O slideshow foi denunciado.
Seu SlideShare está sendo baixado. ×
Anúncio
Anúncio
Anúncio
Anúncio
Anúncio
Anúncio
Anúncio
Anúncio
Anúncio
Anúncio
Anúncio
Anúncio
ສາທາລະນະລ ັດ ປະຊາທິປະໄຕ ປະຊາຊ ົນລາວ
                 ສ ັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວ ັດທະນະຖາວອນ

ສ ໍານ ັກງານນາຍຍ ົ...
ສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ

               ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ




ສໍານັກງານນາຍົກລັດທະ...
ເປັນຕາໜາງ ທີ່ສາມາດ ເຊື່ອມໂຍງເຂົ້າກັນ ແລະ ສື່ສານຫາກັນໄດ້, ເປັນເຕັກໂນໂລຊີ ແລະ ຂໍ້ມູນ
ຂ່າວສານ ( ICT )

ໃນຍຸກປະຈຸບນ ເຕັກໂນໂລຊີ...
Anúncio
Anúncio
Próximos SlideShares
คำนำ
คำนำ
Carregando em…3
×

Confira estes a seguir

1 de 14 Anúncio

Mais Conteúdo rRelacionado

Diapositivos para si (20)

Quem viu também gostou (14)

Anúncio

Mais de Lao Network Operators Group (16)

Laos ICT Policy

  1. 1. ສາທາລະນະລ ັດ ປະຊາທິປະໄຕ ປະຊາຊ ົນລາວ ສ ັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວ ັດທະນະຖາວອນ ສ ໍານ ັກງານນາຍຍ ົກລ ັດທະມນຕີ ົ ເລກທີ 047/ນຍ ນະຄອນຫລວງວຽງຈ ັນ, ວ ັນທີ 16.2.2009 ດ ໍາລ ັດ ວາດວຍການຮ ັບຮອງ ແລະ ປະກາດໃຊນະໂຍບາຍ ່ ້ ້ ແຫງຊາດ ດານເຕັ ກໂນໂລຊີສ່ ສານ ແລະ ຂໍມນຂາວສານ ່ ້ ື ້ ູ ່ -ອີງຕາມ ລ ັດຖະທາມະນູນ ແຫາງ ສປປ ລາວ ສະບ ັບເລກທີ 25/ສພຊ, ລ ົງວ ັນທີ 06/05/2005. ໍ -ອີງຕາມ ກ ົດໝາຍວາດວຍ ລ ັດຖະບານແຫງ ສປປ ລາວ ສະບ ັບເລກທີ 27/ສພຊ, ລ ົງວ ັນທີ 06 ່ ້ ່ ພຶດສະພາ 2003. -ອີງຕາມ ການຕ ົກລ ົງຂອງກອງປະຊຸມລ ັດຖບານ ສະໄໝສາມ ັນ ປະຈາເດືອນ ກຸມພາ 2008 ໃນວ ັນທີ ໍ 20-21 ກຸມພາ 2008. -ອີງຕາມ ເອກະສານສະເໜີ ຂອງອ ົງການ ວິທະຍາສາດ ແລະ ເຕັ ກໂນໂລຊີ ແຫງຊາດ ສະບ ັບເລກທີ ່ 056/ສນຍ-ອວຕຊ ລ ົງວ ັນທີ 26 ມງກອນ 2009. ັ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອອກດໍາລັດ: ມາດຕາ 1. ຮ ັບຮອງ ແລະ ປະກາດໃຊນະໂຍບາຍແຫງຊາດ ດານເຕັ ກໂນໂລຊີສ່ ສານ ແລະ ຂໍມນ ້ ່ ້ ື ້ ູ ຂາວສານ ສະບ ັບ ເລກທີ 057/ອວຕ-ສນຍ, ລ ົງວ ັນທີ 26 ມ ັງກອນ 2009. ່ ມາດຕາ 2. ມອບໃຫອ ົງການໄປສະນີ ແລະ ໂທລະຄ ົມແຫງຊາດ ສ ົມທົບກ ັບພາກສວນອື່ ນໆທີ່ ກຽວຂອງ ້ ່ ່ ່ ້ ັ້ ັ້ ຈ ັດ ຕງຜ ັນຂະຫຍາຍ ແລະ ປະຕິບ ັດນະໂຍບາຍແຫງຊາດ, ພອມກ ັນນນມອບໃຫ ້ ອ ົງການ ວິທະຍາສາດ ່ ້ ່ ້ ິ ້ ັ້ ແລະ ເຕັກໂນໂລຊີ ແຫງຊາດ ເປັນຜູຕດຕາມກວດກາ ແລະ ຊຸກຍູການຈ ັດຕງຜ ັນ ຂະຫຍາຍນະໂຍບາຍ ່ັ ່ ດງກາວໃຫປະກ ົດຜ ົນເປັນຈິງ. ້ ມາດຕາ 3. ບ ັນດາກະຊວງ, ອ ົງການທຽບເທົ່ າກະຊວງ, ແຂວງ, ນະຄອນຫລວງວຽງຈ ັນ, ຫ ົວໜວຍທຸລະ ່ ່ ້ ່ົ ້ ້ ່ ັ້ ້ ້ ກິດ ແລະພາກສວນກຽວຂອງຈງຮ ັບຮູ, ໃຫການຮວມມື ແລະ ຈ ັດຕງປະຕິບ ັດດ ໍາລ ັດສະບ ັບນີໃຫໄດ ້ ຮ ັບ ່ ຜ ົນສ ໍາເລັ ດເປັນຢາງດີ. ່ ້ ີ ັ້ ່ ້ື ົ້ ມາດຕາ 4. ດ ໍາລ ັດສະບ ັບນີມຜ ົນສ ັກສິດນ ັບຕງແຕມລ ົງລາຍເຊັ ນເປັນຕນໄປ.  
  2. 2. ສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສໍານັກງານນາຍົກລັດທະມົນຕີ ອົງການວິທະຍາສາດ ແລະ ເລກທີ 057/ອວຕຊ-ສນຍ ເຕັກໂນໂລຊີແຫ່ງຊາດ ນະຄອນຫລວງວຽງຈັນ ວັນທີ 25 JAN 2009 ນະໂຍບາຍແຫ່ງຊາດ ດ້ານເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານ ພາກທີ່ 1 ພາກສະເໜີ 1. ສະພາບ ເຕັກໂນໂລຊີ ສື່ສານ ແລະຂໍ້ມູນຂ່າວສານ ໃນລະດັບສາກົນ ໂລກໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກະໂດດຂື້ນຍ້ອນວິວັດທະນາການ ທາງດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ຂະຫຍາຍຕົວ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ແລະ ຄາດວ່າໃນສັດຕະວັດທີ 21 ຊາວໂລກຈະໄດ້ມີການຊ່ວງຊິງ ນັບມື້ນັບສູງຂື້ນ ໂດຍສະເພາະທາງດ້ານ ການຄ້າ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ແລະ ສິງນັ້ນກໍ່ລ້ວນແລ້ວ ແຕ່ມີການນໍາໃຊ້ ເຕັກໂນໂລຊີ ທີ່ທັນສະໄ ໝ ແລະ ກ້າວໜ້າ ເພື່ອເຮັດໃຫ້ການຜະລິດ, ການບໍລິການ ການຄຸ້ມຄອງບໍລິຫານ, ການຄ້າ ແລະ ການ ພັດທະນາ ດັງກ່າວເປັນໄປຢ່າງວ່ອງໄວ ແລະ ມີປະສິດທິພາບ ສູງຂື້ນ ໄປເລື່ອຍໆ. ໃນນັ້ນໄປຄ່ຽງຄູ່ກັບການ ່ ຄົ້ນຄວ້າ ແລະ ພັດທະນາ ທາງດ້ານ ອາວະກາດ, ເຕັກໂນໂລຊີ ຂໍ້ມູນຂ່າວສານ (IT ຫຼື ຄອມພິວເຕີ) ຫຼື ຂ່າວສານວິທະຍາ (Informatique) ໄດ້ຮັບ ການເອົາໃຈໃສ່ ພັດທະນາແລະນໍາໃຊ້ ເລີ່ມແຕ່ ກາງຊມປີ 1950 ຢູ່ໃນໂລກ ແລະ ໄດ້ເຕີບຂະຫຍາຍຕົວ ໄດ້ຮັບການນໍາໃຊ້ ຢ່າງເປັນລະບົບ ກວ້າງຂວາງ ແລະ
  3. 3. ເປັນຕາໜາງ ທີ່ສາມາດ ເຊື່ອມໂຍງເຂົ້າກັນ ແລະ ສື່ສານຫາກັນໄດ້, ເປັນເຕັກໂນໂລຊີ ແລະ ຂໍ້ມູນ ຂ່າວສານ ( ICT ) ໃນຍຸກປະຈຸບນ ເຕັກໂນໂລຊີສື່ສານ ແລະ ຂໍ້ມນຂ່າວສານ ກໍ່ເປັນເຕັກໂນໂລຊີ ທີ່ທັນສະໄໝ ແລະ ກ້າວໜ້າ ັ ູ ກວ່າໝູ່ ປະເພດ ໜື່ງ ຊື່ງມີບົດບາດສໍາຄັນອັນຫລວງຫຼາຍ ໃນຊິວດປະຈໍາວັນ ເພື່ອຊ່ວຍສະຕິ ປັນຍາ ແລະ ິ ມັນສະໝອງຂອງມະນຸດ, ເພາະວ່າ ເຕັກໂນໂລຊີດັ່ງກ່າວ ໄດ້ຖືກນໍາໃຊ້ເຂົ້າມາ ເປັນເຄື່ອງມືທີ່ສາຄັນ ໃນທຸກ ໍ ຂະແໜ່ງການຂອງສັງຄົມ ເພື່ອເຮັດໃຫ້ວຽກງານ ການຄົ້ນຄວ້າວິໄຈ, ການຄວບຄຸມກົນຈັກ ອັດຕະໂນມັດ, ້ ຄຸ້ມຄອງບໍລິຫານ, ການຄ້າ, ການເງິນ, ການບໍລິການ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເປັນ ລະບົບທີ່ໝັ້ນຄົງ, ມີປະສິດທິພາບ, ຄວາມຊັດເຈນ ແລະ ວ່ອງໄວທັນການ. ບັນດາປະເທດທີ່ຈະເລີນແລະ ກ້າວໜ້າທັງຫຼາຍກໍ່ໄດ້ມີການແຂ່ງຂັນກັນ ພັດທະນາເຕັກໂນໂລຊີ ສື່ສານ ແລະ ຂໍ້ມນຂ່າວສານໃຫ້ກາຍ ເປັນອຸດສາຫະກໍາຫຼັກ ປະເພດໜຶ່ງ ທີ່ ສ້າງລາຍຮັບສູງໃຫ້ແກ່ປະເທດ ູ ຂອງຕົນ. ສໍາລັບບັນດາປະເທດ ກໍາລັງ ພັດທະນາ ກໍໄດ້ມີການ ພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ດັ່ງກ່າວ ເຊັ່ນດຽວກັນແຕ່ໃນຮູບການທີ່ມີຄວາມ ເໝາະສົມ ແລະ ແທດເໝາະກັບສະພາບຄວາມ ຕ້ອງການຕົວຈິງ ຂອງແຕ່ລະປະເທດ. ໃນປະຈຸບັນທົ່ວໂລກ ໄດ້ຍອມຮັບວ່າ ໜຶ່ງໃນບັນດາເຕັກໂນໂລຊີ ທີ່ທັນສະໄໝແມ່ນ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ທີ່ເປັນເຕັກໂນໂລຊີ ແຫ່ງຍຸກສະໄໝ ທີ່ໂລກກໍາລັງເອົາມາເປັນ ເຄື່ອງມືຕົ້ນຕໍ ເພື່ອຫຸດຜ່ອນຄວາມແຕກໂຕນ ລະຫວ່າງ ປະເທດທີ່ຈະເລີນ ແລະ ປະເທດທີ່ດ້ອຍ ພັດທະນາ. 2. ສະພາບເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານໃນ ສປປລາວ ໃນທ່າມກາງທີ່ທົ່ວ ກອງທັບ, ທົ່ວປວງຊົນ ກໍາລັງສູ້ຊນ ຈັດຕັ້ງຜັນຂະຫຍາຍ ມະຕິ 8 ຂອງສູນກາງພັກ ແລະ ົ ປະຕິບັດແຜນ ພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 7 ແຕ່ ນີ້ເຖິງປີ 2010 ແລະ ເຖິງປີ 2020, ໂດຍ ອີງໃສ່ ສະພາບຄວາມເປັນຈິງຂອງ ປະເທດເຮົາ ປະຊາຊົນສ່ວນໃຫຍ່ ເປັນຊາວກະສິກອນທໍາການ ຜະລິດແບບ ຄອງເດີມ, ດັ່ງນັ້ນ ເພື່ອ ເລັ່ງລັດການພັດທະນາ ຢ່າງຮອບດ້ານເພື່ອໃຫ້ມການ ີ ຜະລິດກະສິກໍາ, ວັດທະນະທໍາແລະສັງຄົມໃຫ້ດີ ແລະ ມີຄວາມ ທັນສະໄໝຂື້ນ, ເຮັດໃຫ້ປະຊາຊົນໄດ້ຢູ່ດກິນດີ ມັນຈຶ່ງມີ ີ ຄວາມຈໍາເປັນທີ່ຈະນໍາໃຊ້ ເຕັກໂນໂລຊີສື່ສານ ແລະຂໍ້ມູນຂ່າວສານເຂົ້າຊ່ວຍ ໃນການ ກະຕຸ້ນປະຈັກຕາ ແລະ ສາມາດເຂົ້າຂໍ້ມູນທີຈໍາເປັນໄດ້ແບບລັກສະນະທິດສະດີ ແລະ ພຶດຕິກໍາໄປຄຽງຄູ່ກັນ ຈາກນັ້ນ ຈຶ່ງ ່ ສາມາດຕີຖອຍໄດ້ການຜະລິດແບບຄອງເດີມ ແລະ ຄ່ອຍກ້າວເຂົ້າສູ່ ການທໍາການຜະລິດເປັນສິນຄ້າ ແລະ ຫັນເປັນ ອຸດສາຫະກໍາ. ການ ພັດທະນາເສດຖະກິດ-ສັງຄົມ ຢູ່ ໃນ ສປປລາວ ນັບມື້ນັບມີ ການຂະຫຍາຍຕົວຂື້ນ ຢ່າງວ່ອງໄວ ແລະ ຮອບດ້ານ. ພາຍຫຼັງ ທີ່ລັດຖະບານ ໄດ້ປະຕິບດ ນະໂຍບາຍປ່ຽນແປງໃໝ່ໄດ້ເຮັດ ໃຫ້ຊີວິດ ການເປັນຢູ່ຂອງ ັ
  4. 4. ປະຊາຊົນ ບັນດາເຜົ່າໄດ້ຮບ ການປັບປຸງດີຂື້ນ ແລະ ມີຄວາມສະຫງົບ ປົກກະຕິ ເທື່ອລະກ້າວ, ສາມາດ ັ ຮັບປະກັນ ສະບຽງອາຫານໄດ້ຂັ້ນພື້ນຖານ ແລະ ສ້າງລາຍຮັບ ໃຫ້ແກ່ປະເທດຊາດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຄອມພິວເຕີ ເປັນພື້ນຖານ ຫຼັກຂອງການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີສື່ສານ ແລະ ຂໍມູນ ້ ຂ່າວສານຊຶ່ງ ໄດ້ມີການລິ ເລີ້ມຕົ້ນມານໍາໃຊ້ໃນ ສປປ ລາວ ແຕ່ຊຸມ ປີ 1980, ມາຮອດປະຈຸບັນນີ້ກໍ່ເຫັນໄດ້ ວ່າ ໄດ້ມີຫຼາຍຂະແໜງການ ທັງພາກລັດ, ພາກເອກະ ຊົນທັງລະດັບສູນກາງ, ລະດັບທ້ອງຖິນ ໄດ້ມີການນໍາ ່ ໃຊ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ໄວພໍສົມຄວນ. ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານນັບມື້ນັບມີ ບົດບາດ ແລະ ກາຍເປັນເຄື່ອງມື ອັນສໍາຄັນຢ່າງຫຍິງ ໃນວຽກງານການຄຸ້ມຄອງບໍລິຫານ, ວຽກງານການ ່ ປ້ອງກັນຊາດ-ປ້ອງ ກັນ ຄວາມສະຫງົບ, ການພັດທະນາ ເສດຖະກິດ -ສັງຄົມ ແລະ ວັດທະນະທໍາ, ການຄ້າ, ການເງິນ, ການບໍລການ, ການ ສຶກສາ, ສາທາລະນະສຸກ, ການຄົ້ນຄວ້າ ວິທະຍາ ສາດ, ການເຜີຍແຜ່ ິ ຂ່າວສານ, ການພົວພັນຮ່ວມມືກັບສາກົນ ແລະ ອື່ນໆ ລວມທັງກິດຈະກໍາ ປະຈໍາວັນຂອງ ປະຊາຊົນເຮົາ. ຍ້ອນແນວນັ້ນ, ພັກ ແລະ ລັດຖະບານ ຈຶ່ງຖືເອົາຂະແໜ່ງການ ດ້ານຄອມພິວເຕີ ຫລື ຂ່າວສານວິທະຍາ ແລະ ICT ເປັນຂົງເຂດໜຶ່ງທີ່ເປັນບູລິມະສິດ ໃນການຄຸ້ມຄອງ, ການຄົ້ນຄວ້າ, ການພັດທະນາ ແລະ ການ ນໍາໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ . ເພື່ອຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈຄໍາສັ່ງແນະນໍາຂອງກົມການເມືອງສູນກາງພັກ ສະບັບເລກທີ 14/ ກມສພ, ລົງວັນທີ 21 ທັນວາ 2001 ກ່ຽວກັບການພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ຢູໃນ ສປປ ລາວ ພ້ອມທັງ ເປັນການຕອບສະໜອງກັບ ການເຕີບໃຫຍ່ຂະຫຍາຍຕົວ ຂອງການ ່ ພັດທະນາ ເສດຖະກິດ-ສັງຄົມ. ດັ່ງນັ້ນ ການສ້າງ ນະໂຍບາຍແຫ່ງຊາດ ດ້ານເຕັກໂນໂລຊີສ່ສານ ແລະ ຂໍ້ ື ມູນຂ່າວສານ ຈຶ່ງມີຄວາມຈໍາເປັນ, ມີຄວາມຕ້ອງການເປັນຢ່າງຫຍິງ ເພື່ອເປັນທິດທາງໃຫ້ແກ່ບັນດາ ຂະແ ໜ່ງການຕ່າງໆ ສາມາດນໍາເອົາໄປຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ, ໂຄງການ ລະອຽດຂອງ ຂົງເຂດຕົນ ທັງເປັນການຊຸກຍູ້ສົ່ງເສີມຄວາມສົນໃຈ ໃນການພັດທະນາ, ການນໍາໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມນຂ່າວສານ ຢູ່ໃນ ສປປ ລາວ ໃຫ້ກວ້າງຂວາງ ເພື່ອນໍາໃຊ້ ແລະ ປະກອບສ່ວນເຂົ້າໃນ ການ ູ ພັດທະນາເສດຖະກິດ-ສັງຄົມ ໃຫ້ກາວຂຶ້ນໄປໃນລະດັບສູງ, ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ້ ສະພາບ ດ້ອຍພັດທະນາ, ຫັນເປັນອຸດສະຫະກໍາ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວ.
  5. 5. ພາກທີ່ 2 ນະໂຍບາຍດ້ານເຕັກໂນໂລຊີສື່ສານແລະຂໍ້ມູນຂ່າວສານ 1. ທິດທາງລວມ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ຖືເປັນເຄືອງມືຫນຶ່ງທີ່ສາຄັນໃນການຫັນເປັນອຸດສະຫະກໍາ ແລະ ່ ໍ ຫັນເປັນທັນສະໄໝ, ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາ ເສດຖະກິດສັງຄົມ ແບບຍືນຍົງຂອງຊາດ ແລະ ຍົກລະດັບຊິວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີ ຂື້ນ ພ້ອມທັງຮັບປະກັນ ສະຖຽນລະພາບ, ຄວາມສະຫງົບປອດໄພ, ຂະຫຍາຍວັດທະນະທໍາ ອັນດີງາມຂອງ ຊາດ, ຂະຫຍາຍການຮ່ວມມືກັບສາກົນ, ໂດຍນໍາໃຊ້ຢ່າງມີປະສິດທິຜົນກໍາລັງແຮງສັງລວມ ຂອງຍຸກສະໄໝ ສົມທົບກັບກໍາລັງແຮງຂອງຊາດ. 2. ຄາດຫມາຍ ສູ້ຊນ ົ · ສົ່ງ ເສີມການພັດທະນາ ແລະ ການນໍາໃຊ້ ເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານ (Information and Communication Technology “ICT” ) ໂດຍສະເພາະເຕັກໂນໂລຊີຂໍ້ ມູນຂ່າວສານ (ຫລື ຂ່າວສານ ວິທະຍາ)(Information Technology “IT”) ໃຫ້ກາຍເປັນ ເຄື່ອງມື ທີ່ທັນສະໄໝ ແລະ ແຫລມຄົມໃນການຄຸມຄອງ ບໍລິຫານ, ການບໍລິການ ຂອງ ້ ລັດຖະບານ ໃຫ້ສັງຄົມໃນ ຂອບເຂດທົ່ວປະເທດ. · ສົ່ງ ເສີມການພັດທະນາ ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອການພັດທະນາ ເສດຖະກິດ- ສັງຄົມ ຢ່າງກວ້າງຂວາງ, ສ້າງເງື່ອນໄຂໃຫ້ ທົ່ວຂະແຫນ່ງການ ກໍ່ຄືທົ່ວສັງຄົມຮູ້ ນໍາໃຊ້ເພື່ອພັດທະນາ ວຽກງານ ແລະ ຂະແຫນງການຂອງຕົນ ແລະ ມີສວນຮ່ວມໃນຂະ ບວນການເຄື່ອນໄຫວ ການ ່ ພັດທະນາ ແລະ ການນໍາໃຊ້ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ. · ສົ່ງເສີມການພັດທະນາ ແລະ ການນໍາໃຊ້ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອ ຮັບປະກັນໃຫ້ວຽກງານ ເດີນແມ່ນແລ່ນ ສະດວກ, ມີຄວາມໂປງໃສ, ສະຖຽນລະພາບ, ຄວາມ ສະຫງົບປອດໄພ ແລະ ຂະຫຍາຍວັດທະນະທໍາຂະນົບທໍານຽມ ອັນດີງາມ ຂອງຊາດ. · ສົ່ງເສີມເງື່ອນໄຂອໍານວຍ ໃຫ້ປະຊາຊົນ ຊົນນະບົດ, ຢູ່ຫ່າງໄກສອກຫລີກ ແລະ ຜູ້ດ້ອຍໂອກາດ ສາມາດເຂົາເຖິງ ແລະ ນໍາໃຊ້ເຕັກໂນ ໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອຍົກລະດັບ ຊິວິດ ້ ການເປັນຢູ່ໃຫ້ດີຂຶ້ນ.
  6. 6. · ເພີ່ມທະວີການສ້າງ ແລະ ຍົກລະດັບ ວິຊາການດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມ. · ສ້າງເງື່ອນໄຂໃຫ້ຜູ້ປະກອບ ການດ້ານເຕັກໂນໂລຊີຂໍ້ມນ ຂ່າວສານ ແລະ ໂທລະຄົມມະນາຄົມ ຢູ່ ູ ໃນ ສປປ ລາວ ໃຫ້ມີຄວາມສາມາດ ຍົກລະດັບ ຄວາມຮູ້ ແລະ ປະສົບການໃຫ້ກ້າວຂຶ້ນສູ່ ລະບົບ ສາກົນເທື່ອລະ ກ້າວ. · ນໍາໃຊ້ຊັບພະຍາກອນ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ ໃຫ້ມີປະສິດທິຜົນ ແລະ ເກີດຜົນປະໂຫຍດສູງ ສຸດຫລີກ ລ້ຽງການລົງທຶນ ຫລື ພັດທະນາ ທີ່ມລັກສະນະຊໍ້າຊ້ອນ ີ ແລະ ບໍ່ມີການລວມສູນ. · ສ້າງເງື່ອນໄຂນໍາໃຊ້ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍ ຄວາມສະດວກໃຫ້ ສາມາດຮອງຮັບ ກັບ ເຕັກໂນໂລຊີ ທັນສະໄໝແບບ ປະສົມປະສານ ແນ່ໃສ່ການປະຢັດ, ມີປະສິດທິຜນ, ມີລາຄ່າຖືກ, ົ ວ່ອງໄວ ແລະ ຊັດເຈນ. · ສ້າງເງື່ອນໄຂໃຫ້ທົ່ວສັງຄົມ ສາມາດນໍາໃຊ້ ອັກສອນ ລາວເພັດຊະລາດ (phetsarath OT) ທີ່ໄດ້ ເປັນມາດຕະຖານ ແລະ ເປັນທາງການໃນ ລະບົບເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ໂທລະ ຄົມມະນາຄົມ ຢ່າງກວ້າງຂວາງ. · ພັດທະນະນິຕິກໍາທີ່ຈໍາເປັນໃຫ້ ເປັນລະບົບ ເພື່ອສົ່ງເສີມ ແລະ ຄຸ້ມຄອງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມນ ຂ່າວສານ. ູ · ສ້າງເງື່ອນໄຂ ໃຫ້ມກົນໄກລະບົບປອດໄພ ສູງໃນການນໍາໃຊ້ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ີ ຂ່າວສານ ເພື່ອສະກັດກັ້ນ ຈໍລະກໍາຂໍ້ ມູນຂ່າວສານ ໃນທຸກຮູບແບບ · ຊຸກຍູ້ສ່ງເສີມ ການລົງທຶນ ຂອງພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານ ເຕັກໂນໂລຊີຂໍ້ມູນ ົ ຂ່າວສານ ແລະ ໂທລະຄົມະນາ ຄົມ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ເຕີບໃຫຍ່ ຂະຫຍາຍຕົວຢ່າງ ຕໍ່ເນື່ອງ. · ສ້າງເງື່ອນໄຂ ພື້ນຖານເພື່ອໃຫ້ ສປປ ລາວ ສາມາດເຊື່ອມໂຍງເຂົ້າກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
  7. 7. · ເພີ່ມທະວີການພົວພັນ ຮ່ວມມືກັບສາກົນ ເພື່ອຍາດແຍ່ງເອົາບົດຮຽນ ແລະ ການຊ່ວຍເຫລືອໃນ ວຽກງານຄຸ້ມຄອງ, ຄົ້ນຄວ້າ ແລະ ພັດທະນາດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມນຂ່າວສານ. ູ ສ້າງເງື່ອນໄຂ ແລະ ເປີດກວ້າງໃຫ້ຄົນລາວທີ່ອາໄສຢູ່ຕ່າງປະເທດ ໄດ້ມີສ່ວນຮ່ວມໃນການ ພັດທະນາ ເຕັກໂນໂລຊີ ສື່ສານ ແລະ ຂໍມູນຂ່າວສານ ຢູ່ໃນ ສປປ ລາວ. ້ 3. ບັນດາວຽກງານທີ່ເປັນບຸລິມະສິດ ເພື່ອບັນລຸຜົນສໍາເລັດ ຕາມທິດທາງລວມ ແລະ ຄາດຫມາຍສູ່ຊົນທີ່ໄດ້ກ່າວມາຂ້າງເທິງ, ລັດຖະບານໄດ້ ກໍານົດ ເອົາ 9 ວຽກງານບຸລມະສິດ ທີ່ຕ້ອງ ເອົາໃຈໃສ່ໃນການພັດທະນາ, ການນໍາໃຊ້ ແລະ ການສົ່ງເສີມ ິ ເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານຢູ່ໃນ ສປປ ລາວໃນແຕ່ລະໄລຍະຊຶ່ງມີ ລາຍລະອຽດ ດັ່ງລຸ່ມ ນີ້: · ພັດທະນາຊັບພະຍາກອນ ມະນຸດດ້ານເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານ · ຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ (ຫລື ຂ່າວສານວິທະຍາ) · ຄົ້ນຄວ້າ ພັດທະນານໍາໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານໃຫ້ກວ້າງເລິກ, ມີປະສິດທິຜົນສູງ. · ພັດທະນາ ໂຄງລ່າງພື້ນຖານ ແລະ ການເຊື່ອມ ຕໍ່ຕາໜ່າງໂທລະຄົມມະນາຄົມ · ພັດທະນາ ວິສາຫະກິດ ແລະ ອຸດສາຫະກໍາເຕັກໂນໂລຊີຂໍ້ມູນຂ່າວສານ · ສ້າງນິຕິກາເພື່ອ ຄຸ້ມຄອງ, ຮັບຮອງ ແລະ ຮັບປະກັນການນໍາໃຊ້ ແລະ ການບໍລການເຕັກໂນໂລຊີສື່ສານ ໍ ິ ແລະ ຂໍ້ມນຂ່າວສານ. ູ · ສ້າງຈິດສໍານຶກ ແລະ ຄວາມຮັບຮູ້ກ່ຽວກັບເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານທີ່ຖືກຕ້ອງ. · ພັດທະນາ ເຕັກໂນໂລຊີສື່ສານ ແລະ ຂໍມູນຂ່າວສານ ເພື່ອຍົກລະດັບຊິວິດການ ເປັນ ຢູ່ ໃຫ້ ດີ ຂຶ້ນ. ້ · ພັດທະນາ ມາດຕະຖານ ແລະ ນໍາໃຊ້ພາສາລາວເຂົ້າໃນເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ .ຊຸກຍູ້ໃຫ້ມການສຶກສາທາງໄກ (e-learning), ການຮຽນການສອນທາງໃນ ແລະ ນອກລະບົບ ີ
  8. 8. 3.1 ພັດທະນາ ຊັບພະຍາກອນ ມະນຸດ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ · ສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ສະຖາບັນການສຶກສາຕ່າງໆ ທັງພາກລັດ, ພາກເອກະຊົນສາມາດ ຍົກ ລະດັບບຸກຄະລາກອນໃນທຸກລະດັບ ດ້ານການນໍາໃຊ້ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ໂດຍໃຫ້ມີ ການພັດທະນາຫລັກສູດ ທີ່ເໝາະສົມແຕ່ລະໄລຍະ. · ສ້າງເງື່ອນໄຂ ແລະ ສົ່ງເສີມຢ່າງແຂງແຮງ ໃຫ້ນາເອົາເຕັກໂນໂລຊີຂໍ້ມູນຂ່າວສານ (ຂ່າວສານ ໍ ວິທະຍາສາດ) ເຂົ້າໃນ ຫລັກສູດການຮຽນການສອນ ໃນລະບົບສາມັນສຶກສາ ຕາມຄວາມເໝາະ ສົມ ໃນແຕລະໄລຍະ. · ສ້າງເງື່ອນໄຂໃຫ້ປະຊາຊົນຊົນນະບົດ, ຢູ່ຫ່າງໄກສອກຫລີກ, ຜູ້ດ້ອຍໂອກາດ ແລະ ທົ່ວສັງຄົມໃຫ້ ສາມາດນໍາໃຊ້ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອໃຫ້ພວກກ່ຽວສາມາດແກ້ໄຂບັນຫາ ຂອງຕົນ ແລະ ໄດ້ມີສ່ວນຮ່ວມໃນວຽກງານພັດທະນາ. · ສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ມີການຖ່າຍທອດ ແລະ ແລກປ່ຽນຄວາມຮູ້, ບົດຮຽນ, ປະສົບການ ດ້ານເຕັກ ໂນໂລຊີສື່ສານແລະ ຂໍ້ມູນຂ່າວສານທັງພາຍໃນແລະຕ່າງປະເທດ. 3.2 ຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີຂໍ້ມູນຂ່າວສານ ( ຂ່າວສານວິທະຍາ ). · ສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ມີ ການຄົ້ນຄວ້າ ແລະ ພັດທະນາຮ່ວມກັນ ລະຫວ່າງອົງການຈັດ ຕັ້ງລັດ, ອົງການຈັດຕັ້ງ ເອກະຊົນ ແລະ ອົງການຈັດຕັ້ງສາກົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. · ສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ມການຖ່າຍທອດ ແລະ ດັດປັບເຕັກໂນໂລຊີຂໍ້ມູນຂ່າວສານ ີ (ຂ່າວສານວິທະຍາສາດ ) ຂອງສາກົນມາຮັບໃຊ້ ໃຫ້ແທດເໝາະກັບຄວາມຕ້ອງການ ແລະ ສະພາບຄວາມເປັນຈິງ ຂອງສັງຄົມລາວ. · ສົ່ງເສີມໃຫ້ທົ່ວສັງຄົມລວມທັງຜູ້ ຊ່ຽວຊານເຊື້ອສາຍຄົນລາວ ອາໄສຢູ່ຕ່າງປະເທດໄດ້ມີສ່ວນຮ່ວມ ແລະ ປະກອບສ່ວນໃນວຽກງານຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ (ຂ່າວສານ ວິທະຍາສາດ).
  9. 9. 3.3 ນໍາໃຊ້ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອເຮັດໃຫ້ປະສິດທິພາບຂອງວຽກງານ ການຄຸ້ມຄອງບໍລິຫານລັດ, ການບໍລການການປົກຄອງ ິ ໃຫ້ປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດສູງຂຶ້ນ ຈະຕ້ອງນໍາໃຊ້ ເຕັກໂນ ໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເຂົ້າໃນສາມຂົງເຂດໃຫຍ່ຄ: ຄຸ້ມຄອງບໍລິຫານ ລັດແບບອີເລັກ ື ໂຕຣນິກ (e-Government), ພັດທະນາສັງຄົມ ທາງອີເລັກ ໂຕຣນິກ (e-Society) ແລະ ການຄ້າ ທາງອີເລັກໂຕຣນິກ (e-Commerce), ຊຶ່ງໃນນັ້ນຕ້ອງໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດບາງໂຄງການ ພື້ນຖານດັ່ງລຸມນີ້: ່ · ຫັນການນໍາໃຊ້ຄອມພິວເຕີເຂົ້າຮັບໃຊ້ທຸກຂົງເຂດວຽກງານ ແລະ ຊີວິດປະຈໍາວັນ .ສ້າງລະບົບເຕັກໂນໂລຊີສື່ສານ ແລະ ຂໍມູນຂ່າວສານ ທີ່ມີຄວາມປອດໄພສູງ ເພືອຮັບໃຊ້ໃຫ້ແກ່ ້ ່ ການ ຄຸ້ມຄອງບໍລິຫານລັດ ນັບແຕ່ຂ້ນສູນກາງລົງຮອດທ້ອງຖິ່ນ ັ · ລະບົບເຕັກໂນໂລຊີສື່ສານ ແລະຂໍ້ມູນຂ່າວສານຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ · ສ້າງຖານຂໍ້ມູນແຫ່ງຊາດເພື່ອຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ · ສ້າງແວບຊາຍ (Website) ຂອງລັດຖະບານ ເພື່ອບໍລິການຂໍ້ມູນຂ່າວສານໃຫ້ແກ່ສັງຄົມ · ສ້າງລະບົບຄຸ້ມຄອງການເງີນທາງອີເລັກໂຕຣນິກ (e-Finance) · ສ້າງລະບົບຄຸ້ມຄອງພາສີອາກອນ ທາງອີເລັກໂຕຣນິກ (e-Tax) · ສ້າງ ແລະ ຍົກລະດັບບຸກຄະລາກອນດ້ານເຕັກໂນໂລຊີສື່ສານ ແລະ ຂໍມູນຂ່າວສານຮັບໃຊ້ ້ ການທ່ອງທ່ຽວ (e-Tourism) · ສ້າງລະບົບບໍລິການ ແລະ ບໍລິຫານທະນາຄານທາງອີເລັກໂຕຣນິກ (e-Banking) ແລະອື່ນໆ.
  10. 10. 3.4 ພັດທະນາໂຄງລ່າງພື້ນຖານ ແລະ ການເຊື່ອມຕໍ່ຕາໜ່າງໂທລະຄົມມະນາຄົມ · ສົ່ງເສີມການພັດທະນາ ແລະ ການຂະຫຍາຍໂຄງລ່າງພື້ນຖານ ແລະ ການເຊື່ອມຕໍ່ຕາໜ່າງ ໂທລະຄົມມະນາຄົມ ທີ່ບໍ່ຊາຊ້ອນ ແລະ ນໍາໃຊ້ອຸປະກອນທີ່ໄດ້ມາດຕາຖານສາກົນ ແລະ ໍ້ ແທດເໝາະກັບສະພາບຄວາມເປັນຈິງ ຂອງປະເທດ ເຮົາໃນແຕ່ລະໄລຍະ ເພື່ອໃຫ້ຕົ້ນທຶນ ຂອງໂຄງລ່າງ ແລະ ຄ່າບໍລການຕໍ່າລົງທັງມີປະສິດທິພາບສູງຂຶ້ນ ໃຫ້ສັງຄົມໄດ້ ມີໂອກາດ ິ ຮັບຜົນປະໂຫຍດ ຈາກເຕັກໂນໂລຊີ ທີ່ທັນສະໄໝດັ່ງກ່າວຢ່າງກວ້າງຂວາງ. ·ສ້າງເງື່ອນໄຂໃຫ້ມການຈັດຕັ້ງ ການບໍລິການ ດ້ານການສື່ສານທາງໄກນໍາໃຊ້ ໄດ້ຫຼາຍຮູບແບບ ີ ເພື່ອໃຫ້ປະຊາຊົນລາວໃນໃນຂອບເຂດທົ່ວປະເທດໄດ້ຊົມໃຊ້ ການບໍລິການທາງດ້ານເຕັກ ໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານຢ່າງທົ່ວເຖິງ . . ສົ່ງເສີມໃຫ້ມການອອກ ລະບຽບຫຼັກການໃນການອອກໃບອະນຸຍາດ ດໍາເນີນກິດຈະການ ແລະ ີ ການນໍາໃຊ້ຊບພະຍາກອນເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ຢ່າງມີປະສິດທິຜນ ັ ົ ແລະ ໃຫ້ມການເຊື່ອມຕໍເຄືອຂ່າຍ ຂອງຜູ້ໃຫ້ບໍລິການເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ີ ່ ຂ່າວສານ ປະເພດຕ່າງໆ ຢ່າງເຕັມສ່ວນເພື່ອເຮັດໃຫ້ການບໍລິການ ມີປະສິດທິພາບສູງຂຶ້ນ ແລະ ເຮັດໃຫ້ຄ່າບໍລິການມີ ລາຄາຖືກລົງ ແລະ ໂປ່ງໃສ. 3.5 ພັດທະນາວິສາຫະກິດ ແລະ ອຸດສາຫະກໍາເຕັກໂນໂລຊີຂໍ້ມູນຂ່າວສານ. 3.5.1 ການລົງທຶນ .ສ້າງເງື່ອນໄຂ ໃຫ້ມີເຂດຈຸດສຸມດ້ານເຕັກໂນໂລຊີຂໍ້ມນຂ່າວສານ ຫຼື ຂ່າວສານວິທະຍາ (IT Park) ູ ແນໃສ່ການຄົນຄວ້າແລະ ການພັດທະນາ ຊອບແວຣ (Software) ເພື່ອຮອງຮັບໃຫ້ ແກ່ ້ ຄວາມຕ້ອງການຂອງສັງຄົມທັງພາຍໃນແລະ ຕ່າງປະເທດ. .ສົ່ງເສີມວິສາຫະກິດ ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ເຊັ້ນ: ສະໜອງ ແລະ ຜະລິດ ບາງ ອຸປະກອນ ເຕັກໂນໂລຊີ ຂໍ້ມູນຂ່າວສານ ທີ່ມີເງື່ອນໄຂ,ສ້າງໂຮງງານປະກອບຄອມພິວເຕີ, ພັດທະນາຊອບແວຣ, ການຕະຫຼາດ ແລະ ໃຫ້ ບໍລິການທາງລະບົບອອນໄລເປັນຕົ້ນ.
  11. 11. .ສົ່ງເສີມແລະໃຫ້ບູລິມາສິດແກ່ວິສາຫະກິດທາງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານຢູ່ ພາຍໃນປະເທດໄດ້ບໍລການແກ່ໂຄງການຕ່າງໆຂອງ ລັດຖະບານ, ສາກົນ ແລະ ສັງຄົມຢູ່ ິ ໃນ ສປປ ລາວ. .ສ້າງເງື່ອນໄຂ ໃຫ້ມີສະພາບແວດລ້ອມ ທີ່ເອື້ອອໍານວຍແກ່ວິສາຫະກິດ ທາງດ້ານເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານໂດຍມີການ ກໍານົດລະບຽບຫຼັກການ ແລະ ລາຍການ ເພື່ອ ຍົກເວັ້ນ ຫຼື ຜ່ອນພາສີອາກອນນໍາເຂົ້າອຸປະກອນນໍາເຂົ້າອຸປະກອນ ດ້ານເຕັກໂນໂລຊີ ສື່ສານແລະຂໍມູນຂ່າວສານທີ່ເໝາະສົມໃນແຕ່ລະໄລຍະ. ້ 3.5.2 ການແຂ່ງຂັນ. .ສົ່ງເສີມໃຫ້ມການແຂ່ງຂັນ ການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ແລະການຮ່ວມມືກັບ ີ ສາກົນ ດ້ານເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອພ້ອມກັນພັດທະນາຂະຫຍາຍ ເຄືອຂ່າຍ ເຕັກໂນໂລຊີສື່ສານ ແລະ ຂໍມູນຂ່າວສານໃຫ້ມີປະສິດທິພາບ ແລະ ສອດຄ່ອງ ້ ກັບນະໂຍບາຍ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານຂອງ ສປປ ລາວ. .ສົ່ງເສີມໃຫ້ມການແຂ່ງຂັນ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານໂດຍມີການຄຸ້ມຄອງ ີ ພາຍໃຕ້ລະບຽບຫຼັກການທີຮັບປະກັນ ່ ໃຫ້ມີຄວາມເປັນທໍາໃນການໃຫ້ບໍລິການທີ່ທັນສະໄ ໝມີຄຸນນະພາບ, ຄວາມປອດໄພສູງ ແລະ ການນໍາ ໃຊ້ໂຄງລ່າງພື້ນຖານ ທີ່ມີພ້ອມທັງ ອຸປະກອນອໍານວຍຄວາມສະດວກຕ່າງໆໃຫ້ເກີດປະໂຫຍດສູງສຸດ. 3.6 ສ້າງນິຕກໍາເພື່ອເພື່ອຄຸ້ມຄອງ, ຮັບຮອງ ແລະ ຮັບປະກັນການນໍາໃຊ້ ແລະ ການບໍລິການ ິ ເພື່ອຮັບປະກັນໃຫ້ແກ່ການສົ່ງເສີມ, ການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ດານ ້ ເຕັກໂນໂລຊີສື່ສານ ແລະຂໍ້ມນຂ່າວສານ ຢູ່ໃນ ສປປ ລາວ ໄດ້ຮັບການ ຈັດຕັ້ງປະຕິບັດ ຢ່າງມີປະ ູ ສິດທິຜົນ ແລະ ສອດຄ່ອງກັບສາກົນ, ລັດຖະບານແຫ່ງ ສປປ ລາວ ຊຸກຍູ້ສົ່ງເສີມໃຫ້ມີການສ້າງນິຕິ ກໍາ ທີ່ຈໍາເປັນໃຫ້ເປັນລະບົບເພື່ອຮັບຮອງໃຫ້ແກ່ການນໍາໃຊ້ ແລະ ພັດທະນາພັດທະນາເຕັກໂນໂລ ຊີສື່ສານ ແລະ ຂໍ້ມູນຂ່າວສານຢູ່ໃນ ສປປ ລາວ ເຊັ່ນ: ກົດໝາຍວ່າດ້ວຍ ການຄຸ້ມຄອງລັດ ທາງອີ ເລັກໂຕຣນິກ, ກົດໝາຍວ່າດ້ວຍ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ, ກົດໝາຍວ່າດ້ວຍ
  12. 12. ຕ້ານການໂຈລະກໍາຂໍ້ມູນຂ່າວສານກົດໝາຍວ່າດ້ວຍ ການຄ້າທາງອີເລັກໂຕຣນິກ, ກົດໝາຍວ່າ ດ້ວຍ ລາຍເຊັນອີເລັກໂຕຣນິກ, ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊມໃຊ້ ແລະ ອືນໆ. ົ ່ 3.7 ສ້າງຈິດສໍານຶກ ແລະ ຮັບຮູ້ກ່ຽວກັບເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານທີ່ຖືກຕ້ອງ · ສົ່ງເສີມ ໃຫ້ມີການຈັດຕັງປະຕິບັດ ແຜນການສ້າງຈິດສໍານຶກ ໃຫ້ສັງຄົມໄດ້ຮູ້ເຖິງຜົນປະໂຫຍດ, ້ ຈຸດເດັ່ນ ແລະ ຄວາມສໍາຄັນຂອງເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານ, ຊຸກຍູ້ໃຫ້ ພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນມີສວນຮ່ວມ ແລະ ໃຫ້ການຊ່ວຍເຫຼືອ ຕໍ່ ່ ຂະບວນການສ້າງຈິດສໍານຶກ ແລະ ຄວາມຮັບຮຼ້ຂອງສັງຄົມຕໍ່ບນຫາ ັ ທີ່ກ່າວມາຂ້າງ ຂ້າງເທິງນັ້ນໃຫ້ຖກຕ້ອງ. ື · ສົ່ງເສີມ ໃຫ້ມການນໍາໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານເພື່ອຈຸດປະສົງ ທີ່ຖກຕຕ້ອງ ີ ື ເຊັ່ນ: ການເຜີຍແຜ່, ການອະນຸລັກຮັກສາມໍລະດົກ ທາງດ້ານວັດທະນະທໍາ, ສັງຄົມ, ຮີດຄອງ ປະເພນີ ອັນຈົບງາມຂອງຊາດ, ພ້ອມດຽວກັນນັ້ນກໍ່ຕ້ານການນໍາໃຊ້ເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອຈຸດປະສົງທີ່ບໍ່ຖືກຕ້ອງ ເຊັ່ນ: ການເຜີຍແຜ່ສ່ລາມົກ ື ອະນາຈານ, ການຄ້າມະນຸດ ແລະ ອື່ນໆ. 3.8 ພັດທະນາ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ · ສ້າງແລະໃຫ້ຂໍ້ມູນຂ່າວສານ ກ່ຽວກັບຕໍາແໜ່ງງານ ສາມາດຊອກຫາວຽກເຮັດງານທໍາ ແລະ ກ່ຽວ ກັບການຄ້າ,ທຸລະກິດໂດຍສະເພາະ ກ່ຽວກັບການຜະລິດ, ການບໍລິການ ເພື່ອປະຊາຊົນ ສາມາດນໍາໃຊ້ ເຂົ້າໃນ ການສ້າງລາຍຮັບໃຫ້ຕົນ ກໍ່ຄຄອບຄົວ ແລະ ປະເທດຊາດ. ື · ສະໜອງຂໍ້ມູນດ້ານອຸຕນຍົມ, ອຸທົກກະສາດ ແລະ ໄພພິບັດທໍາມະຊາດ ໃຫ້ທ່ວສັງຄົມ. ຸ ິ ົ · ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ. · ສະໜອງການສິດສອນໃຫ້ ຄວາມຮູ້ທົ່ວໄປ, ຄວາມຮູ້ທີ່ເປັນວິຊາຊີບ ແລະ ການຮູ້ເຮັດທີ່ສັງຄົມມີ ຄວາມ ຕ້ອງການຫຼາຍ. ຮັບໃຊ້ ວຽກງານການສຶກສາ ແລະ ສາທາລະນະສຸກທົ່ວໄປ ສໍາລັບ ປະຊາຊົນບັນດາເຜົ່າ. 3.9 ພັດທະນາມາດຕະຖານ ແລະ ນໍາໃຊ້ພາສາລາວ ເຂົ້າເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ
  13. 13. · ສົ່ງເສີມ ໃຫ້ທົ່ວສັງຄົມມີການນໍາໃຊ້ ອັກສອນລາວເພັດຊະຣາດ (Phetsarath OT) ທີ່ເປັນ ມາດຕະຖານ ແຫ່ງຊາດເຂົາໃນລະບົບ ເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານ. ້ · ສົ່ງເສີມ ພັດທະນາ ແລະ ປັບປຸງມາດຕະຖານພາສາລາວໃນ ລະບົບຄອມພິວເຕີ ໃຫ້ແທດເໝາະ ກັບ ວິວັດທະນາການຂອງຂອງເຕັກໂນໂລຊີສື່ສານ ແລະ ຂໍ້ມນຂ່າວສານ ໃນແຕ່ລະ ູ ໄລຍະ. · ສົ່ງເສີມ ໃຫ້ນໍາໃຊ້ຊອບແວຣລະບົບເປີດ (Open Source Software) ອັນທີ່ສອດຄ່ອງ ແລະ ເ ໝາະສົມ ເພື່ອພັດທະນາເປັນມາດຕະຖານ ນໍາໃຊ້ເປັນທາງການ. . ສົ່ງເສີມ ພັດທະນາ ແລະ ນໍາໃຊ້ຂໍ້ມນ ທີ່ເປັນມາດຕະຖານແຫ່ງຊາດ ເຂົ້າໃນເຕັກໂນໂລຊີສື່ສານ ູ ແລະ ຂໍ້ມນຂ່າວສານ. ູ 4. ການປະເມີນຜົນ ແລະ ດັດແປງນະໂຍບາຍ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ ມູນຂ່າວສານ ຮັບໃຊ້ ແຜນການພັດທະນາເສດຖະກິດ-ສັງຄົມຢູໃນ ສປປ ລາວ ໃຫ້ບັນລຸເປົ້າໝາຍ ່ ແລະ ສອດຄ່ອງກັບສະພາບການຕົວຈິງ ຂອງປະເທດປະເທດໃນແຕ່ລະໄລຍະ ແລະ ຍຸກສະໄໝ ຈຶ່ງໄດ້ກໍານົດເຫງື່ອນໄຂການດັດແປງດັ່ງລຸ່ມນີ້: . ຖ້າມີຄວາມຈໍາເປັນນະໂຍບາຍແຫ່ງຊາດ ດ້ານເຕັກໂນໂລຊີສື່ສານ ແລະ ຂໍມນຂ່າວສານ ້ ູ ຕ້ອງມີການປັບປຸງໃນທຸກໆໄລຍະສອງປີ. . ໃນຂະບວນການປັບປຸງນະໂຍບາຍ ເຕັກໂນໂລຊີ ສື່ສານ ແລະ ຂໍ້ມູນຂ່າວສານໃໝ່ນັ້ນ ຕ້ອງມີສ່ວນຮ່ວມຂອງສັງຄົມແລະຫຼາຍພາກສ່ວນທີ່ມສ່ວນກ່ຽວຂ້ອງ, ີ ແຕ່ຕອງຮັກສາຄວາມ ້ ສອດຄ່ອງກັບນະໂຍບາຍຂອງສາກົນ, ພາກພື້ນ ແລະຂອງຊາດ.
  14. 14. ພາກທີIII ມາດຕະການຈັດຕັ້ງປະຕິບັດ ເພື່ອຮັບປະກັນ ໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ດ້ານເຕັກໂນໂລຊີ ສື່ສານ ແລະ ຂໍ້ ມູນຂ່າວສານ ສະບັບນີ້ ໃຫ້ບັນລຸຜົນສໍາເລັດ ບັນດາມາດຕະການທີ່ຕ້ອງໄດ້ປະຕິບັດ ມີດັ່ງນີ້: 1. ອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ເຮັດໜ້າທີ່ໂດຍກົງໃນການຈັດຕັ້ງການເຜີຍແຜ່ ແນະນໍາ, ເປັນເຈົ້າການສົມທົບກັບບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງຜັນ ຂະຫຍາຍນະໂຍບາຍດັ່ງກ່າວ ໃຫ້ເປັນແຜນພັດທະນາລະອຽດພ້ອມທັງການຈັດຕັ້ງປະຕິບັດໃຫ້ໄດ້ຮັບ ຜົນດີ. 2. ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເຮັດໜ້າທີ່ເປັນໃຈກາງ ໃນການຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ການເຄື່ອນໄຫວຂອງວຽກງານທຸກຂະແໜງການ, ທຸກພາກສ່ວນສັງຄົມ ທີ່ຕິດພັນກັບການຄົ້ນຄວ້າ, ການພັດທະນາ, ການນໍາໃຊ້ເຕັກໂນໂລຊີຂມູນຂ່າວສານ. ໍ້ 3. ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫລວງ ແລະ ບັນດາແຂວງ ມີໜ້າທີ່ນໍາເອົານະໂຍບາຍ ດັ່ງກ່າວ ໄປຜັນຂະຫຍາຍ ໃຫ້ເປັນແຜນການ, ໂຄງການ ແລະ ວຽກງານລະອຽດ ໃນການນໍາເອົາເຕັກໂນໂລ ຊີສື່ສານ ແລະ ຂໍ້ມູນຂ່າວສານ ໄປຮັບໃຊ້ວຽກ ງານ ແລະ ພັດທະນາຂະແໜ່ງການ ທີ່ຕິດພັນກັບ ພາລະ ບົດບາດທີ່ຕົນຮັບຜິດຊອບ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮບຜົນດີ. ັ ທີ່ມາ: http://nast.gov.la/index.php/la/faq/275-2010-02-12-04-00-09

×