ພຊສ ທີ່ບໍ່ທັນເຄີຍມີກິດຈະກຳດັ່ງກ່າວ ພາຍໃນ ແຂວງຂອງຕົນ. ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ ຮັບການປັບປຸງໃຫ້ດີຂື້ນ, ທາງຜູ້ຈັດກອງປະຂຸມ ຈຶ່ງ ໄດ້ແບ່ງກຸ່ມສົນທະນາອອກເປັນ 03 ກຸ່ມ (ພາກເໜືອ, ພາກກາງ ແລະ ພາກໃຕ້) ພາຍໃຕ້ຫົວຂໍ້ດັ່ງນີ້: 1. ຜ່ານການນຳສະເໜີ ຂອງ ກສສ ກ່ຽວກັບ ການຈັດ ຕັ້ງປະຕິບັດຜ່ານມາ ແລະ ຜະລິດຕະພັນທີ່ນຳໃຊ້ເຂົ້າ ໃນວຽກງານສຶກສາແລະສ້າງຈິດສຳນຶກດ້ານສິ່ງແວດ ລ້ອມ, ທ່ານຄິດວ່າ ສິ່ງໃດທີ່ທາງ ພຊສ ສາມາດນຳໄປ ຜັນຂະຫຍາຍເຂົ້າໃນວຽກງານຂອງທ່ານໄດ້; 2.ຕໍ່ກັບສິ່ງທີ່ທ່ານຈະນໍາໄປຜັນຂະຫຍາຍນັ້ນ ທ່ານ ມີຂະບວນການ ແລະ ວິທີການແນວໃດ ທີ່ຈະເຮັດໃຫ້ ວຽກງານດັ່ງກ່າວໄດ້ຮັບໝາກຜົນ; 3. ມີສິ່ງໃດແນ່ທີ່ທາງ ກສສ ສາມາດສະໜັບສະໜູນ ທາງດ້ານວິຊາການ ຕໍ່ກັບການຜັນຂະຫຍາຍວຽກ ງານດັ່ງກ່າວໄດ້;
  • 9. 5 ປະຊຸມ ຜ່ານຄົ້ນຄວ້າພາຍໃນກຸ່ມ ແລະ ຂື້ນນຳສະເໜີ ຕາມ ສາມຫົວຂໍ້ຫຼັກໆຂອງ 3 ພາກ (ພາກໃຕ້, ພາກກາງ ແລະ ພາກເໜືອ) ແມ່ນສັງລວມໄດ້ດັ່ງລຸ່ມນີ້: • ກິດຈະກຳທີ່ຈະນຳໄປຜັນຂະຫຍາຍ: ການສະແດງ ລະຄອນສັ້ນ-ຍາວ,ການຫຼຸດຜ່ອນແລະການຄັດແຍກ ຂີ້ເຫຍື່ອ 3R, ການລ້ຽງຂີ້ກະເດືອນ ໂດຍໃຊ້ສິ່ງເສດ ເຫຼືອເປັນອາຫານ, ການນໍາໃຊ້ປືມແບບຮຽນ-ແບບ ສອນ ກ່ຽວກັບ ສິ່ງແວດລ້ອມ, ບົດຮຽນໃນການເຮັດ ກິດຈະກໍາ, ອຸປະກອນການສື່ສານໂຄສະນາເຊັ່ນ: ໂຟສສະເຕີ, ການປະກວດຮູບພາບ, ວາລະສານ, ສາ ລະຄະດີທາງວິທະຍຸ ແລະ ໂທລະພາບ ແລະ ປຶ້ມຄູ່ມື ຕ່າງໆ. • ວິທີການທີ່ຈະໄປນຳໃຊ້: ສາມາດໄປນຳໃຊ້ກັບບັນ ດາ ໂຄງການ ພັດທະນາ, ຈັດຕັ້ງປະຕິບັດກິດຈະກຳ (ບ້ານ, ສຳນັກງານ, ຊຸມຊົນ, ນັກຮຽນ ແລະ ກຸ່ມຜະ ລິດກະສິກໍາ) ແລະ ສື່ມວນຊົນຕ່າງໆ, ຫັນປ່ຽນແຜນ ການ-ແຜນງານທັງໄລຍະສັ້ນ-ຍາວ, ການຈັດການຂີ້ ເຫຍື້ອຕົວເມືອງ, ການປົກປັກຮັກສາສິ່ງແວດລ້ອມ ໃນຕົວເມືອງ ແລະ ເຂດປ່າສະຫງວນຂອງແຂວງ; • ການສະໜັບສະໜູນ ຈາກ ກສສ: ສ້າງຄວາມເຂັ້ມ ແຂງໃຫ້ພະນັກງານ ວິຊາການ ພຊສ ແລະ ຫຊສ ກ່ຽວກັບ ການສ້າງຈິດສຳນຶກ, ບັນດາເອກະສານ ແລະ ປື້ມຄູ່ມືຕ່າງໆ, ສ້າງແບບແຜນວິທີການເຮັດ ວຽກເປັນທິມ, ເຕັກນິກວິທີການເວົ້າ ຫຼື ການບັນລະ ຍາຍ, ທັກສະການສະແດງ, ເຕັກນິກໃນການຜະລິດ ລະຄອນ, ທັກສະ ແລະ ວິທີການສ້າງລາຍການວິທະ ຍຸ ແລະ ໂທລະພາບ, ການສ້າງນິຕິກຳລຸ່ມກົດໝາຍ; ຂໍ້ສະເໜີຈາກບັນດາແຂວງ - ສະໜອງງົບປະມານໃນການເຄື່ອນໄຫວຈັດຕັ້ງປະ ຕິບັດ ວຽງການການສຶກສາ ແລະ ສ້າງຈິດສຳນຶກດ້ານ ສິ່ງແວດລ້ອມ. - ສ້າງຂີດຄວາມສາມາດໃຫ້ພະນັກງານ ພຊສ ແລະ ຫຊສ ໃນວຽກງານໂຄສະນາ ແລະ ສ້າງຈິດສຳນຶກ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 10. 6 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ດ້ານສິ່ງແວດລ້ອມ (ການເຝິກອົບຮົມຫົວຂໍ້: ວິທີການ ສະເໜີຂໍທຶນ ສະໜັບສະໜູນ ຊ່ວຍເຫລືອ ຈາກຜູ້ໃຫ້ ທຶນ ເພື່ອຂະຫຍາຍໄປເມືອງ ແລະ ບ້ານອື່ນໆຂອງ ແຂວງ, ການສະແດງລະຄອນ ແລະ ການຂຽນຂ່າວ). - ອຸປະກອນນຳໃຊ້ ໃນວຽກງານເຜີຍແຜ່ໂຄສະນາ ກ່ຽວກັບ ວຽກງານສ້າງຈິດສຳນຶກດ້ານສິ່ງແວດລ້ອມ. ຄູ່ມື ແລະ ຂໍ້ມູນຂ່າວສານ ຂອງວຽກງານການສຶກສາ ແລະ ສ້າງຈິດສຳນຶກດດ້ານສິ່ງແວດລ້ອມ.
  • 12. 8 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ກອງປະຊຸມປຶກສາຫາລືແລະ ທາບທາມ ຮ່າງ ຄູ່ມືແນະ ນຳການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມ ຕາ ໃນບັນດາແຂວງ ແລະ ເມືອງເປົ້າໝາຍ ໃນລະຫວ່າງ ວັນທີ 9 ກໍລະກົດ - 9 ສິງຫາ 2018, ພະແນກ ສິ່ງແວດລ້ອມທຳມະຊາດ (ພສຊ), ກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ). ໄດ້ລົງ ເຄື່ອນໄຫວຈັດກອງປະຊຸມ ທາມທາມ ຮ່າງຄູ່ມືແນະ ນໍາ ການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມ ຕາ. ໃນບັນດາ 6 ເມືອງ ແລະ 6 ແຂວງ ເປົ້າໝາຍຄື: (ນະຄອນປາກເຊ ແຂວງ ຈໍາປາສັກ, ນະຄອນໄກ ສອນພົມວິຫານ ແຂວງ ສະຫວັນນະເຂດ, ເມືອງ ທ່າ ແຂກ ແຂວງ ຄໍາມ່ວນ, ເມືອງ ປາກຊັນ ແຂວງ ບໍລິຄໍາ ໄຊ, ເມືອງ ວັງວຽງ ແຂວງ ວຽງຈັນ, ນະຄອນຫຼວງພະ ບາງ ແຂວງ ຫຼວງພະບາງ ແລະ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ). ກອງປະຊຸມ ຄັ້ງນີ້ ແມ່ນໄດ້ຮັບ ກຽດເປັນປະທານຮ່ວມ ຂອງທ່ານ ສິງສະຫວັນ ສິງ ກາວົງໄຊ ຮອງຫົວຫ້າ ກສສ, ບັນດາຫົວໜ້າ/ຮອງ ພຊສ ແຂວງ ແລະ ບັນດາເຈົ້າເມືອງ/ຮອງເຈົ້າເມືອງ. ຊຶ່ງມີບັນດາຂະແໜງການກ່ຽວຂ້ອງເຂົ້າຮ່ວມຄື: (ພະ ແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ຫ້ອງການ ປົກຄອງເມືອງ, ຫ້ອງການ ພັດທະ ນາ-ບໍລິຫານຕົວເມືອງ, ຫ້ອງການ ກະສິກຳ-ປ່າໄມ້, ຫ້ອງການ ຖະແຫຼງຂ່າວ, ວັດທະນາທຳ-ການທ່ອງ ທ່ຽວ, ຫ້ອງການ ສາທາລະນະສຸກ, ຫ້ອງການ ສຶກສາ ທິການ-ກິລາ, ຫ້ອງການ ອຸດສາຫະກຳ-ການຄ້າ, ຫ້ອງການ ໂຍທາທິການ ແລະ ຂົນສົ່ງ, ຫ້ອງການ ພາຍໃນ, ຊາວໜຸ່ມ ແລະ ແມ່ຍິງ. ຈຸດປະສົງ ແມ່ນເພື່ອທາບທາມ ຮ່າງຄູ່ມືແນະນຳ ຈັດ ຕັ້ງປະຕິບັດ ຂຽວ ສະອາດ ງາມຕາ ແລະ ປຶກສາຫາ ລື ກ່ຽວກັບ ທິດທາງການນຳໃຊ້ ຮ່າງຄູ່ມື ດັ່ງກ່າວ. ກອງປະຊຸມ ໄດ້ນຳສະເໜີ ຮ່າງຄູ່ມືແນະນໍາ ການຈັດ ຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ. ໂດຍ ລວມ ແມ່ນເຫັນດີເປັນເອກະພາບ ແຕ່ຍັງມີບາງຂໍ້ ຕ້ອງໄດ້ປັບປຸງຄືນບາງຄຳສັບ ເປັນຕົ້ນ ເພີ່ມບາງຄຳ ສັບ ກ່ຽວກັບ ວັດວາອາຣາມ ແລະ ໂຮງໝໍ ໃສ່ຕື່ມ. ສະເໜີໃຫ້ເພີ່ມ ຫຊສ, ພຊສ ແຂວງ ໂດຍປະສານສົມ
  • 13. 9 ປະຊຸມ ທົບກັບອົງການ ປົກຄອງເມືອງ/ນະຄອນ, ບ້ານ ແລະ ໂຮງຮຽນ ຈັດກອງປະຊຸມ ເພື່ອແຈ້ງຈຸດປະສົງ, ເປົ້າ ໝາຍ ແລະ ບັນດາເອກະສານຕ່າງໆທີ່ ກ່ຽວກັບ ວຽກ ງານ ຂຽວ, ສະອາດ, ງາມຕາ. ສະເໜີໃຫ້ເພີ່ມຄຳສັບ ກ່ຽວກັບ ການເກັບມ້ຽນຂີ້ ເຫຍື້ອໃຫ້ຖືກຕາມວິທີ 3R ແລະ ມີສັນຍາກັບ ບໍລິສັດ ຫຼື ອົງການ ພັດທະນາ - ບໍລິຫານຕົວເມືອງ ແລະ ຮ່ອງ ລະບາຍນ້ຳ, ບ່ອນພັກນ້ຳທີ່ໄຫຼອອກຈາກຄອບຄົວ ແລະ ບ້ານຂອງຕົນ ໄຫຼລົງຮ່ອງລະບາຍນ້ໍາເປື້ອນສາ ທາລະນະ ຫຼື ຮ່ອງນ້ຳທີ່ໄດ້ຮັບອະນຸຍາດໃຫ້ປ່ອຍ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງຂອງຕົວ ເມືອງ ແລະ ຊຸມຊົນ; ການອອກໃບຢັ້ງຢືນ ໂດຍລວມແລ້ວ ແມ່ນເຫັນດີ ເປັນເອກະພາບ ແຕ່ຍັງມີບາງຈຸດຕ້ອງໄດ້ກຳນົດຈະ ແຈ້ງ ກ່ຽວກັບ ພາລະບົດບາດ ແລະ ຄວາມຮັບຜິດ ຊອບ ຂອງແຕ່ລະຂັ້ນ ເປັນຕົ້ນ ການອອກໃບຢັ້ງຢືນ ດີເດັ່ນ ດ້ານຂຽວ ສະອາດ ງາມຕາ. ໃຫ້ແຕ່ລະພາກ ສ່ວນ ຕ້ອງກຳນົດຂະໜາດ, ລະດັບ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງແລະມີປະສິດທິຜົນ. ຜົນຂອງກອງປະຊຸມໂດຍລວມແລ້ວ ບັນດາຂະແໜງ ການ ແລະ ທຸກພາກສ່ວນເຫັນດີເປັນເອກະພາບຕໍ່ ໂຄງຮ່າງ ແລະ ເນື້ອໃນ ຂອງຮ່າງຄູ່ມືແນະນຳ ການ ຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ແຕ່ ຍັງມີບາງຈຸດເຫັນວ່າ ຍັງບໍ່ທັນແທດເໝາະກັບສະ ພາບຕົວຈິງໃນຕົວເມືອງ ແລະ ຊົນນະບົດ, ທຸກຂະ ແໜງການແລະທຸກພາກສ່ວນໄດ້ເອົາໃຈໃສ່ປະກອບ ຄຳຄິດເຫັນ ແລະ ແລກປ່ຽນບົດຮຽນນຳກັນ ຢ່າງກົງ ໄປກົງມາ ເພື່ອເຮັດໃຫ້ຮ່າງຄູ່ມືແນະນຳ ການຈັດຕັ້ງ ປະຕິບັດວຽກງານ ຂຽວ ສະອາດ ງາມຕາ. ສົມບູນ ຂຶ້ນຕື່ມ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້ ແລະ ເຂົ້າ ໃຈດີ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຂຽວ ສະ ອາດ ງາມຕາ. ຂອງສູນກາງວາງອອກ ໂດຍຕິດພັນ ກັບແນວທາງນະໂຍບາຍຂອງແຂວງ ແລະ ເມືອງ. ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 14. 10 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ກສສ ລົງຕິດຕາມຊຸກຍູ້ ແລະ ແນະນຳ ດ້ານວິຊາການ ໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບ ດ້ານ ໃນລະຫວ່າງວັນທີ16-30ກໍລະກົດ2018.ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ (ກສສ) ຮ່ວມກັບ ກົມທີ່ດິນ ແລະ ສູນຂໍ້ມູນ-ຂ່າວສານ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ຕິດຕາມ ແລະ ແນະນຳ ດ້ານວິຊາການ ໃນການສ້າງແຜນຄຸ້ມ ຄອງສິ່ງແວດລ້ອມ ແບບຮອບດ້ານ ຢູ່ຂັ້ນແຂວງ (ແຂວງ ໄຊສົມບູນ, ແຂວງ ຫົວພັນ) ແລະ ນະຄອນ ຫຼວງວຽງຈັນ. ຈຸດປະສົງ ເພື່ອປຶກສາຫາລື ກ່ຽວກັບ ການລິເລີ່ມການ ສ້າງແຜນແມ່ບົດຈັດສັນທີ່ດິນ ແລະ ແຜນຄຸ້ມຄອງສິ່ງ ແວດລ້ອມແບບຮອບດ້ານ.ການລົງມາຊຸກຍູ້ຕິດຕາມ ແລະ ແນະນຳດ້ານວິຊາການ ໄດ້ດຳເນີນໄປ ດັ່ງນີ້: ຄະນະຮັບຜິດຊອບໃນການສ້າງແຜນຄຸ້ມຄອງສິ່ງ ແວດລ້ອມ ແບບຮອບດ້ານ ຂອງແຂວງ ໄດ້ລາຍງານ ຄວາມຄືບໜ້າ ແລະ ບັນຫາທີ່ຄ້າງຄາໃນການສ້າງ ແຜນດັ່ງກ່າວ ໂດຍໄດ້ສະເໜີຜ່ານເນື້ອໃນບົດຂຽນ ໄປແຕ່ ພາກທີ I ຫາ ພາກທີ V ຊຶ່ງຄະນະທີມງານ ວິຊາການ ຈາກສູນກາງໄດ້ມີຂໍ້ສັງເກດ ດັ່ງນີ້: ຜ່ານ ການສະນຳສະເໜີເຫັນວ່າ ໄດ້ມີການປະກອບຂໍ້ມູນ ແລະ ເນື້ອໃນເຂົ້າໝົດທຸກພາກ ແຕ່ສັງເກດເຫັນວ່າ ເນື້ອໃນປະກອບການຂຽນ ແລະ ຂໍ້ມູນໃນຕາຕະລາງ ຍັງບໍ່ທັນກົງກັນ ຍັງບໍ່ລະອຽດຊັດເຈນ ເຖິງທີ່ມາຂອງ ແຫຼ່ງຂໍ້ມູນອ້າງອີງ ແລະ ປີຂອງຂໍ້ມູນ, ກວດຄືນ ຕາ ຕະລາງ 23 ເຂດ ທີ່ຈະພັດທະນາ, ສະຫງວນ ແລະ ຫວງຫ້າມ ຂອງແຂວງວ່າ ສອດຄ່ອງກັບບັນດາ ແຜນ ຍຸດທະສາດ ຂອງແຕ່ລະຂະແໜງການແລ້ວບໍ່ ເພາະ ບັນດາເຂດເຫຼົ່ານັ້ນ ຈະໄດ້ນຳໄປວາງແຜນ ເພື່ອຄຸ້ມ ຄອງ ແລະ ພັດທະນາໃນອານາຄົດ; ພາກທີ່ II ແລະ IV ໃຫ້ປະສານສົມທົບກັບພະແນກແຜນການ ແລະ ການລົງທຶນແຂວງເພື່ອກວດຄືນຄວາມຖືກຕ້ອງ ແລະ ສອດຄ່ອງຂອງຂໍ້ມູນກັບນະໂຍບາຍ,ວິໃສທັດ 2030, ຍຸດທະສາດ 2016-2025 ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ 2016-2020 ເພື່ອສົມ ທຽບກັບຂໍ້ມູນທີ່ຂຽນໃນບົດເປັນຕົ້ນ ການກຳນົດບັນ
  • 15. 11 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ດາທ່າແຮງຂອງແຂວງ ແລະ ເມືອງ ຊຶ່ງໄດ້ນຳເອົາຂໍ້ ມູນພຶ້ນຖານດັ່ງກ່າວການວິເຄາະທ່າແຮງຂອງແຂວງ ດ້ວຍຮູບ SWOT; ສ່ວນພາກທີ V ໃນພາກນີ້ ພຊສ ແຂວງ ໄຊສົມບູນ ຕ້ອງໄດ້ກວດເບິ່ງຄືນຄວາມຖຶກ ຕ້ອງ ແລະ ສອດຄ່ອງຂອງເນື້ອໃນບົດ ເພື່ອສົມທຽບ ກັບວິໃສທັດຮອດປີ 2030 ແລະ ຍຸດທະສາດ 2016- 2025 ຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງແລ້ວນຳມາວາງແຜນເພື່ອ ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຊຶ່ງຈະຕ້ອງ ໄດ້ມີການກຳນົດມາດຕະການຫຼຸດຜ່ອນຜົນກະທົບ ດ້ານສິ່ງແວດລ້ອມ ຕໍ່ກັບບັນດາທ່າແຮງຂອງການ ພັດທະນາດ້ານຕ່າງໆຂອງແຂວງ. ວຽກງານໃນຕໍ່ໜ້າ 1. ພຊສ ແຂວງ ໄຊສົມບູນ ເລັ່ງປັບປຸງເນື້ອໃນ ແລະ ປະກອບຂໍ້ມູນຄືນຕາມການແນະນຳ ເພື່ອໃຫ້ສຳ ເລັດ ແລະ ສາມາດຈັດກອງປະຊຸມ ຜ່ານໃນຄະນະ ວິຊາການ ໃນທ້າຍເດືອນ ກໍລະກົດ 2018, ຈາກນັ້ນ ໃຫ້ປັບປຸງບົດຕາມການປະກອບຄຳຄິດຄຳເຫັນທີ່ໄດ້ ຈາກກອງປະຊຸມ ວິຊາການ ແລະ ໃຫ້ຈັດກອງປະຊຸມ ຜ່ານຄວາມເປັນເອກະພາບ ໃນລະດັບຄະນະຊີ້ນຳ ໃນຕົ້ນເດືອນສິງຫາ2018ແລະກອງປະຊຸມຮັບຮອງ ໃຫ້ສຳເລັດໃນທ້າຍເດືອນ ກັນຍາ 2018 ສ່ວນງົບປະ ມານໃນການຈັດກອງປະຊຸມ ແຕ່ລະຄັ້ງໃຫ້ນຳສະ ເໜີຂໍງົບປະມານຈາກ ພຊສ ຜ່ານການກວດກາຂອງ ກສສ ແລ້ວສະເໜີໄປຍັງ ບໍລິສັດ ໄຟຟ້າ ນໍ້າງຽບ 1 ຈຳ ກັດ. 2. ພຊສ ແຂວງ ຫົວພັນ ກວດເບິ່ງຄືນ ສຳລັບ ພາກ ທີ V ກ່ຽວກັບ ຄວາມຖືກຕ້ອງ ແລະ ສອດຄ່ອງຂອງ ເນື້ອໃນ ເພື່ອສົມທຽບກັບວິໃສທັດ ຮອດປີ 2030 ແລະຍຸດທະສາດ2016-2025ຂອງຂະແໜງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລ້ວ ນຳມາວາງແຜນ ເພື່ອຄຸ້ມຄອງສິ່ງແວດລ້ອມ ແບບ ຮອບດ້ານ ຊຶ່ງຈະຕ້ອງໄດ້ກຳນົດມາດຕະການຫຼຸດ ຜ່ອນຜົນກະທົບດ້ານສິ່ງແວດລ້ອມ ຕໍ່ກັບບັນດາທ່າ ແຮງຂອງການພັດທະນາດ້ານຕ່າງໆຂອງແຂວງ, ຄະ ນະຮັບຜິດຊອບຂອງແຂວງ ເລັ່ງປັບປຸງເນື້ອໃນ ແລະ ປະກອບຂໍ້ມູນຄືນຕາມການແນະນຳ ເພື່ອໃຫ້ສຳເລັດ ແລະ ສາມາດຈັດກອງປະຊຸມ ຜ່ານໃນຄະນະວິຊາ ການ, ຈາກນັ້ນໃຫ້ປັບປຸງບົດຕາມການປະກອບຄຳ ຄິດເຫັນທີ່ໄດ້ຈາກກອງປະຊຸມວິຊາການແລະໃຫ້ຈັດ ກອງປະຊຸມ ຜ່ານຄວາມເປັນເອກະພາບ ໃນລະດັບ ຄະນະຊີ້ນຳລວມ ແລະ ກອງປະຊຸມຮັບຮອງ.
  • 16. 12 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ກອງປະຊຸມ ສຳມະນາ ກ່ຽວກັບ ການນຳໃຊ້ສິ່ງປະຈັກ ຕາ (MOVE) ແລະ ການປະເມີນສະພາບຊົນນະບົດ ແບບມີສ່ວນຮ່ວມ (PRA) ໃນລະຫວ່າງວັນທີ 3-7 ກັນຍາ 2018 ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມມືກັບ ໜ່ວຍງານ ສົ່ງເສີມການສຶກສາສິ່ງແວດ ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (Pro- CEEd), ອົງການ the Deutsche Gesellschaft fur Internationale Entwicklung-GIZ ໄດ້ຈັດ ຝຶກອົບຮົມ ກ່ຽວກັບ ການດຳເນີນກອງປະຊຸມ ສຳມະ ນາການນຳໃຊ້ສິ່ງປະຈັກຕາ (MOVE) ແລະ ການປະ ເມີນສະພາບຊົນນະບົດ ແບບມີສ່ວນຮ່ວມ (PRA) ກອງປະຊຸມ ສໍາທະນາ ໄດ້ຈັດຂຶ້ນທີ່ ໂຮງແຮມວຽງຈັນ ພຣາຊາ ນະຄອນຫຼວງວຽງຈັນ. ກອງປະຊຸມ ສຳມະນາ ດັ່ງກ່າວ ໄດ້ມີຜູ້ເຂົ້າຮ່ວມທັງ ໝົດ ຈຳນວນ 25 ທ່ານ ທີ່ມາຈາກ ກສສ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຫຊສ), ເມືອງ ບົວລະພາ, ພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ, ສະຖາບັນການສຶກສາເຊັ່ນ: ໜ່ວຍງານ ອະນຸລັກ ເຄື່ອນທີ່ (MCU), ໜ່ວຍປະຕິບັດການສຶກສາພັດທະ ນາສັງຄົມ ແລະ ສິ່ງແວດລ້ອມ (SEED) ມະຫາວິທະ ຍາໄລ ແຫ່ງຊາດ (ມຊ) ນອກນັ້ນ ຍັງມີບັນດາອົງການ ຈັດຕັ້ງທາງສັງຄົມເຊັ່ນ: ບໍລິສັດ Mind Media, ສູນ ພັດທະນາຊົນນະບົດ (RDA) ແລະ ສະມາຄົມຊີວະ ນາໆພັນລາວ (LBA). ການສຳມະນາໃນຄັ້ງນີ້ ແມ່ນ ນຳພາ ແລະ ສິດສອນໂດຍ ທ່ານ ເມນເຟດ ໂອເພັນ (Manfred Oepen) ທີ່ມາຈາກປະເທດ ເຢຍລະມັນ ເຊິ່ງເປັນຊ່ຽວຊານ ທີ່ມີຄວາມສຳນານງານໃນວຽກ ງານ MOVE ແລະ PRA ຊຶ່ງສິ່ງດັ່ງກ່າວນີ້ ແມ່ນ ຈະໄດ້ນຳໃຊ້ເຂົ້າໃນວຽກງານການສຶກສາ ແລະ ການ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ. ການສຳມະນາ ຄັ້ງນີ້ ແມ່ນໄດ້ສຸມໃສ່ວິທີການ ແລະ ບັນດາເຄື່ອງ ມືຕ່າງໆ ຊຶ່ງຈະເຮັດໃຫ້ແຕ່ລະຄົນ ໄດ້ສະແດງແນວ ຄວາມຄິດ ແລະ ບັນລຸຄວາມຄິດເຫັນສ່ວນລວມຂອງ ກຸ່ມ ກ່ຽວກັບ ໜຶ່ງ ຫຼື ຫຼາຍບັນຫາຫຼັກ ຫຼື ແຜນຈັດ ຕັ້ງປະຕິບັດ. ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮຽນຮູ້ວິທີ ການນຳໃຊ້ອົງປະກອບຕ່າງໆຂອງການດຳເນີນກອງ ປະຊຸມ ແລະ ການນຳໃຊ້ສິ່ງປະຈັກຕາເຂົ້າໃນວຽກ ງານການສຶກສາສິ່ງແວດລ້ອມຂອງເຂົາເຈົ້າ ແລະ ພວກເຂົາໄດ້ປຶກສາຫາລືວິທີການຕ່າງໆ ແລະ ເຄື່ອງ ມື ຊຶ່ງເໝາະສົມກັບບັນດາກຸ່ມເປົ້າໝາຍ ທີ່ຢູ່ໃນເຂດ
  • 17. 13 ປະຊຸມ ຊົນນະບົດ ກສສ ແລະ ຄູ່ຮ່ວມງານຂອງຕົນ ເຮັດວຽກ ຮ່ວມກັບເຂົາເຈົ້າ. ຍິ່ງໄປກວ່ານັ້ນ ເຂົາເຈົ້າຍັງໄດ້ຝຶກ ຊ້ອມ ວິທີການ ແລະ ນຳໃຊ້ເຄື່ອງມືຕ່າງໆຂອງ MOVE ເຊັ່ນ: ການລະດົມແນວຄວາມຄິດ, ການເຮັດ ບົດຝຶກຫັດ, ຫຼິ້ນເກມ, ການເຮັດວຽກເປັນກຸ່ມ, ສ້າງ ເຄື່ອງມືທີ່ເປັນສິ່ງປະຈັກຕາ, ການຂຽນຮ່າງແຜນກິດ ຈະກຳ ແລະ ອື່ນໆ ຊຶ່ງສິ່ງດັ່ງກ່າວນັ້ນ ແມ່ນເປັນປະ ໂຫຍດຫຼາຍ ສຳລັບ ການສຳມະນາທີ່ຢູ່ພາຍໃນຫ້ອງ ຫຼື ການຝຶກອົບຮົມອື່ນໆ. ວິທີທີ່ຄ້າຍໆກັນນີ້ PRA ແມ່ນເໝາະສົມທີ່ສຸດ ສຳລັບ ກິດຈະກຳກາງແຈ້ງທີ່ ຈັດຮ່ວມກັບຊຸມຊົນ ເນື່ອງຈາກວ່າ ມັນໄດ້ນຳໃຊ້ ເຄື່ອງມືຕ່າງໆເຊັ່ນ: ການຍ່າງສຳຫຼວດ, ການແຕ້ມ ແຜນທີ່, ການປຶກສາຫາລືກັບກຸ່ມເປົ້າໝາຍ (FGD), ປະຕິທິນລະດູການ, ການວິເຄາະແນວໂນ້ມ ຫຼື ເສັ້ນ ສະແດງການນຳໃຊ້ຊັບພະຍາກອນ. ນອກນີ້ ຜູ້ເຂົ້າ ຮ່ວມຍັງໄດ້ຝຶກຊ້ອມການນຳໃຊ້ເຄື່ອງມືເຫຼົ່ານີ້ ເຂົ້າ ໃນກິດຈະກຳຊີວິດໂຕຈິງທີ່ຕິດພັນກັບການຈັດການ ສິ່ງເສດເຫຼືອ ແລະ ການນຳໃຊ້ສິ່ງເສດເຫຼືອຄືນໃໝ່ ຂອງປະຊາຊົນ, ໂຮງແຮມ, ຮ້ານຄ້າຕ່າງໆ ຢູ່ຕາມຖະ ໜົນສາຍລົມ. ໜ່ວຍງານ ProCEEd ແມ່ນອົງປະ ກອບໜຶ່ງຂອງແຜນງານສີຂຽວ ການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ (ProFEB) ອົງການ GIZ. ແຜນງານດັ່ງ ກ່າວ ແມ່ນເລັງໃສ່ເພີ່ມຄວາມຮູ້ ແລະ ສ້າງຈິດສຳນຶກ ໃຫ້ແກ່ພະນັກງານພາກລັດ ແລະ ປະຊາຊົນໃນທ້ອງ ຖິ່ນທີ່ຢູ່ເຂດເປົ້າໝາຍສະເພາະທີ່ກ່ຽວຂ້ອງກັບການ ປົກປັກຮັກສາ ແລະ ການຄຸ້ມຄອງຊັບພະຍາກອນທຳ ມະຊາດ ແບບຍືນຍົງ. ໂຄງການດັ່ງກ່າວນີ້ ແມ່ນໄດ້ ເຮັດວຽກ ຮ່ວມກັບ ກສສ, ກຊສ ເພື່ອປະກອບສ່ວນ ເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດຢູ່ສປປລາວໂດຍຜ່ານວຽກ ງານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດ ລ້ອມ. ເພື່ອບັນລຸໄດ້ເຖິງຈຸດປະສົງ ດັ່ງກ່າວນີ້ ກສສ ແມ່ນໄດ້ເລັງໃສ່ພັດທະນາທັກສະຕ່າງໆ ແລະ ຄວາມ ສາມາດຂອງພະນັກງານຮູ່ນສືບທອດແລະອາສາສະ ໝັກຂອງ ກຊສ, ພຊສ, ຫຊສ ຕະຫຼອດຮອດອົງການ ຈັດຕັ້ງທາງສັງຄົມ. ທ້າຍສຸດນີ້ ທັກສະໃນການສື່ສານທີ່ກ່ຽວຂ້ອງກັບ MOVEແລະPRAແມ່ນມີຄວາມສຳຄັນເປັນຢ່າງຍິ່ງ ສໍາລັບ ການຊຸກຍູ້ສົ່ງເສີມຄວາມສາມາດຂອງ ອົງ ການຈັດຕັ້ງຕ່າງໆໃນການວາງແຜນ ແລະ ຈັດຕັ້ງປະ ຕິບັດກິດຈະກຳຕ່າງໆ. ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 18. 14 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ກອງປະຊຸມ ຝຶກອົບຮົມ ການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າ ຣາມຊາ ແລະ ລົງສຳຫຼວດປະຊາກອນ, ຊະນິດສາຍພັນເຕົ່າທີ່ ສ່ຽງຕໍ່ການສູນພັນໃນພື້ນທີ່ເຂດດິນບໍລິເວນນໍ້າຣາມ ຊາ ບຶງກຽດໂງ້ງ, ເມືອງ ປະທຸມພອນ, ແຂວງ ຈໍາປາສັກ ວັນທີ 09-15 ສິງຫາ 2018 ພະແນກ ສິ່ງແວດລ້ອມ ສັງຄົມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ(ກສສ) ຮ່ວມກັບ ໂຄງການ ປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາຢູ່ ສປປ ລາວ ໄດ້ຈັດກອງປະຊຸມ ຝຶກອົບຮົມການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິ ເວນນໍ້າຣາມຊາແລະລົງສໍາຫຼວດຊະນິດສາຍພັນເຕົ່າ ທີ່ໃກ້ຈະສູນພັນທີ່ ບຶງກຽດໂງ້ງ, ເມືອງ ປະທຸມພອນ, ແຂວງ ຈຳປາສັກ. ຊຶ່ງມີຜູ້ເຂົ້ຮ່ວມຈາກ ພະແນກ ຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ, ມະຫາວິທະ ຍາໄລ ແຂວງ ຈໍາປາສັກ, ຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ປະທຸມພອນ, ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ ປະທຸມພອນ, ອົງການ IUCN, ອົງການ FAO, ຕ່າງໜ້າ 8 ບ້ານ ໃນ ເຂດເປົ້າໝາຍໂຄງການ ລວມທັງໝົດ 37 ທ່ານ. ຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ ຂະແໜງ ການກ່ຽວຂ້ອງ ທັງພາກລັດ ແລະ ຊາວບ້ານ ໄດ້ຮັບຮູ້ ພ້ອມດ້ວຍວິທີການ ແລະ ສະເໜີກິດຈະກໍາທາງ ເລືອກ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າ ອາກາດ ໃນເຂດດິນບໍລິເວນນໍ້າບຶງກຽດໂງ້ງ ແລະ ເພື່ອລົງສໍາຫຼວດ ແລະ ສຶກສາປະຊາກອນຊະນິດ ສາຍພັນເຕົ່າ ທີ່ສ່ຽງຕໍ່ການສູນພັນ ແລະ ຖິ່ນຢູ່ອາໄສ ໃນເຂດດິນບໍລິເວນນໍ້າ, ບຶງກຽດໂງ້ງ. ກອງປະຊຸມ ດັ່ງ ກ່າວ ໄດ້ດໍາເນີນໄປເປັນເວລາ 2 ວັນ ດັ່ງລຸ່ມນີ້: ວັນທີ 9 ສິງຫາ 2018, ພາກເຊົ້າ ໄດ້ຮັບຟັງການລາຍ ງານສະຫຼຸບ ການລົງເກັບກໍາຂໍ້ມູນ ກ່ຽວກັບ ການປະ ເມີນຄວາມສ່ຽງ ຈາກການປ່ຽນແປງດິນຟ້າອາກາດ
  • 19. 15 ປະຊຸມ ຂອງ 8 ບ້ານ ທີ່ນໍາໃຊ້ເຂດດິນບໍລິເວນນໍ້າ ບຶງກຽດໂງ້ງ ພ້ອມທັງສະເໜີວິທີການປັບຕົວຂອງຊຸມຊົນ ຫຼັງຈາກ ນັ້ນ ກໍ່ໄດ້ແບ່ງກຸ່ມສົນທະນາອອກເປັນ 3 ກຸ່ມຄື: ກຸ່ມ ພາກລັດ, ກຸ່ມບ້ານເພດຊາຍ ແລະ ກຸ່ມເພດຍິງ ເຮັດ ບົດຝຶກຫັດ ກ່ຽວກັບ ການສ້າງວິໄສທັດການປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍ ລິເວນນໍ້າຣາມຊາ ບຶງກຽດໂງ້ງ, ໃຫ້ແຕ່ລະກຸ່ມລະດົມ ແນວຄວາມຄິດ ພາຍໃນກຸ່ມຂອງຕົນເອງແລ້ວຂຽນ ລົງໃສ່ເຈ້ຍ A0 ແລະ ໃຫ້ຕາງໜ້າກຸ່ມ ຂຶ້ນນໍາສະເໜີ ຜົນຂອງການປຶກສາຫາລືຂອງກຸ່ມຕົນເອງ, ຈາກນັ້ນ ທາງຊ່ຽວຊານ ໂຄງການ CAWA ໄດ້ນຳສະເໜີ ແຜນ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າ ບຶງກຽດໂງ້ງ. ພາກບ່າຍ ແມ່ນໄດ້ເຮັດບົດຝຶກຫັດ ກ່ຽວກັບ ການພັດ ທະນາທາງເລືອກໃນການປັບຕົວ ໂດຍໄດ້ແບ່ງເປັນ 3 ກຸ່ມ ໃຫ້ແຕ່ລະກຸ່ມລະດົມແນວຄວາມຄິດແລ້ວຂຽນ ໃສ່ເຈ້ຍ A0 ແລະ ໃຫ້ຕາງໜ້າກຸ່ມຂຶ້ນນຳສະເໜີ ຕໍ່ຜູ້ ເຂົ້າຮ່ວມທັງໝົດແລ້ວປຶກສາຫາລືກຳນົດທາງເລືອກ. ວັນທີ 10 ສິງຫາ 2018, ພາກເຊົ້າ ແມ່ນທວນຄືນກິດ ຈະກໍາ ທີ່ຈັດຕັ້ງປະຕິບັດໃນມື້ທີໜຶ່ງ, ຫຼັງຈາກນັ້ນ ຊ່ຽວ ຊານໂຄງການ CAWA ໄດ້ນຳສະເໜີບູລິມະສິດ ໃນ ການປັບຕົວ, ຫຼັງຈາກນັ້ນກໍ່ໄດ້ແບ່ງກຸ່ມສົນທະນາ ອອກເປັນ 3 ກຸ່ມ ຄືກັບມື້ທີໜຶ່ງ, ໃຫ້ຄົ້ນຄວ້າ ກ່ຽວກັບ ບູລິມະສິດທາງເລືອກ ເພື່ອຈັດລຽງລໍາດັບຄວາມສໍາ ຄັນບູລິມະສິດແລ້ວນໍາສະເໜີຕໍ່ຜູ້ເຂົ້າຮ່ວມທັງໝົດ. ພາກບ່າຍ ແມ່ນການນຳສະເໜີ ການວິເຄາະຕົ້ນທຶນ- ຄ່າໃຊ້ຈ່າຍທີ່ມີປະສິດຕິພາບ ໃນການປັບຕົວຈາກ ຊ່ຽວຊານໂຄງການCAWAແລະແບ່ງກຸ່ມຜູ້ເຂົ້າຮ່ວມ ອອກເປັນ 3 ກຸ່ມ ເພື່ອປຶກສາຫາລື ແລ້ວນຳສະເໜີ ໂດຍນຳໃຊ້ເຈ້ຍ A0. ວັນທີ 13-15 ສິງຫາ 2018, ທີມງານ ກສສ, ພຊສ ແຂວງຈໍາປາສັກແລະຫຊສເມືອງຈໍາພອນຮ່ວມກັບ ຊ່ຽວຊານ ຈາກອົງການ IUCN ໄດ້ລົງສໍາຫຼວດປະຊາ ກອນຊະນິດພັນເຕົ່າ ທີ່ສ່ຽງຕໍ່ການສູນພັນ ໃນ 8 ບ້ານ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 20. 16 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ອ້ອມຮອບເຂດດິນບໍລິເວນນໍ້າບຶງກຽດໂງ້ງ ຄື: (ບ້ານ ກຽດໂງ້ງ, ທົບສອກ, ພົມມະລື, ແກແລ, ພະໂພ, ພະ ລາຍ, ຜັກຂະ, ໜອງໝາກເອກ). ໂດຍນໍາໃຊ້ແບບ ຟອມສອບຖາມ ແລະ ຄໍາຖາມເຈາະຈີ້ມ ເຊິ່ງມີຂັ້ນ ຕອນ ລາຍລະອຽດດັ່ງລຸ່ມນີ້: - ນໍາໃຊ້ແບບຟອມສໍາຫຼວດ 10 ຟອມ/ບ້ານ; - ສຸ່ມເລືອກເອົາຜູ້ໃຫ້ສໍາພາດທີ່ມີປະສົບການໃນການ ປະມົງ; - ສອບຖາມ ກ່ຽວກັບ ຊະນິດພັນ ທີ່ຊາວບ້ານເຄີຍພົບ ເຫັນລ່າສຸດ, ຖິ່ນທີ່ຢູ່ອາໄສ ແລະ ການຂະຫຍາຍພັນ ຂອງເຕົ່າ. ພາກເຊົ້າ ແມ່ນຂັ້ນຕອນການສໍາພາດປະຊາຊົນທີ່ ຖືກຄັດເລືອກແຕ່ລະບ້ານ ຫຼັງຈາກນັ້ນທີມງານພ້ອມ ດ້ວຍຕາງໜ້າຊາວບ້ານ ນໍາພາລົງເບິ່ງພື້ນທີ່ຕົວຈິງ ບ່ອນທີ່ຢູ່ອາໄສຂອງເຕົ່າທີ່ປະຊາຊົນເຄີຍເຫັນ ແລະ ຫາເຕົ່າເຊັ່ນ: ບຶງກຽດໂງ້ງ, ບຶງພະໂພ, ບຶງໜອງມ້າ ເປັນຕົ້ນ. ຫຼັງຈາກທີ່ໄດ້ສໍາພາດປະຊາຊົນຄົບທຸກ ບ້ານ ແລະ ລົງພື້ນທີ່ຕົວຈິງແລ້ວ, ຊ່ຽວຊານ ອົງການ IUCN ຈະໄດ້ນໍາເອົາຂໍ້ມູນ ແລະ ແບບຟອມ ດັ່ງກ່າວ ໄປເຮັດການວິເຄາະ ເພື່ອປະເມີນຜົນໄດ້ຮັບແລ້ວ ຈະໄດ້ນໍາສະເໜີຕໍ່ໂຄງການໃນຕໍ່ໜ້າ.
  • 21. 17 ປະຊຸມ ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງ MOU ວ່າດ້ວຍ ຄວາມຮ່ວມມື ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມ ມື ລາວ-ໄທ ປີ 2018-2021, ໂຄງການ ສ້າງສວນພຶກ ສາສາດ ລາວ-ໄທ ໃນວັນທີ 23 ກໍລະກົດ 2018 ທີ່ຫ້ອງປະຊຸມ ຂະແໜງສິ່ງແວດລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດ ລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມ ຮ່ວມມື ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ- ໄທ ປີ 2018-2021, ໂຄງການ ສ້າງສວນພຶກສາສາດ ລາວ-ໄທ ໂດຍການເປັນປະທານຂອງທ່ານ ນ. ຈິດຖະ ໜອມ ອຸ່ນສີດາ ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຊຶ່ງມີຜູ້ຕາງໜ້າຈາກບັນດາພາກສ່ວນທີ່ ກ່ຽວຂ້ອງອ້ອມຂ້າງກະຊວງ ເຊັ່ນ: ກົມນິຕິກຳ, ກົມສວຍສາອາກອນ, ພະແນກອຸດສາຫະກຳ ແລະ ການຄ້າ, ກົມຈັດຕັ້ງສາກົນ, ກະຊວງ ການຕ່າງປະເທດ, ກົມປ່າໄມ້, ກົມກວດກາ, ກົມກວດຄົນເຂົ້າເມືອງ (ຕມ), ກົມທາງນ້ຳ, ພະແນກ ໂຍທາທິການ ແລະ ຂົນສົ່ງ,ກົມການເງິນ, ກົມແຜນການ ແລະ ການຮ່ວມມື, ກົມສົ່ງ ເສີມເຕັກນິກ ແລະ ປຸງແຕ່ງກະສິກກຳ, ກະຊວງ ແຜນການ ແລະ ການລົງທຶນ, ພ້ອມດ້ວຍ ພະນັກງານກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ 9 ທ່ານ). ຈຸດປະສົງ ເພື່ອປະກອບຄຳຄິດເຫັນ ແລະ ຮັບຮອງຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມ ຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ- ໄທ ກ່ອນຈະນຳສະເໜີ ການນຳ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮັບຮອງ. ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 22. 18 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ກອງປະຊຸມ ໄດ້ຮັບຟັງການນຳສະເໜີໂດຍຫຍໍ້ຂອງທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າ ພະແນກ ສິ່ງ ແວດລ້ອມສັງຄົມ, ກສສ ກ່ຽວກັບ ລາຍງານການເຄື່ອນໄຫວວຽກງານໄລຍະຜ່ານມາເຖິງປະຈຸບັນ ຂອງຂະ ບວນການ ຮ່າງ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດປະຊາທິ ປະໄຕປະ ຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມຮ່ວມມື ດ້ານຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-ໄທ ປີ (2018-2021) ໂຄງການ ສ້າງສວນພຶກສາສາດ ລາວ-ໄທ. ຜ່ານການຄົ້ນຄວ້າປຶກສາຫາລື ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ເພື່ອປັບປຸງຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ລັດຖະບານ ແຫ່ງຣາຊະອາ ນາຈັກໄທ, ວ່າດ້ວຍ ຄວາມຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳ ເນີນງານຄວາມຮ່ວມມື ລາວ-ໄທ ປີ (2018-2021) ໂຄງການ ສ້າງສວນພຶກສາສາດ ລາວ-ໄທ ເຊິ່ງໃນກອງ ປະຊຸມມີຄວາມເຫັນດີເປັນເອກະພາບກັນດັ່ງນີ້: - ໂຄງສ້າງຂອງບົດບັນທຶກ ຜູ້ເຂົ້າຮ່ວມ ແມ່ນເຫັນດີເປັນເອກະພາບນຳ; - ຢາກໃຫ້ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພົວພັນກັບພາກສ່ວນທີ່ກ່ຽວຂ້ອງຕື່ມ ກ່ຽວກັບ ໜ້າທີ່ຮັບຜິດ ຊອບວຽກງານທີ່ລະບຸໃນຮ່າງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ; - ຄວນປັບປຸງ ຂໍ້ 4: ພັນທະຂອງລັດຖະບານ ແຫ່ງ ສປປ ລາວ (ຄວນປັບໃຫ້ມີພັນທະທັງ 2 ຝ່າຍ ລະຫວ່າງ ຝ່າຍໄທ ແລະ ຝ່າຍລາວ) ແລະ ຄວນລະບຸລາຍລະອຽດຈະແຈ້ງ ເຊັ່ນ: ດ້ານງົບປະມານຝ່າຍລາວ ອຳນວຍ ຄວາມສະດວກມີເນື້ອທີ່ດິນ 5 ເຮັກຕາ ຄວນຄິດໄລ່ເປັນມູນຄ່າ; - ຄວນປັບປຸງເນື້ອໃນສຳລັບ ຂໍ້ 4.1-4.9 ແລະ ລະບຸລະອຽດແຕ່ລະຫົວຂໍ້; - ຄວນປັບປຸງເນື້ອໃນສຳລັບ ຂໍ້ 8, 8.1.2.3: ມັນຕິດ ພັນກັບວຽກຂອງ ກະຊວງ ການເງິນ ກ່ຽວກັບ ເລື່ອງ ອາກອນລາຍຮັບ ສະນັ້ນ ເປັນໄປໄດ້ຢາກໃຫ້ ກະຊວງ ການຕ່າງປະເທດ ແລະ ກະຊວງ ການເງິນ ເປັນຜູ້ ກຽມການ ແລະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຈັດຕັ້ງປະຕິບັດ; - ຄວນປັບປຸງ ຂໍ້ 12: ການເຂົ້າອອກຂອງບຸກຄະລາກອນໄທ ຕ້ອງໄດ້ແຈ້ງກ່ອນ 2-3 ວັນ ເພື່ອຈະໄດ້ກວດ ກາ ແລະ ຝ່າຍລາວຕ້ອງໄດ້ອອກບັດພັກເຊົາໃຫ້ຝ່າຍໄທ ເພື່ອຄວາມສະຫງົບຂອງປະເທດລາວ; - ສຳລັບ ຄຳເຫັນເພີ່ມເຕີມ ແມ່ນໃຫ້ບັນດາກົມທີ່ກ່ຽວຂ້ອງ ມີຄຳເຫັນໃສ່ຮ່າງບົດບັນທຶກຄວາມເຂົ້າໃຈທີ່ໄດ້ ແຈກຢາຍໃຫ້ໃນກອງປະຊຸມ ແລ້ວຕອບກັບຫາ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ເພື່ອໃຫ້ຮ່າງດັ່ງ ກ່າວສົມບູນໄປຕາມແຜນທີ່ໄດ້ຕັ້ງໄວ້. ຜ່ານການດຳເນີນກອງປະຊຸມ ໃນໄລຍະເວລາເຄິ່ງວັນ ແມ່ນສາມາດສະຫຼຸບສັງລວມ ຜົນຂອງກອງປະຊຸມ ໄດ້ ດັ່ງນີ້: 1. ກອງປະຊຸມເຫັນດີເປັນເອກກະພາບ ມອບໃຫ້ຄະນະທີມງານຮັບຜິດຊອບນຳໄປປັບປຸງເນື້ອໃນບາງຈຸດ ຂອງຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກັບ ລັດຖະບານ ແຫ່ງຣາຊະອານາຈັກໄທ, ວ່າດ້ວຍ ຄວາມຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-ໄທ ປີ 2018-2021, ໂຄງການ ສ້າງ ສວນພຶກສາສາດ ລາວ-ໄທ ຕາມຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ; 2. ຫຼັງຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ປັບປຸງເນື້ອໃນຮ່າງບົດບັນທຶກຄວາມເຂົ້າໃຈ ສຳເລັດ
  • 23. 19 ປະຊຸມ ແລ້ວ, ທາງກົມແຜນການ ແລະ ການຮ່ວມມື ຈະດຳເນີນການຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ພ້ອມຄັດ ຕິດລາຍລະອຽດ ໃສ່ຮ່າງສະບັບພາສາລາວ, ສະບັບພາສາໄທ ແລະ ສະບັບພາສາອັງກິດ ດັ່ງກ່າວ ເພື່ອນຳ ໄປຜ່ານກະຊວງ ການຕ່າງປະເທດ ກ່ອນຈະລາຍງານ ແລະ ສະເໜີຕໍ່ຄະນະນຳ ກຊສ ເພື່ອພິຈາລະນາຮັບ ຮອງໃນຂັ້ນຕໍ່ໄປ. ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 24. 20 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ກອງປະຊຸມ ປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ 2030,ຍຸດທະສາດແຫ່ງຊາດ8ປີ(2018-2025)ແລະ ແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020 ດ້ານ ການສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໃນວັນທີ 19 ກໍລະກົດ 2018 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດກອງປະຊຸມ ຮ່ວມກັບ ກະຊວງ ສຶກສາທິການ ແລະ ກິລາ ເພື່ອປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ 2030, ຍຸດທະສາດ ແຫ່ງຊາດ 8 ປີ (2018-2025) ແລະ ແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020 ດ້ານການສຶກ ສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ທີ່ຫ້ອງປະຊຸມ ກະຊວງ ສຶກ ສາທິການ ແລະ ກິລາ ກອງປະຊຸມ ປຶກສາຫາລື ດັ່ງກ່າວ ແມ່ນໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ນາງ ຈິດຖະໜອມ ອຸ່ນສີດາ, ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ແລະ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງຫົວ ໜ້າຫ້ອງການ ກະຊວງ ສຶກສາທິການ ແລະ ກິລາ ເຊິ່ງມີຜູ້ຕາງໜ້າຈາກ ກົມ, ກອງ, ສະຖາບັນ ອ້ອມຂ້າງ ກະຊວງ ສຶກສາທິການ ແລະ ກິລາ ແລະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊັ່ນ: ກົມ ແຜນການ ແລະ ການຮ່ວມມື, ກົມການເງິນ, ກົມສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ກົມສ້າງຄູ, ກົມ ສຶກສານອກໂຮງຮຽນ, ຫ້ອງການ ເລຂາຄະນະກຳມາທິການ ແຫ່ງຊາດລາວ ເພື່ອອຸຍແນສໂກ, ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ, ຫ້ອງການ ກຊສ, ກົມນິຕິກຳ, ກຊສ ແລະ ພະນັກງານຈາກ ກສສ ຊຶ່ງມີ ແຂກເຂົ້າຮ່ວມລວມທັງໝົດ 18 ທ່ານ (ຍິງ 9 ທ່ານ). ເພື່ອປຶກສາຫາລື ກ່ຽວກັບ ຮ່າງວິໄສທັດ ຮອດປີ 2030, ຍຸດທະສາດ ແຫ່ງຊາດ 8 ປີ (2018-2025) ແລະ ແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020 ດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຄັ້ງສຸດທ້າຍ.
  • 25. 21 ປະຊຸມ ກ່ອນຈະນຳສະເໜີການນຳ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມເພື່ອຮັບຮອງ ແລະ ຈັດພິມ. ຜ່ານການດຳເນີນກອງປະຊຸມ ໃນໄລຍະເວລາ 1 ວັນ ແມ່ນສາມາດສະຫຼຸບສັງລວມຜົນຂອງກອງປະຊຸມ ໄດ້ດັ່ງລຸ່ມນີ້: 1. ກອງປະຊຸມເຫັນດີ ແລະ ມີຄວາມເປັນເອກະພາບ ທາງດ້ານເນື້ອໃນ ແລະ ໂຄງສ້າງຂອງຮ່າງວິໄສທັດ ຮອດປີ 2030, ຍຸດທະສາດ ແຫ່ງຊາດ 8 ປີ (2018 -2025) ແລະ ແຜນດໍາເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020 ດ້ານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ; 2. ສຳລັບແຜນດຳເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018 -2020 ດ້ານການສຶກສາ ແລະ ສ້າງຈິດສໍານຶກ ດ້ານ ສິ່ງແວດລ້ອມ ແລະ ການປ່ຽນແປງດິນອາກາດ ແມ່ນ ໄດ້ປັບປຸງຄຳສັບ ແລະ ສໍານວນຄໍາເວົ້າບາງຈຸດຄືນ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍ ການສຶກສາ ດັ່ງລຸ່ມນີ້: • ແຜນງານ 1 : ການສຶກສາໃນໂຮງຮຽນ ແມ່ນໄດ້ປັບ ປຸງ 2 ຂໍ້ຄື: ເນື້ອໃນເດີມ: -ກິດຈະກໍາ1.1:ພັດທະນາແລະປັບປຸງຫຼັກສູດແລະ ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໃຫ້ເໝາະສົມ ສຳລັບ ອານຸບານ 3, ປະຖົມສຶກສາ, ມັດທະະຍົມສຶກສາ (ຕອນຕົ້ນ-ປາຍ), ວິທະຍາໄລ ແລະ ມະຫາວິທະຍາ ໄລລວມທັງສູນອົບຮົມວິຊາຊີບ; - ກິດຈະກຳ 1.3: ສ້າງໂຮງຮຽນຕົວແບບ ຂຽວ ສະ ອາດ ງາມຕາ ໃນບັນດາແຂວງເປົ້າໝາຍ; ເນື້ອໃນປັບປຸງ -ກິດຈະກໍາ1.1:ພັດທະນາແລະປັບປຸງຫຼັກສູດແລະ ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໃຫ້ເໝາະສົມ ສຳລັບ ການສຶກສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມ ສຶກສາ(ຕອນຕົ້ນ-ປາຍ), ວິທະຍາໄລ, ສະຖານອາຊີ ວະສຶກສາ ແລະ ມະຫາວິທະຍາໄລ; ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 26. 22 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ - ກິດຈະກຳ 1.3: ສົ່ງເສີມການສ້າງໂຮງຮຽນຕົວແບບ ຂຽວ ສະອາດ ງາມຕາ ໃນບັນດາແຂວງເປົ້າໝາຍ; •ແຜນງານ2:ການສຶກສານອກໂຮງຮຽນແມ່ນໄດ້ປັບ ປຸງ 1 ຂໍ້ຄື: ເນື້ອໃນເດີມ - ກິດຈະກໍາ 2.1 ພັດທະນາ ແລະ ປັບປຸງຫຼັກສູດ ແລະ ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ສໍາລັບ ການສຶກສາ ນອກໂຮງຮຽນ; ເນື້ອໃນປັບປຸງ - ກິດຈະກໍາ 2.1 ພັດທະນາ ແລະ ປັບປຸງຫຼັກສູດ ແລະ ອຸປະກອນການສິດສອນ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ສໍາລັບ ສູນການສຶກສາ ນອກໂຮງຮຽນ; • ແຜນງານ 5: ການສ້າງເຄືອຂ່າຍ, ການປະສານງານ ແລະ ການຮ່ວມມື - ໂຄງການບູລິມະສິດທີ 1: ດ້ານການພັດທະນາ ແລະ ປັບປຸງຫຼັກສູດການສຶກສາ ແມ່ນໄດ້ປັບປຸງ 2 ຂໍ້ຄື: ເນື້ອໃນເດີມ 1.ພັດທະນາ ແລະ ປັບປຸງຫຼັກສູດ ແລະ ອຸປະກອນ ການຮຽນ-ການສອນ ດ້ານສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດໃຫ້ເໝາະສົມສໍາລັບໃນໂຮງ ຮຽນ ແລະ ນອກໂຮງຮຽນ; • ການສຶກສາກ່ອນໄວຮຽນ,ປະຖົມສຶກສາ,ມັດທະຍົມ ສຶກສາ (ຕອນຕົ້ນ-ຕອນປາຍ); • ວິທະຍາໄລ ແລະ ບັນດາສະຖາບັນການສຶກສາ ຕ່າງໆ; • ໂຮງຮຽນ ວິຊາຊີບ, ໂຮງຮຽນ ຊົນເຜົ່າ; • ມະຫາວິທະຍາໄລ ພັດທະນາຫຼັກສູດ ໄປຕາມທິດ ວິທະຍາເຂດນິເວດ (Eco-Campus). 3. ສ້າງໂຮງຮຽນຕົວແບບ ຂຽວ ສະອາດ ງາມຕາ ໃນ ບັນດາແຂວງເປົ້າໝາຍ ແລະ ແຂວງ ທີ່ມີເງື່ອນໄຂ; ເນື້ອໃນປັບປຸງ 1. ພັດທະນາ ແລະ ປັບປຸງຫຼັກສູດ ແລະ ອຸປະກອນ ການຮຽນ-ການສອນ ດ້ານສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດ ໃຫ້ເໝາະສົມ ສໍາລັບ ການ ສຶກສາໃນໂຮງຮຽນ ແລະ ນອກໂຮງຮຽນ ທຸກຊັ້ນທຸກ ສາຍ; 3. ສົ່ງເສີມການສ້າງໂຮງຮຽນຕົວແບບ ຂຽວ ສະອາດ ງາມຕາ ໃນບັນດາແຂວງເປົ້າໝາຍ ແລະ ແຂວງ ທີ່ມີ ເງື່ອນໄຂ. ໃນຕອນທ້າຍກອງປະຊຸມ ແມ່ນເຫັນດີຮັບຮອງເອົາ ຮ່າງວິໄສທັດ ຮອດປີ 2030, ຍຸດທະສາດ ແຫ່ງຊາດ 8 ປີ (2018-2025) ແລະ ແຜນດໍາເນີນງານ 3 ປີ ຄັ້ງທີ I ແຕ່ປີ 2018-2020 ດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນ ແປງດິນຟ້າອາກາດດັ່ງກ່າວ ແລະ ໃຫ້ນຳໄປປັບປຸງ ຄຳສັບ ຕາມການສະເໜີຂອງຜູ້ເຂົ້າຮ່ວມ ເພື່ອໃຫ້ ເນື້ອໃນມີຄວາມສົມບູນ ແລະ ເທດເໝາະກັບຄວາມ ເປັນຈິງ.
  • 27. 23 ປະຊຸມ ກສສ ຮ່ວມກັບ ProCEEd ຈັດກອງປະຊຸມ ສຳມະນາ ແລກປ່ຽນບົດຮຽນ ກ່ຽວກັບ ການນຳໃຊ້ “ປຶ້ມຄູ່ມື ການ ສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ” ເພື່ອເປັນການສ້າງຄວາມອາດສາມາດ ດ້ານການ ເປັນຄູຝຶກໃນອານາຄົດໃຫ້ກັບຄູ່ຮ່ວມງານຂອງໜ່ວຍ ງານສົ່ງເສີມການສຶກສາສິ່ງແວດລ້ອມແລະການປ່ຽນ ແປງດິນຟ້າອາກາດ (ProCEEd) ກ່ຽວກັບ ການຈັດ ຕັ້ງປະຕິບັດວຽກງານການສຶກສາແລະສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ, ໃນລະຫວ່າງວັນທີ 17 - 21 ກັນ ຍາ 2018, ໄດ້ຈັດກອງປະຊຸມ ສຳມະນາແລກປ່ຽນ ບົດຮຽນ ກ່ຽວກັບ ການນຳໃຊ້ “ປຶ້ມຄູ່ມື ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ” ທີ່ໂຮງແຮມ ເມີກ້ຽວ, ນະຄອນຫຼວງວຽງຈັນ. ກອງປະຊຸມ ສຳມະນາແລກປ່ຽນບົດຮຽນ ກ່ຽວກັບ ການນຳໃຊ້“ປຶ້ມຄູ່ມືການສຶກສາແລະສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ”ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ16ທ່ານ ຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ (ພຊສ) ແຂວງ ຄໍາມ່ວນ ແລະ ບໍລິສັດ Mind media ໂດຍການໃຫ້ກຽດເປັນຄູຝຶກຂອງ ທ່ານ ເມນ ເຟຣດ ໂອເພິນ, ຜູ້ຊ່ຽວຊານດ້ານການສຶກສາ ແລະ ການສື່ສານ ແລະ ທັງເປັນຜູ້ຂຽນປຶ້ມຄູ່ມືດັ່ງກ່າວ. ໜ່ວຍງານ ProCEEd ໄດ້ດໍາເນີນການເຄື່ອນໄຫວ ກິດຈະກຳການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງ ແວດລ້ອມມາຕັ້ງແຕ່ ປີ 2012, ຊຶ່ງໄດ້ຈັດຕັ້ງປະຕິບັດ ກິດຈະກຳ ແລະ ຈັດການຝຶກອົບຮົມມາຕະຫຼອດເປັນ ຈໍານວນຫຼາຍຄັ້ງ ແລະ ມາຮອດປີ 2017 ທັງໂຄງການ ຈຶ່ງມີແນວຄິດຢາກລວບລວມເອົາບັນດາກິດຈະກຳ, ການຝຶກອົບຮົມ ແລະ ເຄື່ອງມືຕ່າງໆ ເພື່ອນໍາໃຊ້ເປັນ ແຫຼ່ງຂໍ້ມູນ ໃນການຈັດຕັ້ງປະຕິບັດກິດຈະກຳການ ສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມໃນ ຕໍ່ໜ້າ. ຊຶ່ງປຶ້ມຄູ່ມືດັ່ງກ່າວລວມມີ 3 ເຫຼັ້ມ. (ເຫຼັ້ມທີ 1 ແມ່ນໄດ້ສັງລວມ ການເຄື່ອນໄຫວກິດຈະກໍາ ການ ສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມຂອງ ProCEEd, ເຫຼັ້ມທີ 2 ແມ່ນໄດ້ນໍາສະເໜີ ການຝຶກ ອົບຮົມຕ່າງໆທີກ່ຽວຂ້ອງ ແລະ ເຫຼັ້ມທີ 3 ແມ່ນໄດ້ ລວບລວມເອົາເຄື່ອງມືຕ່າງໆ ທີ່ນໍາໃຊ້ເຂົ້າໃນການ ລົງເຄື່ອນໄຫວກິດຈະກຳການສຶກສາ ແລະ ສ້າງຈິດ ສໍານຶກດ້ານສິ່ງແວດລ້ອມ). ໃນລະຫວ່າງມື້ທີ 1 ຫາມື້ທີ 2, ຜູ້ເຂົ້າຮ່ວມ ແມ່ນໄດ້ ຮັບຟັງ, ການເຮັດວຽກເປັນກຸ່ມ ແລະ ນໍາສະເໜີຜົນ ຂອງການທົດລອງນໍາໃຊ້ຄູ່ມື ເຫຼັ້ມທີ 1 ຢ່າງຫ້າວຫັນ ເປັນຕົ້ນ ແມ່ນການຮັບຟັງການບັນຍາຍ ກ່ຽວກັບ ອົງ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 28. 24 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ປະກອບຕ່າງໆທີ່ສໍາຄັນ ໃນການຈັດຕັ້ງປະຕິບັດວຽກ ງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດ ລ້ອມ ເລີ່ມແຕ່ການສ້າງຄວາມເຂົ້າໃຈ ກ່ຽວກັບ ວຽກ ງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດ ລ້ອມ, ການປະສານງານ, ຂັ້ນຕອນການຮ່າງກິດຈະ ກໍາ, ການອອກແບບເຄື່ອງມືນໍາໃຊ້, ການຂັດເລືອກ ເກມ ແລະ ເຄື່ອງມືຕ່າງໆ ທີ່ເໝາະສົມກັບກຸ່ມເປົ້າ ໝາຍຕ່າງໆຕະຫຼອດຮອດການຝຶກອົບຮົມແລະການ ຕິດຕາມປະເມີນຜົນ. ໃນລະຫວ່າງມື້ທີ 3 ຫາຕອນເຊົ້້າມື້ທີ 4, ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນ, ຖອດຖອນບົດຮຽນກັບຄູຝຶກ ແລະ ໄດ້ສຶກສາຮຽນຮູ້ລາຍລະອຽດ ການຝຶກອົບຮົມ ຕ່າງໆທີ່ກ່ຽວຂ້ອງກັບວຽກງານການສຶກສາ ແລະ ສ້າງ ຈິດສໍານຶກດ້ານສິ່ງແວດລ້ອມ ເຊັ່ນ: (1) ການຝຶກອົບ ຮົມຫຼັກການ ການນໍາໃຊ້ສິ່ງປະຈັກຕາ ແລະ ການດໍາ ເນີນກອງປະຊຸມ ຫຼື ທີ່ເຮົາມັກເອີ້້ນກັນວ່າ MOVE, ຊຶ່ງໄດ້ອະທິບາຍ ກ່ຽວກັບ ທັກສະ ການນໍາໃຊ້ບັດຄໍາ, ການເຮັດວຽກເປັນກຸ່ມ,ການລະດົມສະໝອງ,ທັກສະ ການນໍາສະເໜີ ແລະ ອື່ນໆ. (2) ການຝຶກອົບຮົມດ້ານ ວິຊາການ, ຊຶ່ງແມ່ນການຝຶກອົບຮົມຄວາມຮູ້ດ້ານສິ່ງ ແວດລ້ອມ, ການຝຶກອົບຮົມຂໍ້ມູນ 10 ຄວາມຈິງ ແລະ ອື່ນໆ. (3) ການຝຶກອົບຮົມດ້ານຈິດ ອາສາ, ການຢູ່ ຮ່ວມກັນ ແລະ ການສ້າງທີມ ເປັນຕົ້ນ ແລະ (4) ການ ຝຶກອົບຮົມ ການສະແດງລະຄອນ, ຊຶ່ງລວມມີ ທັກສະ ການສະແດງ, ການສວມບົດບາດຕົວລະຄອນ, ການ ເລືອກຕົວລະຄອນ, ການແຕ່ງກາຍ ແລະ ອື່ນໆ. ໃນ
  • 29. 25 ປະຊຸມ ແຕ່ລະຫົວຂໍ້ ແມ່ນໄດ້ແບ່ງຜູ້ເຂົ້າຮ່ວມອອກເຮັດວຽກ ເປັນກຸ່ມແລະຂຶ້ນນໍາສະເໜີໂດຍການໃຫ້ຄໍາແນະນໍາ ຈາກຄູຝຶກຢ່າງໃກ້ສິດ. ມາຮອດຕອນແລງຂອງມື້ທີ 4 ຫາ ມື້ທີ 5, ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ ແລະ ສຶກສາເຄື່ອງມື ແລະ ເກມຕ່າງໆ ທີ່ໄດ້ ນໍາໃຊ້ເຂົ້າໃນວຽກງານ ການສຶກສາ ແລະ ສ້າງຈິດສໍາ ນຶກດ້ານສິ່ງແວດລ້ອມຈາກຄູ່ມືເຫຼັ້ມທີ3ຢ່າງລະອຽດ ແລະ ພວກເຂົາຍັງໄດ້ ອອກແບບກິດຈະກຳ ແລະ ຂຶ້ນ ນໍາສະເໜີຜົນກິດຈະກໍາທີ່ນໍາໃຊ້ເກມ ແລະ ເຄື່ອງມື ຈາກຄູ່ມືເຫຼັມທີ 3 ໃນທີ່ປະຊຸມອີກດ້ວຍ. ຜ່ານການຝຶກອົບຮົມໄລຍະ 5 ມື້, ຜູ້ເຂົ້າຮ່ວມທຸກຄົນ ສາມາດຮຽນຮູ້ ແລະ ສ້າງຄວາມເຂົ້້າໃຈ ໂດຍລວມ ກ່ຽວກັບ ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ, ຄວາມຕ້ອງການ ແລະ ເຄື່ອງມື ຕ່າງໆທີ່ໃຊ້ໃນການຝຶກອົບຮົມຕ່າງໆ ກ່ອນຈັດຕັ້ງປະ ຕິບັດກິດຈະກຳ, ສຶກສາ ຈຸດປະສົງ, ໂຄງສ້າງ ແລະ ເນື້ອໃນລາຍລະອຽດຕ່າງໆ ຂອງປຶ້ມຄູ່ມືທັງ 3 ເຫຼັ້ມ ແລະໄດ້ຮຽນຮູ້ວິທີການນຳໃຊ້ປຶ້ມຄູ່ມືດັ່ງກ່າວເຂົ້້າໃນ ການວາງແຜນ ແລະ ການຈັດຕັ້ງປະຕິບັດວຽກງານ ການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ຕາມເທດສະການຕ່າງໆ ຕະຫຼອດຮອດການຝຶກອົບ ຮົມທີ່ກ່ຽວຂ້ອງ ແລະ ການເລືອກເຄື່ອງມືຕ່າງໆ ເຂົ້າ ໃນການຈັດກິດຈະກຳຢ່າງເໝາະສົມ. ທ້າຍສຸດ, ກສສ ແລະ ໜ່ວຍງານ ProCEEd ເຊື່ອວ່າ ຜູ້ແທນທຸກທ່ານສາມາດນໍາເອົາໝາກຜົນຂອງການ ຝຶກອົບຮົມໄປພັດທະນາຕົນເອງ ຈົນກາຍເປັນຄູຝຶກ ໃນອານາຄົດແລະນໍາໃຊ້ຄວາມຮູ້ເຫຼົ່ານີ້ເຂົ້າໃນການ ຈັດຕັ້ງປະຕິບັດຕົວຈິງ ບວກກັບນໍາໄປຜັນຂະຫຍາຍ ຕາໜ່າງການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງ ແວດລ້ອມ ໃຫ້ກວ້າງຂວາງ ແລະ ມີປະສິດທິພາບ. ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ
  • 30. 26 ປະຊຸມ ຈົດໝາຍຂ່າວ ກໍລະກົດ-ທັນວາ 2018 ກສສ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ກົມອຸດທິ ຍານແຫ່ງຊາດ ສັດປ່າ ແລະ ພັນພືດ ແຫ່ງ ຣາຊະອານາ ຈັກໄທປຶກສາຫາລືກ່ຽວກັບຮ່າງບົດບັນທຶກຄວາມເຂົ້າ ໃຈ ໂຄງການສ້າງສວນພຶກສາສາດ ລາວ-ໄທ ໃນລະຫວ່າງວັນທີ 23-24 ສິງຫາ 2018 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາ ຫາລື ກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງສວນພຶກສາສາດ ລາວ-ໄທ ລະຫວ່າງ ລັດ ຖະບານ ແຫ່ງ ສ ປປ ລາວ ກັບ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍ ຄວາມຮ່ວມມືດ້ານຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມກອບການດຳເນີນງານຄວາມຮ່ວມມື ລາວ-ໄທ 2018 - 2021 “ໂຄງການສ້າງສວນພຶກສາສາດ ລາວ-ໄທ ໃນ ສປປ ລາວ” ທີ່ຫ້ອງປະຊຸມຂະແໜງ ສິ່ງແວດລ້ອມ. ຊຶ່ງມີຜູ້ ຕາງໜ້າຈາກຝ່າຍໄທ ທ່ານ ປິ່ນສັກ ສຸລັດວະດີ ຮອງຫົວໜ້າ ກົມອຸທິຍານແຫ່ງຊາດ ສັດປ່າ ແລະ ພັນພືດ, ຣາຊະອານາຈັກໄທ ພ້ອມດ້ວຍພະນັກງານລວມ 6 ທ່ານ ແລະ ຕາງໜ້າຈາກຝ່າຍລາວ ທ່ານ ໂລນຄຳ ອາດສະ ນາວົງ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພ້ອມດ້ວຍພະນັກງານກົມສົ່ງເສີມຄຸນນະພາບສິ່ງແວດ ລ້ອມ ແລະ ຕາງໜ້າຈາກ ກົມນິຕິກຳ, ກົມແຜນການ ແລະ ການຮ່ວມມືກົມການເງິນ, ຫ້ອງການ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຊຶ່ງຜູ້ເຂົ້າຮ່ວມລວມທັງໝົດ 20 ທ່ານ (ຍິງ 8 ທ່ານ). ເພື່ອ ປຶກສາຫາລື ກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ ໂຄງການ ສ້າງສວນພຶກສາສາດ ລາວ-ໄທ ຢ່າງລະອຽດ ທັງພາສາລາວ ແລະ ພາສາໄທ, ພ້ອມທັງທຳຄວາມເຂົ້າໃຈ ກ່ຽວກັບ ເນື້ອໃນແຕ່ລະຂໍ້. ກອງປະຊຸມໄດ້ປຶກ ສາຫາລືກັນປະກອບຄຳຄິດເຫັນ ເພື່ອປັບປຸງຮ່າງບົດບັນທຶກຄວາມເຂົ້າໃຈໃຫ້ມີເນື້ອໃນຄົບຖ້ວນ ແລະ ສາ ມາດປະຕິບັດຮ່ວມກັນໄດ້ທັງ 2 ຝ່າຍ ຊຶ່ງໄດ້ພິຈາລະນາ ແລະ ປັບປຸງທັງໝົດ 16 ຂໍ້ ໃນຮ່າງບົດບັນທຶກຄວາມ ເຂົ້າໃຈ, ດັ່ງລາຍລະອຽດລຸ່ມນີ້: - ຄວາມໝາຍຂອງຄໍາສັບ; - ການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ກັບ ລັດຖະບານ ແຫ່ງ ສປປ ລາວ; - ພາກສ່ວນຮັບຜິດຊອບຂອງໂຄງການ; - ພັນທະຂອງລັດຖະບານທັງສອງຝ່າຍ;