SlideShare a Scribd company logo
1 of 46
Download to read offline
lt[a[mu 5
,y45ok{mao;k 2016
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
d l ld l l
ຈົດໝາຍຂ່າວ
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ
ທ່ານ ໂລນຄຳ ອາດສະນາວົງ ຮັກສາການຫົວໜ້າກົມ
ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ
ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ
ກວດແກ້
ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ພະແນກສົ່ງເສີມສິ່ງແວດລ້ອມ
ຈັດໜ້າອອກແບບ
ພະແນກສົ່ງເສີມສິ່ງແວດລ້ອມ
ທ່ານ ນາງ ລັດຕະນາພອນ ອິນທະສານ ຮອງຫົວໜ້າພະແນກ
ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ
ທ່ານ ບົວແສງປະເສິດ ພຣະສິດທິເດດ
ທ່ານ ກິ່ງທອງ ສິຣິສົມພອນ
ຄະນະເກັບກຳຂໍ້ມູນ
ທ່ານ ນາງ ສຸກສະຫວັນ ພຸດທະລາດ
ທ່ານ ນາງ ເກດສະໄໝ ແກ້ວຫານາມ
ທ່ານ ນາງ ອຳໄພວັນ ພົມມະເທບ
ທ່ານ ນາງ ນາລິນ ຈະເລີນສຸກ
ທ່ານ ນາງ ປິກຄຳ ພັນທະວົງ
ທ່ານ ບຸນທະວີ ປັນຍານຸວົງ
ແຫຼ່ງຂໍ້ມູນ
ຂໍຂອບໃຈເປັນຢ່າງສູງ ໃນການໃຫ້ຂໍ້ມູນ ໃນການປະກອບສ່ວນສ້າງຈົດໝາຍຂ່າວ ກສສ
1
ປະຊຸມ
ສານຂອງທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີແຫ່ງ ສປປລາວ
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ
ວັນທີ 5 ມິຖຸນາ 2016
ໃນວັນທີ 5 ມິຖຸນາ 2016 ສະເຫຼີມສະຫຼອງ
ວັນສິ່ງແວດລ້ອມໂລກ ທີ່ໝູນວຽນມາຄົບ
ຮອບ 44 ປີ, ລັດຖະບານ ແລະ ປະຊາຊົນລາວບັນດາ
ເຜົ່າໃນທົ່ວປະເທດ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່
ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງ
ວັນດັ່ງກ່າວ ພາຍໃຕ້ຄຳຂວັນ “ ຈົ່ງພ້ອມກັນປົກປັກ
ຮັກສາປ່າໄມ້ເພື່ອທຸກສິ່ງທີ່ມີຊີວິດ” ເຊິ່ງສ່ອງແສງໃຫ້
ເຫັນວ່າ ເຖິງເວລາແລ້ວທີ່ປະຊາຊາດໃນທົ່ວໂລກ
ຕ້ອງຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ໃນການປົກ
ປັກຮັກສາປ່າໄມ້ ທີ່ມີຈຳກັດ ໃຫ້ຄືນສູ່ຄວາມອຸດົມ
ສົມບູນ ເພື່ອສືບຕໍ່ເປັນບ່ອນເພິ່ງພາອາໃສຂອງທຸກໆ
ສິ່ງທີ່ມີຊີວິດລວມທັງມະນຸດເຮົາເນື່ອງຈາກວ່າປ່າໄມ້
ແມ່ນບ່ອນຜະລິດພຽງແຕ່ບ່ອນດຽວໃນທຳມະຊາດ
ທີ່ສາມາດສະໜອງປັດໃຈພື້ນຖານທັງສີ່ສຳລັບການ
ດຳລົງຊີວິດຂອງທຸກສິ່ງທີ່ມີຊີວິດຄື: ທີ່ຢູ່ອາໃສ, ອາ
ຫານ, ຢາປົວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ທັງເປັນ
ບ່ອນເພິ່ງພາອາໃສຂອງສັດປ່ານາໆຊະນິດອີກດ້ວຍ.
	 ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າໃນເວທີ
ສາກົນປະຊາຊາດໂລກ ກໍ່ບໍ່ໄດ້ຫຼົດລະຄວາມພະຍາ
ຍາມ ໃນການຮ່ວມມືກັນຢ່າງຈິງຈັງ ໃນການວາງນະ
ໂຍບາຍ, ຍຸດທະສາດ ລະດັບໂລກ ແລະ ມາດຕະ
ການຕ່າງໆນາໆ ເພື່ອຊອກຫາວິທີແກ້ໄຂບັນຫາສິ່ງ
ແວດລ້ອມ. ໃນປີ 2015 ທີ່ຜ່ານມາ, ສປປ ລາວ
ໄດ້ຮ່ວມກັບບັນດາປະເທດສະມະຊິກ ຂອງອົງການ
ສະຫະປະຊາຊາດ ໄດ້ຮັບຮອງເອົາ 17 ເປົ້າໝາຍ
ການພັດທະນາແບບຍືນຍົງ ໂດຍໄດ້ກໍານົດເອົາເສດ
ຖະກິດສີຂຽວໃນການຂັບເຄື່ອນໂລກໄປສູ່ການບັນລຸ
ການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກ
ຍາກ.
	 ສະເພາະສປປລາວຂອງພວກເຮົາ,ພັກ-ລັດ
ຖະບານຂອງພວກເຮົາ ຍາມໃດກໍ່ໄດ້ປະຕິບັດນະໂຍ
ບາຍອັນສະເໝີຕົ້ນສະເໝີປາຍ ໃນການພັດທະນາ
ເສດຖະກິດ-ສັງຄົມ ດ້ວຍຈັງຫວະເຕີບໂຕອັນແຂງ
ແຮງຕໍ່ເນື່ອງ, ພ້ອມດຽວກັນນັ້ນ ກໍ່ໄດ້ເອົາໃຈໃສ່ວາງ
ເປົ້າໝາຍຍຸດທະສາດດ້ານປ່າໄມ້ ເພື່ອບັນລຸເນື້ອທີ່
ປົກຫຸ້ມຂອງປ່າໄມ້ ໃຫ້ 70% ໃນປີ 2020, ໄປພ້ອມໆ
ກັບວາງມາດຕະການທີ່ເໝາະສົມໃນການປົກປັກຮັກ
ສາຊັບພະຍາກອນທໍາຊາດອື່ນໆ ແລະ ສິ່ງແວດລ້ອມ
ຕາມທິດສີຂຽວ ແລະ ຍືນຍົງ, ເອົາໃຈໃສ່ສະກັດກັ້ນ
ການຄ້າ-ຂາຍສັດນໍ້າ, ສັດປ່າ ແລະ ພືດພັນປ່າ ແບບ
ຊະຊາຍ ແລະ ຜິດກົດໝາຍ ເຊິ່ງລັດຖະບານ ໄດ້ປະ
ກາດໃຊ້ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງ
ແວດລ້ອມ, ກົດໝາຍປ່າໄມ້, ກົດໝາຍ ສັດນໍ້າ ແລະ
ສັດປ່າ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ນອກນັ້ນຍັງ
ມີ ແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການຕ້ານ
ແລະ ສະກັດກັ້ນ ການຄ້າ-ຂາຍ ງາຊ້າງ ແລະ ຜະລິດ
ຕະພັນຊ້າງ ທີ່ຜິດກົດໝາຍ, ລະບຽບການ ວ່າດ້ວຍ
ການຫ້າມ ຄ້າ-ຂາຍ ສັດປ່າ,ສັດນໍ້າ ແລະ ພືດພັນປ່າ
ທີ່ໃກ້ຈະສູນພັນ ລະຫວ່າງ ຊາດ ພາຍໃຕ້ກອບສົນທິ
ສັນຍາສາກົນ ໄຊເຕັສ໌ (CITES) ລວມທັງ ໄດ້ຂຶ້ນ 3
ບັນຊີ ປະເພດ ສັດນ້ຳ, ສັດປ່າ ແລະ ພືດພັນປ່າ ຂອງ
ສປປ ລາວ ຫຼາຍກວ່າ 200 ຊະນິດ. ແຕ່ຢ່າງໃດກໍ່ດີ,
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
2
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ພວກເຮົາຈົ່ງຮັບຮູ້ ໂດຍອີງຕາມຂໍ້ມູນຈາກຮ່າງຍຸດ
ທະສາດ ແລະ ແຜນດຳເນີນງານ ດ້ານຊີວະນາໆພັນ
ແຫ່ງຊາດ ແຕ່ປີ 2011-2020, ສະບັບ ປີ 2016 ໄດ້ຊີ້
ໃຫ້ເຫັນວ່າ ໂດຍລວມແລ້ວປ່າໄມ້ ຂອງ ສປປ ລາວ
ຍັງສືບຊຸດໂຊມ ແລະ ຫຼຸດໜ້ອຍຖອຍລົງໃນແຕ່ລະປີ
ຍ້ອນຂະບວນການຂຸດຄົ້ນໄມ້ ໃນຕົວຈິງຍັງສືບຕໍ່
ແລະ ເກີນໂກຕາໃນແຕ່ລະປີ. ສ່ວນໃຫຍ່ ແມ່ນການ
ຂຸດຄົ້ນ ເພື່ອອະນາໄມພື້ນທີ່ຂອງການຫັນປ່ຽນທີ່ດິນ
ປ່າໄມ້ ໄປສູ່ພື້ນທີ່ຂອງໂຄງການລົງທຶນດ້ານພະລັງ
ງານ, ບໍ່ແຮ່, ໂຄງລ່າງພື້ນຖານ ແລະ ອື່ນໆ ກວມເອົາ
ເຖິງ 82% ຂອງໂກຕາຂຸດຄົ້ນໄມ້ທັງໝົດປະຈໍາປີເຊິ່ງ
ສ່ວນໃຫຍ່ ແມ່ນໂກຕາໃນເຂດປ່າປ້ອງກັນ ແລະ ປ່າ
ສະຫງວນແຫ່ງຊາດ, ຂອງແຂວງ. ໃນນັ້ນມີພຽງແຕ່
8.2% ແມ່ນໂກຕາຈາກປ່າຜະລິດ. ນອກນັ້ນ, ຍັງຍົກ
ໃຫ້ເຫັນວ່າ ສປປ ລາວ ໄດ້ຖືກຮັບຮູ້ວ່າເປັນສະຖານທີ່
ອະນຸລັກສັດປ່າທີ່ສຳຄັນຂອງໂລກ ຍ້ອນມີປະມານ
1.6% ຂອງຊະນິດພັນສັດ ທີ່ຖືກຂົ່ມຂູ່ ລະດັບໂລກ
ທີ່ຍັງເຫຼືອຢູ່ໃນ ສປປ ລາວ ແລະ ໄດ້ຖືກບັນທຶກໄວ້
ໃນບັນຊີແດງ ຂອງອົງການສາກົນເພື່ອການອະນຸລັກ
ທຳມະຊາດ (IUCN). ເຖິງແມ່ນວ່າ ພວກເຮົາຈະໄດ້
ມີຄວາມພະຍາຍາມເທົ່າໃດກໍ່ຕາມ, ແຫຼ່ງຂໍ້ມູນດັ່ງ
ກ່າວ ຍັງຊີ້ໃຫ້ເຫັນວ່າ ຕິດພັນກັບການເຊື່ອມໂຊມ
ຂອງປ່າໄມ້, ນໍາໄປສູ່ການເຊື່ອມໂຊມຂອງແຫຼ່ງນໍ້າ
ທໍາມະຊາດ, ຄວາມອຸດົມສົມບູນຂອງດິນ ແລະ ການ
ເຊື່ອມໂຊມຂອງຊີວະນາໆພັນຄືໃນຈຳນວນທັງໝົດ
2,701 ຊະນິດ ທີ່ໄດ້ສຶກສາ, ປະມານ 157 ຊະນິດ ກໍາ
ລັງມີຄວາມສ່ຽງທີ່ໃກ້ຈະສູນພັນ ແລະ 115 ຊະນິດ
ກໍາລັງຖືກຂົ່ມຂູ່.
	 ໃນນາມລັດຖະບານແຫ່ງ ສປປ ລາວ, ຂ້າພະ
ເຈົ້າຂໍສະແດງຄວາມຊົມເຊີຍມາຍັງບັນດາຂະແໜງ
ການ, ອຳນາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດ
ພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ, ສະຖາບັນ
ການສຶກສາ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸ
ລະກິດ, ພາກເອກະຊົນ ລວມທັງຄູ່ຮ່ວມພັດທະນາ
ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ປະກອບສ່ວນຢ່າງ
ຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ ຢ່າງເປັນເຈົ້າການ ໂດຍຮັບປະ
ກັນຄວາມສົມດູນ ລະຫວ່າງ ການເຕີບໂຕທາງດ້ານ
ເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງແວດ
ລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ
ລວມທັງມີຄວາມຮັບຜິດຊອບຮ່ວມກັນໃນການຕ້ານ
ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າແບບຊະຊາຍ
ແລະ ຜິດກົດໝາຍ ທັງນີ້ກໍ່ເພື່ອຮັບປະກັນບໍ່ໃຫ້ບົກ
ແຫ້ງເປັນຈັກເທື່ອຕາມທິດສີຂຽວ ແລະ ຍືນຍົງຕະ
ຫຼອດໄປ.
	 ເນື່ອງໃນໂອກາດການສະເຫຼີມສະຫຼອງວັນ
ສິ່ງແວດລ້ອມໂລກ ວັນທີ 05 ມິຖຸນາ 2016 ທີ່ໝູນ
ວຽນມາອີກວາລະໜຶ່ງນີ້, ເປັນໂອກາດດີທີ່ພວກເຮົາ
ໄດ້ສະເຫຼີມສະຫຼອງ ວັນຊີວະນາໆພັນ, ວັນປູກຕົ້ນໄມ້
ແຫ່ງຊາດ ແລະ ວັນຕ້ານການກາຍເປັນທະເລຊາຍ
ໄປພ້ອມໆກັນ, ຍ້ອນທັງສາມວັນດັ່ງກ່າວແມ່ນມີຈຸດ
ປະສົງ ເພື່ອສ້າງຈິດສຳນຶກໃນການປົກປັກຮັກສາ
ຄວາມສົມດູນຂອງທຳມະຊາດ ແລະ ຊີວະນາໆພັນ.
	 ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການຈັດ
ຕັ້ງຂອງລັດ, ອຳນາດການປົກຄອງທຸກຂັ້ນ, ອົງການ
ຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ, ຕະຫຼອດເຖິງພໍ່
ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນຈັດຕັ້ງປະຕິ
ບັດພັນທະຂອງຕົນ ໃນການປົກປັກຮັກສາສິ່ງແວດ
ລ້ອມກໍ່ຄືການອະນຸລັກສັດນໍ້າ, ສັດປ່າ ແລະ ພືດພັນ
ປ່າຕາມທີ່ໄດ້ລະບຸໄວ້ ໃນລັດຖະທຳມະນູນທີ່ວ່າ:
"ທຸກອົງການຈັດຕັ້ງ ແລະ ພົນລະເມືອງ ຕ້ອງປົກປັກ
ຮັກສາສິ່ງແວດລ້ອມ, ປົກປັກຮັກສາຊັບພະຍາກອນ
ທຳມະຊາດ: ໜ້າດິນ, ປ່າໄມ້, ສັດ, ແຫຼ່ງນ້ຳ ແລະ
ອາກາດ", ຈົ່ງພ້ອມກັນສູ້ຊົນຈັດຕັ້ງປະຕິບັດມະຕິ
ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກໍ່ຄືການຈັດຕັ້ງປະ
ຕິບັດເປົ້າໝາຍໃຫຍ່ ຂອງແຜນພັດທະນາເສດຖະ
ກິດ-ສັງຄົມ 5 ປີ ຄັ້ງທີ VIII ຮອດປີ 2020 ຄືຕ້ອງ
ບັນລຸ ເຮັດໃຫ້ເສດຖະກິດ ແຫ່ງຊາດ ມີການເຕີບໂຕ
ຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດູນ; ເພີ່ມທະວີການ
ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບ
ຄວາມສາມາດຂອງບຸກຄະລາກອນຈາກພາກລັດ
ແລະ ກໍາລັງແຮງງານຈາກພາກເອກະຊົນ ແລະ ຊັບ
3
ປະຊຸມ
ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ຮັບ
ການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ
ຕາມທິດສີຂຽວ ແລະ ຍືນຍົງ; ສ້າງຄວາມກຽມພ້ອມ
ຮັບມືກັບໄພພິບັດທຳມະຊາດ ແລະ ການປ່ຽນແປງ
ດິນຟ້າອາກາດ ຢ່າງທັນການ ເພື່ອຮັບປະກັນສົ່ງເສີມ
ຄຸນນະພາບສິ່ງແວດລ້ອມຕົວເມືອງທົ່ວ ສປປ ລາວ“
ຂຽວ ສະອາດ ງາມຕາ” ຕິດພັນກັບການສ້າງໝໍ່
ແໜງການພັດທະນາເສດຖະກິດສີຂຽວ ຂັບເຄື່ອນໃຫ້
ສປປ ລາວ ບັນລຸ 17 ເປົ້າໝາຍການພັດທະນາແບບ
ຍືນຍົງ ຂອງສະຫະປະຊາຊາດ ແລະ ລຶບລ້າງຄວາມ
ທຸກຍາກ ແຫ່ງຊາດ.
	 ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ
ບັນດາທ່ານ ຈົ່ງພ້ອມກັນເປັນເຈົ້າການ ສ້າງຈິດສຳ
ນຶກຂອງການຮູ້ປົກປັກຮັກສາ, ຮັກຫອມ ແລະ ຫວງ
ແຫນຊັບພະຍາກອນທຳມະຊາດອັນລ້ຳຄ່າລວມທັງ
ຊັບພະຍາກອນສັດນ້ຳ, ສັດປ່າ ແລະ ພືດພັນປ່າ,
ເພື່ອໃຫ້ປະເທດເຮົາກາຍເປັນປະເທດທີ່ອຸດົມສົມບູນ
ໄປດ້ວຍຊັບພະຍາກອນທຳມະຊາດ ທີ່ບໍ່ເຫືອດແຫ້ງ
ເພື່ອຮັກສາໄວ້ໃຫ້ຄົນລຸ້ນນີ້, ລຸ້ນລູກ, ລຸ້ນຫລານ ແລະ
ຂອງພວກເຮົາໄດ້ສືບຕໍ່ ເພີ່ງພາອາໃສ ແລະ ຄົງຢູ່ກັບ
ຊີວິດຂອງປະຊາຊົນເຮົາຕະຫຼອດຊົ່ວກາລະນານ.
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
4
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
	 ກະຊວງຊັບພະຍາກອນທຳມະຊາດແລະສິ່ງ
ແວດລ້ອມ (ກຊສ) ໄດ້ຈັດພິທີປູກຕົ້ນໄມ້ສະຫຼອງວັນ
ສິ່ງແວດລ້ອມໂລກ ຮ່ວມກັບ ວັນຊີວະນາໆພັນ ແລະ
ວັນຕ້ານການເປັນທະເລຊາຍ ພາຍໃຕ້ຄຳຂວັນ “ຈົ່ງ
ພ້ອມກັນປົກປັກຮັກສາປ່າໄມ້ ເພື່ອທຸກສິ່ງທີ່ມີຊີວິດ”
ຂຶ້ນທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ
ທ່ານ ສົມມາດ ພົນເສນາ ລັດຖະມົນຕີ (ກຊສ), ໃຫ້
ກຽດເຂົ້າຮ່ວມຂອງທ່ານ ພົນໂທ ຈັນສະໝອນ ຈັນຍາ
ລາດ ກຳມະການກົມການເມືອງສູນກາງພັກ ລັດຖະ
ມົນຕີກະຊວງປ້ອງກັນປະເທດ ຊຶ່ງມີບັນດາລັດຖະ
ມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນ
ຫຼວງ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນ
ກຊສ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ຮ່ວມ
ກັບວັນປູກຕົ້ນໄມ້ແຫ່ງຊາດ,ວັນຊີວະນາໆພັນແລະ
ວັນຕ້ານການເປັນທະເລຊາຍ
5
ປະຊຸມ
ປະຈຳລາວ ພ້ອມດ້ວຍພະນັກງານເຂົ້າຮ່ວມພິທີສະ
ຫຼອງວັນທີ່ມີຄວາມໝາຍດັ່ງກ່າວ. ທ່ານ ນາງ ບຸນຄຳ
ວໍລະຈິດ ຮອງລັດຖະມົນຕີ (ກຊສ) ໄດ້ກ່າວບາງຕອນ
ສຳຄັນໃນພິທີດັ່ງກ່າວນີ້ວ່າ: ຄືດັ່ງໃນທຸກໆປີຜ່ານມາ,
ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວ
ປະເທດ ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມ
ສະຫຼອງວັນສິ່ງແວດລ້ອມໂລກວັນທີ5ມິຖຸນາ2016.
	 ສຳລັບປີນີ້ ແມ່ນສະຫຼອງເປັນປີທີ 44 ພາຍ
ໃຕ້ຄຳຂວັນທີ່ວ່າ:“ຈົ່ງພ້ອມປົກປັກຮັກສາປ່າໄມ້ເພື່ອ
ທຸກສິ່ງທີ່ມີຊີວິດ” Go Wild For Life ແລະ ໄດ້ສະ
ຫຼອງ ຮ່ວມກັບ ວັນສຳຄັນທີ່ມີເນື້ອໃນ ທີ່ຕິດພັນກັນຄື:
ວັນຊີວະນາໆພັນ ວັນທີ 22 ພຶດສະພາ 2016 ພາຍ
ໃຕ້ຄຳຂວັນ “ຈົ່ງພ້ອມກັນ ເຊື່ອມໂຍງດ້ານຊີວະນາໆ
ພັນ,ສ້າງຄວາມໝັ້ນຄົງໃຫ້ແກ່ປະຊາຊົນແລະໃຫ້ແກ່
ວິຖີຊີວິດຂອງພວກເຂົາ” “Mainstreaming Biodi
versity, Sustaining People and Their Liveli-
hoods”, ວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
6
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
2016 ພາຍໃຕ້ຄຳຂວັນ “ຈົ່ງພ້ອມ ກັນປູກໄມ້ໃຫ້ເປັນ
ປ່າ ເພື່ອອະນາຄົດທີ່ສົດໃສ” ແລະ ວັນຕ້ານ ການ
ກາຍເປັນທະເລຊາຍ ວັນທີ 17 ມິຖຸນາ 2016 ພາຍ
ໃຕ້ຄຳຂວັນ “ຈົ່ງພ້ອມກັນປົກປ້ອງໂລກ. ບູລະນະ
ຟື້ນຟູທີ່ດິນ. ລະດົມການ ມີສ່ວນຮ່ວມທົ່ວປວງຊົນ”
“Protect Earth. Restore Land. Engage Peo-
ple”. ຂະແໜງການຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ໃນນາມທີ່ເປັນຂະແໜງການຫຼັກທີ່ມີ
ໜ້າທີ່ ແລະ ພາລະບົດບາດໃນການຄຸ້ມຄອງ ແລະ
ປົກປັກຮັກສາສິ່ງແວດລ້ອມ ໂດຍການປະສານສົມ
ທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງໃນສູນກາງແລະ
ທ້ອງຖິ່ນຂັ້ນແຂວງ,ເມືອງໄດ້ພ້ອມກັນຖືເອົາໂອກາດ
ທີ່ມີຄວາມໝາຍນີ້ ສຸມໃສ່ການໂຄສະນາເຜີຍແຜ່
ແລະ ປຸກລະດົມຂະບວນການທົ່ວສັງຄົມ, ແນໃສ່
ຍາດແຍ່ງຄວາມເປັນເຈົ້າການປະກອບສ່ວນ, ການມີ
ສ່ວນຮ່ວມເຂົ້າຮ່ວມແລະສະໜັບສະໜູນໃນຂະບວນ
ການຊຸກຍູ້ ການນຳໃຊ້ຊັບພະຍາກອນທຳມະຊາດ
ແບບປະຢັດ, ສົມເຫດສົມຜົນຕາມທິດສີຂຽວ ແລະ
ຍືນຍົງ ເພື່ອສ້າງເງື່ອນໄຂພື້ນຖານຮັບປະກັນເນື້ອທີ່
ຄວາມປົກຫຸ້ມປ່າໄມ້ ໄດ້ສືບຕໍ່ເພີ່ມຂຶ້ນ 70% ໃນປີ
2020 ແລະ ພ້ອມກັນເພີ່ມທະວີການຄຸ້ມຄອງລັດ
ດ້ວຍກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານ ແລະ ການ
ສະກັດກັ້ນການຄ້າ-ຂາຍສັດ ສັດນ້ຳ, ສັດປ່າ ແລະ
ພືດພັນປ່າ ແບບຊະຊາຍ ແລະ ຜິດກົດໝາຍ ແລະ
ການຕ້ານກັບໄພແຫ້ງແລ້ງ, ໄພນ້ຳຖ້ວມ ທີ່ເກີດຈາກ
ການປ່ຽນແປງດິນຟ້າອາກາດ. ເພື່ອຈັດຕັ້ງຜັນຂະ
ຫຍາຍຍຸດທະສາດປ່າໄມ້ ຮອດປີ 2020 ແລະ ແຜນ
ການ 5 ປີ ຂອງຂະແໜງຊັບພະຍາກອນທຳມະຊາດ
7
ປະຊຸມ
ແລະ ສິ່ງແວດລ້ອມປີ 2016-2020 ກ່ຽວກັບ ການຟື້ນ
ຟູປ່າໄມ້ ດ້ວຍທຳມະຊາດໃຫ້ໄດ້ 1,5 ລ້ານເຮັກຕາ
ແລະປູກຕົ້ນໄມ້ເສີມໃນກ້ອງປ່າໃຫ້ໄດ້35,000ເຮັກ
ຕາ ໃຫ້ປະກົດຜົນເປັນຈິງ. ສະເພາະປີ 2016 ໄດ້ວາງ
ຄາດໝາຍໃຫ້ປູກຕົ້ນໄມ້ຢູ່ໃນ 17 ແຂວງ ແລະ ນະ
ຄອນຫຼວງວຽງຈັນໃຫ້ໄດ້ຈຳນວນທັງໝົດ6,335ເຮັກ
ຕາ ຊຶ່ງກຳນົດໃຫ້ນະຄອນຫຼວງວຽງຈັນ ປູກໃຫ້ໄດ້ໃນ
ເນື້ອທີ່150ເຮັກຕາ,ແຂວງຜົ້ງສາລີ12ເຮັກຕາ,ແຂວງ
ຫຼວງນ້ຳທາ 50 ເຮັກຕາ, ແຂວງບໍ່ແກ້ວ 132 ເຮັກຕາ,
ແຂວງອຸດົມໄຊ 84 ເຮັກຕາ, ແຂວງຫຼວງພະບາງ,
153 ເຮັກຕາ, ແຂວງຊຽງຂວາງ 450 ເຮັກຕາ, ແຂວງ
ໄຊຍະບູລີ 529 ເຮັກຕາ, ແຂວງຫົວພັນ 10 ເຮັກຕາ,
ແຂວງວຽງຈັນ 3,951 ເຮັກຕາ, ແຂວງບໍລິຄຳໄຊ 320
ເຮັກຕາ, ແຂວງຄຳມ່ວນ 15 ເຮັກຕາ, ແຂວງສະຫວັນ
ນະເຂດ 14 ເຮັກຕາ, ແຂວງຈຳປາ ສັກ 480 ເຮັກຕາ,
ແຂວງສາລະວັນ 98 ເຮັກຕາ, ແຂວງເຊກອງ 877
ເຮັກຕາ, ແຂວງອັດຕະປື 456 ເຮັກຕາ ແລະ ແຂວງ
ໄຊສົມບູນ 3 ເຮັກຕາ.
	 ພິທີສະເຫຼີມສະຫຼອງໄດ້ ຈັດຂຶ້ນໃນວັນທີ 5 ມິ
ຖຸນາ 2016 ນີ້ ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ໄດ້ຈັດພິທີດ້ວຍຂະບວນການ
ປູກຕົ້ນໄມ້ ຕາມເສັ້ນທາງຕັດໃໝ່ ໃນໄລຍະ 5.200
ແມັດ ນັບແຕ່ສາມແຍກໄຟແດງ ດົງນາໂຊກ ຫາ ສາມ
ແຍກໄຟແດງ ໜອງບຶກ ແລະ ອ້ອມຂ້າງຕຶກ ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
8
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
9
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
10
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ສ້າງຂະບວນການ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ
ວັນທີ 5 ມິຖຸນາ 2016 ພ້ອມທັງເປັນການສ້າງຈິດສຳນຶກ ກ່ຽວກັບ
ການປົກປັກຮັກສາສິ່ງແວດລ້ອມ ໃນ 33 ໂຮງຮຽນນະຄອນຫຼວງ
ວຽງຈັນ
ໃນຕອນບ່າຍຂອງວັນທີ 1 ມິຖຸນາ 2016 ທີ່
ຫ້ອງປະຊຸມ ກົມສົ່ງເສີມຄຸນນະພາບສິ່ງ
ແວດລ້ອມ (ກສສ), ກະຊວງຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມ
ປຶກສາຫາລືກິດຈະກຳສ້າງຈິດສຳນຶກ ກ່ຽວກັບ ສິ່ງ
ແວດລ້ອມໃນໂຮງຮຽນ.
	 ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະ
ທານຂອງທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມ
ສົ່ງເສີມຄຸນນະພາບສິ່ງແວດລ້ອມ ເຊິ່ງມີແຂກເຂົ້າ
ຮ່ວມອາຈານທີ່ມາຈາກ 33 ໂຮງຮຽນ (ໂຮງຮຽນປະ
ຖົມ, ໂຮງຮຽນມັດທະຍົມມໍຕົ້ນ, ໂຮງຮຽນມັດທະຍົມ
ມໍປາຍ ແລະ ໂຮງຮຽນມັດທະຍົມສົມບູນ) ໃນນະ
ຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ນອກຈາກ
ເປັນການສ້າງຈິດສຳນຶກ ກ່ຽວກັບ ສິ່ງແວດລ້ອມ ໃນ
ໂຮງຮຽນແລ້ວກໍ່ຍັງເປັນການສ້າງຂະບວນການ ເພື່ອ
ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມີຖຸ
ນາ 2016 ຮ່ວມກັບ 3 ວັນສຳຄັນຂອງຂົງເຂດຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄື: ວັນຊີວະ
11
ປະຊຸມ
ນາໆພັນ ວັນທີ 22 ພຶດສະພາ 2016, ວັນປູກຕົ້ນໄມ້
ແຫ່ງຊາດ ວັນທີ 1 ມິຖຸນາ 2016 ແລະ ວັນຕ້ານການ
ເປັນທະເລຊາຍ ວັນທີ 17 ມິຖຸນາ 2016 ທີ່ໝູນມາ
ອີກວາລະໜຶ່ງ, ໃນປີ 2016 ນີ້ ພວກເຮົາພ້ອມກັນສະ
ເຫຼີມສະຫຼອງ 4 ວັນສຳຄັນ ພາຍໃຕ້ຄຳຂວັນທີ່ວ່າ:
“ຈົ່ງພ້ອມກັນປົກປັກຮັກສາ ປ່າໄມ້ທຳມະຊາດ ເພື່ອ
ທຸກສິ່ງທີ່ມີຊີວິດ” ສຳລັບ ປີນີ້ ກະຊວງຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີພິທີ
ປູກຕົ້ນໄມ້ຕາມສາຍທາງຕັດໃໝ່ ແຕ່ໄຟແດງໜອງ
ປິງຫາໄຟແດງໜອງບຶກ, ຊຶ່ງມີຄວາມຍາວ 5,2 Km
ຊຶ່ງພິທີດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 5 ມິຖຸນາ 2016
ທີ່ຕຶກໃໝ່ ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ, ການປູກຕົ້ນໄມ້ຕາມສາຍທາງດັ່ງ
ກ່າວ ເພື່ອຢາກໃຫ້ເສັ້ນທາງນີ້ກາຍເປັນທາງສິ່ງແວດ
ລ້ອມອາຊຽນໃນອານາຄົດ.
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
12
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
13
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ໃນຕອນບ່າຍຂອງວັນທີ 6 ພຶດສະພາ 2016
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ.ໄດ້
ມີພິທີເຊັນສັນຍາຈັດຕັ້ງປະຕິບັດ “ໂຄງການປັບຕົວ
ເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິ
ເວນນໍ້າຣາມຊາ ຢູ່ ສປປ ລາວ (Climate Change
Adaptation in Wetland Areas in Lao PDR)”
ລະຫວ່າງ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ,
(ກສສ) ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ (ກຊສ) ແລະ ອົງການ ອາຫານ ແລະ
ການກະເສດ (FAO) ທີ່ຫ້ອງປະຊຸມກົມສົ່ງເສີມຄຸນ
ນະພາບສິ່ງແວດລ້ອມ.
ພິທີເຊັນສັນຍາດັ່ງກ່າວ ແມ່ນໄດ້ຮັບກຽດເປັນສັກຂີ
ພິຍານຂອງທ່ານ ນາງ ບຸນຄໍາວໍລະຈິດ, ກໍາມະການ
ສໍາຮອງ ສູນກາງພັກ, ຮອງລັດຖະມົນຕີ ກຊສ. ນອກ
ນັ້ນ, ຍັງມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ
ພະແນກ ແລະ ວິຊາການຂອງ ກສສ, ຜູ້ຕາງໜ້າຈາກ
ກົມກອງອ້ອມຂ້າງ ກຊສ, ຜູ້ຕາງໜ້າຈາກ ກະຊວງ
ກະສິກໍາ ແລະ ປ່າໄມ້, ກະຊວງ ແຜນການ ແລະ ການ
ລົງທຶນ, ກະຊວງ ການເງິນ, ຜູ້ຕາງໜ້າຈາກອົງການ
ອາຫານ ແລະ ການກະເສດ (FAO), ອົງການສາກົນ
ເພື່ອການອະນຸລັກທໍາມະຊາດ (IUCN) ແລະ ທະນາ
ຄານໂລກ (WorldBank).
ພາຍຫຼັງທີ່ ສປປ ລາວ ໄດ້ເອົາ 2 ເຂດດິນບໍລິເວນນໍ້າ
ເຂົ້າເປັນລັດພາຄີຕໍ່ສົນທິສັນຍາຣາມຊາ ວ່າດ້ວຍ ດິນ
ບໍລິເວນນໍ້າ ໃນເດືອນກັນຍາ 2010 ຄື: ເຂດດິນບໍລິ
ເວນນໍ້າຣາມຊາ ເຊຈໍາພອນ, ເມືອງຈໍາພອນ ແຂວງ
ສະຫວັນນະເຂດ ແລະ ເຂດດິນບໍລິເວນນໍ້າຣາມຊາ
ບຶງກຽດໂງ້ງ, ເມືອງປະທຸມພອນ ແຂວງຈໍາປາສັກ.
ໂດຍອີງຕາມກອງປະຊຸມຄັ້ງປະຖົມມະເລີກຂອງຄະ
ນະກໍາມະການຊີ້ນໍາລະດັບຊາດ ໃນການຄຸ້ມຄອງ
ເຂດດິນບໍລິເວນນໍ້າຂອງສົນທິສັນຍາຣາມຊາຢູ່ສປປ
ລາວ ຄັ້ງວັນທີ 31 ມັງກອນ 2011 ໂດຍການເປັນປະ
ພິທີເຊັນສັນຍາຈັດຕັ້ງປະຕິບັດ “ໂຄງການປັບຕົວເຂົ້າກັບການປ່ຽນ
ແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ
(Climate Change Adaptation in Wetland Areas in Lao PDR)”
14
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ທານຂອງ ທ່ານ ອາຊາງ ລາວລີ, ປະທານຄະນະກໍາ
ມະການຊີ້ນໍາລະດັບຊາດ, ຊຶ່ງກອງປະຊຸມໄດ້ຮັບ
ຮອງເອົາຄໍາຂວັນ “ຄວາມອຸດົມສົມບູນຂອງດິນບໍລິ
ເວນນໍ້າ, ການບໍລິການລະບົບນິເວດທີ່ດີ ແລະ ໃຫ້
ຊີວິດການເປັນຢູ່ທີ່ດີ Rich Wetland, Good
Ecology Service and Good life” ໂດຍສ້າງ 2
ເຂດດິນບໍລິເວນນໍ້າຣາມຊາດັ່ງກ່າວ ໃຫ້ເປັນຕົວແບບ
ໃນການຄຸ້ມຄອງດິນບໍລິເວນນໍ້າໃນທົ່ວປະເທດ.
•	 ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ
ຈາກກອງທຶນສິ່ງແວດລ້ອມໂລກ (GEF) ໃນມູນຄ່າ
4.717.579 $.
•	 ຈັດຕັ້ງປະຕິບັດໂດຍ: ກົມສົ່ງເສີມຄຸນນະພາບສິ່ງ
ແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການອາຫານ ແລະ
ການກະເສດ (FAO)
•	 ພື້ນທີ່ຈັດຕັ້ງປະຕິບັດໂຄງການ: ແຂວງສະຫວັນ
ນະເຂດ ແລະ ແຂວງຈໍາປາສັກ
•	 ໄລຍະຈັດຕັ້ງປະຕິບັດ 5 ປີ (2016-2020)
ຈຸດປະສົງຫຼັກຂອງໂຄງການ:
1.	 ເພື່ອຄຸ້ມຄອງແລະຫຼຸດຜ່ອນຜົນກະທົບຈາກການ
ປ່ຽນແປງດິນຟ້າອາກາດ ຢູ່ໃນເຂດດິນບໍລິເວນນໍ້າ
ຣາມຊາ ໃນລະດັບທ້ອງຖິ່ນ;
2.	 ເພື່ຶອເພີ່ມຂີດຄວາມອາດສາມາດ ແລະ ການ
ມີສ່ວນຮ່ວມຂອງທ້ອງຖິ່ນ ໃນການຮັບມືຕໍ່ການປ່ຽນ
ແປງດິນຟ້າອາກາດ.
ໂຄງການ ປະກອບມີ 4 ອົງປະກອບຫຼັກຄື :
1.	 ສ້າງຄວາມເຂົ້າໃຈຕໍ່ຄວາມສ່ຽງ ແລະ ຜົນກະທົບ
ຈາກການປ່ຽນແປງດິນຟ້າອາກາດຢູ່ໃນເຂດດິນຣາມ
ຊາເຊຈຳພອນ ແລະ ບຶງກຽດໂງ້ງ;
2.	 ສ້າງມາດຕະການທີ່ເໝາະສົມ ໃນການປັບຕົວ
ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ໄພ
ທຳມະຊາດທີ່ມີຕໍ່ລະບົບນິເວດ ແລະ ການດຳລົງຊີ
ວິດຂອງປະຊາຊົນທ້ອງຖິ່ນ ຢູ່ໃນເຂດດິນບໍລິເວນນໍ້າ
ຣາມຊາ;
3.	 ສ້າງມາດຕະການໃນການຄຸ້ມຄອງໄພພິບັດແລະ
ການປັບຕົວທີ່ເໜາະສົມຕໍ່ການປ່ຽນແປງດິນຟ້າອາ
ກາດ ໃນເຂດດິນບໍລິເວນນໍ້າຣາມຊາໃຫ້ສອດຄ່ອງ
ກັບຂະບວນການວາງແຜນໃນລະດັບທ້ອງຖິ່ນ ແລະ
ລະດັບຊາດ;
4.	 ຄຸ້ມຄອງຄວາມຮູ້, ເຜີຍແຜ່ບົດຮຽນທີ່ດີ, ຕິດຕາມ
ກວດກາ ແລະ ປະເມີນຜົນ.
ກິດຈະກຳທີ່ຈະປະຕິບັດ
1.	 ສ້າງເຄື່ອງມືທົດລອງ ໃນການປະເມີນຄວາມສ່ຽງ
ຂອງໄພພິບັດຈາກການປ່ຽນແປງດິນຟ້າອາກາດ;
2.	 ຈັດຝຶກອົບຮົມ ກ່ຽວກັບ ການປັບຕົວເຂົ້າກັບການ
ປ່ຽນແປງດິນຟ້າອາກາດ ແລະ ການປະເມີນຄວາມ
ສ່ຽງຈາກໄພພິບັດ;
3.	 ດຳເນີນການປະເມີນຄວາມສ່ຽງຈາກໄພພິບັດ
ຢູ່ 2 ເຂດດິນບໍລິເວນນໍ້າຣາມຊາ: ເຊຈຳພອນ ແລະ
ບຶງກຽດໂງ້ງ;
4.	 ສຶກສາຜົນກະທົບຈາກການປ່ຽນແປງດິນຟ້າອາ
ກາດ ຢູ່ໃນ 2 ເຂດດິນບໍລິເວນນໍ້າຣາມຊາ;
5.	 ວາງແຜນການ ແລະ ສ້າງກອບການປະສານງານ
ສຳລັບ 2 ເຂດດິນບໍລິເວນນໍ້າຣາມຊາ ເພື່ອສົ່ງເສີມ
ມາດຕະການ ໃນການປັບຕົວເຂົ້າກັບການປ່ຽນແປງ
ດິນຟ້າອາກາດ;
6.	 ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງເຂດດິນບໍ
ລິເວນນໍ້າຣາມຊາ ແລະ ການບໍລິຫານຈັດການ ໃນ
ການນຳໃຊ້ ຊັບພະຍາກອນທຳມະຊາດ;
15
ປະຊຸມ
7.	 ສ້າງລະບົບເຕືອນໄພລ່ວງໜ້າ, ມາດຕະການ
ກຽມຄວາມພ້ອມ ໃນການຫຼຸດຜ່ອນຄວາມສ່ຽງຈາກ
ໄພພິບັດ;
8.	 ສ້າງຄູ່ມືແນະນຳ ສຳລັບ ເຊື່ອມສານການປັບຕົວ
ເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມ
ຄອງຄວາມສ່ຽງຈາກໄພພິບັດ ເຂົ້າໃນການວາງແຜນ
ໃນລະດັບທ້ອງຖິ່ນ ແລະ ໃນລະດັບຊາດ;
9.	 ສ້າງແຜນການຍົກລະດັບໃຫ້ແກ່ຜູ້ທີ່ມີສ່ວນຮ່ວມ
ໃນລະດັບຊຸມຊົນ, ເມືອງ ແລະ ແຂວງ ເຂົ້າໃນຂະ
ບວນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາ
ກາດ, ການຄຸ້ມຄອງໄພພິບັດ, ການຕິດຕາມກວດກາ
ແລະ ການປະເມີນຜົນ;
10.	ສ້າງກົນໄກໃຫ້ແກ່ບັນດາ ອົງການຈັດຕັ້ງຕ່າງໆ
ໃນການປະສານງານ ສຳລັບ ການກຽມຄວາມພ້ອມ
ໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ຢູ່ໃນ
ເຂດຣາມຊາ ໃຫ້ມີຄວາມເຂັ້ມແຂງ;
11.	ປັບປຸງລະບົບການຕິດຕາມກວດກາ ແລະ ການ
ປະເມີນຜົນ ໃຫ້ຖືກຕ້ອງຕາມຕົວຈິງ;
12.	ສັງລວມຜົນການຈັດຕັ້ງປະຕິບັດທີ່ດີ, ບົດຮຽນທີ່
ຖອດຖອນໄດ້ ພ້ອມທັງເຜີຍແຜ່ສູ່ມວນຊົນ.
ຄາດຄະເນຜົນໄດ້ຮັບ:
1.	 ຍົກລະດັບຄວາມຮັບຮູ້ ກ່ຽວກັບ ຜົນກະທົບຈາກ
ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ພະນັກງານທີ່
ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະ
ຊາຊົນ ໃນເຂດເປົ້າໝາຍຂອງໂຄງການ;
2.	 ວາງມາດຕະການທີ່ເໝາະສົມ ຊຶ່ງຈະຊ່ວຍຫຼຸດ
ຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ
ແລະ ໄພພິບັດທຳມະຊາດຕໍ່ລະບົບນິເວດໃນເຂດດິນ
ບໍລິເວນນໍ້າຣາມຊາ ແລະ ຕໍ່ການດຳລົງຊີວິດຂອງປະ
ຊາຊົນທ້ອງຖິ່ນ;
3.	 ປະຊາຊົນໃນເຂດເປົ້າໝາຍ ຈະໄດ້ເຂົ້າຮ່ວມໃນ
ການກະສິກຳທີ່ສາມາດປັບຕົວຕໍ່ການປ່ຽນແປງດິນ
ຟ້າອາກາດ, ພື້ນຖານໂຄງລ່າງຈະໄດ້ມີການປັບປຸງ
ໃຫ້ເໝາະສົມ ເພື່ອຍົກລະດັບການຜະລິດກະສິກຳ
ໃນລະດູແລ້ງ ແລະ ໃນລະດູຝົນໃຫ້ສູງຂຶ້ນ;
4.	 ປະຊາຊົນໃນເຂດເປົ້າໝາຍທີ່ຢູ່ໃນເຂດດິນບໍລິ
ເວນນໍ້າຣາມຊາ ຈະໄດ້ຮັບການຍົກລະດັບຊີວິດການ
ເປັນຢູ່ທີ່ດີຂຶ້ນ;
5.	 ປະຊາຊົນທີ່ຢູ່ນອກເຂດຣາມຊາ ຈະໄດ້ນຳໃຊ້
ຊັບພະຍາກອນທີ່ຢູ່ໃນເຂດດິນບໍລິເວນນໍ້າຣາມຊາ
ແບບຍືນຍົງ;
6.	 ເນື້ອທີ່ຂອງ 2 ເຂດດິນບໍລິເວນນໍ້າຣາມຊາ ຈະ
ໄດ້ຮັບການຟື້ນຟູ, ອະນຸລັກໄວ້ສຳລັບເປັນທີ່ຢູ່ອາໃສ
ແລະ ການວາງໄຂ່ຂອງສັດຢ່າງມີປະສິດທິຜົນໃນຂັ້ນ
ພື້ນຖານເຊັ່ນ: ເປັນວັງສະຫງວນຂອງແຂ້, ມີປ່າ ສຳ
ລັບ ນົກມາເຮັດຮັງໄຂ່;
7.	 ການວາງແຜນຄຸ້ມຄອງ 2 ເຂດດິນບໍລິເວນນໍ້າ
ຣາມຊາ ເຊຈໍາພອນ ແລະ ບຶງກຽດໂງ້ງ ຈະເປັນການ
ຊຸກຍູ້ໃນການປະຕິບັດແຜນພັດທະນາເສດຖະກິດ-
ສັງຄົມຂອງແຂວງ ແລະ ທ້ອງຖິ່ນ;
8.	 ບັນດາອົງການທີ່ຮັບຜິດຊອບ ຈະໄດ້ນຳໃຊ້ເຄື່ອງ
ມື ສຳລັບ ການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາ
ກາດ, ການວາງແຜນຄຸ້ມຄອງໄພພິບັດ, ການຕິດ
ຕາມກວດກາ ແລະ ການປະເມີນ ຢູ່ໃນເຂດດິນບໍລິ
ເວນນໍ້າຣາມຊາ;
9.	 ຈະໄດ້ປັບປຸງ ແລະ ຈັດຕັ້ງປະຕິບັດ ລະບົບການ
ຕິດຕາມກວດກາຢ່າງເປັນປົກກະຕິ ພ້ອມທັງເຜີຍແຜ່
ຜົນໄດ້ຮັບ ແລະ ບົດຮຽນທີ່ຖອດຖອນໄດ້ຈາກໂຄງ
ການ.
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
ການລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດ
ລ້ອມ ຢູ່ເມືອງ ຊຳເໜືອ ແລະ ເມືອງ ຫົວເມືອງ ແຂວງ ຫົວ
ພັນ ພາຍໃຕ້ຫົວຂໍ້: “ໄພພິບັດທາງທຳມະຊາດ ແລະ ຄຸນປະ
ໂຫຍດຂອງປ່າໄມ້”
	 ພະແນກສົ່ງເສີມສິ່ງແວດລ້ອມ, ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ລົງເຄື່ອນໄຫວ
ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ
ແວດລ້ອມ ພາຍໃຕ້ຫົວຂໍ້: ‘‘ໄພພິບັດທາງທຳມະຊາດ
ແລະ ຄຸນປະໂຫຍດຂອງປ່າໄມ້’’ ໃນວັນທີ 23-27
ພຶດສະພາ 2016 ທີ່ເມືອງ ຊຳເໜືອ ແລະ ເມືອງ ຫົວ
ເມືອງ, ແຂວງ ຫົວພັນ ໂດຍໄດ້ຮັບການສະໜັບສະ
ໜູນ ຂອງໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ
ແລະ ການປ່ຽນແປງດິນຟ້າອາກາດ (ProCEEd).
	 ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ເພື່ອໃຫ້
ພະນັກງານໃນທ້ອງຖິ່ນມີສ່ວນຮ່ວມ ໃນການແລກ
ປ່ຽນ ແລະ ສົນທະນາ ກ່ຽວກັບ ໄພພິບັດທາງທຳມະ
ຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອສ້າງຈິດ
ສໍານຶກໃຫ້ພະນັກງານທີ່ກ່ຽວຂ້ອງຮູ້ເຖິງຄວາມໝາຍ,
ຄວາມສຳຄັນ ຂອງໄພພິບັດທາງທຳມະຊາດ ແລະ
ຄຸນປະໂຫຍດຂອງປ່າໄມ້, ເພື່ອເປັນການເຜີຍແຜ່ຂໍ້
ມູນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບ 10 ຄວາມຈິງ
ກ່ຽວກັບ ໄພພິບັດທາງທຳມະຊາດ ແລະ ຄຸນປະ
ໂຫຍດຂອງປ່າໄມ້ ຢູ່ ສປປ ລາວ. ມີພະນັກງານລັດ
ທີ່ມາຈາກພະແນກການຕ່າງໆອ້ອມຂ້າງເທດສະ
ບານເມືອງຢູ່ໃນ 2 ເມືອງ ຄື: ເມືອງ ຊຳເໜືອ ແລະ
ເມືອງ ຫົວເມືອງ, ແຂວງ ຫົວພັນ.
ເມືອງ ຫົວເມືອງ
•	 ໃນວັນທີ 23 ພຶດສະພາ 2016 ພາກເຊົ້າ ຢູ່ທີ່ສະ
16
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
17ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ໂມສອນ ເມືອງຫົວເມືອງ ເຊິ່ງມີພະນັກງານຈາກຫຼາຍ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ປກຊເມືອງ, ຫ້ອງວ່າ
ການ, ຫ້ອງການຖະແຫຼງຂ່າວ, ຫ້ອງການສຶກສາ,
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ມີແຂກເຂົ້າຮ່ວມທັງໝົດ 14 ທ່ານ.
•	 ໃນວັນທີ 23 ພຶດສະພາ 2016 ພາກບ່າຍ ຢູ່ທີ່ສະ
ໂມສອນເມືອງ ເຊິ່ງມີພະນັກງານຈາກຫຼາຍພາກ
ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:ແນວລາວສ້າງຊາດ,ຫ້ອງ
ການຊາວໜຸ່ມ, ຫ້ອງການແມ່ຍິງ, ຫ້ອງການກະສິກຳ,
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ເຂົ້າຮ່ວມປະມານ 10 ທ່ານ.
•	 ໃນວັນທີ 24 ພຶດສະພາ 2016 ພາກເຊົ້າຢູ່ທີ່ສະ
ໂມສອນເມືອງ ເຊິ່ງມີພະນັກງານຈາກຫຼາຍພາກ
ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:ຫ້ອງການຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການແມ່ຍິງ,
ຫ້ອງວ່າການເມືອງ ແລະ ພະແນກຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ. ເຊິ່ງມີພະນັກງານ
ເຂົ້າຮ່ວມປະມານ 07 ທ່ານ.
ເມືອງ ຊຳເໜືອ
•	 ໃນວັນທີ 25 ພຶດສະພາ 2016 ພາກເຊົ້າ ໄດ້ຈັດ
ພິທີການເຄື່ອນໄຫວສຶກສາ ແລະ ສ້າງຈິດສຳນຶກ
ດ້ານສິ່ງແວດລ້ອມພາຍໃຕ້ ຫົວຂໍ້ “ໄພພິບັດທາງທຳ
ມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ
ລາວ”ຢູ່ທີ່ສະໂມສອນປ້ອງກັນຊາດ(ປກຊ)ເມືອງເຊິ່ງ
ມີທະຫານເຂົ້າຮ່ວມປະມານ 40 ທ່ານ.
•	 ໃນວັນທີ 25 ພຶດສະພາ 2016 ພາກບ່າຍ ຢູ່ທີ່ສະ
ໂມສອນບ້ານຊຳເໜືອ ເຊິ່ງມີພະນັກງານຈາກຫຼາຍ
ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ຫ້ອງວ່າການແຂວງ,
ຫ້ອງວ່າການເມືອງ,ພະແນກສຶກສາ-ກິລາແຂວງ,ພະ
ແນກຖະແຫຼງຂ່າວແລະວັດທະນາທຳແຂວງ,ມີແຂກ
ເຂົ້າຮ່ວມປະມານ 10 ທ່ານ.
•	 ໃນວັນທີ 26 ພຶດສະພາ 2016 ພາກເຊົ້າ ຢູ່ທີ່ສະ
ໂມສອນບ້ານຊຳເໜືອ ເຊິ່ງມີພະນັກງານຈາກຫຼາຍ
ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ພະແນກ ອຸດສາຫະ
ເຫດການ
ກຳການຄ້າແຂວງ, ປ້ອງກັນຄວາມສະຫງົບແຂວງ,
ຫ້ອງການອຸດສາຫະກຳການຄ້າເມືອງ, ຫ້ອງການກະ
ສິກຳ ແລະ ປ່າໄມ້ ເມືອງ ແລະ ພະແນກຊັບພະຍາ
ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງມີ
ພະນັກງານຮ່ວມທັງໝົດ 18 ທ່ານ.
•	 ໃນວັນທີ 27 ພຶດສະພາ 2016 ພາກບ່າຍ ຢູ່ທີ່ສະ
ໂມສອນບ້ານຊຳເໜືອ ເຊິ່ງມີພະນັກງານຈາກຫຼາຍ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ: ຫ້ອງການແນວ
ລາວ, ຊາວໜຸ່ມເມືອງ, ລັດວິສາຫະກິດໄຟຟ້າລາວ
ແຂວງ, ແມ່ຍິງແຂວງ, ແມ່ຍິງເມືອງ, ກຳມະບານ
ແຂວງ, ພະແນກຊັບພະຍາກອນທຳມະຊາດແລະ ສິ່ງ
ແວດລ້ອມແຂວງ, ຫ້ອງການຊັບພະຍາກອນທຳມະ
ຊາດແລະສິ່ງແວດລ້ອມເມືອງ,ເຂົ້າຮ່ວມປະມານ12
ທ່ານ.
ວິທີການ:
•	 ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກ
ຄື: ພາກເຊົ້າ ແລະ ພາກບ່າຍ.
18
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
19ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
•	 ຕາງໜ້າທີມງານໄດ້ນຳສະເໜີ ຊື່ ແລະ ນາມສະ
ກຸນ, ຈຸດປະສົງຂອງໂຄງການ ແລະ ແຜນການຂອງ
ການລົງເຄື່ອນໄຫວກິດຈະກຳ.
•	 ທາງທີມງານວິຊາການຈາກກົມສົ່ງເສີມຄຸນນະ
ພາບສິ່ງແວດລ້ອມໄດ້ແນະນຳຕົນເອງຕໍ່ແຂກທີ່ເຂົ້າ
ມາຮ່ວມ ພ້ອມທັງໃຫ້ແຂກຜູ້ເຂົ້າຮ່ວມແນະນຳຊື່ຕໍ່
ທີມງານ.
•	 ໄດ້ມີການສົນທະນາລວມ ຮ່ວມກັບ ຜູ້ເຂົ້າຮ່ວມ
ທັງໝົດເພື່ອແລກປ່ຽນຄວາມຄິດຄວາມເຫັນຕາມຄຳ
ຖາມຄື: ໄພພິບັດທາງທຳມະຊາດແມ່ນຫຍັງ ? ໄພພິ
ບັດທາງທຳມະຊາດທີ່ເກີດຂຶ້ນ ຢູ່ ສປປ ລາວ ມີຫຍັງ
ແດ່ ? ສາເຫດທີ່ພາໃຫ້ເກີດໄພພິບັດທາງທຳມະຊາດ
ມີຫຍັງແດ່ ? ຜົນກະທົບຈາກໄພພິບັດທາງທຳມະ
ຊາດມີຫຍັງແດ່ ?
•	 ໄດ້ມີການແບ່ງກຸ່ມອອກເປັນ 2 ກຸ່ມ ເພື່ອສົນທະ
ນາແລກປ່ຽນຄວາມຄິດເຫັນຕາມຄຳຖາມຄື: ທ່ານ
ຈະວິທີການຮັບມືກັບໄພພິບັດທາງທຳມະຊາດແນວ
ໃດ ? ໂດຍໃຫ້ທຸກຄົນຢູ່ໃນກຸ່ມໄດ້ມີໂອກາດແລກ
ປ່ຽນຄວາມຄິດຂອງຕົນຢູ່ພາຍໃນກຸ່ມ ໂດຍໃຫ້ເວລາ
ແຕ່ລະກຸ່ມ 20 ນາທີ ພ້ອມທັງໃຫ້ຕາງໜ້າຂອງກຸ່ມຂຶ້ນ
ນຳສະເໜີຜົນຂອງກຸ່ມຕົນເອງ.
•	 ໄດ້ມີການຫຼິ້ນເກມ:ກ່ອງປິດສະໜາ(ເກມຕໍ່ພາບ)
ໂດຍໄດ້ອະທິບາຍເກມໃຫ້ຜູ້ເຂົ້າຮ່ວມຮູ້ກະຕິກາ ຫຼັງ
ຈາກນັ້ນກໍ່ໃຫ້ແຕ່ລະກຸ່ມແຂ່ງຂັນກັນວ່າກຸ່ມໃດຈະຕໍ່
ຮູບພາບແລ້ວກ່ອນກັນ ພ້ອມທັງໃຫ້ຕອບຄຳຖາມ
ຕາມຮູບພາບຂອງແຕ່ລະກຸ່ມ.
•	 ໄດ້ມີການອະທິບາຍ ໂປສເຕີ້ 10 ຂໍ້ມູນຄວາມຈິງ
ກ່ຽວກັບໄພພິບັດທາງທຳມະຊາດແລະຄຸນປະໂຫຍດ
ຂອງປ່າໄມ້ ຢູ່ ສປປ ລາວ ໃຊ້ເວລາ 45 ນາທີ ຫຼັງຈາກ
ນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມ
ຄິດຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່
ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ.
•	 ໄດ້ມີການສະແດງລະຄອນທີ່ມີຊື່ວ່າ:ບົດຮຽນອັນ
ລ້ຳຄ່າ” ເນື້ອໃນຂອງບົດລະຄອນສະແດງເຖິງການ
ຊົມໃຊ້ຊັບພະຍາກອນປ່າໄມ້ຫຼາຍເກີນໄປສຸດທ້າຍ
ກະເລີຍສົ່ງຜົນກະທົບຕາມມາເຮັດໃຫ້ດິນເຈື່ອນຖົມ
ຄົນ, ຜົນລະປູກຖືກທຳລາຍ, ເຮືອນຊານບ້ານຊ່ອງ
ຖືກມ້າງເພເສຍຫາຍ ແລະ ງົວຄວາຍລົ້ມຕາຍ.
	 ການລົງເຮັດກິດຈະກຳ ກ່ຽວກັບ ໄພພິບັດ
ທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້,
ແມ່ນມີຜູ້ເຂົ້າຮ່ວມທັງໝົດ 111 ທ່ານ. ເຊິ່ງເຫັນວ່າມີ
ຜູ້ເຂົ້າຮ່ວມເພີ້ມຂຶ້ນຈາກເມື່ອກ່ອນ 12 ທ່ານ. ຈາກ
ກິດຈະກຳທີ່ລົງໃນວັນທີ 11-14 ມັງກອນ 2016 ພາຍ
ໃຕ້ຫົວຂໍ້ “ການອະນຸລັກຊີວະນາໆພັນ ຢູ່ ສປປ ລາວ”
ເຫດການ
	 ພະແນກສົ່ງເສີມສິ່ງແວດລ້ອມ, ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ລົງເຄື່ອນໄຫວ
ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ
ແວດລ້ອມ ພາຍໃຕ້ຫົວຂໍ້: ‘‘ໄພພິບັດທາງທຳມະຊາດ
ແລະ ຄຸນປະໂຫຍດຂອງປ່າໄມ້’’ ໃນວັນທີ 25-29
ເມສາ 2016 ທີ່ເມືອງ ທ່າແຂກ ແລະ ເມືອງ ບົວລະ
ພາ, ແຂວງ ຄຳມ່ວນ ໂດຍໄດ້ຮັບການສະໜັບສະໜູນ
ຂອງໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ
ແລະ ການປ່ຽນແປງດິນຟ້າອາກາດ (ProCEEd).
	 ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ເພື່ອໃຫ້
ພະນັກງານໃນທ້ອງຖິ່ນມີສ່ວນຮ່ວມ ໃນການແລກ
ປ່ຽນ ແລະ ສົນທະນາ ກ່ຽວກັບ ໄພພິບັດທາງທຳມະ
ຊາດ ແລະ ຄຸນປະໂຫຍດຂອງປ່າໄມ້,	 ເພື່ອສ້າງ
ຈິດສໍານຶກໃຫ້ພະນັກງານທີ່ກ່ຽວຂ້ອງຮູ້ເຖິງຄວາມ
ໝາຍ, ຄວາມສຳຄັນ ຂອງໄພພິບັດທາງທຳມະຊາດ
ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອເປັນການເຜີຍ
ແຜ່ຂໍ້ມູນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບ 10
ຄວາມຈິງ ກ່ຽວກັບ ໄພພິບັດທາງທຳມະຊາດ ແລະ
ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ ລາວ. ມີພະນັກ
ງານລັດ ທີ່ມາຈາກພະແນກການຕ່າງໆອ້ອມຂ້າງ
ເທດສະບານເມືອງຢູ່ໃນ 2 ເມືອງ ຄື: ເມືອງ ທ່າແຂກ
ແລະ ເມືອງ ບົວລະພາ, ແຂວງ ຄຳມ່ວນ.
ເມືອງ ທ່າແຂກ
•	 ໃນວັນທີ 25 ເມສາ 2016 ພາກເຊົ້າ ໄດ້ຈັດພິທີ
20
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ການລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດ
ລ້ອມ ຢູ່ເມືອງ ທ່າແຂກ ແລະ ເມືອງ ບົວລະພາ ແຂວງ ຄຳ
ມ່ວນ ພາຍໃຕ້ຫົວຂໍ້: “ໄພພິບັດທາງທຳມະຊາດ ແລະ ຄຸນ
ປະໂຫຍດຂອງປ່າໄມ້”
ເຫດການ
21ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
ການເຄື່ອນໄຫວສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງ
ແວດລ້ອມພາຍໃຕ້ ຫົວຂໍ້ “ໄພພິບັດທາງທຳມະຊາດ
ແລະ ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ ລາວ” ຢູ່ທີ່
ຫ້ອງປະຊຸມ ຫ້ອງການປ້ອງກັນຄວາມສະຫງົບ ເມືອງ
ທ່າແຂກ ເຊິ່ງມີພະນັກງານຕຳຫຼວດເຂົ້າຮ່ວມປະ
ມານ 85 ທ່ານ.
•	 ໃນວັນທີ 25 ເມສາ 2016 ພາກບ່າຍ ຢູ່ທີ່ເດີ່ນ
ຫ້ອງການຖະແຫຼ່ງຂ່າວ ແລະ ວັດທະນະທຳ ເມືອງທ່າ
ແຂກ ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວ
ຂ້ອງເປັນຕົ້ນ: ພະແນກ ຖະແຫຼ່ງຂ່າວ ແລະ ວັດທະ
ນະທຳ, ຫ້ອງວ່າການແຂວງ, ຫ້ອງວ່າການເມືອງ,
ສູນວັດທະນາທຳ ແລະ ເດັກນ້ອຍ (ສວດ), ໜັງສືພິມ,
ໂທລະພາບ, ຫໍພິພິທະພັນ, ຫ້ອງການການເມືອງ,
ຫ້ອງການຖະແຫຼ່ງຂ່າວແລະວັດທະນະທຳ,ພະແນກ
ສຶກສາ ແລະ ກິລາ, ເຂົ້າຮ່ວມປະມານ 38 ທ່ານ.
•	 ໃນວັນທີ26 ເມສາ 2016 ພາກເຊົ້າຢູ່ທີ່ເດີ່ນຫ້ອງ
ການປ້ອງກັນຊາດ ເມືອງທ່າແຂກ ເຊິ່ງມີພະນັກງານ
ທະຫານ ເຂົ້າຮ່ວມປະມານ 70 ທ່ານ.
•	 ໃນວັນທີ 26 ເມສາ 2016 ພາກບ່າຍ ຢູ່ທີ່ຫ້ອງປະ
ຊຸມຂອງຫ້ອງການກະສິກຳ ແລະ ປ່າໄມ້ ແຂວງ ຄຳ
ມ່ວນ ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວ
ຂ້ອງເຂົ້າຮ່ວມ: ພະແນກກະສິກຳ ແລະ ປ່າໄມ້ແຂວງ,
ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຂະແໜງສິ່ງ
ແວດລ້ອມ, ຂະແໜງນ້້ຳ, ກອງກວດກາປ່າໄມ້, ຂະ
22
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
23ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ແໜງໄພພິບັດ, ຂະແໜງ ຊົນລະປະທານ ເຂົ້າຮ່ວມ
ປະມານ 50 ທ່ານ.
•	 ໃນວັນທີ 27 ເມສາ 2016 ພາກເຊົ້າ ຢູ່ທີ່ຫ້ອງປະ
ຊຸມຂອງຫ້ອງການສະຫະພັນແມ່ຍິງເມືອງທ່າແຂກ
ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ: ກໍາມະບານແຂວງ, ໄຟຟ້າລາວ, ພະແນກ
ສາທາລະນະສຸກ,ສະຫະພັນແມ່ຍິງແຂວງ,ແນວລາວ
ສ້າງຊາດແຂວງ, ຫ້ອງການສາທາລະນະສຸກເມືອງ,
ຫ້ອງການກຳມະບານເມືອງ, ໂຮງໝໍແຂວງ, ຊາວໜຸ່ມ
ແຂວງ, ຂະແໜງທ່ອງທ່ຽວ, ຂະແໜງສິ່ງແວດລ້ອມ
ເຂົ້າຮ່ວມປະມານ 80 ທ່ານ.
ເມືອງ ບົວລະພາ
•	 ໃນວັນທີ28 ເມສາ 2016 ພາກເຊົ້າຢູ່ທີ່ເດີ່ນຫ້ອງ
ການປ້ອງກັນຊາດເມືອງບົວລະພາເຊິ່ງມີພະນັກງານ
ທະຫານເຂົ້າຮ່ວມປະມານ 30 ທ່ານ.
•	 ໃນວັນທີ 28 ເມສາ 2016 ພາກບ່າຍ ຢູ່ທີ່ເດີ່ນ
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ເຫດການ
ລ້ອມ ເມືອງບົວລະພາ ເຊິ່ງມີພະນັກງານຈາກຫຼາຍ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ: ແນວລາວສ້າງຊາດ
ເມືອງ, ຫ້ອງການຖະແຫຼ່ງຂ່າວ ແລະ ວັດທະນະທຳ
ເມືອງ, ຫ້ອງວ່າການ, ຫ້ອງການຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມປະມານ 15
ທ່ານ.
•	 ໃນວັນທີ 29 ເມສາ 2016 ພາກເຊົ້າຢູ່ທີ່ເດີ່ນຫ້ອງ
ການປ້ອງກັນຄວາມສະຫງົບ ເມືອງບົວລະພາເຊິ່ງມີ
ພະນັກງານຕຳຫຼວດເຂົ້າຮ່ວມປະມານ 40 ທ່ານ.
ວິທີການ:
•	 ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກ
ຄື: ພາກເຊົ້າ ແລະ ພາກບ່າຍ.
•	 ຕາງໜ້າທີມງານໄດ້ນຳສະເໜີ ຊື່ ແລະ ນາມສະ
ກຸນ, ຈຸດປະສົງຂອງໂຄງການ ແລະ ແຜນການຂອງ
ການລົງເຄື່ອນໄຫວກິດຈະກຳ.
•	 ທາງທິມງານວິຊາການຈາກກົມສົ່ງເສີມຄຸນນະ
ພາບສິ່ງແວດລ້ອມໄດ້ແນະນຳຕົນເອງຕໍ່ແຂກທີ່ເຂົ້າ
ມາຮ່ວມ ພ້ອມທັງໃຫ້ແຂກຜູ້ເຂົ້າຮ່ວມແນະນຳຊື່ຕໍ່
ທີມງານ.
•	 ໄດ້ມີການສົນທະນາລວມ ຮ່ວມກັບ ຜູ້ເຂົ້າຮ່ວມ
ທັງໝົດເພື່ອແລກປ່ຽນຄວາມຄິດຄວາມເຫັນຕາມຄຳ
ຖາມຄື: ໄພພິບັດທາງທຳມະຊາດແມ່ນຫຍັງ ? ໄພພິ
24
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
25ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ບັດທາງທຳມະຊາດທີ່ເກີດຂຶ້ນ ຢູ່ ສປປ ລາວ ມີຫຍັງ
ແດ່ ? ສາເຫດທີ່ພາໃຫ້ເກີດໄພພິບັດທາງທຳມະຊາດ
ມີຫຍັງແດ່ ? ຜົນກະທົບຈາກໄພພິບັດທາງທຳມະ
ຊາດມີຫຍັງແດ່ ?
•	 ໄດ້ມີການແບ່ງກຸ່ມອອກເປັນ 2 ກຸ່ມ ເພື່ອສົນທະ
ນາແລກປ່ຽນຄວາມຄິດເຫັນຕາມຄຳຖາມຄື: ທ່ານ
ຈະວິທີການຮັບມືກັບໄພພິບັດທາງທຳມະຊາດແນວ
ໃດ?ໂດຍໃຫ້ທຸກຄົນຢູ່ໃນກຸ່ມໄດ້ມີໂອກາດແລກປ່ຽນ
ຄວາມຄິດຂອງຕົນຢູ່ພາຍໃນກຸ່ມ ໂດຍໃຫ້ເວລາແຕ່
ລະກຸ່ມ 20 ນາທີ ພ້ອມທັງໃຫ້ຕາງໜ້າຂອງກຸ່ມຂຶ້ນນຳ
ສະເໜີຜົນຂອງກຸ່ມຕົນເອງ.
•	 ໄດ້ມີການຫຼິ້ນເກມ:ກ່ອງປິດສະໜາ(ເກມຕໍ່ພາບ)
ໂດຍໄດ້ອະທິບາຍເກມໃຫ້ຜູ້ເຂົ້າຮ່ວມຮູ້ກະຕິກາ ຫຼັງ
ຈາກນັ້ນກໍ່ໃຫ້ແຕ່ລະກຸ່ມແຂ່ງຂັນກັນວ່າກຸ່ມໃດຈະຕໍ່
ຮູບພາບແລ້ວກ່ອນກັນ ພ້ອມທັງໃຫ້ຕອບຄຳຖາມ
ຕາມຮູບພາບຂອງແຕ່ລະກຸ່ມ.
•	 ໄດ້ມີການອະທິບາຍ ໂປສເຕີ້ 10 ຂໍ້ມູນຄວາມຈິງ
ກ່ຽວກັບໄພພິບັດທາງທຳມະຊາດແລະຄຸນປະໂຫຍດ
ຂອງປ່າໄມ້ ຢູ່ ສປປ ລາວ ໃຊ້ເວລາ 45 ນາທີ ຫຼັງຈາກ
ນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມ
ຄິດຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່
ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ.
•	 ໄດ້ມີການສະແດງລະຄອນທີ່ມີຊື່ວ່າ:ບົດຮຽນອັນ
ລ້ຳຄ່າ” ເນື້ອໃນຂອງບົດລະຄອນສະແດງເຖິງການ
ຊົມໃຊ້ຊັບພະຍາກອນປ່າໄມ້ຫຼາຍເກີນໄປສຸດທ້າຍ
ກະເລີຍສົ່ງຜົນກະທົບຕາມມາເຮັດໃຫ້ດິນເຈື່ອນຖົມ
ຄົນ, ຜົນລະປູກຖືກທຳລາຍ, ເຮືອນຊານບ້ານຊ່ອງ
ຖືກມ້າງເພເສຍຫາຍ ແລະ ງົວຄວາຍລົມຕາຍ.
	 ການລົງເຮັດກິດຈະກຳ ກ່ຽວກັບ ໄພພິບັດ
ທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້,
ແມ່ນມີຜູ້ເຂົ້າຮ່ວມທັງໝົດ 408 ທ່ານ. ເຊິ່ງເຫັນວ່າມີ
ຜູ້ເຂົ້າຮ່ວມເພີ່ມຂຶ້ນຈາກເມື່ອກ່ອນ 306 ທ່ານ. ຈາກ
ກິດຈະກຳທີ່ລົງໃນວັນທີ 21-25 ເມສາ 2016 ພາຍ
ໃຕ້ຫົວຂໍ້ “ການອະນຸລັກຊີວະນາໆພັນ ຢູ່ ສປປ ລາວ”
ເຫດການ
26
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
27ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
ການລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດ
ລ້ອມ ຢູ່ເມືອງ ໄຊຍະບູລີ ແລະ ເມືອງ ພຽງ ແຂວງ ໄຊຍະບູ
ລີ ພາຍໃຕ້ຫົວຂໍ້: “ໄພພິບັດທາງທຳມະຊາດ ແລະ ຄຸນປະ
ໂຫຍດຂອງປ່າໄມ້”
	 ພະແນກສົ່ງເສີມສິ່ງແວດລ້ອມ, ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ລົງເຄື່ອນໄຫວ
ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ
ແວດລ້ອມ ພາຍໃຕ້ຫົວຂໍ້: ‘‘ໄພພິບັດທາງທຳມະຊາດ
ແລະ ຄຸນປະໂຫຍດຂອງປ່າໄມ້’’ ໃນວັນທີ 14-18
ມີນາ 2016 ທີ່ເມືອງ ໄຊຍະບູລີ ແລະ ເມືອງ ພຽງ,
ແຂວງ ໄຊຍະບູລີ ໂດຍໄດ້ຮັບການສະໜັບສະໜູນ
ຂອງໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ
ແລະ ການປ່ຽນແປງດິນຟ້າອາກາດ (ProCEEd).
	 ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ເພື່ອໃຫ້
ພະນັກງານໃນທ້ອງຖິ່ນມີສ່ວນຮ່ວມ ໃນການແລກ
ປ່ຽນ ແລະ ສົນທະນາ ກ່ຽວກັບ ໄພພິບັດທາງທຳມະ
ຊາດ ແລະ ຄຸນປະໂຫຍດຂອງປ່າໄມ້,	 ເພື່ອສ້າງ
ຈິດສໍານຶກໃຫ້ພະນັກງານທີ່ກ່ຽວຂ້ອງຮູ້ເຖິງຄວາມ
ໝາຍ, ຄວາມສຳຄັນ ຂອງໄພພິບັດທາງທຳມະຊາດ
ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອເປັນການເຜີຍ
ແຜ່ຂໍ້ມູນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບ 10 ຄວາມ
ຈິງ ກ່ຽວກັບ ໄພພິບັດທາງທຳມະຊາດ ແລະ ຄຸນປະ
ໂຫຍດຂອງປ່າໄມ້ ຢູ່ ສປປ ລາວ. ມີພະນັກງານລັດ
ທີ່ມາຈາກພະແນກການຕ່າງໆອ້ອມຂ້າງເທດສະ
28
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
29ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ບານເມືອງຢູ່ໃນ 2 ເມືອງ ຄື: ເມືອງ ໄຊຍະບູລີ ແລະ
ເມືອງ ພຽງ, ແຂວງ ໄຊຍະບູລີ.
ເມືອງ ໄຊຍະບູລີ
•	 ໃນວັນທີ 14 ມີນາ 2016 ພາກເຊົ້າ ໄດ້ຈັດພິທີ
ການເຄື່ອນໄຫວສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງ
ແວດລ້ອມພາຍໃຕ້ ຫົວຂໍ້ “ໄພພິບັດທາງທຳມະຊາດ
ແລະ ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ ລາວ” ຢູ່ທີ່
ຫ້ອງປະຊຸມ ກອງບັນຊາການປ້ອງກັນຊາດ ເມືອງໄຊ
ຍະບູລີ ເຊິ່ງມີພະນັກງານທະຫານເຂົ້າຮ່ວມປະມານ
30 ທ່ານ.
•	 ໃນວັນທີ 14 ມີນາ 2016 ພາກບ່າຍ ຢູ່ທີ່ເດີ່ນ
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ເມືອງໄຊຍະບູລີ ເຊິ່ງມີພະນັກງານຈາກຫຼາຍ
ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ຫ້ອງການຖະແຫຼ່ງ
ຂ່າວວັດທະນະທຳ ເມືອງ - ແຂວງ, ຫ້ອງວ່າການ
ເມືອງ - ແຂວງ, ຫ້ອງການສຶກສາ ແລະ ກິລາ ເມືອງ -,
ແຂວງ. ເຂົ້າຮ່ວມປະມານ 18 ທ່ານ.
•	 ໃນວັນທີ 15 ມີນາ 2016 ພາກເຊົ້າ ຢູ່ທີ່ຫ້ອງປະ
ຊຸມກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ
ໄຊຍະບູລີ ເຊິ່ງມີພະນັກງານຕຳຫຼວດ ເຂົ້າຮ່ວມປະ
ມານ 45 ທ່ານ.
•	 ໃນວັນທີ 15 ມີນາ 2016 ພາກບ່າຍ ຢູ່ທີ່ເດີ່ນຫ້ອງ
ການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເມືອງໄຊຍະບູລີ ເຊິ່ງມີພະນັກງານຈາກຫຼາຍພາກ
ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:ຫ້ອງການຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ - ແຂວງ, ຫ້ອງ
ການກະສິກຳ ແລະ ປ່າໄມ້ ເມືອງ - ແຂວງ, ຫ້ອງການ
ອຸດສາຫະກຳ ແລະ ການຄ້າ ເມືອງ - ແຂວງ ເຂົ້າຮ່ວມ
ປະມານ 20 ທ່ານ.
•	 ໃນວັນທີ 16 ມີນາ 2016 ພາກເຊົ້າ ຢູ່ທີ່ເດີ່ນຫ້ອງ
ການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເມືອງໄຊຍະບູລີ ເຊິ່ງມີພະນັກງານຈາກຫຼາຍພາກ
ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ: ຫ້ອງການກໍາມະບານ
ເມືອງ - ແຂວງ, ຫ້ອງການແນວລາວ ເມືອງ - ແຂວງ,
ຫ້ອງການຊາວໜຸ່ມ ເມືອງ - ແຂວງ, ຫ້ອງການແມ່ຍິງ
ເຫດການ
ເມືອງ - ແຂວງ ເຂົ້າຮ່ວມປະມານ 15 ທ່ານ.
ເມືອງ ພຽງ
•	 ໃນວັນທີ 17 ມີນາ 2016 ຢູ່ທີ່ເດີ່ນຫ້ອງການຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ
ພຽງ ເຊິ່ງມີພະນັກງານຈາກ ກອງບັນຊາການປ້ອງ
ຊາດ, ຫ້ອງການສຶກສາ ແລະ ກິລາ, ຫ້ອງການຖະ
ແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ຫ້ອງການ
ຊາວໜຸ່ມ, ຫ້ອງວ່າການ, ຫ້ອງການແນວລາວ, ຫ້ອງ
ແມ່ຍິງ ເຂົ້າຮ່ວມປະມານ 32 ທ່ານ.
•	 ໃນວັນທີ 18 ມີນາ 2016 ຢູ່ທີ່ເດີ່ນຫ້ອງການຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ
ພຽງ ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວ
ຂ້ອງເຂົ້າຮ່ວມ: ກອງບັນຊາການປ້ອງກັນຄວາມສະ
ຫງົບເມືອງ, ຫ້ອງການຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ, ຫ້ອງການກະສິກຳ ແລະ ປ່າໄມ້,
ຫ້ອງການອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມປະ
ມານ 15 ທ່ານ.
ວິທີການ:
•	 ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກ
ຄື: ພາກເຊົ້າ ແລະ ພາກບ່າຍ.
•	 ຕາງໜ້າທີມງານໄດ້ນຳສະເໜີ ຊື່ ແລະ ນາມສະ
ກຸນ, ຈຸດປະສົງຂອງໂຄງການ ແລະ ແຜນການຂອງ
ການລົງເຄື່ອນໄຫວກິດຈະກຳ.
•	 ທາງທິມງານວິຊາການຈາກກົມສົ່ງເສີມຄຸນນະ
ພາບສິ່ງແວດລ້ອມໄດ້ແນະນຳຕົນເອງຕໍ່ແຂກທີ່ເຂົ້າ
ມາຮ່ວມ ພ້ອມທັງໃຫ້ແຂກຜູ້ເຂົ້າຮ່ວມແນະນຳຊື່ຕໍ່ທີ
ມງານ.
•	 ໄດ້ມີການສົນທະນາລວມ ຮ່ວມກັບ ຜູ້ເຂົ້າຮ່ວມ
ທັງໝົດເພື່ອແລກປ່ຽນຄວາມຄິດຄວາມເຫັນຕາມຄຳ
ຖາມຄື: ໄພພິບັດທາງທຳມະຊາດແມ່ນຫຍັງ ? ໄພພິ
ບັດທາງທຳມະຊາດທີ່ເກີດຂຶ້ນ ຢູ່ ສປປ ລາວ ມີຫຍັງ
ແດ່ ? ສາເຫດທີ່ພາໃຫ້ເກີດໄພພິບັດທາງທຳມະຊາດ
ມີຫຍັງແດ່?ຜົນກະທົບຈາກໄພພິບັດທາງທຳມະຊາດ
ມີຫຍັງແດ່ ?
•	 ໄດ້ມີການແບ່ງກຸ່ມອອກເປັນ 2 ກຸ່ມ ເພື່ອສົນທະ
30
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
31ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ນາແລກປ່ຽນຄວາມຄິດເຫັນຕາມຄຳຖາມຄື: ທ່ານ
ຈະວິທີການຮັບມືກັບໄພພິບັດທາງທຳມະຊາດແນວ
ໃດ?ໂດຍໃຫ້ທຸກຄົນຢູ່ໃນກຸ່ມໄດ້ມີໂອກາດແລກປ່ຽນ
ຄວາມຄິດຂອງຕົນຢູ່ພາຍໃນກຸ່ມ ໂດຍໃຫ້ເວລາແຕ່
ລະກຸ່ມ 20 ນາທີ ພ້ອມທັງໃຫ້ຕາງໜ້າຂອງກຸ່ມຂຶ້ນນຳ
ສະເໜີຜົນຂອງກຸ່ມຕົນເອງ.
•	 ໄດ້ມີການຫຼິ້ນເກມ:ກ່ອງປິດສະໜາ(ເກມຕໍ່ພາບ)
ໂດຍໄດ້ອະທິບາຍເກມໃຫ້ຜູ້ເຂົ້າຮ່ວມຮູ້ກະຕິກາ ຫຼັງ
ຈາກນັ້ນກໍ່ໃຫ້ແຕ່ລະກຸ່ມແຂ່ງຂັນກັນວ່າກຸ່ມໃດຈະຕໍ່
ຮູບພາບແລ້ວກ່ອນກັນ ພ້ອມທັງໃຫ້ຕອບຄຳຖາມ
ຕາມຮູບພາບຂອງແຕ່ລະກຸ່ມ.
•	 ໄດ້ມີການອະທິບາຍ ໂປສເຕີ້ 10 ຂໍ້ມູນຄວາມຈິງ
ກ່ຽວກັບໄພພິບັດທາງທຳມະຊາດແລະຄຸນປະໂຫຍດ
ຂອງປ່າໄມ້ ຢູ່ ສປປ ລາວ ໃຊ້ເວລາ 45 ນາທີ ຫຼັງຈາກ
ນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມ
ຄິດຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່
ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ.
•	 ໄດ້ມີການສະແດງລະຄອນທີ່ມີຊື່ວ່າ:ບົດຮຽນອັນ
ລ້ຳຄ່າ” ເນື້ອໃນຂອງບົດລະຄອນສະແດງເຖິງການ
ຊົມໃຊ້ຊັບພະຍາກອນປ່າໄມ້ຫຼາຍເກີນໄປສຸດທ້າຍ
ກະເລີຍສົ່ງຜົນກະທົບຕາມມາເຮັດໃຫ້ດິນເຈື່ອນຖົມ
ຄົນ, ຜົນລະປູກຖືກທຳລາຍ, ເຮືອນຊານບ້ານຊ່ອງ
ຖືກມ້າງເພເສຍຫາຍ ແລະ ງົວຄວາຍລົ້ມຕາຍ.
	 ການລົງເຮັດກິດຈະກຳ ກ່ຽວກັບ ໄພພິບັດ
ທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້,
ແມ່ນມີຜູ້ເຂົ້າຮ່ວມທັງໝົດ 175 ທ່ານ. ເຊິ່ງເຫັນວ່າມີ
ຜູ້ເຂົ້າຮ່ວມເພີ່ມຂື້ນຈາກເມື່ອກ່ອນ 36 ທ່ານ. ຈາກ
ກິດຈະກຳທີ່ລົງໃນວັນທີ 21-25 ເມສາ 2016 ພາຍ
ໃຕ້ຫົວຂໍ້ “ການອະນຸລັກຊີວະນາໆພັນ ຢູ່ ສປປ ລາວ”
ເຫດການ
ນະພາບສິ່ງແວດລ້ອມ, ເຊິ່ງມີ ທ່ານ ຄຳຫຼ້າ ສີສຸລາດ
ປະທານສະມາຄົມພາບຖ່າຍ ແຫ່ງ ສປປ ລາວ, ຄະ
ນະກົມ, ຄະນະພະແນກ ແລະ ຊ່ຽວຊານປະຈຳ
ໂຄງການ ເປັນກຳມະການ. ໃນວັນທີ 30 ພະຈິກ
2015 ກໍໄດ້ຈັດພິທີມອບລາງວັນຊະນະເລີດ, ຮອງ
ຊະນະເລີດ ແລະ ລາງວັນຊົມເຊີຍ ໃຫ້ແກ່ຜູ້ເຂົ້າແຂ່ງ
ຂັນທີ່ໄດ້ຖືກຄັດເລືອກ ທີ່ກົມສົ່ງເສີມຄຸນນະພາບສິ່ງ
ແວດລ້ອມ.
•	 ໄດ້ສຳເລັດການລົງເຄື່ອນໄຫວວຽກງານສ້າງຈິດ
ສຳນຶກດ້ານສິ່ງແວດລ້ອມ ວັນທີ 20-31 ກໍລະກົດ
ການເຄື່ອນໄຫວຂອງໂຄງການສົ່ງເສີມການສຶກສາສິ່ງແວດ
ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd)
ໄລຍະ II ແຕ່ເດືອນ ຕຸລາ 2015 - ເມສາ 2016.
	 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກສສ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ.ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການສົ່ງເສີມການ
ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ
ກາດຢູ່ ສປປ ລາວ ສືບຕໍ່ໄລຍະ II ມີລາຍລະອຽດ
ດັ່ງລຸ່ມນີ້:
•	 ໄດ້ສຳເລັດການຈັດກິດຈະກຳ ແຂ່ງຂັນພາບຖ່າຍ
ກ່ຽວກັບ ສິ່ງແວດລ້ອມ ຄັ້ງທີ່ 2 ໃນວັນທີ 7 ກໍລະກົດ
ຫາ 28 ສິງຫາ 2015 ແລະ ການຄັດເລືອກ ແມ່ນ
ໄດ້ຈັດຂຶ້ນ ໃນວັນທີ 9 ຕຸລາ 2015 ທີ່ກົມສົ່ງເສີມຄຸນ
32
ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
ເຫດການ
33ຈົດໝາຍຂ່າວ
ມິຖຸນາ - ທັນວາ 2016
ກສສ
2015 ໃນຫົວຂໍ້ “ການຈັດການຂີ້ເຫຍື້ອ” ຢູ່ 20 ບ້ານ
ແລະ 40 ໂຮງຮຽນ ໃນ 3 ຕົວເມືອງຄື: ເມືອງ ທ່າພະ
ບາດ, ເມືອງ ປາກຊັນ ແລະ ເມືອງ ປາກກະດິງ ແຂວງ
ບໍລິຄຳໄຊ ໂດຍແມ່ນໜ່ວຍງານອະນຸລັກທຳມະຊາດ
ເຄື່ອນທີ່ (MCU) ຂອງຄະນະວິທະຍາສາດປ່າໄມ້,
ມະຫາວິທະຍາໄລ ແຫ່ງຊາດ ຮ່ວມກັບ ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ ໂດຍມີຈຸດປະສົງ ເພື່ອສ້າງ
ຈິດສຳນຶກໃຫ້ນັກຮຽນ ແລະ ປະຊາຊົນໃນບ້ານເປົ້າ
ໝາຍໃຫ້ຮູ້ເຖິງການກຳຈັດ ຫຼື ຄຸ້ມຄອງຂີ້ເຫຍື້ອ ໃຫ້
ຖືກວິທີຕາມຫຼັກການ 3R ແລະ ເພື່ອປຸກລະດົມໃຫ້
ນັກຮຽນ ແລະ ປະຊາຊົນ ມີສ່ວນຮ່ວມໃນການກຳ
ຈັດຂີ້ເຫຍື້ອ,ເຊິ່ງໄດ້ແບ່ງກິດຈະກຳອອກເປັນ3ຕອນ
ຄື: ພາກເຊົ້າ ສຳລັບ ນ້ອງນັກຮຽນປະຖົມ, ພາກບ່າຍ
ສຳລັບນັກຮຽນມັດທະຍົມ ແລະ ພາກຄໍ່າ ສຳລັບ ປະ
ຊາຊົນພາຍໃນບ້ານ.
•	 ໄດ້ສຳເລັດການລົງເຄື່ອນໄຫວວຽກງານສ້າງຈິດ
ສຳນຶກດ້ານສິ່ງແວດລ້ອມ ໃນຫົວຂໍ້ “ການອະນຸລັກ
ຊີວະນາໆພັນ” ວັນທີ 5-14 ຕຸລາ 2015 ໃນ 16 ບ້ານ
ຂອງເມືອງ ຫົວເມືອງ, ແຂວງຫົວພັນ ໂດຍແມ່ນທີມ
ງານ ສູນອົບຮົມຮ່ວມພັດທະນາ (PADECT) ຮ່ວມ
ກັບ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໂດຍມີ
ຈຸດປະສົງ ເພື່ອສ້າງຈິດສຳນຶກໃຫ້ຮູ້ເຖິງຄວາມໝາຍ
ຄວາມສຳຄັນຂອງຊີວະນາໆພັນ, ຍາດແຍ່ງໃຫ້ທຸກ
ຄົນມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ ແລະ
ເພື່ອເຜີຍແຜ່ແລກປ່ຽນຄວາມຮູ້ ກ່ຽວກັບ ການອະນຸ
ລັກຊີວະນາໆພັນຢູ່ ສປປ ລາວ ທີ່ໄດ້ສັງລວມໃນ
ແຜ່ນພັບ 10 ຄວາມເປັນຈິງ ເຊັ່ນດຽວກັນກັບກິດຈະ
ກຳໄດ້ແບ່ງອອກເປັນ 3 ຕອນ ຄື: ພາກເຊົ້າ ສໍາລັບ
ອຳນາດການປົກຄອງລວມແຕ່ລະຂັ້ນພາຍໃນບ້ານ,
ພາກບ່າຍ ສຳລັບ ນັກຮຽນປະຖົມ ແລະ ມັດທະຍົມ
ແລະ ພາກຄໍ່າ ສຳລັບ ປະຊາຊົນພາຍໃນບ້ານໝົດ
ທຸກຄົນ.
•	 ໄດ້ສຳເລັດກອງປະຊຸມວາງແຜນການເຄື່ອນ
ໄຫວວຽກງານການຈັດຕັ້ງປະຕິບັດ ໂຄງການ ສົ່ງເສີມ
ການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນ
ຟ້າອາກາດ ໄລຍະ II ໃນວັນທີ 22-23 ຕຸລາ 2015
ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມ
ຂອງທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ
ສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ດຣ.
ໄມໂຄ ທຣອກເກິ້ນໂບດ ຫົວໜ້າທີມງານ ທີ່ປຶກສາ
ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ
ການປ່ຽນແປງດິນຟ້າອາກາດ, ເຊິ່ງມີຜູ້ເຂົ້າຮ່ວມ
ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ 4 ແຂວງເປົ້າໝາຍ (ແຂວງ ບໍລິຄຳໄຊ,
ແຂວງຄຳມ່ວນ, ແຂວງຫົວພັນ, ແຂວງໄຊຍະບູລີ)
ຈາກວິທະຍຸ 3 ແຂວງ (ແຂວງບໍລິຄຳໄຊ, ແຂວງຄຳ
ມ່ວນ, ແຂວງຫົວພັນ), ວິທະຍຸກະຈ່າຍສຽງແຫ່ງ
ຊາດ, ໂທລະພາບແຫ່ງຊາດລາວ, ພະແນກຖະແຫຼ່ງ
ຂ່າວ ແລະ ວັດທະນາທຳແຂວງ (ແຂວງຫົວພັນ,
ແຂວງຄຳມ່ວນ), ໂຄງການຫີນໜາມໜໍ່, ສູນກາງ ສະ
ຫະພັນແມ່ຍິງ, ສູນກາງ ຊາວໜຸ່ມປະຊາຊົນປະຕິວັດ
ລາວ, ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ
ສຶກສາທິການ ແລະ ກິລາ, ອົງການ IUCN, ສູນອົບ
ຮົມຮ່ວມພັດທະນາ, ຄະນະວິທະຍາສາດປ່າໄມ້,
ຄະນະວິທະຍາສາດສິ່ງແວດລ້ອມ, ມຊ, ຫ້ອງການ
ກຊສ, ອົງການ ພັດທະນາຊົນນະບົດ, ກົມແຜນການ
ແລະ ການຮ່ວມມື, ກົມສົ່ງເສີມຄຸນນະພາບສິ່ງແວດ
ລ້ອມ, ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ
ແລະ ການປ່ຽນແປງດິນຟ້າອາກາດ ລວມທັງໝົດ 60
ທ່ານ ກອງປະຊຸມໄດ້ຮັບຮອງເອົາບົດລາຍງານຜົນ
ໄດ້ຮັບ ແລະ ບົດຮຽນຖອດຖອນຈາກໂຄງການໄລ
ຍະ I ນຳສະເໜີຂອບເຂດວຽກ ແລະ ແຜນວຽກໄລ
ຍະ II, ນຳສະເໜີ ແຜນການດ້ານການສຶກສາ ນອກ
ໂຮງຮຽນ ແລະ ຜ່ານຮ່າງແຜນປະຕິບັດງານ ໂຄງ
ການໄລຍະ II ແລະ ແບ່ງກຸ່ມ ສົນທະນາ ກ່ຽວກັບ
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v
Newsleter deqp v

More Related Content

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Magazines 06 2021 final
Magazines 06 2021 finalMagazines 06 2021 final
Magazines 06 2021 final
 
Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Move
MoveMove
Move
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Newsleter deqp v

  • 1. lt[a[mu 5 ,y45ok{mao;k 2016 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
  • 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ທ່ານ ໂລນຄຳ ອາດສະນາວົງ ຮັກສາການຫົວໜ້າກົມ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ກວດແກ້ ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກສົ່ງເສີມສິ່ງແວດລ້ອມ ຈັດໜ້າອອກແບບ ພະແນກສົ່ງເສີມສິ່ງແວດລ້ອມ ທ່ານ ນາງ ລັດຕະນາພອນ ອິນທະສານ ຮອງຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ບົວແສງປະເສິດ ພຣະສິດທິເດດ ທ່ານ ກິ່ງທອງ ສິຣິສົມພອນ ຄະນະເກັບກຳຂໍ້ມູນ ທ່ານ ນາງ ສຸກສະຫວັນ ພຸດທະລາດ ທ່ານ ນາງ ເກດສະໄໝ ແກ້ວຫານາມ ທ່ານ ນາງ ອຳໄພວັນ ພົມມະເທບ ທ່ານ ນາງ ນາລິນ ຈະເລີນສຸກ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ບຸນທະວີ ປັນຍານຸວົງ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ໃນການໃຫ້ຂໍ້ມູນ ໃນການປະກອບສ່ວນສ້າງຈົດໝາຍຂ່າວ ກສສ
  • 3. 1 ປະຊຸມ ສານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2016 ໃນວັນທີ 5 ມິຖຸນາ 2016 ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ທີ່ໝູນວຽນມາຄົບ ຮອບ 44 ປີ, ລັດຖະບານ ແລະ ປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງ ວັນດັ່ງກ່າວ ພາຍໃຕ້ຄຳຂວັນ “ ຈົ່ງພ້ອມກັນປົກປັກ ຮັກສາປ່າໄມ້ເພື່ອທຸກສິ່ງທີ່ມີຊີວິດ” ເຊິ່ງສ່ອງແສງໃຫ້ ເຫັນວ່າ ເຖິງເວລາແລ້ວທີ່ປະຊາຊາດໃນທົ່ວໂລກ ຕ້ອງຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ໃນການປົກ ປັກຮັກສາປ່າໄມ້ ທີ່ມີຈຳກັດ ໃຫ້ຄືນສູ່ຄວາມອຸດົມ ສົມບູນ ເພື່ອສືບຕໍ່ເປັນບ່ອນເພິ່ງພາອາໃສຂອງທຸກໆ ສິ່ງທີ່ມີຊີວິດລວມທັງມະນຸດເຮົາເນື່ອງຈາກວ່າປ່າໄມ້ ແມ່ນບ່ອນຜະລິດພຽງແຕ່ບ່ອນດຽວໃນທຳມະຊາດ ທີ່ສາມາດສະໜອງປັດໃຈພື້ນຖານທັງສີ່ສຳລັບການ ດຳລົງຊີວິດຂອງທຸກສິ່ງທີ່ມີຊີວິດຄື: ທີ່ຢູ່ອາໃສ, ອາ ຫານ, ຢາປົວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ທັງເປັນ ບ່ອນເພິ່ງພາອາໃສຂອງສັດປ່ານາໆຊະນິດອີກດ້ວຍ. ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າໃນເວທີ ສາກົນປະຊາຊາດໂລກ ກໍ່ບໍ່ໄດ້ຫຼົດລະຄວາມພະຍາ ຍາມ ໃນການຮ່ວມມືກັນຢ່າງຈິງຈັງ ໃນການວາງນະ ໂຍບາຍ, ຍຸດທະສາດ ລະດັບໂລກ ແລະ ມາດຕະ ການຕ່າງໆນາໆ ເພື່ອຊອກຫາວິທີແກ້ໄຂບັນຫາສິ່ງ ແວດລ້ອມ. ໃນປີ 2015 ທີ່ຜ່ານມາ, ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມະຊິກ ຂອງອົງການ ສະຫະປະຊາຊາດ ໄດ້ຮັບຮອງເອົາ 17 ເປົ້າໝາຍ ການພັດທະນາແບບຍືນຍົງ ໂດຍໄດ້ກໍານົດເອົາເສດ ຖະກິດສີຂຽວໃນການຂັບເຄື່ອນໂລກໄປສູ່ການບັນລຸ ການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກ ຍາກ. ສະເພາະສປປລາວຂອງພວກເຮົາ,ພັກ-ລັດ ຖະບານຂອງພວກເຮົາ ຍາມໃດກໍ່ໄດ້ປະຕິບັດນະໂຍ ບາຍອັນສະເໝີຕົ້ນສະເໝີປາຍ ໃນການພັດທະນາ ເສດຖະກິດ-ສັງຄົມ ດ້ວຍຈັງຫວະເຕີບໂຕອັນແຂງ ແຮງຕໍ່ເນື່ອງ, ພ້ອມດຽວກັນນັ້ນ ກໍ່ໄດ້ເອົາໃຈໃສ່ວາງ ເປົ້າໝາຍຍຸດທະສາດດ້ານປ່າໄມ້ ເພື່ອບັນລຸເນື້ອທີ່ ປົກຫຸ້ມຂອງປ່າໄມ້ ໃຫ້ 70% ໃນປີ 2020, ໄປພ້ອມໆ ກັບວາງມາດຕະການທີ່ເໝາະສົມໃນການປົກປັກຮັກ ສາຊັບພະຍາກອນທໍາຊາດອື່ນໆ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ເອົາໃຈໃສ່ສະກັດກັ້ນ ການຄ້າ-ຂາຍສັດນໍ້າ, ສັດປ່າ ແລະ ພືດພັນປ່າ ແບບ ຊະຊາຍ ແລະ ຜິດກົດໝາຍ ເຊິ່ງລັດຖະບານ ໄດ້ປະ ກາດໃຊ້ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງ ແວດລ້ອມ, ກົດໝາຍປ່າໄມ້, ກົດໝາຍ ສັດນໍ້າ ແລະ ສັດປ່າ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ນອກນັ້ນຍັງ ມີ ແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍ ງາຊ້າງ ແລະ ຜະລິດ ຕະພັນຊ້າງ ທີ່ຜິດກົດໝາຍ, ລະບຽບການ ວ່າດ້ວຍ ການຫ້າມ ຄ້າ-ຂາຍ ສັດປ່າ,ສັດນໍ້າ ແລະ ພືດພັນປ່າ ທີ່ໃກ້ຈະສູນພັນ ລະຫວ່າງ ຊາດ ພາຍໃຕ້ກອບສົນທິ ສັນຍາສາກົນ ໄຊເຕັສ໌ (CITES) ລວມທັງ ໄດ້ຂຶ້ນ 3 ບັນຊີ ປະເພດ ສັດນ້ຳ, ສັດປ່າ ແລະ ພືດພັນປ່າ ຂອງ ສປປ ລາວ ຫຼາຍກວ່າ 200 ຊະນິດ. ແຕ່ຢ່າງໃດກໍ່ດີ, ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 4. 2 ປະຊຸມ ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ພວກເຮົາຈົ່ງຮັບຮູ້ ໂດຍອີງຕາມຂໍ້ມູນຈາກຮ່າງຍຸດ ທະສາດ ແລະ ແຜນດຳເນີນງານ ດ້ານຊີວະນາໆພັນ ແຫ່ງຊາດ ແຕ່ປີ 2011-2020, ສະບັບ ປີ 2016 ໄດ້ຊີ້ ໃຫ້ເຫັນວ່າ ໂດຍລວມແລ້ວປ່າໄມ້ ຂອງ ສປປ ລາວ ຍັງສືບຊຸດໂຊມ ແລະ ຫຼຸດໜ້ອຍຖອຍລົງໃນແຕ່ລະປີ ຍ້ອນຂະບວນການຂຸດຄົ້ນໄມ້ ໃນຕົວຈິງຍັງສືບຕໍ່ ແລະ ເກີນໂກຕາໃນແຕ່ລະປີ. ສ່ວນໃຫຍ່ ແມ່ນການ ຂຸດຄົ້ນ ເພື່ອອະນາໄມພື້ນທີ່ຂອງການຫັນປ່ຽນທີ່ດິນ ປ່າໄມ້ ໄປສູ່ພື້ນທີ່ຂອງໂຄງການລົງທຶນດ້ານພະລັງ ງານ, ບໍ່ແຮ່, ໂຄງລ່າງພື້ນຖານ ແລະ ອື່ນໆ ກວມເອົາ ເຖິງ 82% ຂອງໂກຕາຂຸດຄົ້ນໄມ້ທັງໝົດປະຈໍາປີເຊິ່ງ ສ່ວນໃຫຍ່ ແມ່ນໂກຕາໃນເຂດປ່າປ້ອງກັນ ແລະ ປ່າ ສະຫງວນແຫ່ງຊາດ, ຂອງແຂວງ. ໃນນັ້ນມີພຽງແຕ່ 8.2% ແມ່ນໂກຕາຈາກປ່າຜະລິດ. ນອກນັ້ນ, ຍັງຍົກ ໃຫ້ເຫັນວ່າ ສປປ ລາວ ໄດ້ຖືກຮັບຮູ້ວ່າເປັນສະຖານທີ່ ອະນຸລັກສັດປ່າທີ່ສຳຄັນຂອງໂລກ ຍ້ອນມີປະມານ 1.6% ຂອງຊະນິດພັນສັດ ທີ່ຖືກຂົ່ມຂູ່ ລະດັບໂລກ ທີ່ຍັງເຫຼືອຢູ່ໃນ ສປປ ລາວ ແລະ ໄດ້ຖືກບັນທຶກໄວ້ ໃນບັນຊີແດງ ຂອງອົງການສາກົນເພື່ອການອະນຸລັກ ທຳມະຊາດ (IUCN). ເຖິງແມ່ນວ່າ ພວກເຮົາຈະໄດ້ ມີຄວາມພະຍາຍາມເທົ່າໃດກໍ່ຕາມ, ແຫຼ່ງຂໍ້ມູນດັ່ງ ກ່າວ ຍັງຊີ້ໃຫ້ເຫັນວ່າ ຕິດພັນກັບການເຊື່ອມໂຊມ ຂອງປ່າໄມ້, ນໍາໄປສູ່ການເຊື່ອມໂຊມຂອງແຫຼ່ງນໍ້າ ທໍາມະຊາດ, ຄວາມອຸດົມສົມບູນຂອງດິນ ແລະ ການ ເຊື່ອມໂຊມຂອງຊີວະນາໆພັນຄືໃນຈຳນວນທັງໝົດ 2,701 ຊະນິດ ທີ່ໄດ້ສຶກສາ, ປະມານ 157 ຊະນິດ ກໍາ ລັງມີຄວາມສ່ຽງທີ່ໃກ້ຈະສູນພັນ ແລະ 115 ຊະນິດ ກໍາລັງຖືກຂົ່ມຂູ່. ໃນນາມລັດຖະບານແຫ່ງ ສປປ ລາວ, ຂ້າພະ ເຈົ້າຂໍສະແດງຄວາມຊົມເຊີຍມາຍັງບັນດາຂະແໜງ ການ, ອຳນາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ, ສະຖາບັນ ການສຶກສາ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸ ລະກິດ, ພາກເອກະຊົນ ລວມທັງຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຢ່າງເປັນເຈົ້າການ ໂດຍຮັບປະ ກັນຄວາມສົມດູນ ລະຫວ່າງ ການເຕີບໂຕທາງດ້ານ ເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງແວດ ລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ລວມທັງມີຄວາມຮັບຜິດຊອບຮ່ວມກັນໃນການຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າແບບຊະຊາຍ ແລະ ຜິດກົດໝາຍ ທັງນີ້ກໍ່ເພື່ອຮັບປະກັນບໍ່ໃຫ້ບົກ ແຫ້ງເປັນຈັກເທື່ອຕາມທິດສີຂຽວ ແລະ ຍືນຍົງຕະ ຫຼອດໄປ. ເນື່ອງໃນໂອກາດການສະເຫຼີມສະຫຼອງວັນ ສິ່ງແວດລ້ອມໂລກ ວັນທີ 05 ມິຖຸນາ 2016 ທີ່ໝູນ ວຽນມາອີກວາລະໜຶ່ງນີ້, ເປັນໂອກາດດີທີ່ພວກເຮົາ ໄດ້ສະເຫຼີມສະຫຼອງ ວັນຊີວະນາໆພັນ, ວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນຕ້ານການກາຍເປັນທະເລຊາຍ ໄປພ້ອມໆກັນ, ຍ້ອນທັງສາມວັນດັ່ງກ່າວແມ່ນມີຈຸດ ປະສົງ ເພື່ອສ້າງຈິດສຳນຶກໃນການປົກປັກຮັກສາ ຄວາມສົມດູນຂອງທຳມະຊາດ ແລະ ຊີວະນາໆພັນ. ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການຈັດ ຕັ້ງຂອງລັດ, ອຳນາດການປົກຄອງທຸກຂັ້ນ, ອົງການ ຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ, ຕະຫຼອດເຖິງພໍ່ ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນຈັດຕັ້ງປະຕິ ບັດພັນທະຂອງຕົນ ໃນການປົກປັກຮັກສາສິ່ງແວດ ລ້ອມກໍ່ຄືການອະນຸລັກສັດນໍ້າ, ສັດປ່າ ແລະ ພືດພັນ ປ່າຕາມທີ່ໄດ້ລະບຸໄວ້ ໃນລັດຖະທຳມະນູນທີ່ວ່າ: "ທຸກອົງການຈັດຕັ້ງ ແລະ ພົນລະເມືອງ ຕ້ອງປົກປັກ ຮັກສາສິ່ງແວດລ້ອມ, ປົກປັກຮັກສາຊັບພະຍາກອນ ທຳມະຊາດ: ໜ້າດິນ, ປ່າໄມ້, ສັດ, ແຫຼ່ງນ້ຳ ແລະ ອາກາດ", ຈົ່ງພ້ອມກັນສູ້ຊົນຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກໍ່ຄືການຈັດຕັ້ງປະ ຕິບັດເປົ້າໝາຍໃຫຍ່ ຂອງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VIII ຮອດປີ 2020 ຄືຕ້ອງ ບັນລຸ ເຮັດໃຫ້ເສດຖະກິດ ແຫ່ງຊາດ ມີການເຕີບໂຕ ຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດູນ; ເພີ່ມທະວີການ ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບ ຄວາມສາມາດຂອງບຸກຄະລາກອນຈາກພາກລັດ ແລະ ກໍາລັງແຮງງານຈາກພາກເອກະຊົນ ແລະ ຊັບ
  • 5. 3 ປະຊຸມ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ຮັບ ການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ; ສ້າງຄວາມກຽມພ້ອມ ຮັບມືກັບໄພພິບັດທຳມະຊາດ ແລະ ການປ່ຽນແປງ ດິນຟ້າອາກາດ ຢ່າງທັນການ ເພື່ອຮັບປະກັນສົ່ງເສີມ ຄຸນນະພາບສິ່ງແວດລ້ອມຕົວເມືອງທົ່ວ ສປປ ລາວ“ ຂຽວ ສະອາດ ງາມຕາ” ຕິດພັນກັບການສ້າງໝໍ່ ແໜງການພັດທະນາເສດຖະກິດສີຂຽວ ຂັບເຄື່ອນໃຫ້ ສປປ ລາວ ບັນລຸ 17 ເປົ້າໝາຍການພັດທະນາແບບ ຍືນຍົງ ຂອງສະຫະປະຊາຊາດ ແລະ ລຶບລ້າງຄວາມ ທຸກຍາກ ແຫ່ງຊາດ. ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາທ່ານ ຈົ່ງພ້ອມກັນເປັນເຈົ້າການ ສ້າງຈິດສຳ ນຶກຂອງການຮູ້ປົກປັກຮັກສາ, ຮັກຫອມ ແລະ ຫວງ ແຫນຊັບພະຍາກອນທຳມະຊາດອັນລ້ຳຄ່າລວມທັງ ຊັບພະຍາກອນສັດນ້ຳ, ສັດປ່າ ແລະ ພືດພັນປ່າ, ເພື່ອໃຫ້ປະເທດເຮົາກາຍເປັນປະເທດທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ ທີ່ບໍ່ເຫືອດແຫ້ງ ເພື່ອຮັກສາໄວ້ໃຫ້ຄົນລຸ້ນນີ້, ລຸ້ນລູກ, ລຸ້ນຫລານ ແລະ ຂອງພວກເຮົາໄດ້ສືບຕໍ່ ເພີ່ງພາອາໃສ ແລະ ຄົງຢູ່ກັບ ຊີວິດຂອງປະຊາຊົນເຮົາຕະຫຼອດຊົ່ວກາລະນານ. ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 6. 4 ປະຊຸມ ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ກະຊວງຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມ (ກຊສ) ໄດ້ຈັດພິທີປູກຕົ້ນໄມ້ສະຫຼອງວັນ ສິ່ງແວດລ້ອມໂລກ ຮ່ວມກັບ ວັນຊີວະນາໆພັນ ແລະ ວັນຕ້ານການເປັນທະເລຊາຍ ພາຍໃຕ້ຄຳຂວັນ “ຈົ່ງ ພ້ອມກັນປົກປັກຮັກສາປ່າໄມ້ ເພື່ອທຸກສິ່ງທີ່ມີຊີວິດ” ຂຶ້ນທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ (ກຊສ), ໃຫ້ ກຽດເຂົ້າຮ່ວມຂອງທ່ານ ພົນໂທ ຈັນສະໝອນ ຈັນຍາ ລາດ ກຳມະການກົມການເມືອງສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນປະເທດ ຊຶ່ງມີບັນດາລັດຖະ ມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນ ຫຼວງ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນ ກຊສ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ຮ່ວມ ກັບວັນປູກຕົ້ນໄມ້ແຫ່ງຊາດ,ວັນຊີວະນາໆພັນແລະ ວັນຕ້ານການເປັນທະເລຊາຍ
  • 7. 5 ປະຊຸມ ປະຈຳລາວ ພ້ອມດ້ວຍພະນັກງານເຂົ້າຮ່ວມພິທີສະ ຫຼອງວັນທີ່ມີຄວາມໝາຍດັ່ງກ່າວ. ທ່ານ ນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີ (ກຊສ) ໄດ້ກ່າວບາງຕອນ ສຳຄັນໃນພິທີດັ່ງກ່າວນີ້ວ່າ: ຄືດັ່ງໃນທຸກໆປີຜ່ານມາ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວ ປະເທດ ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມ ສະຫຼອງວັນສິ່ງແວດລ້ອມໂລກວັນທີ5ມິຖຸນາ2016. ສຳລັບປີນີ້ ແມ່ນສະຫຼອງເປັນປີທີ 44 ພາຍ ໃຕ້ຄຳຂວັນທີ່ວ່າ:“ຈົ່ງພ້ອມປົກປັກຮັກສາປ່າໄມ້ເພື່ອ ທຸກສິ່ງທີ່ມີຊີວິດ” Go Wild For Life ແລະ ໄດ້ສະ ຫຼອງ ຮ່ວມກັບ ວັນສຳຄັນທີ່ມີເນື້ອໃນ ທີ່ຕິດພັນກັນຄື: ວັນຊີວະນາໆພັນ ວັນທີ 22 ພຶດສະພາ 2016 ພາຍ ໃຕ້ຄຳຂວັນ “ຈົ່ງພ້ອມກັນ ເຊື່ອມໂຍງດ້ານຊີວະນາໆ ພັນ,ສ້າງຄວາມໝັ້ນຄົງໃຫ້ແກ່ປະຊາຊົນແລະໃຫ້ແກ່ ວິຖີຊີວິດຂອງພວກເຂົາ” “Mainstreaming Biodi versity, Sustaining People and Their Liveli- hoods”, ວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 8. 6 ປະຊຸມ ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ 2016 ພາຍໃຕ້ຄຳຂວັນ “ຈົ່ງພ້ອມ ກັນປູກໄມ້ໃຫ້ເປັນ ປ່າ ເພື່ອອະນາຄົດທີ່ສົດໃສ” ແລະ ວັນຕ້ານ ການ ກາຍເປັນທະເລຊາຍ ວັນທີ 17 ມິຖຸນາ 2016 ພາຍ ໃຕ້ຄຳຂວັນ “ຈົ່ງພ້ອມກັນປົກປ້ອງໂລກ. ບູລະນະ ຟື້ນຟູທີ່ດິນ. ລະດົມການ ມີສ່ວນຮ່ວມທົ່ວປວງຊົນ” “Protect Earth. Restore Land. Engage Peo- ple”. ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນາມທີ່ເປັນຂະແໜງການຫຼັກທີ່ມີ ໜ້າທີ່ ແລະ ພາລະບົດບາດໃນການຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ ໂດຍການປະສານສົມ ທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງໃນສູນກາງແລະ ທ້ອງຖິ່ນຂັ້ນແຂວງ,ເມືອງໄດ້ພ້ອມກັນຖືເອົາໂອກາດ ທີ່ມີຄວາມໝາຍນີ້ ສຸມໃສ່ການໂຄສະນາເຜີຍແຜ່ ແລະ ປຸກລະດົມຂະບວນການທົ່ວສັງຄົມ, ແນໃສ່ ຍາດແຍ່ງຄວາມເປັນເຈົ້າການປະກອບສ່ວນ, ການມີ ສ່ວນຮ່ວມເຂົ້າຮ່ວມແລະສະໜັບສະໜູນໃນຂະບວນ ການຊຸກຍູ້ ການນຳໃຊ້ຊັບພະຍາກອນທຳມະຊາດ ແບບປະຢັດ, ສົມເຫດສົມຜົນຕາມທິດສີຂຽວ ແລະ ຍືນຍົງ ເພື່ອສ້າງເງື່ອນໄຂພື້ນຖານຮັບປະກັນເນື້ອທີ່ ຄວາມປົກຫຸ້ມປ່າໄມ້ ໄດ້ສືບຕໍ່ເພີ່ມຂຶ້ນ 70% ໃນປີ 2020 ແລະ ພ້ອມກັນເພີ່ມທະວີການຄຸ້ມຄອງລັດ ດ້ວຍກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານ ແລະ ການ ສະກັດກັ້ນການຄ້າ-ຂາຍສັດ ສັດນ້ຳ, ສັດປ່າ ແລະ ພືດພັນປ່າ ແບບຊະຊາຍ ແລະ ຜິດກົດໝາຍ ແລະ ການຕ້ານກັບໄພແຫ້ງແລ້ງ, ໄພນ້ຳຖ້ວມ ທີ່ເກີດຈາກ ການປ່ຽນແປງດິນຟ້າອາກາດ. ເພື່ອຈັດຕັ້ງຜັນຂະ ຫຍາຍຍຸດທະສາດປ່າໄມ້ ຮອດປີ 2020 ແລະ ແຜນ ການ 5 ປີ ຂອງຂະແໜງຊັບພະຍາກອນທຳມະຊາດ
  • 9. 7 ປະຊຸມ ແລະ ສິ່ງແວດລ້ອມປີ 2016-2020 ກ່ຽວກັບ ການຟື້ນ ຟູປ່າໄມ້ ດ້ວຍທຳມະຊາດໃຫ້ໄດ້ 1,5 ລ້ານເຮັກຕາ ແລະປູກຕົ້ນໄມ້ເສີມໃນກ້ອງປ່າໃຫ້ໄດ້35,000ເຮັກ ຕາ ໃຫ້ປະກົດຜົນເປັນຈິງ. ສະເພາະປີ 2016 ໄດ້ວາງ ຄາດໝາຍໃຫ້ປູກຕົ້ນໄມ້ຢູ່ໃນ 17 ແຂວງ ແລະ ນະ ຄອນຫຼວງວຽງຈັນໃຫ້ໄດ້ຈຳນວນທັງໝົດ6,335ເຮັກ ຕາ ຊຶ່ງກຳນົດໃຫ້ນະຄອນຫຼວງວຽງຈັນ ປູກໃຫ້ໄດ້ໃນ ເນື້ອທີ່150ເຮັກຕາ,ແຂວງຜົ້ງສາລີ12ເຮັກຕາ,ແຂວງ ຫຼວງນ້ຳທາ 50 ເຮັກຕາ, ແຂວງບໍ່ແກ້ວ 132 ເຮັກຕາ, ແຂວງອຸດົມໄຊ 84 ເຮັກຕາ, ແຂວງຫຼວງພະບາງ, 153 ເຮັກຕາ, ແຂວງຊຽງຂວາງ 450 ເຮັກຕາ, ແຂວງ ໄຊຍະບູລີ 529 ເຮັກຕາ, ແຂວງຫົວພັນ 10 ເຮັກຕາ, ແຂວງວຽງຈັນ 3,951 ເຮັກຕາ, ແຂວງບໍລິຄຳໄຊ 320 ເຮັກຕາ, ແຂວງຄຳມ່ວນ 15 ເຮັກຕາ, ແຂວງສະຫວັນ ນະເຂດ 14 ເຮັກຕາ, ແຂວງຈຳປາ ສັກ 480 ເຮັກຕາ, ແຂວງສາລະວັນ 98 ເຮັກຕາ, ແຂວງເຊກອງ 877 ເຮັກຕາ, ແຂວງອັດຕະປື 456 ເຮັກຕາ ແລະ ແຂວງ ໄຊສົມບູນ 3 ເຮັກຕາ. ພິທີສະເຫຼີມສະຫຼອງໄດ້ ຈັດຂຶ້ນໃນວັນທີ 5 ມິ ຖຸນາ 2016 ນີ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີດ້ວຍຂະບວນການ ປູກຕົ້ນໄມ້ ຕາມເສັ້ນທາງຕັດໃໝ່ ໃນໄລຍະ 5.200 ແມັດ ນັບແຕ່ສາມແຍກໄຟແດງ ດົງນາໂຊກ ຫາ ສາມ ແຍກໄຟແດງ ໜອງບຶກ ແລະ ອ້ອມຂ້າງຕຶກ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 12. 10 ປະຊຸມ ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ສ້າງຂະບວນການ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2016 ພ້ອມທັງເປັນການສ້າງຈິດສຳນຶກ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ໃນ 33 ໂຮງຮຽນນະຄອນຫຼວງ ວຽງຈັນ ໃນຕອນບ່າຍຂອງວັນທີ 1 ມິຖຸນາ 2016 ທີ່ ຫ້ອງປະຊຸມ ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ (ກສສ), ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມ ປຶກສາຫາລືກິດຈະກຳສ້າງຈິດສຳນຶກ ກ່ຽວກັບ ສິ່ງ ແວດລ້ອມໃນໂຮງຮຽນ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະ ທານຂອງທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ເຊິ່ງມີແຂກເຂົ້າ ຮ່ວມອາຈານທີ່ມາຈາກ 33 ໂຮງຮຽນ (ໂຮງຮຽນປະ ຖົມ, ໂຮງຮຽນມັດທະຍົມມໍຕົ້ນ, ໂຮງຮຽນມັດທະຍົມ ມໍປາຍ ແລະ ໂຮງຮຽນມັດທະຍົມສົມບູນ) ໃນນະ ຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ນອກຈາກ ເປັນການສ້າງຈິດສຳນຶກ ກ່ຽວກັບ ສິ່ງແວດລ້ອມ ໃນ ໂຮງຮຽນແລ້ວກໍ່ຍັງເປັນການສ້າງຂະບວນການ ເພື່ອ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມີຖຸ ນາ 2016 ຮ່ວມກັບ 3 ວັນສຳຄັນຂອງຂົງເຂດຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄື: ວັນຊີວະ
  • 13. 11 ປະຊຸມ ນາໆພັນ ວັນທີ 22 ພຶດສະພາ 2016, ວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ 2016 ແລະ ວັນຕ້ານການ ເປັນທະເລຊາຍ ວັນທີ 17 ມິຖຸນາ 2016 ທີ່ໝູນມາ ອີກວາລະໜຶ່ງ, ໃນປີ 2016 ນີ້ ພວກເຮົາພ້ອມກັນສະ ເຫຼີມສະຫຼອງ 4 ວັນສຳຄັນ ພາຍໃຕ້ຄຳຂວັນທີ່ວ່າ: “ຈົ່ງພ້ອມກັນປົກປັກຮັກສາ ປ່າໄມ້ທຳມະຊາດ ເພື່ອ ທຸກສິ່ງທີ່ມີຊີວິດ” ສຳລັບ ປີນີ້ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີພິທີ ປູກຕົ້ນໄມ້ຕາມສາຍທາງຕັດໃໝ່ ແຕ່ໄຟແດງໜອງ ປິງຫາໄຟແດງໜອງບຶກ, ຊຶ່ງມີຄວາມຍາວ 5,2 Km ຊຶ່ງພິທີດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 5 ມິຖຸນາ 2016 ທີ່ຕຶກໃໝ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການປູກຕົ້ນໄມ້ຕາມສາຍທາງດັ່ງ ກ່າວ ເພື່ອຢາກໃຫ້ເສັ້ນທາງນີ້ກາຍເປັນທາງສິ່ງແວດ ລ້ອມອາຊຽນໃນອານາຄົດ. ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 15. 13 ປະຊຸມ ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ໃນຕອນບ່າຍຂອງວັນທີ 6 ພຶດສະພາ 2016 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ.ໄດ້ ມີພິທີເຊັນສັນຍາຈັດຕັ້ງປະຕິບັດ “ໂຄງການປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິ ເວນນໍ້າຣາມຊາ ຢູ່ ສປປ ລາວ (Climate Change Adaptation in Wetland Areas in Lao PDR)” ລະຫວ່າງ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, (ກສສ) ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ອົງການ ອາຫານ ແລະ ການກະເສດ (FAO) ທີ່ຫ້ອງປະຊຸມກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ. ພິທີເຊັນສັນຍາດັ່ງກ່າວ ແມ່ນໄດ້ຮັບກຽດເປັນສັກຂີ ພິຍານຂອງທ່ານ ນາງ ບຸນຄໍາວໍລະຈິດ, ກໍາມະການ ສໍາຮອງ ສູນກາງພັກ, ຮອງລັດຖະມົນຕີ ກຊສ. ນອກ ນັ້ນ, ຍັງມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ ພະແນກ ແລະ ວິຊາການຂອງ ກສສ, ຜູ້ຕາງໜ້າຈາກ ກົມກອງອ້ອມຂ້າງ ກຊສ, ຜູ້ຕາງໜ້າຈາກ ກະຊວງ ກະສິກໍາ ແລະ ປ່າໄມ້, ກະຊວງ ແຜນການ ແລະ ການ ລົງທຶນ, ກະຊວງ ການເງິນ, ຜູ້ຕາງໜ້າຈາກອົງການ ອາຫານ ແລະ ການກະເສດ (FAO), ອົງການສາກົນ ເພື່ອການອະນຸລັກທໍາມະຊາດ (IUCN) ແລະ ທະນາ ຄານໂລກ (WorldBank). ພາຍຫຼັງທີ່ ສປປ ລາວ ໄດ້ເອົາ 2 ເຂດດິນບໍລິເວນນໍ້າ ເຂົ້າເປັນລັດພາຄີຕໍ່ສົນທິສັນຍາຣາມຊາ ວ່າດ້ວຍ ດິນ ບໍລິເວນນໍ້າ ໃນເດືອນກັນຍາ 2010 ຄື: ເຂດດິນບໍລິ ເວນນໍ້າຣາມຊາ ເຊຈໍາພອນ, ເມືອງຈໍາພອນ ແຂວງ ສະຫວັນນະເຂດ ແລະ ເຂດດິນບໍລິເວນນໍ້າຣາມຊາ ບຶງກຽດໂງ້ງ, ເມືອງປະທຸມພອນ ແຂວງຈໍາປາສັກ. ໂດຍອີງຕາມກອງປະຊຸມຄັ້ງປະຖົມມະເລີກຂອງຄະ ນະກໍາມະການຊີ້ນໍາລະດັບຊາດ ໃນການຄຸ້ມຄອງ ເຂດດິນບໍລິເວນນໍ້າຂອງສົນທິສັນຍາຣາມຊາຢູ່ສປປ ລາວ ຄັ້ງວັນທີ 31 ມັງກອນ 2011 ໂດຍການເປັນປະ ພິທີເຊັນສັນຍາຈັດຕັ້ງປະຕິບັດ “ໂຄງການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ (Climate Change Adaptation in Wetland Areas in Lao PDR)”
  • 16. 14 ປະຊຸມ ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ທານຂອງ ທ່ານ ອາຊາງ ລາວລີ, ປະທານຄະນະກໍາ ມະການຊີ້ນໍາລະດັບຊາດ, ຊຶ່ງກອງປະຊຸມໄດ້ຮັບ ຮອງເອົາຄໍາຂວັນ “ຄວາມອຸດົມສົມບູນຂອງດິນບໍລິ ເວນນໍ້າ, ການບໍລິການລະບົບນິເວດທີ່ດີ ແລະ ໃຫ້ ຊີວິດການເປັນຢູ່ທີ່ດີ Rich Wetland, Good Ecology Service and Good life” ໂດຍສ້າງ 2 ເຂດດິນບໍລິເວນນໍ້າຣາມຊາດັ່ງກ່າວ ໃຫ້ເປັນຕົວແບບ ໃນການຄຸ້ມຄອງດິນບໍລິເວນນໍ້າໃນທົ່ວປະເທດ. • ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກກອງທຶນສິ່ງແວດລ້ອມໂລກ (GEF) ໃນມູນຄ່າ 4.717.579 $. • ຈັດຕັ້ງປະຕິບັດໂດຍ: ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການອາຫານ ແລະ ການກະເສດ (FAO) • ພື້ນທີ່ຈັດຕັ້ງປະຕິບັດໂຄງການ: ແຂວງສະຫວັນ ນະເຂດ ແລະ ແຂວງຈໍາປາສັກ • ໄລຍະຈັດຕັ້ງປະຕິບັດ 5 ປີ (2016-2020) ຈຸດປະສົງຫຼັກຂອງໂຄງການ: 1. ເພື່ອຄຸ້ມຄອງແລະຫຼຸດຜ່ອນຜົນກະທົບຈາກການ ປ່ຽນແປງດິນຟ້າອາກາດ ຢູ່ໃນເຂດດິນບໍລິເວນນໍ້າ ຣາມຊາ ໃນລະດັບທ້ອງຖິ່ນ; 2. ເພື່ຶອເພີ່ມຂີດຄວາມອາດສາມາດ ແລະ ການ ມີສ່ວນຮ່ວມຂອງທ້ອງຖິ່ນ ໃນການຮັບມືຕໍ່ການປ່ຽນ ແປງດິນຟ້າອາກາດ. ໂຄງການ ປະກອບມີ 4 ອົງປະກອບຫຼັກຄື : 1. ສ້າງຄວາມເຂົ້າໃຈຕໍ່ຄວາມສ່ຽງ ແລະ ຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດຢູ່ໃນເຂດດິນຣາມ ຊາເຊຈຳພອນ ແລະ ບຶງກຽດໂງ້ງ; 2. ສ້າງມາດຕະການທີ່ເໝາະສົມ ໃນການປັບຕົວ ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ໄພ ທຳມະຊາດທີ່ມີຕໍ່ລະບົບນິເວດ ແລະ ການດຳລົງຊີ ວິດຂອງປະຊາຊົນທ້ອງຖິ່ນ ຢູ່ໃນເຂດດິນບໍລິເວນນໍ້າ ຣາມຊາ; 3. ສ້າງມາດຕະການໃນການຄຸ້ມຄອງໄພພິບັດແລະ ການປັບຕົວທີ່ເໜາະສົມຕໍ່ການປ່ຽນແປງດິນຟ້າອາ ກາດ ໃນເຂດດິນບໍລິເວນນໍ້າຣາມຊາໃຫ້ສອດຄ່ອງ ກັບຂະບວນການວາງແຜນໃນລະດັບທ້ອງຖິ່ນ ແລະ ລະດັບຊາດ; 4. ຄຸ້ມຄອງຄວາມຮູ້, ເຜີຍແຜ່ບົດຮຽນທີ່ດີ, ຕິດຕາມ ກວດກາ ແລະ ປະເມີນຜົນ. ກິດຈະກຳທີ່ຈະປະຕິບັດ 1. ສ້າງເຄື່ອງມືທົດລອງ ໃນການປະເມີນຄວາມສ່ຽງ ຂອງໄພພິບັດຈາກການປ່ຽນແປງດິນຟ້າອາກາດ; 2. ຈັດຝຶກອົບຮົມ ກ່ຽວກັບ ການປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ ແລະ ການປະເມີນຄວາມ ສ່ຽງຈາກໄພພິບັດ; 3. ດຳເນີນການປະເມີນຄວາມສ່ຽງຈາກໄພພິບັດ ຢູ່ 2 ເຂດດິນບໍລິເວນນໍ້າຣາມຊາ: ເຊຈຳພອນ ແລະ ບຶງກຽດໂງ້ງ; 4. ສຶກສາຜົນກະທົບຈາກການປ່ຽນແປງດິນຟ້າອາ ກາດ ຢູ່ໃນ 2 ເຂດດິນບໍລິເວນນໍ້າຣາມຊາ; 5. ວາງແຜນການ ແລະ ສ້າງກອບການປະສານງານ ສຳລັບ 2 ເຂດດິນບໍລິເວນນໍ້າຣາມຊາ ເພື່ອສົ່ງເສີມ ມາດຕະການ ໃນການປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ; 6. ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງເຂດດິນບໍ ລິເວນນໍ້າຣາມຊາ ແລະ ການບໍລິຫານຈັດການ ໃນ ການນຳໃຊ້ ຊັບພະຍາກອນທຳມະຊາດ;
  • 17. 15 ປະຊຸມ 7. ສ້າງລະບົບເຕືອນໄພລ່ວງໜ້າ, ມາດຕະການ ກຽມຄວາມພ້ອມ ໃນການຫຼຸດຜ່ອນຄວາມສ່ຽງຈາກ ໄພພິບັດ; 8. ສ້າງຄູ່ມືແນະນຳ ສຳລັບ ເຊື່ອມສານການປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມ ຄອງຄວາມສ່ຽງຈາກໄພພິບັດ ເຂົ້າໃນການວາງແຜນ ໃນລະດັບທ້ອງຖິ່ນ ແລະ ໃນລະດັບຊາດ; 9. ສ້າງແຜນການຍົກລະດັບໃຫ້ແກ່ຜູ້ທີ່ມີສ່ວນຮ່ວມ ໃນລະດັບຊຸມຊົນ, ເມືອງ ແລະ ແຂວງ ເຂົ້າໃນຂະ ບວນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາ ກາດ, ການຄຸ້ມຄອງໄພພິບັດ, ການຕິດຕາມກວດກາ ແລະ ການປະເມີນຜົນ; 10. ສ້າງກົນໄກໃຫ້ແກ່ບັນດາ ອົງການຈັດຕັ້ງຕ່າງໆ ໃນການປະສານງານ ສຳລັບ ການກຽມຄວາມພ້ອມ ໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ຢູ່ໃນ ເຂດຣາມຊາ ໃຫ້ມີຄວາມເຂັ້ມແຂງ; 11. ປັບປຸງລະບົບການຕິດຕາມກວດກາ ແລະ ການ ປະເມີນຜົນ ໃຫ້ຖືກຕ້ອງຕາມຕົວຈິງ; 12. ສັງລວມຜົນການຈັດຕັ້ງປະຕິບັດທີ່ດີ, ບົດຮຽນທີ່ ຖອດຖອນໄດ້ ພ້ອມທັງເຜີຍແຜ່ສູ່ມວນຊົນ. ຄາດຄະເນຜົນໄດ້ຮັບ: 1. ຍົກລະດັບຄວາມຮັບຮູ້ ກ່ຽວກັບ ຜົນກະທົບຈາກ ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ພະນັກງານທີ່ ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະ ຊາຊົນ ໃນເຂດເປົ້າໝາຍຂອງໂຄງການ; 2. ວາງມາດຕະການທີ່ເໝາະສົມ ຊຶ່ງຈະຊ່ວຍຫຼຸດ ຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທຳມະຊາດຕໍ່ລະບົບນິເວດໃນເຂດດິນ ບໍລິເວນນໍ້າຣາມຊາ ແລະ ຕໍ່ການດຳລົງຊີວິດຂອງປະ ຊາຊົນທ້ອງຖິ່ນ; 3. ປະຊາຊົນໃນເຂດເປົ້າໝາຍ ຈະໄດ້ເຂົ້າຮ່ວມໃນ ການກະສິກຳທີ່ສາມາດປັບຕົວຕໍ່ການປ່ຽນແປງດິນ ຟ້າອາກາດ, ພື້ນຖານໂຄງລ່າງຈະໄດ້ມີການປັບປຸງ ໃຫ້ເໝາະສົມ ເພື່ອຍົກລະດັບການຜະລິດກະສິກຳ ໃນລະດູແລ້ງ ແລະ ໃນລະດູຝົນໃຫ້ສູງຂຶ້ນ; 4. ປະຊາຊົນໃນເຂດເປົ້າໝາຍທີ່ຢູ່ໃນເຂດດິນບໍລິ ເວນນໍ້າຣາມຊາ ຈະໄດ້ຮັບການຍົກລະດັບຊີວິດການ ເປັນຢູ່ທີ່ດີຂຶ້ນ; 5. ປະຊາຊົນທີ່ຢູ່ນອກເຂດຣາມຊາ ຈະໄດ້ນຳໃຊ້ ຊັບພະຍາກອນທີ່ຢູ່ໃນເຂດດິນບໍລິເວນນໍ້າຣາມຊາ ແບບຍືນຍົງ; 6. ເນື້ອທີ່ຂອງ 2 ເຂດດິນບໍລິເວນນໍ້າຣາມຊາ ຈະ ໄດ້ຮັບການຟື້ນຟູ, ອະນຸລັກໄວ້ສຳລັບເປັນທີ່ຢູ່ອາໃສ ແລະ ການວາງໄຂ່ຂອງສັດຢ່າງມີປະສິດທິຜົນໃນຂັ້ນ ພື້ນຖານເຊັ່ນ: ເປັນວັງສະຫງວນຂອງແຂ້, ມີປ່າ ສຳ ລັບ ນົກມາເຮັດຮັງໄຂ່; 7. ການວາງແຜນຄຸ້ມຄອງ 2 ເຂດດິນບໍລິເວນນໍ້າ ຣາມຊາ ເຊຈໍາພອນ ແລະ ບຶງກຽດໂງ້ງ ຈະເປັນການ ຊຸກຍູ້ໃນການປະຕິບັດແຜນພັດທະນາເສດຖະກິດ- ສັງຄົມຂອງແຂວງ ແລະ ທ້ອງຖິ່ນ; 8. ບັນດາອົງການທີ່ຮັບຜິດຊອບ ຈະໄດ້ນຳໃຊ້ເຄື່ອງ ມື ສຳລັບ ການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາ ກາດ, ການວາງແຜນຄຸ້ມຄອງໄພພິບັດ, ການຕິດ ຕາມກວດກາ ແລະ ການປະເມີນ ຢູ່ໃນເຂດດິນບໍລິ ເວນນໍ້າຣາມຊາ; 9. ຈະໄດ້ປັບປຸງ ແລະ ຈັດຕັ້ງປະຕິບັດ ລະບົບການ ຕິດຕາມກວດກາຢ່າງເປັນປົກກະຕິ ພ້ອມທັງເຜີຍແຜ່ ຜົນໄດ້ຮັບ ແລະ ບົດຮຽນທີ່ຖອດຖອນໄດ້ຈາກໂຄງ ການ. ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 18. ເຫດການ ການລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດ ລ້ອມ ຢູ່ເມືອງ ຊຳເໜືອ ແລະ ເມືອງ ຫົວເມືອງ ແຂວງ ຫົວ ພັນ ພາຍໃຕ້ຫົວຂໍ້: “ໄພພິບັດທາງທຳມະຊາດ ແລະ ຄຸນປະ ໂຫຍດຂອງປ່າໄມ້” ພະແນກສົ່ງເສີມສິ່ງແວດລ້ອມ, ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ລົງເຄື່ອນໄຫວ ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ ແວດລ້ອມ ພາຍໃຕ້ຫົວຂໍ້: ‘‘ໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້’’ ໃນວັນທີ 23-27 ພຶດສະພາ 2016 ທີ່ເມືອງ ຊຳເໜືອ ແລະ ເມືອງ ຫົວ ເມືອງ, ແຂວງ ຫົວພັນ ໂດຍໄດ້ຮັບການສະໜັບສະ ໜູນ ຂອງໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd). ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ເພື່ອໃຫ້ ພະນັກງານໃນທ້ອງຖິ່ນມີສ່ວນຮ່ວມ ໃນການແລກ ປ່ຽນ ແລະ ສົນທະນາ ກ່ຽວກັບ ໄພພິບັດທາງທຳມະ ຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອສ້າງຈິດ ສໍານຶກໃຫ້ພະນັກງານທີ່ກ່ຽວຂ້ອງຮູ້ເຖິງຄວາມໝາຍ, ຄວາມສຳຄັນ ຂອງໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອເປັນການເຜີຍແຜ່ຂໍ້ ມູນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບ 10 ຄວາມຈິງ ກ່ຽວກັບ ໄພພິບັດທາງທຳມະຊາດ ແລະ ຄຸນປະ ໂຫຍດຂອງປ່າໄມ້ ຢູ່ ສປປ ລາວ. ມີພະນັກງານລັດ ທີ່ມາຈາກພະແນກການຕ່າງໆອ້ອມຂ້າງເທດສະ ບານເມືອງຢູ່ໃນ 2 ເມືອງ ຄື: ເມືອງ ຊຳເໜືອ ແລະ ເມືອງ ຫົວເມືອງ, ແຂວງ ຫົວພັນ. ເມືອງ ຫົວເມືອງ • ໃນວັນທີ 23 ພຶດສະພາ 2016 ພາກເຊົ້າ ຢູ່ທີ່ສະ 16 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 19. ເຫດການ 17ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ໂມສອນ ເມືອງຫົວເມືອງ ເຊິ່ງມີພະນັກງານຈາກຫຼາຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ປກຊເມືອງ, ຫ້ອງວ່າ ການ, ຫ້ອງການຖະແຫຼງຂ່າວ, ຫ້ອງການສຶກສາ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີແຂກເຂົ້າຮ່ວມທັງໝົດ 14 ທ່ານ. • ໃນວັນທີ 23 ພຶດສະພາ 2016 ພາກບ່າຍ ຢູ່ທີ່ສະ ໂມສອນເມືອງ ເຊິ່ງມີພະນັກງານຈາກຫຼາຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:ແນວລາວສ້າງຊາດ,ຫ້ອງ ການຊາວໜຸ່ມ, ຫ້ອງການແມ່ຍິງ, ຫ້ອງການກະສິກຳ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເຂົ້າຮ່ວມປະມານ 10 ທ່ານ. • ໃນວັນທີ 24 ພຶດສະພາ 2016 ພາກເຊົ້າຢູ່ທີ່ສະ ໂມສອນເມືອງ ເຊິ່ງມີພະນັກງານຈາກຫຼາຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການແມ່ຍິງ, ຫ້ອງວ່າການເມືອງ ແລະ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ. ເຊິ່ງມີພະນັກງານ ເຂົ້າຮ່ວມປະມານ 07 ທ່ານ. ເມືອງ ຊຳເໜືອ • ໃນວັນທີ 25 ພຶດສະພາ 2016 ພາກເຊົ້າ ໄດ້ຈັດ ພິທີການເຄື່ອນໄຫວສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມພາຍໃຕ້ ຫົວຂໍ້ “ໄພພິບັດທາງທຳ ມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ ລາວ”ຢູ່ທີ່ສະໂມສອນປ້ອງກັນຊາດ(ປກຊ)ເມືອງເຊິ່ງ ມີທະຫານເຂົ້າຮ່ວມປະມານ 40 ທ່ານ. • ໃນວັນທີ 25 ພຶດສະພາ 2016 ພາກບ່າຍ ຢູ່ທີ່ສະ ໂມສອນບ້ານຊຳເໜືອ ເຊິ່ງມີພະນັກງານຈາກຫຼາຍ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ຫ້ອງວ່າການແຂວງ, ຫ້ອງວ່າການເມືອງ,ພະແນກສຶກສາ-ກິລາແຂວງ,ພະ ແນກຖະແຫຼງຂ່າວແລະວັດທະນາທຳແຂວງ,ມີແຂກ ເຂົ້າຮ່ວມປະມານ 10 ທ່ານ. • ໃນວັນທີ 26 ພຶດສະພາ 2016 ພາກເຊົ້າ ຢູ່ທີ່ສະ ໂມສອນບ້ານຊຳເໜືອ ເຊິ່ງມີພະນັກງານຈາກຫຼາຍ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ພະແນກ ອຸດສາຫະ
  • 20. ເຫດການ ກຳການຄ້າແຂວງ, ປ້ອງກັນຄວາມສະຫງົບແຂວງ, ຫ້ອງການອຸດສາຫະກຳການຄ້າເມືອງ, ຫ້ອງການກະ ສິກຳ ແລະ ປ່າໄມ້ ເມືອງ ແລະ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງມີ ພະນັກງານຮ່ວມທັງໝົດ 18 ທ່ານ. • ໃນວັນທີ 27 ພຶດສະພາ 2016 ພາກບ່າຍ ຢູ່ທີ່ສະ ໂມສອນບ້ານຊຳເໜືອ ເຊິ່ງມີພະນັກງານຈາກຫຼາຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ: ຫ້ອງການແນວ ລາວ, ຊາວໜຸ່ມເມືອງ, ລັດວິສາຫະກິດໄຟຟ້າລາວ ແຂວງ, ແມ່ຍິງແຂວງ, ແມ່ຍິງເມືອງ, ກຳມະບານ ແຂວງ, ພະແນກຊັບພະຍາກອນທຳມະຊາດແລະ ສິ່ງ ແວດລ້ອມແຂວງ, ຫ້ອງການຊັບພະຍາກອນທຳມະ ຊາດແລະສິ່ງແວດລ້ອມເມືອງ,ເຂົ້າຮ່ວມປະມານ12 ທ່ານ. ວິທີການ: • ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກ ຄື: ພາກເຊົ້າ ແລະ ພາກບ່າຍ. 18 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 21. ເຫດການ 19ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ • ຕາງໜ້າທີມງານໄດ້ນຳສະເໜີ ຊື່ ແລະ ນາມສະ ກຸນ, ຈຸດປະສົງຂອງໂຄງການ ແລະ ແຜນການຂອງ ການລົງເຄື່ອນໄຫວກິດຈະກຳ. • ທາງທີມງານວິຊາການຈາກກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມໄດ້ແນະນຳຕົນເອງຕໍ່ແຂກທີ່ເຂົ້າ ມາຮ່ວມ ພ້ອມທັງໃຫ້ແຂກຜູ້ເຂົ້າຮ່ວມແນະນຳຊື່ຕໍ່ ທີມງານ. • ໄດ້ມີການສົນທະນາລວມ ຮ່ວມກັບ ຜູ້ເຂົ້າຮ່ວມ ທັງໝົດເພື່ອແລກປ່ຽນຄວາມຄິດຄວາມເຫັນຕາມຄຳ ຖາມຄື: ໄພພິບັດທາງທຳມະຊາດແມ່ນຫຍັງ ? ໄພພິ ບັດທາງທຳມະຊາດທີ່ເກີດຂຶ້ນ ຢູ່ ສປປ ລາວ ມີຫຍັງ ແດ່ ? ສາເຫດທີ່ພາໃຫ້ເກີດໄພພິບັດທາງທຳມະຊາດ ມີຫຍັງແດ່ ? ຜົນກະທົບຈາກໄພພິບັດທາງທຳມະ ຊາດມີຫຍັງແດ່ ? • ໄດ້ມີການແບ່ງກຸ່ມອອກເປັນ 2 ກຸ່ມ ເພື່ອສົນທະ ນາແລກປ່ຽນຄວາມຄິດເຫັນຕາມຄຳຖາມຄື: ທ່ານ ຈະວິທີການຮັບມືກັບໄພພິບັດທາງທຳມະຊາດແນວ ໃດ ? ໂດຍໃຫ້ທຸກຄົນຢູ່ໃນກຸ່ມໄດ້ມີໂອກາດແລກ ປ່ຽນຄວາມຄິດຂອງຕົນຢູ່ພາຍໃນກຸ່ມ ໂດຍໃຫ້ເວລາ ແຕ່ລະກຸ່ມ 20 ນາທີ ພ້ອມທັງໃຫ້ຕາງໜ້າຂອງກຸ່ມຂຶ້ນ ນຳສະເໜີຜົນຂອງກຸ່ມຕົນເອງ. • ໄດ້ມີການຫຼິ້ນເກມ:ກ່ອງປິດສະໜາ(ເກມຕໍ່ພາບ) ໂດຍໄດ້ອະທິບາຍເກມໃຫ້ຜູ້ເຂົ້າຮ່ວມຮູ້ກະຕິກາ ຫຼັງ ຈາກນັ້ນກໍ່ໃຫ້ແຕ່ລະກຸ່ມແຂ່ງຂັນກັນວ່າກຸ່ມໃດຈະຕໍ່ ຮູບພາບແລ້ວກ່ອນກັນ ພ້ອມທັງໃຫ້ຕອບຄຳຖາມ ຕາມຮູບພາບຂອງແຕ່ລະກຸ່ມ. • ໄດ້ມີການອະທິບາຍ ໂປສເຕີ້ 10 ຂໍ້ມູນຄວາມຈິງ ກ່ຽວກັບໄພພິບັດທາງທຳມະຊາດແລະຄຸນປະໂຫຍດ ຂອງປ່າໄມ້ ຢູ່ ສປປ ລາວ ໃຊ້ເວລາ 45 ນາທີ ຫຼັງຈາກ ນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມ ຄິດຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່ ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ. • ໄດ້ມີການສະແດງລະຄອນທີ່ມີຊື່ວ່າ:ບົດຮຽນອັນ ລ້ຳຄ່າ” ເນື້ອໃນຂອງບົດລະຄອນສະແດງເຖິງການ ຊົມໃຊ້ຊັບພະຍາກອນປ່າໄມ້ຫຼາຍເກີນໄປສຸດທ້າຍ ກະເລີຍສົ່ງຜົນກະທົບຕາມມາເຮັດໃຫ້ດິນເຈື່ອນຖົມ ຄົນ, ຜົນລະປູກຖືກທຳລາຍ, ເຮືອນຊານບ້ານຊ່ອງ ຖືກມ້າງເພເສຍຫາຍ ແລະ ງົວຄວາຍລົ້ມຕາຍ. ການລົງເຮັດກິດຈະກຳ ກ່ຽວກັບ ໄພພິບັດ ທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ແມ່ນມີຜູ້ເຂົ້າຮ່ວມທັງໝົດ 111 ທ່ານ. ເຊິ່ງເຫັນວ່າມີ ຜູ້ເຂົ້າຮ່ວມເພີ້ມຂຶ້ນຈາກເມື່ອກ່ອນ 12 ທ່ານ. ຈາກ ກິດຈະກຳທີ່ລົງໃນວັນທີ 11-14 ມັງກອນ 2016 ພາຍ ໃຕ້ຫົວຂໍ້ “ການອະນຸລັກຊີວະນາໆພັນ ຢູ່ ສປປ ລາວ”
  • 22. ເຫດການ ພະແນກສົ່ງເສີມສິ່ງແວດລ້ອມ, ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ລົງເຄື່ອນໄຫວ ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ ແວດລ້ອມ ພາຍໃຕ້ຫົວຂໍ້: ‘‘ໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້’’ ໃນວັນທີ 25-29 ເມສາ 2016 ທີ່ເມືອງ ທ່າແຂກ ແລະ ເມືອງ ບົວລະ ພາ, ແຂວງ ຄຳມ່ວນ ໂດຍໄດ້ຮັບການສະໜັບສະໜູນ ຂອງໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd). ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ເພື່ອໃຫ້ ພະນັກງານໃນທ້ອງຖິ່ນມີສ່ວນຮ່ວມ ໃນການແລກ ປ່ຽນ ແລະ ສົນທະນາ ກ່ຽວກັບ ໄພພິບັດທາງທຳມະ ຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອສ້າງ ຈິດສໍານຶກໃຫ້ພະນັກງານທີ່ກ່ຽວຂ້ອງຮູ້ເຖິງຄວາມ ໝາຍ, ຄວາມສຳຄັນ ຂອງໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອເປັນການເຜີຍ ແຜ່ຂໍ້ມູນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບ 10 ຄວາມຈິງ ກ່ຽວກັບ ໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ ລາວ. ມີພະນັກ ງານລັດ ທີ່ມາຈາກພະແນກການຕ່າງໆອ້ອມຂ້າງ ເທດສະບານເມືອງຢູ່ໃນ 2 ເມືອງ ຄື: ເມືອງ ທ່າແຂກ ແລະ ເມືອງ ບົວລະພາ, ແຂວງ ຄຳມ່ວນ. ເມືອງ ທ່າແຂກ • ໃນວັນທີ 25 ເມສາ 2016 ພາກເຊົ້າ ໄດ້ຈັດພິທີ 20 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ການລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດ ລ້ອມ ຢູ່ເມືອງ ທ່າແຂກ ແລະ ເມືອງ ບົວລະພາ ແຂວງ ຄຳ ມ່ວນ ພາຍໃຕ້ຫົວຂໍ້: “ໄພພິບັດທາງທຳມະຊາດ ແລະ ຄຸນ ປະໂຫຍດຂອງປ່າໄມ້”
  • 24. ເຫດການ ການເຄື່ອນໄຫວສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງ ແວດລ້ອມພາຍໃຕ້ ຫົວຂໍ້ “ໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ ລາວ” ຢູ່ທີ່ ຫ້ອງປະຊຸມ ຫ້ອງການປ້ອງກັນຄວາມສະຫງົບ ເມືອງ ທ່າແຂກ ເຊິ່ງມີພະນັກງານຕຳຫຼວດເຂົ້າຮ່ວມປະ ມານ 85 ທ່ານ. • ໃນວັນທີ 25 ເມສາ 2016 ພາກບ່າຍ ຢູ່ທີ່ເດີ່ນ ຫ້ອງການຖະແຫຼ່ງຂ່າວ ແລະ ວັດທະນະທຳ ເມືອງທ່າ ແຂກ ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວ ຂ້ອງເປັນຕົ້ນ: ພະແນກ ຖະແຫຼ່ງຂ່າວ ແລະ ວັດທະ ນະທຳ, ຫ້ອງວ່າການແຂວງ, ຫ້ອງວ່າການເມືອງ, ສູນວັດທະນາທຳ ແລະ ເດັກນ້ອຍ (ສວດ), ໜັງສືພິມ, ໂທລະພາບ, ຫໍພິພິທະພັນ, ຫ້ອງການການເມືອງ, ຫ້ອງການຖະແຫຼ່ງຂ່າວແລະວັດທະນະທຳ,ພະແນກ ສຶກສາ ແລະ ກິລາ, ເຂົ້າຮ່ວມປະມານ 38 ທ່ານ. • ໃນວັນທີ26 ເມສາ 2016 ພາກເຊົ້າຢູ່ທີ່ເດີ່ນຫ້ອງ ການປ້ອງກັນຊາດ ເມືອງທ່າແຂກ ເຊິ່ງມີພະນັກງານ ທະຫານ ເຂົ້າຮ່ວມປະມານ 70 ທ່ານ. • ໃນວັນທີ 26 ເມສາ 2016 ພາກບ່າຍ ຢູ່ທີ່ຫ້ອງປະ ຊຸມຂອງຫ້ອງການກະສິກຳ ແລະ ປ່າໄມ້ ແຂວງ ຄຳ ມ່ວນ ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ: ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຂະແໜງສິ່ງ ແວດລ້ອມ, ຂະແໜງນ້້ຳ, ກອງກວດກາປ່າໄມ້, ຂະ 22 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 25. ເຫດການ 23ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ແໜງໄພພິບັດ, ຂະແໜງ ຊົນລະປະທານ ເຂົ້າຮ່ວມ ປະມານ 50 ທ່ານ. • ໃນວັນທີ 27 ເມສາ 2016 ພາກເຊົ້າ ຢູ່ທີ່ຫ້ອງປະ ຊຸມຂອງຫ້ອງການສະຫະພັນແມ່ຍິງເມືອງທ່າແຂກ ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ: ກໍາມະບານແຂວງ, ໄຟຟ້າລາວ, ພະແນກ ສາທາລະນະສຸກ,ສະຫະພັນແມ່ຍິງແຂວງ,ແນວລາວ ສ້າງຊາດແຂວງ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການກຳມະບານເມືອງ, ໂຮງໝໍແຂວງ, ຊາວໜຸ່ມ ແຂວງ, ຂະແໜງທ່ອງທ່ຽວ, ຂະແໜງສິ່ງແວດລ້ອມ ເຂົ້າຮ່ວມປະມານ 80 ທ່ານ. ເມືອງ ບົວລະພາ • ໃນວັນທີ28 ເມສາ 2016 ພາກເຊົ້າຢູ່ທີ່ເດີ່ນຫ້ອງ ການປ້ອງກັນຊາດເມືອງບົວລະພາເຊິ່ງມີພະນັກງານ ທະຫານເຂົ້າຮ່ວມປະມານ 30 ທ່ານ. • ໃນວັນທີ 28 ເມສາ 2016 ພາກບ່າຍ ຢູ່ທີ່ເດີ່ນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
  • 26. ເຫດການ ລ້ອມ ເມືອງບົວລະພາ ເຊິ່ງມີພະນັກງານຈາກຫຼາຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ: ແນວລາວສ້າງຊາດ ເມືອງ, ຫ້ອງການຖະແຫຼ່ງຂ່າວ ແລະ ວັດທະນະທຳ ເມືອງ, ຫ້ອງວ່າການ, ຫ້ອງການຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມປະມານ 15 ທ່ານ. • ໃນວັນທີ 29 ເມສາ 2016 ພາກເຊົ້າຢູ່ທີ່ເດີ່ນຫ້ອງ ການປ້ອງກັນຄວາມສະຫງົບ ເມືອງບົວລະພາເຊິ່ງມີ ພະນັກງານຕຳຫຼວດເຂົ້າຮ່ວມປະມານ 40 ທ່ານ. ວິທີການ: • ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກ ຄື: ພາກເຊົ້າ ແລະ ພາກບ່າຍ. • ຕາງໜ້າທີມງານໄດ້ນຳສະເໜີ ຊື່ ແລະ ນາມສະ ກຸນ, ຈຸດປະສົງຂອງໂຄງການ ແລະ ແຜນການຂອງ ການລົງເຄື່ອນໄຫວກິດຈະກຳ. • ທາງທິມງານວິຊາການຈາກກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມໄດ້ແນະນຳຕົນເອງຕໍ່ແຂກທີ່ເຂົ້າ ມາຮ່ວມ ພ້ອມທັງໃຫ້ແຂກຜູ້ເຂົ້າຮ່ວມແນະນຳຊື່ຕໍ່ ທີມງານ. • ໄດ້ມີການສົນທະນາລວມ ຮ່ວມກັບ ຜູ້ເຂົ້າຮ່ວມ ທັງໝົດເພື່ອແລກປ່ຽນຄວາມຄິດຄວາມເຫັນຕາມຄຳ ຖາມຄື: ໄພພິບັດທາງທຳມະຊາດແມ່ນຫຍັງ ? ໄພພິ 24 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 27. ເຫດການ 25ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ບັດທາງທຳມະຊາດທີ່ເກີດຂຶ້ນ ຢູ່ ສປປ ລາວ ມີຫຍັງ ແດ່ ? ສາເຫດທີ່ພາໃຫ້ເກີດໄພພິບັດທາງທຳມະຊາດ ມີຫຍັງແດ່ ? ຜົນກະທົບຈາກໄພພິບັດທາງທຳມະ ຊາດມີຫຍັງແດ່ ? • ໄດ້ມີການແບ່ງກຸ່ມອອກເປັນ 2 ກຸ່ມ ເພື່ອສົນທະ ນາແລກປ່ຽນຄວາມຄິດເຫັນຕາມຄຳຖາມຄື: ທ່ານ ຈະວິທີການຮັບມືກັບໄພພິບັດທາງທຳມະຊາດແນວ ໃດ?ໂດຍໃຫ້ທຸກຄົນຢູ່ໃນກຸ່ມໄດ້ມີໂອກາດແລກປ່ຽນ ຄວາມຄິດຂອງຕົນຢູ່ພາຍໃນກຸ່ມ ໂດຍໃຫ້ເວລາແຕ່ ລະກຸ່ມ 20 ນາທີ ພ້ອມທັງໃຫ້ຕາງໜ້າຂອງກຸ່ມຂຶ້ນນຳ ສະເໜີຜົນຂອງກຸ່ມຕົນເອງ. • ໄດ້ມີການຫຼິ້ນເກມ:ກ່ອງປິດສະໜາ(ເກມຕໍ່ພາບ) ໂດຍໄດ້ອະທິບາຍເກມໃຫ້ຜູ້ເຂົ້າຮ່ວມຮູ້ກະຕິກາ ຫຼັງ ຈາກນັ້ນກໍ່ໃຫ້ແຕ່ລະກຸ່ມແຂ່ງຂັນກັນວ່າກຸ່ມໃດຈະຕໍ່ ຮູບພາບແລ້ວກ່ອນກັນ ພ້ອມທັງໃຫ້ຕອບຄຳຖາມ ຕາມຮູບພາບຂອງແຕ່ລະກຸ່ມ. • ໄດ້ມີການອະທິບາຍ ໂປສເຕີ້ 10 ຂໍ້ມູນຄວາມຈິງ ກ່ຽວກັບໄພພິບັດທາງທຳມະຊາດແລະຄຸນປະໂຫຍດ ຂອງປ່າໄມ້ ຢູ່ ສປປ ລາວ ໃຊ້ເວລາ 45 ນາທີ ຫຼັງຈາກ ນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມ ຄິດຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່ ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ. • ໄດ້ມີການສະແດງລະຄອນທີ່ມີຊື່ວ່າ:ບົດຮຽນອັນ ລ້ຳຄ່າ” ເນື້ອໃນຂອງບົດລະຄອນສະແດງເຖິງການ ຊົມໃຊ້ຊັບພະຍາກອນປ່າໄມ້ຫຼາຍເກີນໄປສຸດທ້າຍ ກະເລີຍສົ່ງຜົນກະທົບຕາມມາເຮັດໃຫ້ດິນເຈື່ອນຖົມ ຄົນ, ຜົນລະປູກຖືກທຳລາຍ, ເຮືອນຊານບ້ານຊ່ອງ ຖືກມ້າງເພເສຍຫາຍ ແລະ ງົວຄວາຍລົມຕາຍ. ການລົງເຮັດກິດຈະກຳ ກ່ຽວກັບ ໄພພິບັດ ທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ແມ່ນມີຜູ້ເຂົ້າຮ່ວມທັງໝົດ 408 ທ່ານ. ເຊິ່ງເຫັນວ່າມີ ຜູ້ເຂົ້າຮ່ວມເພີ່ມຂຶ້ນຈາກເມື່ອກ່ອນ 306 ທ່ານ. ຈາກ ກິດຈະກຳທີ່ລົງໃນວັນທີ 21-25 ເມສາ 2016 ພາຍ ໃຕ້ຫົວຂໍ້ “ການອະນຸລັກຊີວະນາໆພັນ ຢູ່ ສປປ ລາວ”
  • 30. ເຫດການ ການລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດ ລ້ອມ ຢູ່ເມືອງ ໄຊຍະບູລີ ແລະ ເມືອງ ພຽງ ແຂວງ ໄຊຍະບູ ລີ ພາຍໃຕ້ຫົວຂໍ້: “ໄພພິບັດທາງທຳມະຊາດ ແລະ ຄຸນປະ ໂຫຍດຂອງປ່າໄມ້” ພະແນກສົ່ງເສີມສິ່ງແວດລ້ອມ, ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ລົງເຄື່ອນໄຫວ ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ ແວດລ້ອມ ພາຍໃຕ້ຫົວຂໍ້: ‘‘ໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້’’ ໃນວັນທີ 14-18 ມີນາ 2016 ທີ່ເມືອງ ໄຊຍະບູລີ ແລະ ເມືອງ ພຽງ, ແຂວງ ໄຊຍະບູລີ ໂດຍໄດ້ຮັບການສະໜັບສະໜູນ ຂອງໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd). ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ເພື່ອໃຫ້ ພະນັກງານໃນທ້ອງຖິ່ນມີສ່ວນຮ່ວມ ໃນການແລກ ປ່ຽນ ແລະ ສົນທະນາ ກ່ຽວກັບ ໄພພິບັດທາງທຳມະ ຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອສ້າງ ຈິດສໍານຶກໃຫ້ພະນັກງານທີ່ກ່ຽວຂ້ອງຮູ້ເຖິງຄວາມ ໝາຍ, ຄວາມສຳຄັນ ຂອງໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ເພື່ອເປັນການເຜີຍ ແຜ່ຂໍ້ມູນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບ 10 ຄວາມ ຈິງ ກ່ຽວກັບ ໄພພິບັດທາງທຳມະຊາດ ແລະ ຄຸນປະ ໂຫຍດຂອງປ່າໄມ້ ຢູ່ ສປປ ລາວ. ມີພະນັກງານລັດ ທີ່ມາຈາກພະແນກການຕ່າງໆອ້ອມຂ້າງເທດສະ 28 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 31. ເຫດການ 29ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ບານເມືອງຢູ່ໃນ 2 ເມືອງ ຄື: ເມືອງ ໄຊຍະບູລີ ແລະ ເມືອງ ພຽງ, ແຂວງ ໄຊຍະບູລີ. ເມືອງ ໄຊຍະບູລີ • ໃນວັນທີ 14 ມີນາ 2016 ພາກເຊົ້າ ໄດ້ຈັດພິທີ ການເຄື່ອນໄຫວສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງ ແວດລ້ອມພາຍໃຕ້ ຫົວຂໍ້ “ໄພພິບັດທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ຢູ່ ສປປ ລາວ” ຢູ່ທີ່ ຫ້ອງປະຊຸມ ກອງບັນຊາການປ້ອງກັນຊາດ ເມືອງໄຊ ຍະບູລີ ເຊິ່ງມີພະນັກງານທະຫານເຂົ້າຮ່ວມປະມານ 30 ທ່ານ. • ໃນວັນທີ 14 ມີນາ 2016 ພາກບ່າຍ ຢູ່ທີ່ເດີ່ນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເມືອງໄຊຍະບູລີ ເຊິ່ງມີພະນັກງານຈາກຫຼາຍ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ຫ້ອງການຖະແຫຼ່ງ ຂ່າວວັດທະນະທຳ ເມືອງ - ແຂວງ, ຫ້ອງວ່າການ ເມືອງ - ແຂວງ, ຫ້ອງການສຶກສາ ແລະ ກິລາ ເມືອງ -, ແຂວງ. ເຂົ້າຮ່ວມປະມານ 18 ທ່ານ. • ໃນວັນທີ 15 ມີນາ 2016 ພາກເຊົ້າ ຢູ່ທີ່ຫ້ອງປະ ຊຸມກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ໄຊຍະບູລີ ເຊິ່ງມີພະນັກງານຕຳຫຼວດ ເຂົ້າຮ່ວມປະ ມານ 45 ທ່ານ. • ໃນວັນທີ 15 ມີນາ 2016 ພາກບ່າຍ ຢູ່ທີ່ເດີ່ນຫ້ອງ ການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊຍະບູລີ ເຊິ່ງມີພະນັກງານຈາກຫຼາຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ - ແຂວງ, ຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງ - ແຂວງ, ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ - ແຂວງ ເຂົ້າຮ່ວມ ປະມານ 20 ທ່ານ. • ໃນວັນທີ 16 ມີນາ 2016 ພາກເຊົ້າ ຢູ່ທີ່ເດີ່ນຫ້ອງ ການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊຍະບູລີ ເຊິ່ງມີພະນັກງານຈາກຫຼາຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ: ຫ້ອງການກໍາມະບານ ເມືອງ - ແຂວງ, ຫ້ອງການແນວລາວ ເມືອງ - ແຂວງ, ຫ້ອງການຊາວໜຸ່ມ ເມືອງ - ແຂວງ, ຫ້ອງການແມ່ຍິງ
  • 32. ເຫດການ ເມືອງ - ແຂວງ ເຂົ້າຮ່ວມປະມານ 15 ທ່ານ. ເມືອງ ພຽງ • ໃນວັນທີ 17 ມີນາ 2016 ຢູ່ທີ່ເດີ່ນຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ພຽງ ເຊິ່ງມີພະນັກງານຈາກ ກອງບັນຊາການປ້ອງ ຊາດ, ຫ້ອງການສຶກສາ ແລະ ກິລາ, ຫ້ອງການຖະ ແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ຫ້ອງການ ຊາວໜຸ່ມ, ຫ້ອງວ່າການ, ຫ້ອງການແນວລາວ, ຫ້ອງ ແມ່ຍິງ ເຂົ້າຮ່ວມປະມານ 32 ທ່ານ. • ໃນວັນທີ 18 ມີນາ 2016 ຢູ່ທີ່ເດີ່ນຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ພຽງ ເຊິ່ງມີພະນັກງານຈາກຫຼາຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ: ກອງບັນຊາການປ້ອງກັນຄວາມສະ ຫງົບເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມປະ ມານ 15 ທ່ານ. ວິທີການ: • ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກ ຄື: ພາກເຊົ້າ ແລະ ພາກບ່າຍ. • ຕາງໜ້າທີມງານໄດ້ນຳສະເໜີ ຊື່ ແລະ ນາມສະ ກຸນ, ຈຸດປະສົງຂອງໂຄງການ ແລະ ແຜນການຂອງ ການລົງເຄື່ອນໄຫວກິດຈະກຳ. • ທາງທິມງານວິຊາການຈາກກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມໄດ້ແນະນຳຕົນເອງຕໍ່ແຂກທີ່ເຂົ້າ ມາຮ່ວມ ພ້ອມທັງໃຫ້ແຂກຜູ້ເຂົ້າຮ່ວມແນະນຳຊື່ຕໍ່ທີ ມງານ. • ໄດ້ມີການສົນທະນາລວມ ຮ່ວມກັບ ຜູ້ເຂົ້າຮ່ວມ ທັງໝົດເພື່ອແລກປ່ຽນຄວາມຄິດຄວາມເຫັນຕາມຄຳ ຖາມຄື: ໄພພິບັດທາງທຳມະຊາດແມ່ນຫຍັງ ? ໄພພິ ບັດທາງທຳມະຊາດທີ່ເກີດຂຶ້ນ ຢູ່ ສປປ ລາວ ມີຫຍັງ ແດ່ ? ສາເຫດທີ່ພາໃຫ້ເກີດໄພພິບັດທາງທຳມະຊາດ ມີຫຍັງແດ່?ຜົນກະທົບຈາກໄພພິບັດທາງທຳມະຊາດ ມີຫຍັງແດ່ ? • ໄດ້ມີການແບ່ງກຸ່ມອອກເປັນ 2 ກຸ່ມ ເພື່ອສົນທະ 30 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 33. ເຫດການ 31ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ ນາແລກປ່ຽນຄວາມຄິດເຫັນຕາມຄຳຖາມຄື: ທ່ານ ຈະວິທີການຮັບມືກັບໄພພິບັດທາງທຳມະຊາດແນວ ໃດ?ໂດຍໃຫ້ທຸກຄົນຢູ່ໃນກຸ່ມໄດ້ມີໂອກາດແລກປ່ຽນ ຄວາມຄິດຂອງຕົນຢູ່ພາຍໃນກຸ່ມ ໂດຍໃຫ້ເວລາແຕ່ ລະກຸ່ມ 20 ນາທີ ພ້ອມທັງໃຫ້ຕາງໜ້າຂອງກຸ່ມຂຶ້ນນຳ ສະເໜີຜົນຂອງກຸ່ມຕົນເອງ. • ໄດ້ມີການຫຼິ້ນເກມ:ກ່ອງປິດສະໜາ(ເກມຕໍ່ພາບ) ໂດຍໄດ້ອະທິບາຍເກມໃຫ້ຜູ້ເຂົ້າຮ່ວມຮູ້ກະຕິກາ ຫຼັງ ຈາກນັ້ນກໍ່ໃຫ້ແຕ່ລະກຸ່ມແຂ່ງຂັນກັນວ່າກຸ່ມໃດຈະຕໍ່ ຮູບພາບແລ້ວກ່ອນກັນ ພ້ອມທັງໃຫ້ຕອບຄຳຖາມ ຕາມຮູບພາບຂອງແຕ່ລະກຸ່ມ. • ໄດ້ມີການອະທິບາຍ ໂປສເຕີ້ 10 ຂໍ້ມູນຄວາມຈິງ ກ່ຽວກັບໄພພິບັດທາງທຳມະຊາດແລະຄຸນປະໂຫຍດ ຂອງປ່າໄມ້ ຢູ່ ສປປ ລາວ ໃຊ້ເວລາ 45 ນາທີ ຫຼັງຈາກ ນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມ ຄິດຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່ ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ. • ໄດ້ມີການສະແດງລະຄອນທີ່ມີຊື່ວ່າ:ບົດຮຽນອັນ ລ້ຳຄ່າ” ເນື້ອໃນຂອງບົດລະຄອນສະແດງເຖິງການ ຊົມໃຊ້ຊັບພະຍາກອນປ່າໄມ້ຫຼາຍເກີນໄປສຸດທ້າຍ ກະເລີຍສົ່ງຜົນກະທົບຕາມມາເຮັດໃຫ້ດິນເຈື່ອນຖົມ ຄົນ, ຜົນລະປູກຖືກທຳລາຍ, ເຮືອນຊານບ້ານຊ່ອງ ຖືກມ້າງເພເສຍຫາຍ ແລະ ງົວຄວາຍລົ້ມຕາຍ. ການລົງເຮັດກິດຈະກຳ ກ່ຽວກັບ ໄພພິບັດ ທາງທຳມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້, ແມ່ນມີຜູ້ເຂົ້າຮ່ວມທັງໝົດ 175 ທ່ານ. ເຊິ່ງເຫັນວ່າມີ ຜູ້ເຂົ້າຮ່ວມເພີ່ມຂື້ນຈາກເມື່ອກ່ອນ 36 ທ່ານ. ຈາກ ກິດຈະກຳທີ່ລົງໃນວັນທີ 21-25 ເມສາ 2016 ພາຍ ໃຕ້ຫົວຂໍ້ “ການອະນຸລັກຊີວະນາໆພັນ ຢູ່ ສປປ ລາວ”
  • 34. ເຫດການ ນະພາບສິ່ງແວດລ້ອມ, ເຊິ່ງມີ ທ່ານ ຄຳຫຼ້າ ສີສຸລາດ ປະທານສະມາຄົມພາບຖ່າຍ ແຫ່ງ ສປປ ລາວ, ຄະ ນະກົມ, ຄະນະພະແນກ ແລະ ຊ່ຽວຊານປະຈຳ ໂຄງການ ເປັນກຳມະການ. ໃນວັນທີ 30 ພະຈິກ 2015 ກໍໄດ້ຈັດພິທີມອບລາງວັນຊະນະເລີດ, ຮອງ ຊະນະເລີດ ແລະ ລາງວັນຊົມເຊີຍ ໃຫ້ແກ່ຜູ້ເຂົ້າແຂ່ງ ຂັນທີ່ໄດ້ຖືກຄັດເລືອກ ທີ່ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ. • ໄດ້ສຳເລັດການລົງເຄື່ອນໄຫວວຽກງານສ້າງຈິດ ສຳນຶກດ້ານສິ່ງແວດລ້ອມ ວັນທີ 20-31 ກໍລະກົດ ການເຄື່ອນໄຫວຂອງໂຄງການສົ່ງເສີມການສຶກສາສິ່ງແວດ ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd) ໄລຍະ II ແຕ່ເດືອນ ຕຸລາ 2015 - ເມສາ 2016. ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກສສ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ.ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການສົ່ງເສີມການ ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດຢູ່ ສປປ ລາວ ສືບຕໍ່ໄລຍະ II ມີລາຍລະອຽດ ດັ່ງລຸ່ມນີ້: • ໄດ້ສຳເລັດການຈັດກິດຈະກຳ ແຂ່ງຂັນພາບຖ່າຍ ກ່ຽວກັບ ສິ່ງແວດລ້ອມ ຄັ້ງທີ່ 2 ໃນວັນທີ 7 ກໍລະກົດ ຫາ 28 ສິງຫາ 2015 ແລະ ການຄັດເລືອກ ແມ່ນ ໄດ້ຈັດຂຶ້ນ ໃນວັນທີ 9 ຕຸລາ 2015 ທີ່ກົມສົ່ງເສີມຄຸນ 32 ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ
  • 35. ເຫດການ 33ຈົດໝາຍຂ່າວ ມິຖຸນາ - ທັນວາ 2016 ກສສ 2015 ໃນຫົວຂໍ້ “ການຈັດການຂີ້ເຫຍື້ອ” ຢູ່ 20 ບ້ານ ແລະ 40 ໂຮງຮຽນ ໃນ 3 ຕົວເມືອງຄື: ເມືອງ ທ່າພະ ບາດ, ເມືອງ ປາກຊັນ ແລະ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ໂດຍແມ່ນໜ່ວຍງານອະນຸລັກທຳມະຊາດ ເຄື່ອນທີ່ (MCU) ຂອງຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລ ແຫ່ງຊາດ ຮ່ວມກັບ ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ໂດຍມີຈຸດປະສົງ ເພື່ອສ້າງ ຈິດສຳນຶກໃຫ້ນັກຮຽນ ແລະ ປະຊາຊົນໃນບ້ານເປົ້າ ໝາຍໃຫ້ຮູ້ເຖິງການກຳຈັດ ຫຼື ຄຸ້ມຄອງຂີ້ເຫຍື້ອ ໃຫ້ ຖືກວິທີຕາມຫຼັກການ 3R ແລະ ເພື່ອປຸກລະດົມໃຫ້ ນັກຮຽນ ແລະ ປະຊາຊົນ ມີສ່ວນຮ່ວມໃນການກຳ ຈັດຂີ້ເຫຍື້ອ,ເຊິ່ງໄດ້ແບ່ງກິດຈະກຳອອກເປັນ3ຕອນ ຄື: ພາກເຊົ້າ ສຳລັບ ນ້ອງນັກຮຽນປະຖົມ, ພາກບ່າຍ ສຳລັບນັກຮຽນມັດທະຍົມ ແລະ ພາກຄໍ່າ ສຳລັບ ປະ ຊາຊົນພາຍໃນບ້ານ. • ໄດ້ສຳເລັດການລົງເຄື່ອນໄຫວວຽກງານສ້າງຈິດ ສຳນຶກດ້ານສິ່ງແວດລ້ອມ ໃນຫົວຂໍ້ “ການອະນຸລັກ ຊີວະນາໆພັນ” ວັນທີ 5-14 ຕຸລາ 2015 ໃນ 16 ບ້ານ ຂອງເມືອງ ຫົວເມືອງ, ແຂວງຫົວພັນ ໂດຍແມ່ນທີມ ງານ ສູນອົບຮົມຮ່ວມພັດທະນາ (PADECT) ຮ່ວມ ກັບ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໂດຍມີ ຈຸດປະສົງ ເພື່ອສ້າງຈິດສຳນຶກໃຫ້ຮູ້ເຖິງຄວາມໝາຍ ຄວາມສຳຄັນຂອງຊີວະນາໆພັນ, ຍາດແຍ່ງໃຫ້ທຸກ ຄົນມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ ແລະ ເພື່ອເຜີຍແຜ່ແລກປ່ຽນຄວາມຮູ້ ກ່ຽວກັບ ການອະນຸ ລັກຊີວະນາໆພັນຢູ່ ສປປ ລາວ ທີ່ໄດ້ສັງລວມໃນ ແຜ່ນພັບ 10 ຄວາມເປັນຈິງ ເຊັ່ນດຽວກັນກັບກິດຈະ ກຳໄດ້ແບ່ງອອກເປັນ 3 ຕອນ ຄື: ພາກເຊົ້າ ສໍາລັບ ອຳນາດການປົກຄອງລວມແຕ່ລະຂັ້ນພາຍໃນບ້ານ, ພາກບ່າຍ ສຳລັບ ນັກຮຽນປະຖົມ ແລະ ມັດທະຍົມ ແລະ ພາກຄໍ່າ ສຳລັບ ປະຊາຊົນພາຍໃນບ້ານໝົດ ທຸກຄົນ. • ໄດ້ສຳເລັດກອງປະຊຸມວາງແຜນການເຄື່ອນ ໄຫວວຽກງານການຈັດຕັ້ງປະຕິບັດ ໂຄງການ ສົ່ງເສີມ ການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນ ຟ້າອາກາດ ໄລຍະ II ໃນວັນທີ 22-23 ຕຸລາ 2015 ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມ ຂອງທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ດຣ. ໄມໂຄ ທຣອກເກິ້ນໂບດ ຫົວໜ້າທີມງານ ທີ່ປຶກສາ ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ເຊິ່ງມີຜູ້ເຂົ້າຮ່ວມ ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ 4 ແຂວງເປົ້າໝາຍ (ແຂວງ ບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງຫົວພັນ, ແຂວງໄຊຍະບູລີ) ຈາກວິທະຍຸ 3 ແຂວງ (ແຂວງບໍລິຄຳໄຊ, ແຂວງຄຳ ມ່ວນ, ແຂວງຫົວພັນ), ວິທະຍຸກະຈ່າຍສຽງແຫ່ງ ຊາດ, ໂທລະພາບແຫ່ງຊາດລາວ, ພະແນກຖະແຫຼ່ງ ຂ່າວ ແລະ ວັດທະນາທຳແຂວງ (ແຂວງຫົວພັນ, ແຂວງຄຳມ່ວນ), ໂຄງການຫີນໜາມໜໍ່, ສູນກາງ ສະ ຫະພັນແມ່ຍິງ, ສູນກາງ ຊາວໜຸ່ມປະຊາຊົນປະຕິວັດ ລາວ, ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ສຶກສາທິການ ແລະ ກິລາ, ອົງການ IUCN, ສູນອົບ ຮົມຮ່ວມພັດທະນາ, ຄະນະວິທະຍາສາດປ່າໄມ້, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ, ຫ້ອງການ ກຊສ, ອົງການ ພັດທະນາຊົນນະບົດ, ກົມແຜນການ ແລະ ການຮ່ວມມື, ກົມສົ່ງເສີມຄຸນນະພາບສິ່ງແວດ ລ້ອມ, ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ລວມທັງໝົດ 60 ທ່ານ ກອງປະຊຸມໄດ້ຮັບຮອງເອົາບົດລາຍງານຜົນ ໄດ້ຮັບ ແລະ ບົດຮຽນຖອດຖອນຈາກໂຄງການໄລ ຍະ I ນຳສະເໜີຂອບເຂດວຽກ ແລະ ແຜນວຽກໄລ ຍະ II, ນຳສະເໜີ ແຜນການດ້ານການສຶກສາ ນອກ ໂຮງຮຽນ ແລະ ຜ່ານຮ່າງແຜນປະຕິບັດງານ ໂຄງ ການໄລຍະ II ແລະ ແບ່ງກຸ່ມ ສົນທະນາ ກ່ຽວກັບ